Author Archives: Paeng KC

ລັດຖະບານ ຈະຫັນການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ກວດກາໄດ້.

ວຽກງານຂະແໜງ ສ່ວຍສາອາກອນ ເປັນຖານລາຍຮັບທີ່ສໍາຄັນໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ສະນັ້ນເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມແຜນການທີ່ວາງໄວ້ ແລະ ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນມີຄວາມທັນສະໄໝ,ວ່ອງໄວ ແລະ ໂປ່ງໃສ ເລີ່ມແຕ່ທ້າຍເດືອນ ກຸມພາ 2018 ເປັນຕົ້ນມາ ໂດຍ​ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກົມ​ສ່ວຍ​ສາ​ອາກອນ, ທາງ​ສ່ວຍ​ສາ​ອາກອນ ​ນະຄອນ​ຫຼວງ​ວຽງ​ຈັນ (ນວ) ໄດ້​ລົງ​ຊຸກຍູ້​ຕິດຕາມລະບົບ​ການ​ຕິດ​ຕັ້ງ ແລະ ເຊື່ອມ​ຕໍ່ຂໍ້​ມູນ​ບັນທຶກ​ການ​ຂາຍ (POS) ແລະ ການ​ບໍລິການ (CRS) ເປັນຕົ້ນແມ່ນຕິດຕາມ, ກວດກາ ການປະຕິບັດຕາມກົນໄກການຄິດໄລ່ອາກອນມູນຄ່າເພີ່ມສົ້ນເຂົ້າແບບກໍານົດ ຕາມຄໍາແນະນໍາເພີ່ມຂອງກະຊວງການເງິນເລກທີ 4170/ກງ, ລົງວັນທີ 28/11/2017 ຢູ່ຕາມບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ໄດ້​ຮັບການ​ຕິດຕັ້ງລະບົບຜ່າມມາ​ໃນ 5 ເມືອງຄື: ເມືອງ​ຈັນທະບູ​ລີ, ໄຊ​ເຊດ​ຖາ, ສີ​ໂຄດ​ຕະບອງ, ສີສັດຕະ​ນາກ ແລະ ເມືອງ​ໄຊ​ທານີ ແລະ ຍັງ​ຈະ​ສືບຕໍ່​ຂະຫຍາຍ​ການຕິດຕັ້ງໄປ​ເລື້ອຍໆ ທັງ​ນີ້ ເພື່ອ​ເຮັດ​ໃຫ້ການ​ຈັດ​ເກັບ​ລາຍ​ຮັບ​ສ່ວຍ​ສາ​ອາກອນ ​ຫັນເຂົ້າສູ່ຄວາມທັນສະໄໝ,ວ່ອງໄວ ແລະ ຫຼຸດຊ່ອງຫວ່າງປະກົດການຫຍໍ້ທໍ້ຕ່າງໆ. ໃນຕົ້ນເດືອນກໍລະກົດ 2018 ຜ່ານມານີ້ທາງຫ້ອງການສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ກໍໄດ້ເປີດຂະບວນການ 3 ຂັ້ນຕອນໃນການໃຫ້ບໍລິການແບບວ່ອງໄວ ແລະ ໂປ່ງໃສຂອງພະນັກງານ-ລັດຖະກອນສ່ວຍສາອາກອນ (ນວ) ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບງົບປະມານປີ 2018 ໃຫ້ໄດ້ຕາມແຜນການ. ພ້ອມກັນນີ້ກໍເພືື່ອແນໃສ່ປັບປຸງກົນໄກ ...

Read More »

ຈາກົວ-ແລນໂຣເວີ ນະວັດຕະກໍາ ລົດຫຼູຫຼາ ຄຸນນະພາບສູງ.

