ບັນຫາຫຼັກທີ່ ຜູ້ປະກອບການ ແລະ ນັກການຕະຫຼາດອອນລາຍ ສ່ວນຫຼາຍຕ້ອງພົບ…

ປັດຈຸບັນສັງເກດເຫັນວ່າ ຫຼາຍໆທຸລະກິດເລີ່ມເຂົ້າມາເຮັດການຕະຫຼາດອອນລາຍຫຼາຍຂຶ້ນ. ນັ້ນກໍເນື່ອງຈາກວ່າ ໃນຍຸກນີ້ເປັນຍຸກທີ່ທຸກຄົນຫັນມາສົນໃຈ ແລະ ຢູ່ແຕ່ກັບໂລກ Social ຖ້າຈະເຮັດການຕະຫຼາດຄືເມື່ອກ່ອນແມ່ນບໍ່ສາມາດຈະເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້… ແຕ່ໃນການເຮັດການຕະຫຼາດອອນລາຍ ກໍບໍ່ແມ່ນວ່າໃຜ ຫຼືທຸລະກິດໃດ ກໍສາມາດເຮັດໄດ້ ແລະ ເມື່ອເຮັດແລ້ວກໍບໍ່ແມ່ນວ່າຈະສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງເຕັມ 100% ຫຼືບາງທຸລະກິດ ອາດຈະບໍ່ສາມາດເຂົ້າເຖິງກຸ່ມລູກຄ້າດ້ວຍຊໍ້າ; ອາດຈະເນື່ອງມາຈາກຍັງຂາດບຸກຄະລາກອນທີ່ມີຄວາມຊ່ຽວຊານຢູ່ຫຼາຍ ເຊິ່ງບັນຫາຫຼັກທີ່ເຮັດໃຫ້ບໍ່ສາມາດເຂົ້າເຖິງລູກຄ້າໄດ້ກໍມີຫຼາຍເຫດຜົນດ້ວຍກັນ ເຊິ່ງຜູ້ຂຽນຢາກຈະມາສະເໜີ 3 ບັນຫາຫຼັກ ທີ່ຜູ້ປະກອບການ ແລະ ນັກການຕະຫຼາດອອນລາຍ ສ່ວນຫຼາຍຕ້ອງພົບ… ຈົນເຮັດໃຫ້ບໍ່ປະສົບຄວາມສໍາເລັດໄດ້… ແລ້ວເມື່ອພົບບັນຫາແລ້ວຄວນຈະແກ້ໄຂແນວໃດ?

  1. ໃຊ້ງົບປະມານຫຼາຍເກີນໄປ

ໃນການໂຄສະນາຜ່ານສື່ Social Media ຫຼື Chanel Online ນັ້ນ ຕ້ອງໃຊ້ຜູ້ຊ່ຽວຊານໃນລະດັບໜຶ່ງໃນການ Optimize Ads (ເພີ່ມປະສິດທິພາບໃນການໂຄສະນາ) ເຊິ່ງຈະຊ່ວຍໃຫ້ເຮົາປະຢັດງົບປະມານໄດ້, ເພາະນັກການຕະຫຼາດ ຫຼື ຜູ້ປະກອບການຫຼາຍຄົນ ອາດຈະຍັງບໍ່ເຂົ້າໃຈເລິກເລື່ອງ Digital Marketing ອາດຈະຄິດວ່າຢາກໄດ້ແຕ່ໄລ້ຫຼາຍໆ ຫຼື ຢາກໃຫ້ຄົນເຫັນຫຼາຍໆ ໂດຍລືມຄິດເລື່ອງຍອດຂາຍໄປ ເຮັດໃຫ້ບາງເທື່ອເຮົາເສຍງົບປະມານໄປຫຼາຍຕໍ່ກັບການບູ໊ດບົດຄວາມ ຫຼືສິນຄ້າທີ່ເຮົາໂພສລົງໄປ ພຽງແຕ່ເປັນການເພີ່ມຍອດ Follow ແຕ່ບໍ່ໄດ້ເພີ່ມຍອດຂາຍແຕ່ຢ່າງໃດ.

