Author Archives: Paeng KC

Big Data ສຳຄັນກັບທຸລະກິດ ໃນຍຸກນີ້ແບບໃດ?

ບໍ່ວ່າຈະເປັນທຸລະກິດໃດໆ ຕ່າງກໍຕ້ອງການຂໍ້ມູນກ່ຽວກັບລູກຄ້າຂອງຕົນເອງ ຫຼື ຂໍ້ມູນອື່ນໆ ທີມີຜົນຕໍ່ອົງກອນແມ່ນບໍ່? ເຊິ່ງມັນກໍມີຢູ່ໃນສິ່ງທີ່ເອີ້ນວ່າ Big Data ນີ້ແຫຼະ. ແຕ່ມັນກອງກັນຢູ່ຄືກັບເອກະສານທີ່ຫຼາຍໆ ຢູ່ໃນເຕັມຫ້ອງສາງ ຈະຊອກເອົາມາໃຊ້ເລີຍກໍເປັນໄປບໍ່ໄດ້ ໜ້າທີ່ຂອງອົງກອນຄືການນຳຂໍ້ມູນເຫຼົ່ານັ້ນໄປເຮັດການປະມວນຜົນ ວິເຄາະ ແລະ ສະຫຼຸບຜົນອອກມາເພື່ອໃຫ້ໄດ້ສິ່ງທີ່ອົງກອນຕ້ອງການ ຕົວຢ່າງ: ຊ່ວຍໃຫ້ອົງກອນເຂົ້າໃຈພຶດຕິກຳຂອງລູກຄ້າ ອົງກອນຈະສາມາດຮູ້ໄດ້ວ່າ ລູກຄ້າມີພຶດຕິກຳໃນການເລືອກຊື້ສິນຄ້າແບບໃດ? ປັດໃຈຫຍັງແດ້ທີ່ເຮັດໃຫ້ລູກຄ້າຕັດສິນໃຈຊື້ສິນຄ້າດັ່ງກ່າວ ຄວາມຕ້ອງການຂອງລູກຄ້າລວມໄປເຖິງແນວໂນ້ມໃນການຈະຊື້ສິນຄ້າທີ່ໃກ້ຄຽງ ຊ່ວຍໃຫ້ອົງກອນສາມາດຄາດການແນວໂນ້ມທີ່ຈະເກີດຂຶ້ນໃນອະນາຄົດ ດັ່ງທີ່ເຄີຍເວົ້າວ່າ Big Data ມີຂໍ້ມູນທີ່ເພີ່ມຂຶ້ນຢ່າງໄວວາ ພວກກະແສຕ່າງໆທີ່ນິຍົມໃນເວລານັ້ນ ລວມໄປເຖິງກະແສບາງຢ່າງທີ່ກຳລັງຈະເກີດຂຶ້ນແບບງຽບໆ ກໍຢູ່ໃນນັ້ນ ດັງນັ້ນການວິເຄາະ Big Data  ກໍຈະຊ່ວຍໃຫ້ອົງກອນສາມາດຈັບກະແສ ແລະ ກາຍເປັນຜູ້ນຳເທຣນໃນອະນາຄົດໄດ້. ຊ່ວຍໃຫ້ອົງກອນຮັບມືກັບບັນຫາໃນອະນາຄົດໄດ້. ນອກຈາກເລື່ອງເທຣນ ຫຼື ແນວໂນ້ມແລ້ວ ການວິເຄາະ Big Data ຍັງເຮັດໃຫ້ອົງກອນສາມາດຄາດການ ຫຼື ເບິ່ງແນວໂນ້ມຂອງບັນຫາທີ່ຈະເກີດຂຶ້ນກັບອົງກອນຂອງຕົນເອງໄດ້ ເຊິ່ງຈະນຳໄປສູ່ເລື່ອງການປັບຕົວຂອງທຸລະກິດ, ການປັບນະໂຍບາຍຮູບແບບການບໍລິຫານຈັດການ ລວມໄປເຖິງຍຸດທະສາດຂອງອົງກອນໄດ້ອີກດ້ວຍ. ມີທຸລະກິດໃດແດ່ ທີ່ນຳໃຊ້ Big Data ແດ່ແລ້ວ? ບໍລິສັດລະດັບໂລກ ລາຍໃຫຍ່ຫຼາຍບໍລິສັດ ໄດ້ນຳເອົາ Big Data   ໄປໃຊ້ງານແລ້ວ ...