ວາລະສານສະບັບເດືອນ ຕຸລາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂອງທ່ານ ALISTAIR SCOTT ຜູ້ອຳນວຍການຝ່າຍຂາຍປະຈຳພາກພຶ້ນ Jaguar Land Rover ເອເຊຍປາຊີຟິກຜູ້ນຳເຂົ້າ ເຊິ່ງທ່ານຈະຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດຈໍາໜ່າຍລົດ JAGUAR LANDROVER ໃນ ສປປ ລາວ ພາຍຫຼັງທີ່ບໍລິສັດແມ່ໃນປະເທດອັງກິດໄດ້ເຂົ້າ ມາເປີດຕົວຢ່າງເປັນທາງການແຕ່ຊຸມປີ 2011 ເພື່ອນໍາເອົານະວັດຕະກໍາທີ່ມີຄຸນນະພາບສູງມາດຕະຖານເອີຣົບມາໃຫ້ລູກຄ້າຊາວລາວໄດ້ຊົມໃຊ້. ພິເສດລົດແຕ່ລະລຸ້ນທີ່ນໍາເຂົ້າມາໃນ ສປປ ລາວ ແມ່ນຖືກອອກແບບມາໂດຍສະເພາະເພື່ອໃຫ້ແທດເໝາະກັບມາດຕະຖານຂອງນໍ້າມັນເຊື້ອໄຟລາວ. JAGUAR LAND ROVER ເລີ່ມເຂົ້າມາຈໍາໜ່າຍໃນປະເທດລາວຄັ້ງທໍາອິດເມື່ອປີໃດ? Land Rover ລາວ ດໍາເນີນທຸລະກິດດ້ານການຂາຍລົດ Land Rover ມາຕັ້ງແຕ່ປີ 2011 ແລະ ເລີ່ມຂາຍລົດ Jaguarໃນປີ 2015. ໃນປີ 2016, Land Rover ລາວ ໄດ້ເປີດຫ້ອງ ວາງສະແດງທີ່ທັນສະໄໝຂຶ້ນໃນນະຄອນຫຼວງວຽງຈັນເພື່ອວາງສະແດງລົດທັງສອງຍີ່ຫໍ້ພາຍໃນສະຖານທີ່ດຽວກັນ. ບັນດາລົດທີ່ທ່ານຂາຍໃນ ລາວ ມີຫຍັງແຕກຕ່າງກັບລົດປະເພດດຽວກັນທີ່ຂາຍໃນຕະຫຼາດອື່ນ ຫຼື ບໍ່? ແມ່ນແລ້ວ: ເຖິງແມ່ນວ່າພວກເຮົາຈະພະຍາຍາມແບ່ງປັນລັກສະນະ, ຕົວເລືອກ ແລະ ຈຸດພິເສດທັງໝົດໄປທົ່ວທຸກຕະຫຼາດເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນການຜະລິດແລ້ວກໍຕາມ, ແຕ່ພວກເຮົາກໍຍັງຈໍາເປັນຕ້ອງໄດ້ສ້າງຈຸດພິເສດທີ່ແຕກຕ່າງໃຫ້ແກ່ຕະຫຼາດລາວ ໂດຍອີງຕາມສິດ ແລະ ...

Read More »

5 ສະພາບແວດລ້ອມສໍາຄັນໃນການດໍາເນີນທຸລະກິດ

ຫຼາຍຄົນອາດຈະໄດ້ຍິນ ແລະ ໄດ້ອ່ານພົບກ່ຽວກັບຄໍາວ່າ ສະພາບແວດລ້ອມໃນການດໍາເນີນທຸລະກິດ ພໍສົມຄວນ, ໂດຍສະເພາະ ໃນປັດຈຸບັນ ພັກ ແລະ ລັດຖະບານ ໂດຍສະເພາະ ແມ່ນກະຊວງ ອຸດສາຫະກໍາ ແລະ ການຄ້າ ແມ່ນສຸມໃສ່ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ ຊຶ່ງເປັນໜຶ່ງໃນແຜນບູລິມະສິດຂອງກະຊວງ ເພື່ອສ້າງຄວາມໄດ້ປຽບໃນການແຂ່ງຂັນໃຫ້ກັບພາກທຸລະກິດ, ພ້ອມດຽວກັນນັ້ນ,​ ກໍເພື່ອເປັນການຈັດຕັ້ງປະຕິບັດຄໍາສັ່ງຂອງ ນາຍົກລັດຖະມົນຕີເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018, ກ່ຽວກັບການປັບປຸງຂອດຂັ້ນການແຈ້ງບໍລິການຂຶ້ນທະບຽນວິສາຫະກິດ ແລະ ຂັ້ນຕອນການຄ້າຂ້າມແດນ ໂດຍສະເພາະ ແມ່ນລະບຽບການທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ສະດວກ ແລະ ໃຊ້ເວລາໜ້ອຍລົງ. ວາລະສານທາເກັດ ຈະພາທ່ານຜູ້ອ່່ານເຂົ້າໃຈພາບລວມກ່ຽວກັບອົງປະກອບສໍາຄັນຂອງສະພາບແວດລ້ອມໃນການດໍາເນີນທຸລະກິດ ຊຶ່ງ ໝາຍເຖິງ ທຸກປັດໄຈ, ແຮງກະທົບ ແລະ ສະຖາບັນຕ່າງໆ ທີ່ມີຜົນໂດຍກົງ ຫຼື ທາງອ້ອມຕໍ່ກັບທຸລະກໍາຂອງທຸລະກິດ ໂດຍສະເພາະ ສະພາບແວດລ້ອມທາງເສດຖະກິດ, ສັງຄົມ, ການເມືອງ, ນິຕິກໍາ ແລະ ເຕັກໂນໂລຊີ.  ໂດຍລວມແລ້ວ ບໍລິສັດທີ່ດໍາເນີນທຸລະກິດໃນລະບົບເສດຖະກິດເປີດກວ້າງ ແມ່ນໄດ້ຊັບພະຍາກອນ ຫຼື ວັດຖຸດິບຈາກສະພາບແວດລ້ອມ ແລະ ສະໜອງການຜະລິດສິນຄ້າ ...

