10 Startups ທີ່ໄດ້ຮັບຄັດເລືອກຈາກ Google ໃຫ້ເຂົ້າສູ່ງານ Demo Day Asia

ປັດຈຸບັນຄວາມທັນສະໄໝທາງດ້ານເຕັກໂນໂລຊີນັບມື້ນັບສູງຂຶ້ນ ເຮັດໃຫ້ນັກທຸລະກິດທັງຫຼາຍທີ່ເມື່ອກ່ອນດໍາເນີນທຸຸລະກິດແບບທົ່ວໄປ ຫັນມາສົນໃຈທຸລະກິດ Startup ຫຼາຍຂຶ້ນ. ໂດຍສະເພາະບັນດາປະເທດທີ່ພັດທະນາແລ້ວແມ່ນໄດ້ມີການແຂ່ງຂັນກັນສ້າງ Startup ປ່ຽນໂລກຂຶ້ນຢ່າງຫຼວງຫຼາຍ. ເຊິ່ງໃນນັ້ນ, ບັນດານັກທຸລະກິດໃນປະເທດທີ່ກໍາລັງພັດທະນາ ກໍໄດ້ພະຍາຍາມຊອກຫາ Startup ທີ່ເໝາະສົມເພື່ອທີ່ຈະນໍາເຂົ້າມາພັດທະນາຕໍ່ໃນປະເທດຕົນເອງ, ລວມທັງນັກທຸລະກິດໃນປະເທດລາວເຮົາກໍເຊັ່ນກັນ ທີ່ພວມເບິ່ງຕະຫຼາດຢູ່ວ່າອັນໃດເໝາະທີ່ຈະນໍາມາໃຊ້ໃນບ້ານເຮົາແດ່? ມື້ນີ້ທາງວາລະສານທາເກັດ ຈຶ່ງຢາກຈະມາແນະນໍາ 10 Startups ປ່ຽນໂລກທີ່ຖືກ Google ຄັດເລືອກໃຫ້ເຂົ້າຮ່ວມໃນງານ Demo day Asia ທີ່ໄດ້ຂຶ້ນໃນເດືອນກັນຍາທີ່ຜ່ານມາ ທີ່ ຊຽງໄຮ້ ປະເທດຈີນ. ມາເບິ່ງນໍາກັນເລີຍວ່າມີຫຍັງໃໝ່ໆແດ່? ແລະ ອັນໃດເໝາະສົມມາເຮັດໃນບ້ານເຮົາ?

  1. One Stock Home (ຈາກປະເທດໄທ) ເປັນ E-commerce Platform ສໍາລັບການເລືອກຊື້ວັດສະດຸກໍ່ສ້າງ ເພື່ອເຊື່ອມໂຍງຜູ້ກໍ່ສ້າງ, ຜູ້ຂາຍ ແລະ ຜູ້ຊື້ ໂດຍບໍ່ຕ້ອງມີຄ່າໃຊ້ຈ່າຍສິ້ນເປືອງ ເລື່ອງສາງເກັບມ້ຽນສິນຄ້າ, ບໍ່ມີຄ່າຍົກຍ້າຍສິນຄ້າ ຫຼື ຄ່ານາຍໜ້າ ພາຍໃຕ້ສະໂລແກນ “ປ່ຽນຄວາມວຸ້ນວາຍເລື່ອງວັດສະດຸກໍ່ສ້າງ ໃຫ້ເປັນເລື່ອງງ່າຍໆພຽງປາຍນິ້ວ” ໂດຍທ່ານຈະສາມາດເລືອກຊື້ວັດສະດຸກໍ່ສ້າງ ທີ່ມີຄຸນນະພາບຕາມທີ່ທ່ານຕ້ອງການໄດ້ງ່າຍຂຶ້ນ ແລະ ບໍ່ຖືກເອົາປຽບເລື່ອງລາຄາ ເພາະໃນ “ເວັບໄຊ໌” ຈະເຊື່ອມຕໍ່ກັບບັນດາບໍລິສັດໃຫຍ່ໆ. ສະນັ້ນ, ລູກຄ້າຈຶ່ງສາມາດເລືອກເອົາສິນຄ້າແຕ່ລະອັນມາປຽບທຽບກັນໄດ້ເລີຍ.
