ຄຳມ່ວນ ກຳນົດຕະຫລາດພະນົມພອນເປັນສູນກັກກັນແຮງງານກັບຄືນປະເທດ

ຕາມການໃຫ້ສຳພາດຕໍ່ສື່ມວນຊົນ ຂອງ ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນ ການຄ້າຂາອອກ-ຂາເຂົ້າ ຈໍາກັດ ໃນວັນທີ 17 ສິງຫາ 2021 ເຖິງຄວາມຮູ້ສຶກ ແລະ ເຈດຈຳນົງໃນການປະກອບສ່ວນຊ່ວຍເຫລືອແຂວງຄຳມ່ວນ ໃນວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ນໍາໃຊ້ຕະຫລາດ ພະນົມພອນ ເປັນສະຖານທີ່ຮອງຮັບແຮງງານລາວທີ່ເດີນທາງກັບຄືນສູ່ປະເທດ, ເຊິ່ງຕະຫລາດດັ່ງກ່າວ ຕັ້ງຢູ່ບ້ານເລົ່າໂພຄຳ ເມືອງທ່າແຂກ ແຂວງຄຳມ່ວນ,

May be an image of 1 ຄົນ ແລະ ໃນຮົ່ມ

ໃນຕົ້ນເດືອນສິງຫາ 2021 ນີ້, ຄະນະສະເພາະກິດແຂວງຄຳມ່ວນ ໄດ້ນຳໃຊ້ຕະຫລາດ ພະນົມພອນ ເປັນສູນຈຳກັດບໍລິເວນ, ເຊິ່ງພາຍໃນສູນ ມີສິ່ງອຳນວຍຄວາມສະດວກຫລາຍຢ່າງເຊັ່ນ: ລະບົບໄຟຟ້າ, ນໍ້າປະປາ ແລະ ຫ້ອງນໍ້າ, ເຊິ່ງສູນດັ່ງກ່າວສາມາດຮອງຮັບໄດ້ທັງໝົດ 600-700 ຄົນ ແລະ ມາຮອດວັນທີ 18 ສິງຫາ ມີແຮງງານລາວທີ່ກັບຈາກປະເທດໃກ້ຄຽງເຂົ້າມາຈຳກັດບໍລິເວນ ຈຳນວນ 384 ຄົນ.

May be an image of outdoors

ນາງ ພະນົມພອນ ຢ້ຽມພະບູ່ ໄດ້ກ່າວວ່າ: ໃນນາມປະທານບໍລິສັດມີຄວາມດີໃຈ ແລະ ພູມໃຈທີ່ສຸດ ທີ່ໄດ້ປະກອບສ່ວນດ້ານສະຖານທີ່ ກໍຄື ຕະຫລາດພະນົມພອນ ເປັນສູນຈຳກັດບໍລິເວນຂອງແຮງງານລາວທີ່ມີຄວາມສ່ຽງກັບຈາກປະເທດເພື່ອນບ້ານ ເພື່ອເປັນສ່ວນໜຶ່ງໃນການແບ່ງເບົາພາລະຂອງພັກ-ລັດ ກໍຄື ແຂວງຄໍາມ່ວນ ທີ່ກໍາລັງປະເຊີນກັບບັນຫາການລະບາດຂອງພະຍາດໂຄວິດ-19, ເຊິ່ງໄລຍະຜ່ານມາ ບໍລິສັດພວກເຮົາກໍໄດ້ປະກອບສ່ວນດ້ານເຫື່ອແຮງ ແລະ ວັດຖຸທຶນຮອນໃຫ້ແຂວງຄຳມ່ວນ ເປັນຕົ້ນໃນການຊຸກຍູ້ວຽກງານໂຄວິດ-19 ໃນເດືອນພຶດສະພາ 2021 ຜ່ານມາ ເປັນເງິນສົດມູນຄ່າ 10 ລ້ານກີບ ແລະ ກ່ອນໜ້ານີ້ ກໍໄດ້ປະກອບສ່ວນອາຫານແຫ້ງຕ່າງໆ ລວມມູນຄ່າ 20 ລ້ານກວ່າກີບ. ນອກຈາກນີ້ຍັງໄດ້ປະກອບສ່ວນໃນນາມເປັນຄະນະບໍລິຫານງານທຸລະກິດຍິງແຂວງຕື່ມອີກ.

Comments