Read More »

 ເຈາະເລິກ! ພຶດຕິກໍາໃໝ່ ເອົາໃຈຜູ້ບໍລິໂພກ ຍຸກເສບຕິດ Social…

ການໃຊ້ Social Media ຕ່າງໆ ຂອງຄົນມີມາຫຼາຍກວ່າສິບປີ, ປະກອບກັບການເຕີບໃຫຍ່ຂອງຈໍານວນຜູ້ໃຊ້ໃນປະເທດທີ່ຍັງມີເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະ 4-5 ປີທີ່ຜ່ານມາ ທັງຈໍານວນ Users ໃນແຕ່ລະ Platform ທີ່ເຕີບໃຫຍ່ຂຶ້ນຢ່າງໄວວາ ແລະ ບົດບາດຂອງແຕ່ລະ Platform ທີ່ມີຄວາມສໍາຄັນໃນຖານະເຄື່ອງມືທາງການຕະຫຼາດ ລວມທັງຜົນກະທົບທີ່ສົ່ງຜົນໃຫ້ເກີດພຶດຕິກໍາໃໝ່ໆ ຂອງຜູ້ໃຊ້, ຈົນກາຍມາເປັນ New Normal ຂອງຜູ້ບໍລິໂພກ ທີ່ນັກການຕະຫຼາດ ແລະ Bland ທີ່ຄິດຈະຕີຕະຫຼາດໃນກຸ່ມຂອງຜູ້ໃຊ້ Social Media ຕ້ອງຮຽນຮູ້ ແລະ ທໍາຄວາມເຂົ້າໃຈ… 5 New Normal ທາງທັດສະນະຄະຕິທີ່ປ່ຽນແປງໄປ… 1. ນິຍາມຄວາມໝາຍຂອງຄວາມສໍາເລັດ ທີ່ເມື່ອກ່ອນເຊື່ອວ່າ ຄວາມສໍາເລັດຕ້ອງອາໄສເວລາ ແລະ ຄວາມພະຍາຍາມຄ່ອຍໆເຕີບໃຫຍ່ ແຕ່ປັດຈຸບັນພັດຄິດວ່າ ຄວາມໄວເປັນປັດໃຈເຮັດໃຫ້ປະສົບຄວາມສໍາເລັດໄດ້. 2. ຄວາມເຊື່ອວ່າ ຕ້ອງເຮັດວຽກຢ່າງໜັກ ແລະ ທຸ່ມເທ ຈຶ່ງປະສົບຄວາມສໍາເລັດໃນອາຊີບນັ້ນ ແຕ່ປັດຈຸບັນເຊື່ອວ່າ ອາຊີບບໍ່ແມ່ນປະເດັນສໍາຄັນ ເພາະສາມາເຮັດວຽກທຸກຢ່າງທີ່ສ້າງລາຍໄດ້ ໂດຍທີ່ແຕ່ລະຄົນສາມາດເຮັດໄດ້ຫຼາຍໆຢ່າງ 3. ຈາກທີ່ເຄີຍເບິ່ງວ່າຜູ້ທີ່ປະສົບຄວາມສໍາເລັດ ແລະ ສ້າງຄວາມໝັ້ນຄົງໃນເລື່ອງຖານະ-ການເງິນໄດ້ ຕ້ອງເປັນຜູ້ທີ່ມີຖານະມາກ່ອນ ...

