Author Archives: admin target

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຕັ້ງບັນຫາໃຫ້ຜູ້ແທນກອງປະຊຸມໃຫຍ່ ອົງຄະນະພັກ ຄອສພ ຊອກຫາຄໍາຕອບ

 ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄຂຂຶ້ນ ແລະ ປິດລົງ ໃນວັນທີ 24 ສິງຫາ 2021 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານກວດກາສູນກາງພັກ, ປະທານກວດກາແຫ່ງລັດ ແລະ ເປັນກຽດເຂົ້າຮ່ວມພິທີປິດ ພ້ອມທັງໂອ້ລົມຕໍ່ກອງປະຊຸມ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່,​ປະທານປະເທດແຫ່ງ ສປປ ລາວ.           ການໂອ້ລົມ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແມ່ນເຕັມໄປດ້ວຍຄວາມເປັນຫ່ວງເປັນໄຍ ຕໍ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ຂອງພັກ ໃນໄລຍະໃໝ່ ແລະ ເປັນທິດຊີ້ນໍາທີ່ເລິກເຊິ່ງ,​ ໜັກແໜ້ນ; ນອກຈາກຜົນງານທີ່ຄະນະໂຄສະນາອົບຮົມສູນກາງພັກຍາດມາໄດ້ ໃນໄລຍະຜ່ານມາແລ້ວ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ຍົກໃຫ້ເຫັນສະພາບການຫຍໍ້ທໍ້ ທາງດ້ານແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ໃນເງື່ອນໄຂປັດຈຸບັນ ເຊິ່ງບັນຫາຫຍໍ້ທໍ້ຕ່າງໆເຫຼົ່ານັ້ນ ເກີດມາຈາກຫຼາຍສາເຫດ ທີ່ກະທົບຕໍ່ແນວຄິດ ເຊິ່ງສາເຫດຕົ້ນຕໍແມ່ນຍ້ອນຄວາມເຂົ້າໃຈ ຂອງສັງຄົມຈໍານວນບໍ່ໜ້ອຍຕໍ່ແນວທາງນະໂຍບາຍຂອງພັກ ...

Read More »

ຫວຽດນາມ ຈັດໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍແຫ່ງຄວາມເມດຕາ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19

ຕາມຂ່າວ ວີໂອວີ ຂອງຫວຽດນາມໃຫ້ຮູ້ວ່າ:  ແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ – 19. ສືບຕໍ່ບັນດາການເຄື່ອນໄຫວຂອງໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍ ແຫ່ງຄວາມເມດຕາ ເລີ່ມແຕ່ວັນທີ 23 ສິງຫາ ຫາວັນທີ 6 ກັນຍາ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ, ສະມາຄົມຊາວກະສິກອນນະຄອນ ພ້ອມກັບບັນດາສ່ວນບຸກຄົນ, ຈັດຕັ້ງການເຄື່ອນໄຫວກຸສົນ ສືບຕໍ່ຜັນຂະຫຍາຍໄລຍະທີ 3 ໂຄງການ ລ້ານຄາບເຂົ້າ ສົ່ງໄປຍັງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ມີຊື່ວ່າ “ຈິດໃຈຂອງນັກທຸລະກິດໜຸ່ມ ຮ່າໂນ້ຍ”. ໃນແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ – 19. ຂອງກິນເຫຼົ່ານັ້ນໂດຍສະມາຄົມລົດກະບະ ຫວຽດນາມ (ໜ່ວຍງານຂຶ້ນກັບ ສະຫະພັນຊາວໜຸ່ມນະຄອນ ຮ່າໂນ້ຍ) ສົ່ງໄປຍັງບັນດາທ້ອງຖິ່ນທີ່ໄດ້ຈົດທະບຽນກ່ອນນັ້ນແລ້ວ, ສົມທົບກັບບັນດາໜ່ວຍຊາວໜຸ່ມສົ່ງໄປຍັງຜູ້ຕ້ອງການ.[“] ໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍແຫ່ງຄວາມເມດຕາ ໄດ້ຜັນຂະຫຍາຍແຕ່ວັນທີ 24 ກໍລະກົດ ...

