Author Archives: admin target

ສື່ມວນຊົນ ມີຄວາມສຳຄັນປະກອບສ່ວນເຂົ້າໃນການໂຄສະນາຕ້ານພະຍາດໂຄວິດ-19

ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ວັນທີ 13 ສິງຫາທີ່ຈະມາເຖິງນີ້, ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ສະແດງທັດສະນະຄວາມຮູ້ສຶກຜ່ານສື່ມວນຊົນໃນໂອກາດວັນສຳຄັນດັ່ງກ່າວ ແລະ ໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງສື່ມວນຊົນລາວໃນການປະກອບສ່ວນເຂົ້າໃນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້.ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາຈົນເຖິງປັດຈຸບັນ. ທ່ານໄດ້ໃຫ້ຕື່ມອີກວ່າ: ການປະຕິບັດໜ້າທີ່ຂອງສື່ມີຄວາມສຳຄັນຫຼາຍ ຊຶ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນການໂຄສະນາຢ່າງຫ້າວຫັນດ້ວຍຄວາມຮັບຜິດຊອບສູງຂອງສື່ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຂ່າວສານກ່ຽວກັບພະຍາດໂຄວິດ-19 ຢ່າງເລິກເຊິ່ງ ກວ້າງຂວາງ, ນັບຕັ້ງແຕ່ພະຍາດໂຄວິດ-19 ຍັງບໍ່ທັນມີການລະບາດ ສື່ມວນຊົນກໍໄດ້ປະສານສົມທົບກັບສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກເພື່ອຊອກຫາຂໍ້ມູນມາລົງໂຄສະນາໃນສື່ຕ່າງໆຂອງຕົນເຊັ່ນ: ພະຍາດໂຄວິດ-19 ແມ່ນຫຍັງ? ຕິດຕໍ່ກັນໄດ້ແນວໃດ? ຈະປ້ອງກັນແນວໃດ? ແລະ ອື່ນໆເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປປະຕິບັດເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຊຸມຊົນ, ເວົ້າສະເພາະໃນໄລຍະທີ່ມີການລະບາດສື່ມວນຊົນຍິ່ງສຸມທຸກເຫື່ອແຮງ ແລະ ສະຕິປັນຍາໃນການໂຄສະນາໂດຍນຳເອົາຄຳສັ່ງ, ແຈ້ງການ ແລະ ມາດຕະການຕ່າງໆຂອງລັດຖະບານກໍຄືຂອງຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ກັບປະຊາຊົນເພື່ອໃຫ້ປະຊາຊົນສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ທັນເຫດ ການ, ຕິດຕາມ ແລະ ປັບໂຕເຂົ້າກັບສະຖານະການຕ່າງໆເພື່ອຫຼີກລ່ຽງການຕິດເຊື້ອພະຍາດໂຄວິດ-19; ເຖິງແມ່ນວ່າສື່ມວນຊົນຈະເຮັດໜ້າທີ່ໃນການໂຄສະນາເຂັ້ມແຂງປານໃດແຕ່ກໍຍັງປາສະຈາກບໍ່ໄດ້ທີ່ພະຍາດໂຄວິດ-19 ຍັງມີການລະບາດໃນລາວເຖິງ ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບ ແລະ ພົບປະ ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ສິງຫາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການ ເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນໂອກາດໄດ້ເດີນທາງມາຢ້ຽມຢາມສັນຖະວະ ໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 9-10 ສິງ ຫາ 2021. ການພົບປະຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະແດງຄວາມຍິນດີຕ້ອນຮັບສະຫາຍ ຫງວຽນ ຊວັນ ຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສສ ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສປປ ລາວ, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະ ພາບອັນອົບອຸ່ນ, ...