Read More »

ເປີດຮັບສະໜັກ!!! ທຶນແລກປ່ຽນ ຮຽນຢູ່ມະຫາວິທະຍາໄລ ອັນດັບ 1 ຂອງຫວຽດນາມ

ມະຫາວິທະຍາໄລ ອັນດັບ 1 ຂອງປະເທດຫວຽດນາມ, ມະຫາວິທະຍາໄລ ບັກກວາ ຫຼື Hanoi University of Science and Technology ຂໍເຊີນຊວນບັນດາທ່ານ ທີ່ມາຈາກເຄືອຂ່າຍ ມະຫາວິທະຍາໄລ ໃນອາຊຽນ ສະໝັກເຂົ້າ ມາຮຽນແລກປ່ຽນ ຢູ່ມະຫາໄລ ບັກກວາ ເປັນເວລາ 1 ພາກຮຽນ !!! ?? ?? ?? ປິດຮັບສະໝັກ: 20/10/2018 ລາຍລະອຽດແລະວິທີການສະຫມັກອອນລາຍ ຂ້າງລຸ່ມນີ້ !!! Ha Noi University of Science and Technology (HUST), Viet Nam, welcomes international students from all of ASEAN University Partners within the framework of SHARE Scholarship Programme to ...

Read More »

ຮຽນພາສາອັງກິດດ້ວຍຕົນເອງໄດ້ງ່າຍໆ ດ້ວຍແອັບນີ້….ກົດເຂົ້າເບິ່ງເລີຍ!!!!

ຂ່າວດີ ! ຂ່າວໃໝ່ ໃຫ້ຄົນລາວໄດ້ໃຊ້ ແລະ ຮຽນພາສາອັງກິດ ໄປນຳກັນ ໂດຍການດາວໂຫລດແອັບ ໂດຍບໍ່ໄດ້ເສຍເງິນ ປັດຈຸບັນ ທ່ານສາມາດ ດາວໂຫລດ ແອັບພິເຄຊັນ ຮຽນພາສາອັງກິດ ສໍາຫຼັບ ຂະແໜ່ງການທ່ອງທ່ຽວ ແລະ ການໂຮງແຮມ ເພື່ອເສີມສ້າງການໃຊ້ພາສາອັງກິດ ຂອງຄົນລາວ ໃຫ້ດີຂຶ້ນ ! ເປັນແອັບຂອງຄົນລາວສ້າງຂຶ້ນມາເພື່ອຄົນລາວໂດຍສະເພາະ ຄົນລາວເຮົາກໍບໍ່ທຳມະດາ ສາມາດສ້າງແອັບມາເພື່ອສັງຄົມລາວເຮົາແທ້ໆ ທົດລອງດາວໂຫລດ ແລ້ວໃຊ້ກັນລອງເບິ່ງເດີ້ !!!

Read More »

Big Data ແມ່ນຫຍັງ? ເຄີຍໄດ້ຍິນ ແລະ ສົງໃສໃນຄຳນີ້ບໍ່?