  2. Dycodex ຈາກປະເທດ ອິນໂດເນເຊຍ ເປັນຜະລິດຕະພັນຫຼ້າສຸດຂອງ Smarter nak ເປັນຜູ້ພັດທະນາ Internet of Things (IoT) ສໍາລັບການເຮັດຟາມລ້ຽງສັດ. ເຕັກໂນໂລຊີເຮັດໃຫ້ເກີດການປ່ຽນແປງໃນຫຼາຍໆດ້ານ. ໜຶ່ງໃນນັ້ນກໍຄືການປ່ຽນແປງດ້ານການລ້ຽງສັດ ໃນບັນດາປະເທດທີ່ພັດທະນາແລ້ວເຊັ່ນ: ສະຫະລັດອາເມຣິກາ ແລະ ບັນດາປະເທດໃນເອີຣົບ, ເຊິ່ງເປັນລັກສະນະຂອງການເຮັດຟາມລ້ຽງສັດແບບອັດສະລິຍະ (Smart Farm) ເຊິ່ງສາມາດເຮັດໄດ້ໂດຍການໃຊ້ເຕັກໂນໂລຊີ IoT ເພື່ອໃຫ້ຊາວກະສິກອນໄດ້ຕິດຕາມຄວາມເປັນຢູ່ ແລະ ຮູ້ການເຄື່ອນໄຫວຂອງຝູງສັດລ້ຽງ ຫຼື ເວົ້າງ່າຍໆກໍຄື ເປັນສັນຍານຈັບການເຄື່ອນໄຫວຂອງສັດນັ້ນເອງ.
  3. Freight Exchange ຈາກປະເທດ ອົດສະຕຣາລີ ເປັນ Online Platform ສໍາລັບໃຫ້ບໍລິການຂົນສົ່ງສິນຄ້າ, ດ້ວຍການຂາຍພື້ນທີ່ວ່າງໃຫ້ກັບລູກຄ້າທຸລະກິດນໍາເຂົ້າ. ໂດຍສະເພາະ ບໍລິສັດຂົນສົ່ງສິນຄ້າ ແລະ ບໍລິສັດຂົນສົ່ງ ໄດ້ເຂົ້າມາໂຄສະນາກ່ຽວກັບລົດບັນທຸກທີ່ຕົວເອງມີຢູ່ ເພື່ອໃຫ້ສາມາດແລກປ່ຽນຄ່າຂົນສົ່ງເຊິ່ງກັນ ແລະ ກັນ. ຕົວຢ່າງວ່າ: ບໍລິສັດຂົນສົ່ງຈາກແຂວງ ສະຫວັນນະເຂດ ຈະຂົນສົ່ງເຄື່ອງມາທີ່ ນະຄອນຫຼວງ ແລ້ວຂາກັບຕ້ອງຂັບລົດເປົ່າ ແຕ່ຖ້າໃຊ້ບໍລິການຂອງ “ແອັບ” ນີ້ ເຈົ້າຂອງລົດຄັນດັ່ງກ່າວສາມາດໄດ້ຄ່າຂົນສົ່ງຂາກັບ ດ້ວຍການຮັບເຄື່ອງຈາກນະຄອນຫຼວງກັບໄປສະຫວັນນະເຂດ ຈາກບໍລິສັດທີ່ຢູ່ນະຄອນຫຼວງ. ສໍາລັບຄ່າໃຊ້ຈ່າຍກໍບໍ່ຫຼາຍໃນການສະໝັກສະມາຊິກ ການໂຄສະນາ ແລະ ໂພສ.