Read More »

ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ 7 ບັນຫາສໍາຄັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ໃນໂອກາດຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ສິງຫານີ້. ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ສະເໜີຕໍ່ລັດ ຖະບານເອົາໃຈໃສ່ 7 ບັນຫາສໍາຄັນ ເພື່ອເຮັດໃຫ້ການຈັດຕັ້ງວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບປະສິດທິຜົນຕາມທີ່ຄາດໝາຍໄວ້ ຄື: 1). ຕໍ່ກັບຄາດຫມາຍສູ້ຊົນ ຄວນກໍານົດຕົວຊີ້ວັດໃຫ້ຊັດເຈນຕື່ມ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ. 2) ຕໍ່ກັບວຽກຈຸດສຸມ ສະເຫນີລັດຖະບານ ເອົາໃຈໃສ່ເປັນພິເສດການແກ້ໄຂຫນີ້ສິນສາທາລະນະ, ການເລັງລັດປະຕິຮູບວິສາຫະກິດລັດ, ການແກ້ໄຂຄວາມຝືດເຄືອງດ້ານຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ການແກ້ໄຂການຫວ່າງງານ ໂດຍສະ ເພາະການສ້າງວຽກເຮັດງານທໍາໃຫ້ແກ່ນັກສຶກສາທີ່ຮຽນຈົບວິຊາຊີບຕ່າງໆ ແລະ ແຮງງານທີ່ກັບມາຈາກຕ່າງປະເທດໃນໄລຍະການແຜ່ລະບາດພະຍາດ ໂຄວິດ-193) ຕໍ່ກັບມາດຕະການການຈັດຕັ້ງປະຕິບັດ ສະເຫນີລັດຖະບານເອົາໃຈໃສ່ສ້າງແຜນວຽກ, ແຜນຄົນ ແລະ ແຜນງົບປະມານທີ່ຕິດພັນກັບວາລະແຫ່ງຊາດໃຫ້ມີຄວາມສອດຄ່ອງ ແລະ ເປັນລະບົບ, ແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບລະຫ່ວາງຂະແຫນງການ, ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ຕາມທິດສາມສ້າງ; ກະຊວງ, ອົງການຂັ້ນສູນກາງ ເຮັດຫນ້າທີ່ຄຸ້ມຄອງມະຫາພາກສ່ວນອົງການປົກ ຄອງທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ. 4) ຕໍ່ກັບການທົດລອງປະຕິບັດ ...

Read More »

ລັດຖະບານຍີ່ປຸ່ນ ມອບລົດອຳບູລັງ7 ຄັນ ໃຫ້ກະຊວງສາທາລະນະສຸກ ໃຊ້ເຂົ້່າໃນການຕ້ານພະຍາດໂຄວິດ-19

ວັນທີ 5 ສິງຫາ 2021, ທ່ານ Takewaka Keizo  ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ ໄດ້ມອບລົດອຳບູລັງໃຫ້ກະຊວງສາທາລະນະສຸກ,  ຕາງໜ້າຮັບໂດຍ  ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີ ບັນດາຫົວໜ້າຫ້ອງ ການ, ຫົວໜ້າກົມອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມເປັນສັກຂີພິຍານ. ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກ ກໍຄື ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ກໍ່ຄືລັດຖະບານ ລາວຄື ລົດສຸກເສີນນໍາສົ່ງຄົນເຈັບ ຈໍານວນ 7 ຄັນ. ກະຊວງສາທາລະນະສຸກໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງລັດຖະບານຍີ່ປຸ່ນ ໃນຄັ້ງນີ້ກໍຄືຫຼາຍຄັ້ງຜ່ານໆມາ, ຊຶ່ງເປັນການສະ ແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ ຍີ່ປຸ່ນ ຕໍ່ລັດຖະບານ ລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ. ການຊ່ວຍເຫຼືອ ພາຫະນະນໍາສົ່ງຄົນເຈັບ ຈໍານວນ 7 ຄັນ ລວມເປັນມູນຄ່າ 31 ລ້ານ 5 ...

Read More »

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ສິງຫາ 2021 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ (ຫລັງໃໝ່) ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັດດາອະດີດການນຳພັກ-ລັດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ຜູ້ຕ່າງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ ເຂົ້າຮ່ວມ. ທ່ານ ໄຊສົນພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບົດລາຍງານຂອງລັດຖະບານ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ...