ຫຼາຍໆຄົນອາດຈະເຄີຍໄດ້ຍິນ ແລະ ຄຸ້ນໆຫູກັນດີ ກັບຄຳວ່າ Big Data  ແມ່ນບໍ່? ໄປທາງໃດໃຜກໍມັກເວົ້າ ວ່າ Big Data ແລ້ວອັນວ່າ Big Data ນີ້ມັນແມ່ນຫຍັງກັນແທ້ ຫຼາຍຄົນກໍອາດຫຍັງບໍ່ເຂົ້າໃຈເລິກ ເຂົ້າໃຈແທ້ ແລ້ວເພິ່ນວ່າ Big Data ນີ້ຈະມາຊ່ວຍໃນເລື່ອງ ທຸລະກິດເຮົາໄດ້ອີກໃນຍຸກນີ້ ແລະ ຄິດວ່າ ອີກບໍ່ດົນໃນອະນາຄົດບ້ານເຮົາກໍຈະນຳໃຊ້ລະບົບຂອງ Big Data ນີ້ມາຊ່ວຍໃນທາງທຸລະກິດແນ່ນອນ.  ເພື່ອໃຫ້ທຸກຄົນຫາຍສົງໃສ ແລະ ຂ້ອງໃຈ ເຮົາມາຮູ້ຈັກ ຄຳວ່າ Big Data ກັນເລີຍ….. Big Data ຄື ຂໍ້ມູນທີ່ມີຂະໜາດໃຫຍ່ ຈົນ ຊ໋ອບເວ ຫຼື ຮາດເວ ທຳມະດາ ບໍ່ສາມາດຈັດເກັບ ຫຼື ວິເຄາະໄດ້ຢ່າງມີປະສິດທິພາບ Big Data ຄື ການຮວບຮວມ ຂໍ້ມູນທີ່ເປັນ Structurd ຂໍ້ມູນທີ່ເກັບໄວ້ໃນໂຄງສ້າງຕາຕະລາງ ແລະ Unstructured ຂໍ້ມູນທີ່ເປັນ Text ຍາວໆ ...

Read More »

ພາກລັດ ແລະ ນັກທຸລະກິດ ຫາລືການແກ້ໄຂຕໍ່ບັນຫາທີ່ເກີດຂຶ້ນໃນພາກທຸລະກິດ

ໃນວັນທີ 4 ຕຸລາ 2018, ທີ່ນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ນັກຊ່ຽວຊານ, ນັກຄົ້ນຄວ້າທາງດ້ານເສດຖະກິດ, ນັກທຸລະ ກິດ ແລະ ຜູ້ປະກອບການ ຈາກທຸກຂະແໜງເສດຖະກິດ 150 ກວ່າທ່ານ ໄດ້ພົບປະກັນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ລະດົມຄວາຄິດເຫັນ ກ່ຽວກັບບັນຫາ ກໍຄື ທາງອອກການແກ້ໄຂຕໍ່ບັນຫາທີ່ເກີດຂຶ້ນໃນພາກທຸລະກິດຂອງປະເທດ. ການພົບປະຄັ້ງນີ້, ໄດ້ຈັດຂຶ້ນຢູ່ກອງປະຊຸມ “ພາກທຸລະກິດ, ບັນຫາໃນປັດຈຸບັນ ແລະ ທາງອອກໃນຕໍ່ໜ້າ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູງການພັກ, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອລະດົມຄວາມຄິດເຫັນຂອງບັນດານັກທຸລະກິດ ແລະ ຜູ້ປະກອບການອັນດັບຕົ້ນໆຂອງປະເທດຕໍ່ສະພາບການ ກໍຄື ທາງອອກໃນການແກ້ບັນຫາຕ່າງໆ ໃນການດຳເນີນທຸລະກິດຢູ່ພາຍໃນປະເທດ ໃຫ້ສາມາດດຳເນີນທຸລະກິດໄດ້ຢ່າງຄ່ອງຕົວ ແລະ ມີຄວາມຍືນຍົງ, ລວມທັງສາມາດແຂ່ງຂັນກັບສາກົນໄດ້. ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ກ່າວວ່າ: ໃນຫຼາຍປີຜ່ານມາເຖິງປັດຈຸບັນ, ...

Read More »