  4. GITAI ຈາກປະເທດຍີ່ປຸ່ນ ເປັນຜູ້ຊ່ຽວຊານໃນການສ້າງຫຸ່ນຍົນທີ່ຈະຊ່ວຍໃຫ້ມະນຸດ ສາມາດເຮັດການທົດລອງທາງວິທະຍາສາດໃນອະວະກາດໄດ້, ເປັນຫຸ່ນຍົນທີ່ສາມາດສື່ສານກັບມະນຸດ ໄດ້ເປັນຢ່າງດີດ້ວຍຄວາມໄວ ແລະ ລະອຽດສູງສຸດເທົ່າທີ່ເຄີຍມີມາ.
  5. Marham ຈາກປະເທດ ປາກີສະຖານ ເປັນ Platform ໃຫ້ບໍລິການດ້ານສຸຂະພາບ ທີ່ຈະຊ່ວຍໃຫ້ທຸກຄົນສາມາດຄົ້ນຫາ, ນັດໝາຍ ແລະ ປຶກສາທ່ານໝໍໄດ້ແບບ ທຸກຄົນສາມາດຄົ້ນຫາຊື່ທ່ານໝໍ, ລາຍລະອຽດ ແລະ ປະສົບການຂອງທ່ານໝໍຄົນດັ່ງກ່າວ ພ້ອມທັງຂໍໍ້ມູນຂອງໂຮງໝໍ / ຄຼີນິກ ຜ່ານການໃຊ້ Application ນີ້, ພິເສດແມ່ນຍັງສາມາດຄົ້ນຫາທ່ານໝໍທີ່ຊ່ຽວຊານ ກ່ຽວກັບພະຍາດທີ່ທ່ານເປັນໄດ້. ພ້ອມກັນນັ້ນທ່ານຍັງສາມາດແບ່ງປັນ ຄວາມຄິດເຫັນກ່ຽວກັບໝໍແຕ່ລະທ່ານໄດ້. ນອກຈາກນີ້, ຍັງສາມາດຄົ້ນຫາຄວາມຄິດເຫັນຂອງແພດຄົນອື່ນໆກ່ຽວກັບພະຍາດທີ່ທ່ານເປັນໄດ້ນໍາອີກ. ເວົ້າງ່າຍໆກໍຄື ທ່ານບໍ່ຕ້ອງຫຍຸ້ງຍາກໄປຕໍ່ຄິວເພື່ອຖ້າກວດສຸຂະພາບອີກຕໍ່ໄປ ພຽງແຕ່ເຂົ້າໄປທີ່ Application ດັ່ງກ່າວ ທ່ານກໍສາມາດເລືອກແພດ, ເວລາ ແລະ ສະຖານທີ່ໄດ້ດ້ວຍຕົວທ່ານເອງ. ສົມມຸດເຮືອນທ່ານຢູ່ໄກໂຮງໝໍ ກ່ອນຈະເດີນທາງໄປຮອດກໍເສຍເວລາຫຼາຍ ແລ້ວຍັງຕ້ອງມານັ່ງຕໍ່ຄິວໝົດມື້ ແລະ ບໍ່ຮູ້ວ່າຈະໄດ້ຮັກສາກັບແພດສະເພາະດ້ານ ຫຼື ບໍ່ ແຕ່ບັນຫາທຸກຢ່າງຈະໝົດໄປຖ້າບ້ານເຮົາມີ Application ທີ່ຊື່ວ່າ Marham.
