ສະຫາຍເລຂາທິການໃຫຍ່, ປະທານປະເທດ ຕັ້ງບັນຫາໃຫ້ຜູ້ແທນກອງປະຊຸມໃຫຍ່ ອົງຄະນະພັກ ຄອສພ ຊອກຫາຄໍາຕອບ

 ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄຂຂຶ້ນ ແລະ ປິດລົງ ໃນວັນທີ 24 ສິງຫາ 2021 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານກວດກາສູນກາງພັກ, ປະທານກວດກາແຫ່ງລັດ ແລະ ເປັນກຽດເຂົ້າຮ່ວມພິທີປິດ ພ້ອມທັງໂອ້ລົມຕໍ່ກອງປະຊຸມ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່,​ປະທານປະເທດແຫ່ງ ສປປ ລາວ.

          ການໂອ້ລົມ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແມ່ນເຕັມໄປດ້ວຍຄວາມເປັນຫ່ວງເປັນໄຍ ຕໍ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ຂອງພັກ ໃນໄລຍະໃໝ່ ແລະ ເປັນທິດຊີ້ນໍາທີ່ເລິກເຊິ່ງ,​ ໜັກແໜ້ນ; ນອກຈາກຜົນງານທີ່ຄະນະໂຄສະນາອົບຮົມສູນກາງພັກຍາດມາໄດ້ ໃນໄລຍະຜ່ານມາແລ້ວ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ຍົກໃຫ້ເຫັນສະພາບການຫຍໍ້ທໍ້ ທາງດ້ານແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ໃນເງື່ອນໄຂປັດຈຸບັນ ເຊິ່ງບັນຫາຫຍໍ້ທໍ້ຕ່າງໆເຫຼົ່ານັ້ນ ເກີດມາຈາກຫຼາຍສາເຫດ ທີ່ກະທົບຕໍ່ແນວຄິດ ເຊິ່ງສາເຫດຕົ້ນຕໍແມ່ນຍ້ອນຄວາມເຂົ້າໃຈ ຂອງສັງຄົມຈໍານວນບໍ່ໜ້ອຍຕໍ່ແນວທາງນະໂຍບາຍຂອງພັກ ບໍ່ເລິກເຊິ່ງ, ແນວຄິດຮັກຊາດອັນດູດດື່ມ ຍັງບໍ່ທັນໜັກແໜ້ນ, ການຕອບຕ້ານ ແລະ ແກ້ໄຂຖ້ອຍທໍານອງບິດເບືອນ ຂອງກໍາລັງປໍລະປັກ ຍັງບໍ່ທັນແຂງແຮງ ແລະ ທັນການ ເຊິ່ງບັນຫາຕ່າງໆເຫຼົ່ານັ້ນ ແມ່ນໜ້າທີ່ ຂອງຄະນະໂຄສະນາອົບຮົມ ແລະ ຄະນະພັກແຕ່ລະຂັ້ນເປັນຜູ້ແກ້, ຢາກແກ້ໄດ້ ກໍຕ້ອງໄດ້ປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ແລະ ຍົກສູງຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ; ນອກນີ້ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາ ຕໍ່ກັບການປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ຂອງພັກ, ໃນນີ້ ສະຫາຍ ໄດ້ຕັ້ງບັນຫາໃຫ້ຄະນະພັກ ຄອສພ ຊຸດໃໝ່ ແລະ ຜູ້ແທນກອງປະຊຸມໃຫຍ່ ຊອກຫາຄໍາຕອບ ເພື່ອເປັນເອກະພາບກັນ ແລະ ພ້ອມກັນ ສ້າງການຫັນປ່ຽນໃໝ່ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ຂອງພັກ ໃນໄລຍະໃໝ່ ເຊິ່ງບັນຫາຕັ້ງຂຶ້ນວ່າ: “ເປັນຫຍັງ ການສຶກສາອົບຮົມ-ຊວນເຊື່ອ ໃນໄລຍະເຮັດການປະຕິວັດຊາດ ປະຊາທິປະໄຕ (ໄລຍະສົງຄາມປົດປ່ອຍຊາດ) ຈຶ່ງເຮັດໄດ້ດີ ແລະ ມີປະສິດທິຜົນແທ້ ຈົນສາມາດເອົາຊະນະກັບສັດຕູທີ່ເຂັ້ມແຂງໄດ້  ທັງໆທີ່ເງື່ອນໄຂ ແລະ ພາຫະນະຮັບໃຊ້ໃນການໂຄສະນາສຶກສາອົບຮົມຊວນເຊື່ອ ມີຈໍາກັດຫຼາຍ; ຍຸກສະໄໝປັດຈຸບັນ ມີຄວາມສະດວກທຸກຢ່າງ ນັບທັງເຄື່ອງມື, ພາຫະນະຮັບໃຊ້ ແລະ ມາດຖານດ້ານບຸກຄະລາກອນ ໃນການເຄື່ອນໄຫວໂຄສະນາ, ສຶກສາອົບຮົມການເມືອງ-ແນວຄິດ ແຕ່ກໍຍັງເຮັດບໍ່ທັນໄດ້ດີ ມີປະສິດທິຜົນເທົ່າທີ່ຄວນ” ອັນນີ້ຄືບັນຫາທີ່ຕັ້ງຂຶ້ນ ເພື່ອໃຫ້ຄະນະພັກຊຸດໃໝ່ ກໍຄື ສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໃນຄັ້ງນີ້ ຊອກຫາຄໍາຕອບ ທີ່ສອດຄ່ອງ ເພື່ອພ້ອມກັນປັບປຸງວຽກງານໂຄສະນາອົບຮົມ ຂອງພັກໃຫ້ດີຂຶ້ນ.

         ສະນັ້ນ ເພື່ອສັງລວມຄໍາຕອບທີ່ຊັດເຈນ ຕໍ່ກັບບັນຫາທີ່ຕັ້ງຂຶ້ນນັ້ນ ຈຶ່ງຂໍຄໍາຄິດຄໍາເຫັນ ຈາກທ່ານຜູ້ອ່ານ ເພື່ອມີສ່ວນຮ່ວມໃນການປັບປຸງຄຸນະພາບ ຂອງການເຄື່ອນໄຫວວຽກງານໂຄສະນາ, ​ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ມີິປະສິດທິຜົນດີຂຶ້ນກວ່າເກົ່າ.

ແຫລ່ງຂ່າວ: sm.gov.la

Comments