13 ສິ່ງ ເພື່ອຄວາມຢູ່ລອດຂອງ Startup…

ເພື່ອສ້າງກໍາລັງໃຈໃຫ້ກັບຄົນທີ່ກໍາລັງຈະເລືອກເສັ້ນທາງໃນການເຮັດທຸລະກິດ Startup ໃຫ້ສາມາດຈິນຕະນາການໄດ້ວ່າຈະຕ້ອງພົບກັບເລື່ອງຫຍັງແດ່? ແລ້ວຈະເຮັດແນວໃດເພື່ອຈະນໍາຕົວເອງໄປໃຫ້ເຖິງຈຸດໝາຍປາຍທາງນັ້ນໄດ້ ລອງມາອ່ານເບິ່ງ… 1.ຜູ້ຮ່ວມກໍ່ຕັ້ງຄື “ຫົວໃຈ” ເລືອກຄົນທີ່ມີແນວຄິດຈິດໃຈດຽວກັບເຮົາ ຂໍ້ນີ້ສໍາຄັນຫຼາຍ ຖືວ່າເປັນຂໍ້ທໍາອິດທີ່ຕ້ອງເຮັດໃຫ້ໄດ້ກ່ອນເລື່ອງອື່ນໆເລີຍ ເພາະຖ້າທ່ານເລືອກຄົນທີ່ເບິ່ງຄົນລະທາງກັບທ່ານແລ້ວ ເຊື່ອໄດ້ເລີຍວ່າພຽງແຕ່ເລີ່ມຕົ້ນກໍມີບັນຫາ ຫາກແຕກຕ່າງກັນແຕ່ຄວາມຄິດທໍາອິດແລ້ວ ຈະໄປຕໍ່ກໍຄົງເປັນເລື່ອງຍາກ ຄົ້ນຫາຄົນສາຍດຽວກັນໃຫ້ພົບ ຈະໄດ້ບໍ່ຕ້ອງມານັ່ງຜິດກັນຕາມຫຼັງ. 2.ອອກຜົນງານໃຫ້ໄວ ຄວາມຄິດດີ ແຕ່ຜົນງານຊ້າກໍອາດເສຍປຽບ ຫຼື ບໍ່ກໍຖືກຄົນອື່ນເອົາໄປກິນ ເພາະຢ່າລືມວ່າ ຄົນຄິດຄືທ່ານກໍມີຢູ່ຫຼວງຫຼາຍ ແລະ ເກີດຂຶ້ນໄດ້ທຸກວິນາທີ ດັ່ງນັ້ນ ການຕັດສິນໃຈທີ່ໄວ ອອກຜົນງານໃຫ້ໄວເປັນເລື່ອງສໍາຄັນ ແຕ່ກໍຕ້ອງຮູ້ຈັກໄລຍະເວລາທີ່ເໝາະສົມໃນການອອກຜົນງານ ບໍ່ແມ່ນຟ້າວຈົນບໍ່ໄດ້ເລື່ອງ ໄວແບບນັ້ນກໍບໍ່ດີ. 3.#ຊອກລູກຄ້າທີ່ແທ້ຈິງໃຫ້ພົບ ການຊອກລູກຄ້າທີ່ແທ້ຈິງເປັນເລື່ອງທີ່ສໍາຄັນຫຼາຍ ເພາະວ່າລູກຄ້າທີ່ແທ້ຈິງເຖິງວ່າຈະເປັນຄົນຈໍານວນໜ້ອຍ ແຕ່ກໍຄືກຸ່ມເປົ້າໝາຍທີ່ແທ້ຈິງ ຄົນກຸ່ມນີ້ ຄືອານາຄົດຂອງສິນຄ້າຂອງເຮົາເລີຍກໍວ່າໄດ້ ເຖິງຈະມີຄົນຮູ້ຈັກໜ້ອຍແຕ່ດີກວ່າສິນຄ້າດັງ, ມີຄົນຮູ້ຈັກຫຼາຍແຕ່ບໍ່ມີໃຜຕ້ອງການຢ່າງແທ້ຈິງ. 4.#ຄວາມເຂົ້າໃຈລູກຄ້າຄືເລື່ອງສໍາຄັນທີ່ສຸດ ເລື່ອງນີ້ເປັນແກນຫຼັກຂອງ Startup ທີ່ມີຢູ່ແລ້ວ ຄືຕອ້ງການແກ້ Pain point ຫຍັງຈັກຢ່າງ ດັ່ງນັ້ນ ຍິ່ງທ່ານເຂົ້າໃຈລູກຄ້າຫຼາຍເທົ່າໃດ ກໍເທົ່າກັບທ່ານສາມາດແກ້ໄຂບັນຫາເລື່ອງນັ້ນໆໄດ້ຢ່າງເລິກເຊິ່ງຫຼາຍຂຶ້ນ ຫຼື ຈະເວົ້າໄດ້ງ່າຍໆວ່າ ຍິ່ງທ່ານເຂົ້າໃຈຄວາມຕ້ອງການຂອງລູກຄ້າຫຼາຍເທົ່າໃດ ກໍເທົ່າກັບທ່ານສາມາດແກ້ໄຂ Pain point ໄດ້ກົງຈຸດຫຼາຍຂຶ້ນເທົ່ານັ້ນ. 5.#ຕໍ່ຍອດ Idea ຢ່າງຕໍ່ເນື່ອງ ...