  6. Miotech ຈາກປະເທດ ຈີນ ທີ່ເປັນ Startup ສາຍ Fintech ພັດທະນາ Software ລະບົບ AI ສໍາລັບບໍລິສັດໃຫ້ຄໍາປຶກສາດ້ານການເງິນ. ຈະເຮັດໃຫ້ຂໍ້ມູນບັນຊີທີ່ຍາກ ແລະ ຊັບຊ້ອນ ກາຍເປັນເລື່ອງງ່າຍຂຶ້ນ ພ້ອມຍັງສາມາດຕີຄວາມໝາຍ ແລະ ດຶງຂໍ້ມູນທາງເລິກອອກມາໄດ້ອີກ, Miotech ຈະກາຍເປັນ Solution ທີ່ສ້າງຄວາມທັນສະໄໝ ທີ່ສຸດໃນທາງການເງິນໃນຍຸກນີ້.
  7. Origami Labs ຫຼື ORLL ຈາກປະເທດ ຮ່ອງກົງ ຜູ້ສ້າງສັນແຫວນອັດສະລິຍະທີ່ເຮັດໃຫ້ມະນຸດສາມາດໄດ້ຍິນສຽງ ແລະ ສົ່ງຂໍ້ຄວາມຕົວອັກສອນໄດ້ໂດຍບໍ່ຕ້ອງຈັບໂທລະສັບອອກມາ ພຽງແຕ່ທ່ານໃສ່ແຫວນຢູ່ນິ້ວມືນິ້ວໃດກໍໄດ້, ເມື່ອເວລາທີ່ຕ້ອງການໃຊ້ ກໍໃຊ້ຄູ່ກັບ Smart Phone ແຕ່ບໍ່ຕ້ອງຈັບໃຫ້ຫຍຸ້ງຍາກເຊັ່ນ: ຖ້າຕ້ອງການລົມໂທລະສັບ ກໍພຽງແຕ່ເອົານິ້ວມາຈັບໃສ່ຫູ ແລ້ວເລືອກໂໝດຮັບຢູ່ມືຖືເທົ່ານີ້ກໍລົມໂທລະສັບໄດ້ແລ້ວ, ນອກນັ້ນທ່ານຍັງສາມາດຟັງຂໍ້ຄວາມສຽງ ເບິ່ງຕາຕະລາງປະຊຸມຕ່າງໆໄດ້ນໍາອີກ.
  8. Sig Tuple ຈາກປະເທດ ອິນເດຍ ຜູ້ຄິດຄົ້ນວິທີການໃຊ້ລະບົບ AI ໃນການກວດສຸຂະພາບແບບອັດຕະໂນມັດແບບເຫັນພາບ ເຊິ່ງເປັນ Solutions ການວິເຄາະສານລະລາຍທີ່ມີໃນເລືອດອອກຈາກອຸປະກອນ ແບບອັດຕະໂນມັດ. ນອກຈາກນີ້, ຍັງສາມາດກວດຫາເຊື້ອພະຍາດຕ່າງໆເຊັ່ນ: ພະຍາດໄຂ້ມາເລເຣຍ, ເລືອດຈາງ … ດ້ວຍຮູບຈາກມືຖືທີ່ຕິດຕັ້ງຢູ່ກ້ອງຈຸລະທັດ ຫຼັງຈາກນັ້ນ ຈະມີຜູ້ຊ່ຽວຊານສະເພາະດ້ານມາໃຫ້ຄໍາແນະນໍາຜ່ານ Application ດັ່ງກ່າວ. ສໍາລັບ Sig Tuple ນີ້ ແມ່ນເໝາະສົມສໍາລັບບ່ອນທີ່ຂາດຜູ້ຊ່ຽວຊານ ດ້ານພະຍາດຕ່າງໆ ໂດຍສະເພາະປະເທດເຮົາກໍຖືວ່າເໝາະສົມ ເພາະປັດຈຸບັນສັງເກດເຫັນວ່າ ຖ້າຈະປຶກຜູ້ຊ່ຽວຊານທີ່ໜ້າເຊື່ອຖືໄດ້ ກໍຕ້ອງໄດ້ໄປເຖິງຕ່າງປະເທດ ຫຼື ລໍຖ້າໃຫ້ຜູ້ຊ່ຽວຊານເດີນທາງມາ ເຊິ່ງດົນໆຈຶ່ງມາເທື່ອໜຶ່ງ.