Read More »

ຢາກສຶກສາຕໍ່ ທີ່ມະຫາໄລອັນດັບ 1 ຂອງປະເທດໄທ ອ່ານດ່ວນ….

ຂ່າວດີ…!!!! ສຳຫຼັບທ່ານທີ່ສົນໃຈຢາກສຶກສາຕໍ່ລະດັບ ປະລິນຍາໂທ ແລະ ປະລິນຍາເອກ ທີ່ ຈຸລາລົງກອນມະຫາວິທະຍາໄລ (ກຸງເທບ) ທີ່ເປັນມະຫາວິທະຍາໄລອັນດັບ 1 ຂອງປະເທດໄທ ພາຍໃຕ້ທຶນ “Scholarship Program for ASEAN Countries” ສາມາດອ່ານລາຍລະອຽດໄດ້ທີ່ເວັບໄຊ: http://www.academic.chula.ac.th/ ປິດຮັບສະໝກວັນທີ 15 ພະຈິກ 2018 ນີ້…. Posted by Lao Youth Radio FM 90.0 Mhz on Sunday, October 7, 2018

Read More »

ຍຸດທະສາດ 5 A ທີ່ຈະມັດໃຈລູກຄ້າໃນຍຸກ Marketing 4.0

ໃນບົດຄວາມຄັ້ງກ່ອນ ແມ່ນເຮົາໄດ້ສະເໜີ ໄປແລ້ວວ່າ Marketing 4.0 ຄື: “ການຕະຫຼາດທີ່ເອົາເຕັກໂນໂລຊີຕ່າງໆເຂົ້າມາຊ່ວຍ ເພື່ອໃຫ້ເຂົ້າເຖິງຜູ້ບໍລິໂພກ ຫຼື ລູກຄ້າ ໄດ້ຫຼາຍຂຶ້ນ” ການຂາຍສິນຄ້າ ຫຼື ການເຮັດການຕະຫຼາດຈະບໍ່ແມ່ນມີແຕ່ຢູ່ໜ້າຮ້ານອີກຕໍ່ໄປ ແຕ່ມັນຈະກ້າວມາສູ່ໂລກອອນໄລ໌ພ້ອມ. ຫຼັງຈາກທີ່ເຮົາຮູ້ວ່າ Marketing 4.0 ແມ່ນຫຍັງແລ້ວ ຕໍ່ມາເຮົາຈະມາໃຫ້ຮູ້ຈັກ ຍຸດທະສາດໃໝ່ທີ່ມາກັບ Marketing 4.0 ໃນເມື່ອກ່ອນຖ້າເວົ້າເຖິງເລື່ອງຍຸດທະສາດທາງການຕະຫຼາດ ທີ່ເຄີຍໄດ້ຍິນຕະຫຼອດກໍອາດແມ່ນຄຳວ່າ: “AIDA” ແມ່ນບໍ່ ທີ່ຫຍໍ້ມາຈາກ A: Attention   ການເອີ້ນຄວາມສົນໃຈໃຫ້ລູກຄ້າເຫັນສິນຄ້າຂອງເຮົາ, I: Interest ຄວາມຮູ້ສຶກທີ່ລູກຄ້າເລີ່ມສົນໃຈໃນສິນຄ້າເຮົາ, D: Desire ຄື ຄວາມຕ້ອງການຢາກໄດ້ສິນຄ້າ ແລະ A: Action ການຊື້ສິນຄ້າ. ແຕ່ປັດຈຸບັນນີ້, ອາດຈະໝົດຍຸກຂອງ AIDA ແລ້ວ  ແລະ ຖ້າຈະກ້າວໄປສູ່ຍຸກ Marketing 4.0 ກໍຕ້ອງໃຊ້ຍຸດທະສາດໃໝ່ ທີ່ຈະສາມາດມັດໃຈລູກຄ້າໄດ້ດີກວ່າເກົ່າ ກໍຄືຍຸດທະສາດ “5 A” ເຊິ່ງເປັນຍຸດທະສາດ ທີ່ ທ່ານ Phillip Kotler ສາດສາດາຈານ ດ້ານ Marketing ທີ່ໄດ້ຂຽນໄວ້ໃນປຶ້ມ Marketing 4.0 ເຫຼັ້ມຫຼ້າສຸດ, ສະນັ້ນ,  ນັກການຕະຫຼາດລາວເຮົາຍຸກໃໝ່ທັງຫຼາຍ ມາຮູ້ຈັກ ຍຸດທະສາດ 5 A ກັນເລີຍ…. ຮູ້ຈັກສິນຄ້າ ...