Read More »

ຢາກເປັນຜູ້ບໍລິຫານໂຄງການ ແລະ ເປັນຜູ້ນຳທີ່ດີ ເຊີນທາງນີ້…..

ທ່ານເປັນຜູ້ໜຶ່ງທີ່ຢາກເຮັດທຸລະກິດ ເພື່ອຊ່ວຍເຫຼືອສັງຄົມແມ່ນບໍ່? ແຕ່ທ່ານຍັງບໍ່ມີທຶນ ຫຼື ງົບປະມານ ດ້ານນີ້ ແລະ ອີກຢ່າງໜຶ່ງກໍຍັງບໍ່ກ້າທີ່ຈະລົງທຶນ ຫຼື ບໍ່ມີທັກສະທີ່ເຄີຍເປັນຜູ້ບໍລິຫານໂຄງການມາກ່ອນ ແຕ່ທ່ານຈະມີທັງທຶນ ແລະ ທັກສະດ້ານນີ້ເລີຍ ພຽງແຕ່ທ່ານ ສະໝັກເຂົ້າຮ່ວມເຝິກອົບຮົມທັກສະ ໃນການບໍລິຫານໂຄງການ ແລະ ຄວາມເປັນຜູ້ນໍາ ໃນໂຄງການ eMpowering Youth Across ASEAN ມີເງິນອຸດໜູນໃຫ້ 20.000 ໂດລ້າ ເພື່ອໃຫ້ທ່ານເຮັດທຸລະກິດເພື່ອສັງຄົມ ! ລາຍລະອຽດ ເພີ່ມຕື່ມທີ່: http://www.aseanfoundation.org/…/empowering-youths-across-a… ສະໝັອອນລາຍໄດ້ທີ່: ປິດຮັບສະໝັກ: 18/11/2018 ອ່ານລາຍລະອຽດ ຂ້າງລຸ່ມນີ້ ແລະ ສະໝັກເລີຍ !!! Ever dreamed of becoming a positive change maker in the society? The #eMpoweringYouths Across ASEAN, a partnership program between Maybank Foundation ...

Read More »

ສປປ ລາວ ກູ້ຢືມເງິນຈາກ NEDA ສ້າງເສັ້ນທາງຫຼວງແຫ່ງຊາດ…..

ໃນວັນທີ 26 ກັນຍາ 2018, ທີ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາເງິນກູ້ຢືມລະຫວ່າງ ລັດຖະບານ ແຫ່ງສປປ ລາວ ແລະ ອົງການຮ່ວມມືພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ ສຳລັບໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ເລກທີ 11 (R11) ແຕ່ຄົກເຂົ້າດໍ – ບ້ານໂນນສະຫວັນ – ເມືອງຊະນະຄາມ – ບ້ານວັງ – ບ້ານນໍ້າສັງ ມູນຄ່າ 1.82 ຕື້ກວ່າບາດ. ທັງນີ້, ກໍເພື່ອເປັນການຍົກລະດັບການເຊື່ອມຕໍ່ ກັບບັນດາປະເທດໃກ້ຄຽງ ແລະ ບັນດາເສັ້ນທາງຕາມແຜນຍຸດທະສາດດ້ານການຄົມມະນາຄົມຂົນສົ່ງ ທີ່ຕິດພັນກັບຍຸດທະສາດການເຊື່ອມຈອດ ລະຫວ່າງລາວ-ໄທ ແລະ ແຜນສືບຕໍ່ຮ່ວມມືໃນຕໍ່ໜ້າຮອດປີ 2022. ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ກັບທ່ານ ພີຣະເມດ ວຸດທິທອນເນຕິຣັກ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ, ໂດຍການເຂົ້າຮ່ວມຂອງ ທ່ານ ...

Read More »

ພູມໃຈທົ່ວປະເທດ! ກະຕໍ້ລາວ ສ້າງປະຫວັດສາດຄວ້າແຊ້ມໂລກ!!!!!