  9. Sky Magic ຈາກປະເທດ ສິງກະໂປ ຜູ້ຜະລິດເຕັກໂນໂລຊີ Drone (ໂດຣນ) ສໍາລັບໃຊ້ໃນ Live Entertainment ແລະ ລະບົບຈັດການຈະລາຈອນ. ລັກສະນະເປັນຍົນລອຍນໍ້າແບບໃຊ້ໃນຮົ່ມ ແລະ ກາງແຈ້ງແບບອິດສະຫຼະ ວັດແທກໜ່ວຍຄວາມຄົມຂອງພາບດ້ວຍ “ພິກເຊວ” RGB (ແມ່ສີ Red, Green, Blue) ທີ່ສະຫວ່າງສົດໃສ ແລະ ເຮັດວຽກຜ່ານສະຖານີຄວບຄຸມເທິງພື້ນດິນແຫ່ງດຽວ. ສາມາດຖ່າຍພາບໄດ້ທັງກາງເວັນ ແລະ ກາງຄືນ ດ້ວຍໂໝດ 3 ມິຕິ ຮັບປະກັນເລື່ອງຄວາມຄົມຂອງພາບ.
  10. Swing vy ຈາກປະເທດ ສ.ເກົາຫລີ ທີ່ເປັນຜູ້ຊອກຫາຊັບພະຍາກອນບຸກຄົນສໍາລັບທຸລະກິດ. “ແອັບ”ໂຕນີ້ຈະມາຊ່ວຍໃຫ້ທ່ານສາມາດບໍລິຫານທຸລະກິດ, ບໍລິຫານຊັບພະຍາກອນບຸກຄົນ ແລະ ເງິນເດືອນໄດ້ແບບງ່າຍໆ ໂດຍ Application ຈະມາເປັນຕົວແທນ HR ທີ່ທ່ານຕ້ອງການທີ່ສຸດ, ລະບົບເງິນເດືອນຈະຈ່າຍແບບອັດຕະໂນມັດ ດ້ວຍ interface ການເຮັດວຽກຂອງເຮົາ. ທ່ານບໍ່ຈໍາເປັນບໍລິສັດໃຫຍ່ໆ ແຕ່ສາມາດຕອບໂຈດຄວາມສະດວກສະບາຍໃຫ້ກັບພະນັກງານໄດ້ ແລະ ທີ່ສໍາຄັນທ່ານຍັງສາມາເຂົ້າເຖິງ ແລະ ຕິດຕາມພະນັກງານທຸກຄົນດ້ວຍ App ເທິງອຸປະກອນເຄື່ອນທີ່ນີ້.

 

(ວາລະສານທາເກັດ ສະບັບ 147 ເດືອນຕຸລາ 2018 ສາມາດຊອກອ່ານເພີ່ມຕື່ມໄດ້ທີ່ ສຳນັກງານ, ຫ້ອງການ ທັງພາກລັດ-ເອກະຊົນ ໄດ້ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Ten startups selected by Google for the Demo Day Expo

What with today’s growing technological modernization, many businesspeople, who used to operate normally in the past, are now increasingly turning their interest towards startups, especially in developed countries, where there is much competition in the building of startups to transform our world while businesspeople in developing countries are looking around for suitable startups to use in the development of their respective countries. Laos is no different and businesspeople are people are analyzing the market to determine what would work in our country. Today, Target magazine is therefore introducing the ten world-changing startups selected by Google to take part in the Demo Day Asia expo, which started in September in Shanghai, China. Let’s take a look at what’s new and could be suitable for our country:

  1. OneStockHome (Thailand) is an e-commerce platform for selecting and purchasing raw materials which connects builders, sellers, and buyers while avoiding unnecessary expenses for warehouses free of cost without having to pay for goods transportation and without charging an agent’s fee, operating under the slogan “Transforming the hassle of finding raw materials into something easy which can be done with the touch of the fingertip”. You can buy quality raw materials you need more easily without charge because their website is connected up to large companies so customers can choose and compare goods with the click of a mouse.