Read More »

ຈະເຊື່ອມຕໍ່ກະແສໄຟຟ້າເຂົ້າໃນໂຄງການທາງລົດໄຟລາວ-ຈີນ ໃນວັນທີ 18 ກັນຍາ 2021 ນີ້

ການກໍ່ສ້າງວິສະວະກໍາພະລັງງານໄຟຟ້າ ແລະ ວິສະວະກໍາສະໜອງໄຟຟ້າລາກແກ່ ຂອງລົດໄຟລາວ-ຈີນ ໄດ້ມີຄວາມຄືບໜ້າ, ເສັ້ນທາງພະລັງງານໄຟຟ້າຂະໜາດ 10 ກິໂລວັດ (kv) ທີ່ເຊື່ອມຈອດກັນ ແລະ ເຄື່ອງອຸປະກອນທີ່ກ່ຽວຂ້ອງ ຂອງເສັ້ນທາງລົດໄຟທັງໝົດຈະເລີ່ມສົ່ງກະແສໄຟຟ້າ ໃນວັນທີ 24 ສິງຫາ 2021. ພ້ອມນີ້ຍັງຈະມີເຄື່ອງອຸປະກອນຕ່າງໆເຊັ່ນ: ສາຍເຄເບິ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ ແລະ ໝໍ້ແປງໄຟເປັນຕົ້ນ ຈະໄດ້ຊັກນໍາໄຟຟ້າໝົດ 10 kv. ນອກຈາກນັ້ນແລ້ວ, ວິສະວະກໍາສາຍສົ່ງກາງຫາວ ຂອບເຂດລະຫວ່າງອຸໂມງມິດຕະພາບ ບໍ່ເຕ່ນ ຫາ ສະຖານີລົດໄຟວຽງຈັນ ແລະ ສະຖານີລົດໄຟວຽງຈັນ ຫາ ສະຖານທີ່ຮັກສາສ້ອມແປງຫົວລົດໄຟ(Locomotive depot)ກໍຈະເລີ່ມສົ່ງກະແສໄຟຟ້າເຂົ້າເພື່ອເປີດໃຊ້ງານຢ່າງເປັນທາງການ ໃນເວລາ 9:00 ໂມງເຊົ້າ ຂອງວັນທີ 18 ກັນຍາ ປີ 2021 ນີ້.  ຫຼັງຈາກນັ້ນ, ສາຍສົ່ງກາງຫາວ, ສາຍສະໜອງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຕາມແນວເສັ້ນທາງລົດໄຟທັງໝົດຈະໄດ້ຊັກນໍາໄຟຟ້າແຮງສູງ 27,5 kv. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟ ເພື່ອຮັບຊາບ ແລະ ຕ້ອງລະມັດລະວັງຕົວໃນການປ້ອງກັນດ້ານຄວາມປອດໄພ ແລະ ...

Read More »

ຍີ່​ປຸ່ນ ຊ່ວຍ​ເຫຼືອ​ເຂົ້າ 627 ໂຕນ ແກ່ ສ​ປ​ປ ລາວ

ເຂົ້າສານຈໍານວນ 627 ໂຕນ ຊຶ່ງ​ເປັນການຊ່ວຍເຫຼືອຈາກ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນຍີ່ປຸ່ນ ໄດ້​ຂົນ​ສົ່ງມາຮອດ ສາງຂອງອົງການອາຫານໂລກທີ່ນະຄອນຫຼວງວຽງຈັນ​ໃນ​ວັນ​ທີ 23 ສິງ​ຫານີ້. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຖານເອກອັກຄະລາຊະທູດແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການອາຫານໂລກໄດ້ເປັນຄູ່ຮ່ວມງານກັນເພື່ອໃຫ້ຄວາມຊ່ວຍເຫຼືອແກ່ບັນດາຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ. ໃນຕົ້ນເດືອນ ກຸມພາຜ່ານ​ມາ, ຍີ່ປຸ່ນ ໄດ້ມອບເງິນຊ່ວຍເຫຼືອຈໍານວນ 180 ລ້ານເຢນ ຫຼື​ ປະມານ 1,​7 ລ້ານ ໂດລາ ເພື່ອຊ່ວຍເຫຼືອບັນເທົາຜົນກະທົບຈາກເຫດການ ຝົນຕົກໜັກ ແລະ ໄພນໍ້າຖ້ວມ ໃນເດືອນຕຸລາ 2020 ໃນແຂວງສະຫວັນນະເຂດ ແລະ ບັນດາແຂວງໃນພາກໃຕ້ຂອງ ສປປ ລາວ. ໂດຍການຊ່ວຍເຫຼືອຂອງ ລັດ​ຖະ​ບານ ແລະ ປະຊາຊົນຍີ່ປຸ່ນ, ອົງການອາຫານໂລກ ໄດ້ຊື້ເຂົ້າຈໍານວນ 627 ໂຕນ ໃນຄັ້ງທໍາອິດ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ຈໍານວນ 35.000 ຄົນ ໃນ 65 ຊຸມຊົນ ໃນບັນດາແຂວງພາກກາງ ແລະ ພາກໃຕ້ ...