ໃນຕອນແລງຂອງວັນທີ 27 ກັນຍາ 2018 ທີມຄູ່ຊາຍ ລາວ ຜ່ານ ອິນໂດເນເຊຍ ໃນຮອງຮອງຊະນະເລີດ ຜ່ານເຂົ້າຮອບຊີງຫຼຽນຄໍາກັບ ອິນເດຍ ປະກົດວ່າ: ເຊັດທໍາອິດ ທີມຊາດລາວ ເຮັດໄດ້ດີ, ແຕ່ສະດຸດຖືກ ອິນເດຍ ປິດເຊັດໄປກ່ອນ ກ່ອນທີ່ເຊັດທີ 2 ລາວ ຈະກັບມາສູ້ຟອມເກັ່ງເອົາຊະນະ ອິນເດຍ ໄປ 21-16 ຈິ່ງຕ້ອງມາຕັດສິນກັນທີ່ເຊັດສຸດທ້າຍປະກົດວ່າ ສຸດສີຄຽງຄູ່ກັນໄປຈົນເຖິງ 17-17 ກ່ອນທີ່ ທີມຊາດລາວ ຈະເອົາຊະນະໄປ 21-19 ຄວ້າແຊ້ມໂລກໄປຄອງ. ໃນການແຂ່ງຂັນກະຕໍ້ ລາຍການ ຊີງແຊ໋ມໂລກ ຄິງຄັບ ແຊ໋ມປ້ຽນຊິບ 2018 ( King’s Cup Sepaktakraw World Championship ) ທີ່ນະຄອນຣາຊະສີມາ (ໂຄລາດ) ປະເທດໄທ ເປັນເຈົ້າພາບ ຜົນງານຄັ້ງນີ້ ເປັນແຊ້ມເປັນຄັ້ງປະຫວັດສາດ ໃນການແຂ່ງຂັນກະຕໍ້ຊີງແຊັມໂລກ ເພາະທີ່ຜ່ານມາເຄີຍຍາດໄດ້ພຽງອັນດັບ 3 ເມື່ອປີ 2011. ກ່ອນໜ້ານີ້ ກະຕໍ້ທິມດ່ຽວຍິງລາວເຮົາ ຄວ້າຫລຽນທອງທໍາອິດ ...

Read More »

ກະຊວງການເງິນ ໄລ່ພະນັກງານສໍ້ລາດບັງຫຼວງອອກ 8 ຄົນມີຊື່ດັ່ງນີ້….

ກະຊວງການເງິນປະຕິບັດວິໄນ ພະນັກງານລັດ ທີ່ສໍ້ລາດບັງຫຼວງອອກ 8 ຄົນ ພ້ອມໃຫ້ອອກຈາກການເປັນພະນັກງານຖາວອນ!! ຕາມມາດຕາ 68 ດ້ວຍຮູບການລົງວິໄນຂັ້ນ 4 ກະຊວງການເງິນ ອອກຂໍ້ຕົກລົງ ໃນວັນທີ 6 ກັນຍາ 2018 ວ່າດ້ວຍການປະຕິບັດວິໄນພະນັກງານ-ລັດຖະກອນ ທີ່ສັງກັດກະຊວງການເງິນ ປະຕິບັດວິໄນ ພະນັກງານທີ່ສໍ້ລາດບັງຫຼວງອອກ 8 ຄົນ ເງິນເດືອນ, ເງິນນໍ້າມັນ, ເງິນໂທລະສັບ ແລະ ນະໂຍບາຍອຸດໜູນຕ່າງໆແມ່ນໃຫ້ໂຈະຕັ້ງແຕ່ວັນທີ 1 ຕຸລາ 2018 ເປັນຕົ້ນໄປ ສ່ວນລົດປະຈຳຕຳແໜ່ງແມ່ນເອົາຄືນມາເປັນລົດບໍລິຫານລວມຂອງກະຊວງ ລາຍລະອຽດຕາມຂໍ້ຕົກລົງ ແລະ ລາຍຊຶ່ທັງ 8 ຄົນດັ່ງລຸ່ມນີ້: ທີ່ມາ:Support Prime Minister Thongloun Sisoulith  

Read More »