  2. DycodeX (Indonesia) is the latest product from SMARTernak, a developer of the Internet of Things (IoT), and is designed to help raise livestock. This technology changes all kinds of things, one of which is to change the way livestock is raised in developed countries, such as in the United States and Europe. It is a means of raising livestock using a smart farm, which can be achieved using IoT technology to allow farmers to monitor the health and movements of their animals, being able to pinpoint the their location at all times.
  3. Freight Exchange (Australia) is an online platform for logistical services which operates by selling spare space to importers, especially logistics companies, which can advertise their truck and receive transportation fees. For example, logistics companies in Savannakhet transport products and goods to the capital but then have to drive back with an empty truck whereas if they use this app, the vehicle owner will be able to earn money transporting goods and products from Vientiane Capital on their return journey back to Savannakhet. The membership, advertising, and posting fees are cheap too.
  4. GITAI (Japan) is an expert at building robots which can help humans conduct scientific experiments in space and communicate with humans better, faster, and in greater detail than anything seen before.
  5. Marham (Pakistan) in a healthcare platform which can help people to search for, make appointments with, and consult doctors online. Anyone can search for the name of a doctor and read about their details and experience along with information about the hospital or clinic using this app, especially doctors which specialize in your disease. You can also read about each doctor’s opinions and you can search for other doctors’ opinions concerning your disease. In short, you do not have to waste time lining up and waiting for health checks any longer – you can just use this app and your will be able to choose your doctor and arrange a time and a place all by yourself. If, for example, you live a long way away from a hospital, prior to wasting time traveling out and waiting in line without even knowing whether there is the right kind of specialist available to treat you, all of this can be sorted out in advance in you have the Marham app.
  6. Miotech (China) is a fintech startup, which has been developing software which uses artificial intelligence (AI) for companies to obtain financial advice. It can make difficult and complex accounts data simpler while also being able to interpret and provide in-depth information. Miotech is set to be the most cutting-edge financial solution in today’s world.
  7. Origami Labs or ORLL (Hong Kong) manufactures smart rings which allow people to listen to written messages without having to take out their phone simply by wearing one of these rings. When you want to use it in combination with your smartphone but cannot be bothered to fiddle about getting your phone out but want to talk on it, you just touch you ear with your finger and select the mode for receiving calls and you can talk over the phone. In addition, you can easily listen to voice messages and access your meeting schedule.
  8. SigTuple (India) allows automated AI-based healthcare screening and has blood analysis solutions which use automated equipment. It can also detect bacteria and viruses, such as malaria, anemia, and so forth using images taken by a mobile phone which has a micro camera installed. It then uses its smart technology to provide advice using this app. SigTuple is well suited to areas where there is a lack of specialists for various diseases and is especially suited to our country because at present, if you want to see a credible specialist, you have to go overseas or wait for the doctor to travel to you and it can take a long time before they arrive.

 

  1. Sky Magic (Singapore): produces drone swarming technology for live entertainment and traffic management systems. They are tiny airplanes which can be used indoors or outdoors and operate autonomously each with a super bright red-green-blue (RGB) pixel and controlled via a single ground station. They can also take three-dimensional (3D) photos during both day and night and photo sharpness and clarity is guaranteed.
  2. Swingvy (Republic of Korea) searches for human resources for businesses. This app makes business administration, human resource management, and salary payments easy and acts as the ideal human resources department. Its autonomous salary payment system works by interfacing with our work. You no longer need a huge company to respond conveniently to your staff and importantly, you can access and monitor each employee using this app.

 

Comments