Read More »

ນະຄອນຫຼວງວຽງຈັນ ຕິດໜີ້ຄ່າໄຟຟ້າເຍືອງທາງ 40 ຕື້ກີບ

ປັດຈຸບັນ, ນະຄອນຫຼວງວຽງຈັນ ມີໜີ້ຄ່າໄຟຟ້າເຍືອງທາງທີ່ຕິດຄ້າງຈ່າຍໃຫ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ແຕ່ຍັງບໍ່ທັນຮູ້ເທື່ອວ່າ ພາກສ່ວນໃດ ຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະໜີ້ດັ່ງກ່າວ, ໃນຂະນະທີ່ ຟຟລ ສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮ່ວມກັນປຶກສາຫາລືເພື່ອຫາວິທີແກ້ໄຂໃຫ້ໄດ້ໂດຍໄວ. ທ່ານ ຈັນສົມ ພິລາລົມ, ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນ ເລີ່ມນໍາໃຊ້ນັບແຕ່ປີ 2002 ເປັນຕົ້ນມາ. ໃນເບື້ອງຕົ້ນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ. ມາຮອດປີ 2012, ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບໃຫ້ ຟຟລ ຄຸ້ມຄອງບໍາລຸງຮັກສາ ເນື່ອງຈາກມີເຄື່ອງມືອຸປະກອນຄົບຊຸດ ແລະ ຮູ້ຈັກລະບົບເຕັກນິກລະບົບ ໄຟຟ້າດີກ່ວາພາກສ່ວນອື່ນ. ຕະຫຼອດໄລຍະ 7 ປີຫຼັງມານີ້, ລະບົບໄຟຟ້າເຍືອງທາງຢູ່ເສັ້ນທາງໃຫຍ່ທີ່ ຟຟລ ຄຸ້ມ ຄອງມີ 45 ເສັ້ນທາງ ແລະ ທາງຊອຍ 41 ເສັ້ນທາງ ແຕ່ຍັງມີອີກ 13 ເສັ້ນທາງທີ່ຂະຫຍາຍໃໝ່ທີ່ ຟຟລ ບໍ່ໄດ້ຮັບເຂົ້າໃນການຄຸ້ມຄອງ ຍ້ອນວ່າມັນພົວພັນເຖີງບັນຫາງົບປະມານໃຊ້ຈ່າຍໃນການບຳລຸງຮັກສາ. ແຕ່ເນື່ອງຈາກໄຟຟ້າເຍືອງທາງບໍ່ໄດ້ຂຶ້ນກັບ ຟຟລ ໂດຍກົງ ...

Read More »

ນາຍົກເດີນທາງເຂົ້າຮ່ວມ ກອງປະຊຸມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງ 10

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ ປຸ່ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປ ປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພ້ອມທັງຈະມີການພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ ປຸ່ນ ແລະ ກິດຈະກໍາປິ່ນອ້ອມຕ່າງໆ. ຊຶ່ງໄດ້ຈັດຂຶ້ນລະ ຫວ່າງວັນທີ 8-9 ຕຸລາ 2018 ນີ້ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ. ສໍາລັບໂຄງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ ສປປ ລາວ ລວມມີໂຄງການສົ່ງເສີມການເຊື່ອມຈອດພາກພື້ນ ແລະ ການພັດທະນາພື້ນຖານໂຄງລ່າງ ທີ່ມີຄຸນນະພາບເຊັ່ນ: ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໂຄງການປັບປຸງເສັ້ນທາງໝາຍເລກ 9, ໂຄງການສ້າງຂົວເຊກອງ ຢູ່ ເສັ້ນທາງຫຼວງແຫ່ງຊາດໝາຍເລກ 16B, ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ແລະ ອື່ນໆ. ທີ່ມາ: ຂ່າວສານປະເທດລາວ

Read More »