Read More »

ຍີ່ປຸ່ນ ຈະສັກວັກຊີນໂຄວິດ-19 ໂດສ 3 ໃຫ້ບຸກຄະລາກອນທາງການແພດ

ອ້າງ​ຕາມ​ ແຫ​ລ່ງຂ່າວ ຊິນ​ຮວາ​ຂອງ ຈີນ ລາຍ​ງານ​ວ່າ:​ ທ່ານ ທາ​ໂຣະ ​ໂຄ​ເນະ ລັດຖະມົນຕີ ຜູ້​ຮັບຜິດຊອບ ​ແຜນ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ຂອງ​ຍີ່ປຸ່ນ ກ່າວ​ວ່າ: ລັດຖະບານ ຍີ່ປຸ່ນ ພວມ​ກຽມພ້ອມ​ ສັກ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ໂດ​ສທີ 3 ​ໃຫ້​ກັບ ບຸກຄະລາ​ກອນ​ ທາງ​ການ​ແພດ, ຫາກ​ກະຊວງ ສາທາລະນະ​ສຸກ ​ເ​ຫັນ​ວ່າ ​ເປັນ​ເລື່ອງ​ຈຳ​ເປັນ. ​ໂດຍ​ທ່ານ ທາ​ໂຣະ ​ໂຄ​ເນະ ກ່າວ​ລະຫວ່າງ ກອງ​ປະຊຸມ ຄະນະ​ກຳມະການ ສະພາ ນິຕິບັນຍັດ ວ່າ ລັດຖະບານ ຕັດສິນ​ໃຈ ສັກ​ວັກ​ຊິນ ປ້ອງ​ກັນ ​ໂຄ​ວິດ-19 ​ໂດ​ສທີ 3 ​ໃຫ້​ປະຊາຊົນ ທີ່​ສັກ​ວັກ​ຊິນ ​ໂດ​ສທີ 2 ມາ​​ແລ້ວ 8 ​ເດືອນ ​ໃນ​ເດືອນ​ຕຸລາ​ນີ້. ຂະນະ​ນີ້ ລັດຖະບານ ພວມ​ກຽມພ້ອ​ມ ​ແຜນ​ສັກ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ເພື່ອ​ໃຫ້​ສາມາດ ​ເລີ່​ມດຳ​ເນີນ​ງານ​ໄດ້  ​ໂດຍ​ທັນທີ ຫາກ​ກະຊວງ​ ແນະ​ນໍາ​ສັກ​ວັກ​ຊິນ ​ໂດ​ສທີ 3. ການ​ຕັດສິນ​ໃຈ ດັ່ງກ່າວ​ຂອງ ລັດຖະບານ ມີ​ຂຶ້ນ ​ໂດຍ​ອິງ​ໃສ່​ ຂໍ້​ມູນ ຊີ້​ແຈງ​ຈຳ​ເປັນ  ​ຕ້ອງ​ສັກ​ວັກຊິນ ​ໂດ​ສ​ເພີ່ມ​ເຕີມ ​ເພື່ອ​ກະ​ຕຸ້ນ ພູມ​ຄຸ້ມ​ກັນ ...