  1. ສື່ສານເຖິງກຸ່ມເປົ້າໝາຍຜິດກຸ່ມ

ການວິເຄາະລູກຄ້າກຸ່ມເປົ້າໝາຍນັ້ນສໍາຄັນຫຼາຍ ຖ້າເຮົາເລືອກກຸ່ມເປົ້າໝາຍຜິດ ອາດຈະເຮັດໃຫ້ເຮົາພາດໃນເລື່ອງຂອງການອອກແບບບົດຄວາມທັງໝົດ; ບໍ່ວ່າຈະເປັນເລື່ອງຂອງຮູບພາບ, ການສື່ສານຜ່ານເລື່ອງລາວ, ຕົວອັກສອນ, ວີດີໂອ… ເຮັດໃຫ້ນັກການຕະຫຼາດ ຫຼືຜູ້ປະກອບການ ເສຍງົບປະມານໂດຍບໍ່ມີປະໂຫຍດ ຢ່າຄິດວ່າເຮົາຊື້ໂຄສະນາແລ້ວຈະເຮັດໃຫ້ປະສົບຄວາມສໍາເລັດ, ໃນຄວາມເປັນຈິງເຮົາຕ້ອງມາເບິ່ງນໍາວ່າ ການທີ່ເຮົາລົງໂຄສະນາໄປນັ້ນ ຖືກກັບກຸ່ມເປົ້າໝາຍຂອງເຮົາແທ້ ຫຼືບໍ່? ມີຜົນຕອບຮັບຫຼາຍໜ້ອຍພຽງໃດ ກຸ່ມເປົ້າໝາຍເຮົາຊື້ສິນຄ້າຂອງເຮົາ ຫຼືບໍ່? ເພາະກຸ່ມເປົ້າໝາຍທີ່ຕ່າງໄປ ບົດຄວາມ, ກຣາຟຟິກ, ຮູບພາບ, ຕົວອັກສອນ, ວີດີໂອ ແລະ ອື່ນໆ ທີ່ເຮົາໃຊ້ກໍຕ່າງກັນໄປນໍາ ດັ່ງນັ້ນ, ຕ້ອງສຶກສາກຸ່ມເປົ້າໝາຍຂອງເຮົາໃຫ້ດີ ກ່ອນທີ່ຈະລົງທຶນເຮັດການຕະຫຼາດ.

  1. ບົດຄວາມບໍ່ໄດ້ຄຸນນະພາບ

ປັດຈຸບັນບົດຄວາມ ຫຼື Content ມີຫຼາກຫຼາຍໃນ Social Media, ການຜະລິດບົດຄວາມແຕ່ລະບົດອອກມາ ຈຶ່ງຕ້ອງໄດ້ມາຄິດໃຫ້ດີ, ໃຫ້ກົງ ແລະ ມີປະໂຫຍດຕໍ່ກັບກຸ່ມເປົ້າໝາຍທີ່ສຸດ ຫ້າມຄິດວ່າ ບໍ່ມີຫຍັງຈະໂພສແລ້ວກໍຊອກຫຍັງມາໂພສແບບບໍ່ໄດ້ຄິດໃຫ້ດີ ເພາະຜົນເສຍທີ່ຕາມມາຄື ເຮັດໃຫ້ບໍ່ມີປະສິດທິພາບເທົ່າທີ່ຄວນ.

ສະຫຼຸບແລ້ວບັນຫາຫຼັກທີ່ເກີດຂຶ້ນນີ້ ກໍອາດຈະມາຈາກການທີ່ບໍ່ມີການວາງແຜນໃຫ້ຮອບຄອບນັ້ນເອງ.

ວິທີແກ້ໄຂ:

  1. ຖ້າທ່ານຄິດຈະເຮັດການຕະຫຼາດອອນລາຍ ຕ້ອງຊອກຜູ້ຊ່ຽວຊານໃນການເຮັດໂຄສະນາຜ່ານສື່ອອນລາຍ ທີ່ສາມາດ Optimization ຫຼື ເພີ່ມປະສິດທິພາບໄດ້ ຈະຊ່ວຍໃຫ້ປະຢັດງົບປະມານຫຼາຍຂຶ້ນ.
  2. ວິເຄາະກຸ່ມເປົ້າໝາຍໃຫ້ດີທີ່ສຸດ ເທົ່າທີ່ຈະດີໄດ້; ເວລາຈະສ້າງໂຄສະນາ ຫຼືຈະສົ່ງສາລະໜ້າຮູ້ຕ່າງໆໃຫ້ກຸ່ມເປົ້າໝາຍ ຈະໄດ້ສົ່ງກົງຕາມກຸ່ມເປົ້າໝາຍຂອງເຮົາແທ້ໆ ເຊິ່ງຈະສົ່ງຜົນໃຫ້ເກີດຜົນລັບທີ່ດີໄດ້ຫຼາຍກວ່າ.
  3. ບົດຄວາມທີ່ຄິດຕ້ອງມີຄຸນນະພາບ ຄືມີປະໂຫຍດ ແລະ ກ່ຽວຂ້ອງກັບກຸ່ມເປົ້າໝາຍເຮົາໂດຍກົງ ແລະ ສາມາດນໍາເອົາໄປໃຊ້ປະໂຫຍດໄດ້ແທ້.
  4. ວາງແຜນ, ຕັ້ງເປົ້າໝາຍ ຕັ້ງແຕ່ກ່ອນຈະລົງມືປະຕິບັດ.

ທີ່ມາ: Steps Academy

Comments