ນາຍົກເນັ້ນໃຫ້ທະນາຄານໃນລາວ ຫັນເປັນອຸດສາຫະກຳ 4.0

ໃນວັນທີ 6 ຕຸລາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານຫຼັກແຫຼ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ເຊິ່ງທ່ານ ໄດ້ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ໃນຍຸກເຊື່ອມໂຍງ ຫັນເປັນສະໄໝ ນັ້ນກໍຄືຍຸກການປະຕິວັດຫັນເປັນອຸດສະຫະກຳ 4.0 ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ. ທ່ານນາຍົກໄດ້ກ່າວວ່າ: ໃນປັດຈຸບັນເຕັກໂນໂລຊີໄດ້ມີການປ່ຽນແປງໃນທຸກມື້ໃນທົ່ວໂລກສະນັ້ນພວກເຮົາຕ້ອງຮັບມືກັບສິ່ງທ້າທາຍ ເປັນຕົ້ນແມ່ນ ຕ້ອງສ້າງສະຕິຕື່ນຕົວທາງດ້ານການເມືອງ ໃຫ້ແກ່ພະນັກງານທະນາຄານ ໃຫ້ມີຄວາມຮັບຜິດຊອບດ້ານການເງິນຕໍ່ພັກ-ລັດ, ຕ້ອງເຮັດວຽກລວມສູນປະຊາທິປະໄຕ ແລະ ຕ້ານພະຍາດອາຍາສິດ; ພະນັກງານທະນາຄານຕ້ອງເຮັດວຽກແບບມືອາຊີບ ເພື່ອໃຫ້ທັນກັບການປ່ຽນແປງໃນໄລຍະໃໝ່; ທະນາຄານຕ້ອງເຂັ້ມງວດໃນການປະຕິບັດໜ້າທີ່ທາງດ້ານເງິນຕາ ເພື່ອຊຸກຍູ້ໃນການພັດທະນາເສດຖະກິດຂອງປະເທດ, ຕ້ານໄພເງິນເຟີ້ ແລະ ຮັກສາສະຖຽນລະພາບດ້ານເງິນຕາ; ຜັນຂະຫຍາຍຄຳສັ່ງ 02/ນຍ ວ່າດ້ວຍໃນການປັບປຸງກົນໄກ ການດຳເນີນທຸລະກິດຢູ່ໃນ ສປປ ລາວ ເພື່ອປັບປຸງຕົວຊີ້ວັດ ໃນການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດການຄຸ້ມຄອງການລົງທຶນໃຫ້ຢູ່ໃນລະດັບທີ່ດີຂຶ້ນກວ່າເກົ່າ ເຮັດໃຫ້ນັກທຸລະກິດທີ່ມາລົງທຶນຢູ່ລາວມີຄວາມເຊື່ອໝັ້ນ. ...

Read More »

ຊົມເຊີຍ!!! 7 ຕຸລາ ວັນຄູແຫ່ງຊາດ ຄົບຮອບ 24 ປີ

ວັນທີ 7 ຕຸລາ ວັນຄູແຫ່ງຊາດລາວ ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້,ສະນັ້ນຈຶ່ງຂໍຍົກບັນຫາມາຕັ້ງຂື້ນວ່າ: ຄົນແນວໃດຈື່ງເອີ້ນວ່າຄູ? ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູໝາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະການຮຽນ. ສຳລັບປະເທດລາວເຮົາ ເມື່ອເວົ້າເຖີງ ການສອນ-ການຮຽນຫຼືເວົ້າລວມແມ່ນການສຶກສາຖ້າຈະປຽບທຽບບາດກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ. ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ອັງກິດ ແລະຝັຣງໃນສະຕະວັດທີ່XII (12) ປະຊາຊົນໄດ້ຫັນຈາກການກະສິກຳ ກາຍມາຍຶດຖືອາຊີບການຄ້າ, ເກິດມີຕົວເມືອງການຄ້າ ແລະຕົວເມືອງອຸດສາຫະກຳແລ້ວ. ກົງກັນຂ້າມຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ່XIV(14) ເຈົ້າຟ້າງຸ່ມກະສັດອົງທຳອິດຂອງລາວພຽງແຕ່ໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດເຮົາມີວັດວາອາຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະໜາໄດ້ສົ່ງຜົນສະທ້ອນເຖີງພໍ່ແມ່ ແລະເດັກນ້ອຍລາວສູງທີ່ສຸດແລະແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນແມ່ນພໍ່ແມ່ເປັນຄູເພື່ອສິດສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈຳວັນ, ຂະນົບທຳນຽມຮິດຄອງປະເພນີຕາມຄວາມເຊືອຖືມາເປັນການສຶກສາລູກ ເພື່ອໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊືອຖື. ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼືເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ,ຮຽນຮູ້ຫຼັກວິຊາ ແລະລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄັວດລະບາຍສີ, ຢາພື້ນເມືອງ, ...

Read More »