Read More »

ສປປ ລາວ ແລະ ອິນເດຍ ຫາລືຄວາມເປັນໄປໄດ້ ຂອງການຮ່ວມມື ລະຫວ່າງ ຜູ້ຊື້-ຜູ້ຂາຍດ້ານກະສິກຳ

ອົງການພັດທະນາການສົ່ງອອກ ຜະລິດຕະພັນອາຫານກະສິກໍາ ແລະ ປຸງແຕ່ງຂອງອິນເດຍ ຮ່ວມກັບສະຖານທູດອິນເດຍ ປະຈໍາ ສປປ ລາວ, ກະຊວງ ກະສິກໍາ ແລະ ປ່າໄມ້, ສະຖານ ທູດ ສປປ ລາວ ປະຈໍາ ອິນເດຍ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ກ່ຽວກັບ ຜູ້ຊື້-ຜູ້ຂາຍ ດ້ານກະສິກຳ ໃນ ສປປ ລາວ ຜ່ານລະບົບທາງໄກ ຂຶ້ນໃນອາທິດທີ່ຜ່ານມາ ເພື່ອຄົ້ນຫາໂອກາດທີ່ມີທ່າແຮງການຄ້າ ໃນດ້ານກະສິກໍາ ລະຫວ່າງ ສປປ ລາວ ແລະ ອິນເດຍ ພ້ອມກັນປຶກສາຫາລື ຄວາມເປັນໄປໄດ້ຂອງການຮ່ວມມື ລະຫວ່າງຜູ້ຊື້-ຜູ້ຂາຍ ດ້ານກະສິກຳເປັນຕົ້ນ ເຂົ້າ, ໝາກໄມ້ ແລະ ຜັກ, ຊີ້ນ, ສັດລ້ຽງ, ການປຸງແຕ່ງອາຫານ ແລະ ຜະລິດຕະພັນກະສິ ກຳອິນຊີ.ທ່ານ ດິນກາ ອາສທານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມຕ້ອງການ ...

Read More »

ການປັບປຸງຫຼັກສູດການຮຽນ-ການສອນ ເພື່ອເນັ້ນໃຫ້ນັກຮຽນ ຮຽນໄດ້ຄຸນນະພາບ

ການປັບປຸງຫຼັກສູດການຮຽນ-ການສອນໃນຂັ້ນພື້ນຖານ ຊັ້ນປະຖົມສຶກສາມີຄວາມໝາຍ-ຄວາມສຳຄັນຫຼາຍ ເພາະແມ່ນການເລີ່ມຕົ້ນຂອງການສຶກສາຂັ້ນພື້ນຖານ ຖ້າວ່າການຮຽນຢູ່ໃນຊັ້ນປະຖົມແໜ້ນ ນັກຮຽນ ຮຽນເຂົ້າໃຈບົດຮຽນໄດ້ດີ ຈະເປັນພື້ນຖານໃຫ້ແກ່ການຮຽນໃນຊັ້ນມັດທະຍົມ ແລະ ວິຊາຊີບສືບຕໍ່ໄປ, ຈາກການປະເມີນຜົນຜ່ານມາເຫັນວ່າຜົນການຮຽນຂອງນັກຮຽນຍັງບໍ່ເປັນທີ່ໜ້າພໍໃຈ ສ່ວນໜຶ່ງກໍຍ້ອນຫຼັກສູດ ສະນັ້ນພວກເຮົາຈຶ່ງໄດ້ພະຍາຍາມປັບປຸງຫຼັກສູດນີ້ໃຫ້ສອດຄ່ອງກັບເປົ້າໝາຍໃນການພັດທະນາການສຶກສາໃນ 5 ປີຕໍ່ໜ້າ ໂດຍເນັ້ນຄຸນນະພາບເປັນຫຼັກ ເຊື່ອໝັ້ນວ່າການພັດທະນາຫຼັກສູດໃໝ່ນີ້ຈະປະກອບສ່ວນເຂົ້າໃນການບັນລຸຄາດໝາຍຂອງການສຶກສາ ໂດຍສະເພາະສົ່ງເສີມໃຫ້ນັກຮຽນ ຮຽນແລ້ວໃຫ້ໄດ້ຄຸນນະພາບ. ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເມື່ອສະພາບເສດຖະກິດ-ສັງຄົມ ມີການພັດທະນາປ່ຽນແປງ ພວກເຮົາຍິ່ງມີຄວາມຈຳເປັນຕ້ອງໄດ້ມີການພັດທະນາຫຼັກສູດການຮຽນ-ການສອນໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຈຸດສຸມສຳຄັນໃນການປັບປຸງຫຼັກສູດຕົ້ນຕໍເນັ້ນໃສ່ຄຸນນະພາບ ປະສິດທິພາບຂອງຫຼັກສູດເພື່ອເຮັດໃຫ້ນັກຮຽນໄດ້ບົດຮຽນຈາກຫຼັກສູດໃໝ່ນີ້ໃຫ້ສົມຄູ່ກັບການຮຽນຂອງເຂົາເຈົ້າ, ໃນຫຼັກສູດໃໝ່ໄດ້ມີການປັບປຸງເລື່ອງວິທີສິດສອນໃຫ້ສອດຄ່ອງກັບຫຼັກສູດໃໝ່ທີ່ໄດ້ຮ່າງຂຶ້ນມາ ຊຶ່ງມີຄູ່ມືແນະນໍາຄູ ວິທີການສິດສອນໃຫ້ມີຄຸນນະພາບດີຂຶ້ນ ພ້ອມດຽວກັນນັ້ນໄດ້ປັບປຸງດ້ານອຸປະກອນສື່ການສອນທີ່ຈະນໍາໃຊ້ເຂົ້າໃນຫຼັກສູດໃໝ່ນີ້ ເພາະມີຫຼັກສູດຕ້ອງມີຜູ້ສອນ ມີວິທີການ ແລະ ຕ້ອງມີເຄື່ອງມືໃນການຮັບໃຊ້ ສຳຄັນໄດ້ເນັ້ນໃສ່ວິທີການປະເມີນໃນການສິດສອນຢາກຮູ້ໝາກຜົນຕ້ອງໄດ້ຜ່ານການປະເມີນແນວໃໝ່ໃຫ້ສອດຄ່ອງກັບໄລຍະໃໝ່ ກໍຄືຫຼັກສູດໃໝ່ ຊຶ່ງທັງໝົດນີ້ເປັນຈຸດສຸມໃນການປັບປຸງຫຼັກສູດ, ສະນັ້ນການປັບປຸງຫຼັກສູດແມ່ນໄດ້ປັບປຸງໃຫ້ມີຄວາມສອດຄ່ອງໃນແຕ່ລະໄລຍະ ສຳລັບການປັບປຸງຫຼັກສູດຊັ້ນ ປ 3 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ການດຳເນີນຮ່າງຫຼັກສູດໃໝ່ຈຶ່ງມີຂໍ້ຫຍຸ້ງຍາກ ໂດຍສະເພາະການບຳລຸງຄູ ດຳເນີນແບບເຊິ່ງໜ້າບໍ່ໄດ້ ບາງຢ່າງໄດ້ຫັນປ່ຽນເຮັດແບບອອນລາຍ, ໃນອະນາຄົດຈະມີການປັບປຸງຫຼັກສູດຈາກຂັ້ນປະຖົມ ແລະ ມັດທະຍົມຕໍ່ໄປ, ຕາມຂໍ້ສັງເກດເຫັນວ່າການປັບປຸງຫຼັກສູດໃໝ່ນີ້ມີຄວາມສຳຄັນມີຫຼາຍອັນຕັ້ງໜ້າ ມີຄວາມຮູ້ໃໝ່ເຂົ້າມາຫຼາຍ ແລະ ມີສີສັນຕ່າງໆຫຼາຍຂຶ້ນຄິດວ່າຈະເປັນທີ່ປະທັບໃຈໃຫ້ກັບລູກຫຼານນັກຮຽນດີຂຶ້ນ. ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ການຮ່ວມມືຂອງລັດຖະບານລາວ ...

Read More »

ເດືອນກໍລະກົດ 2021 ຜ່ານມາ, ສປປລາວຂາດດຸນການຄ້າ ປະມານ 99 ລ້ານໂດລາສະຫະລັດ

ອີງຕາມການລາຍງານຂອງກົມນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນເດືອນກໍລະກົດ 2021 ຜ່ານມາ, ລາວຂາດດຸນການຄ້າ ປະມານ 99 ລ້ານໂດລາສະຫາລັດ ຂະນະທີ່ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ປະມານ 847 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 374 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ສ່ວນມູນຄ່າການນໍາເຂົ້າ ມີປະມານ 473 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຫຼັກທີ່ມີມູນຄ່າສູງສຸດໄດ້ແກ່: ແຮ່ທອງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ໝາກກ້ວຍ 16 ລ້ານໂດລາສະ ຫະລັດ, ໂຄງຮ່າງ-ຊິ້ນສ່ວນກ້ອງບັນທຶກພາບ 11 ລ້ານໂດລາສະຫະລັດ, ຄໍາປະສົມ (ຄຳແທ່ງ) 56 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 22 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 6 ລ້ານໂດລາສະຫະລັດ, ນໍ້າຕານ 4 ລ້ານໂດລາສະຫະລັດ, ຢາງພາລາ 16 ລ້ານໂດລາສະຫະລັດ, ໝາກໄມ້ ...

Read More »

ຄຳມ່ວນ ກຳນົດຕະຫລາດພະນົມພອນເປັນສູນກັກກັນແຮງງານກັບຄືນປະເທດ

ຕາມການໃຫ້ສຳພາດຕໍ່ສື່ມວນຊົນ ຂອງ ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນ ການຄ້າຂາອອກ-ຂາເຂົ້າ ຈໍາກັດ ໃນວັນທີ 17 ສິງຫາ 2021 ເຖິງຄວາມຮູ້ສຶກ ແລະ ເຈດຈຳນົງໃນການປະກອບສ່ວນຊ່ວຍເຫລືອແຂວງຄຳມ່ວນ ໃນວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ນໍາໃຊ້ຕະຫລາດ ພະນົມພອນ ເປັນສະຖານທີ່ຮອງຮັບແຮງງານລາວທີ່ເດີນທາງກັບຄືນສູ່ປະເທດ, ເຊິ່ງຕະຫລາດດັ່ງກ່າວ ຕັ້ງຢູ່ບ້ານເລົ່າໂພຄຳ ເມືອງທ່າແຂກ ແຂວງຄຳມ່ວນ, ໃນຕົ້ນເດືອນສິງຫາ 2021 ນີ້, ຄະນະສະເພາະກິດແຂວງຄຳມ່ວນ ໄດ້ນຳໃຊ້ຕະຫລາດ ພະນົມພອນ ເປັນສູນຈຳກັດບໍລິເວນ, ເຊິ່ງພາຍໃນສູນ ມີສິ່ງອຳນວຍຄວາມສະດວກຫລາຍຢ່າງເຊັ່ນ: ລະບົບໄຟຟ້າ, ນໍ້າປະປາ ແລະ ຫ້ອງນໍ້າ, ເຊິ່ງສູນດັ່ງກ່າວສາມາດຮອງຮັບໄດ້ທັງໝົດ 600-700 ຄົນ ແລະ ມາຮອດວັນທີ 18 ສິງຫາ ມີແຮງງານລາວທີ່ກັບຈາກປະເທດໃກ້ຄຽງເຂົ້າມາຈຳກັດບໍລິເວນ ຈຳນວນ 384 ຄົນ. ນາງ ພະນົມພອນ ຢ້ຽມພະບູ່ ໄດ້ກ່າວວ່າ: ໃນນາມປະທານບໍລິສັດມີຄວາມດີໃຈ ແລະ ພູມໃຈທີ່ສຸດ ທີ່ໄດ້ປະກອບສ່ວນດ້ານສະຖານທີ່ ກໍຄື ...

Read More »

ບໍ່ແກ້ວ ຫາລືການແກ້ໄຂແຮງງານລາວ ແລະ ຕ່າງປະເທດຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະສະເພາະກິດແຂວງບໍ່ແກ້ວ ຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດ ພິເສດສາມຫລ່ຽມຄຳ ຈັດກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂແຮງງານລາວ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມໂດຍຜ່ານ Video Conference ໃນວັນທີ 17 ສິງຫາ 2021 ພາຍໃຕ້ເປັນປະທານຂອງ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ, ຜູ້ຊີ້ນໍາຂົງເຂດເສດຖະກິດ, ຄະນະຮັບຜິດຊອບແກ້ໄຂແຮງງານລາວ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ເພື່ອຮັບຟັງລາຍງານ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ໃນເຂດເສດຖະກິດພິເສດໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືວາງແຜນແກ້ໄຂ ການຈັດສົ່ງແຮງງານລາວ ແລະ ຕ່າງປະເທດ ອອກຈາກ ເຂດດັ່ງກ່າວ. ຜ່ານການປຶກສາຫາລື, ກອງປະຊຸມໄດ້ເຫັນດີເປັນເອກະພາບດັ່ງນີ້: ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ໃຊ້ມາດຕະການກວດຫາເຊື້ອຜູ້ສໍາພັດໃກ້ຊິດແຕ່ລະກໍລະນີ ແລະ ແຮງງານທັງໝົດທີ່ຈະຈັດສົ່ງ; ...

Read More »