Read More »

ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານປະຈຳສູນ ຈຳກັດບໍລິເວນ ສຸມໃສ່ປະຕິບັດໜ້າທີ່ໃຫ້ຮອບດ້ານ

ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ໃນໂອກາດ ລົງຊຸກຍູ້ ແລະ ໃຫ້ກຳລັງໃຈພະນັກງານປະຈຳຢູ່ສູນຈຳກັດບໍລິເວນ 2 ສູນຄື: ໂຮງຮຽນ ມສ ອົງແກ້ວ ແລະ ມສ ສາລະວັນ, ທ່ານ ປອ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ໄດ້ເນັ້ນໃຫ້ພະນັກ ງານທຸກຄົນ, ທຸກພາກສ່ວນ ທີ່ຮັບຜິດຊອບປະຈຳຢູ່ສູນຈຳກັດບໍລິເວນດັ່ງກ່າວ, ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຖືສຳຄັນໃນປະຕິບັດວຽກງານດັ່ງກ່າວ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ, ເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງເພື່ອສະດວກໃນການຕິດຕາມ, ກວດກາ, ບັນດາໜ້າວຽກຕ່າງໆທີ່ຕົນເອງຮັບຜິດຊອບໃນແຕ່ລະມື້ຢ່າງລະອຽດ. ພ້ອມກັນນີ້, ກໍໃຫ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນ ຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະ ດົມເຂົາເຈົ້າ ໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ ແລະ ບັນຫາອື່ນໆ. ນອກຈາກນັ້ນ, ກໍເກັບກຳຂໍ້ມູນສະຖິຕິແຮງງານຢູ່ພາຍໃນສູນ, ສອບຖາມດ້ານປະຫວັດ, ການເຄື່ອນໄຫວ, ວຽກງານຕ່າງໆຂອງເຂົາເຈົ້າ ເພື່ອເປັນຂໍ້ມູນພື້ນຖານທີ່ສຳຄັນ, ພ້ອມທັງແນະນໍາຢ່າງເດັດຂາດ ເປັນຕົ້ນ ຫ້າມມີການຊຸມແຊວ ແລະ ເປັນເຈົ້າການຮ່ວມກັນປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ດີທີ່ສຸດ.ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ...

Read More »

ປະທານປະເທດ ເນັ້ນໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ພັດທະນາກອງທັບໃຫ້ເຂັ້ມແຂງ ທັນສະໄໝ

ໃນວັນທີ 4 ສິງຫາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານຫລັກແຫລ່ງ ຂອງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍທ່ານໄດ້ເນັ້ນໜັກ ໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ເອົາໃຈໃສ່ໃນຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນສະໄໝ ເທື່ອລະກ້າວ. ທ່ານ ທອງລຸນ ສີສຸລິດ ໄດ້ເໜັ້ນໜັກໃຫ້ກໍາລັງປ້ອງກັນຊາດ ສືບຕໍ່ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນສະໄໝ, ຮູ້ຈຸດໃດ, ຂົງເຂດໃດ, ກຳລັງປະເພດໃດ ທີ່ຕ້ອງເນັ້ນໜັກການພັດທະນາ, ເນັ້ນໜັກການປັບປຸງ, ເນັ້ນໜັກການນໍາໃຊ້ ແລະ ກຳລັງໃດ, ປະເພດໃດທີ່ຕ້ອງສ້າງ, ປັບປຸງໂລດ ໃນສະເພາະໜ້າ ແລະ ກຳລັງປະເພດໃດ ຕ້ອງພັດທະນາໄລຍະຍາວ, ເຊິ່ງຕ້ອງຮູ້ວ່າມັນຂຶ້ນຢູ່ກັບສະ ຖານະການຈະຜັນແປນັ້ນ ໃຫ້ຊັດເຈນ ແລະ ໜັກແໜ້ນ ເພື່ອບໍ່ໃຫ້ຜິດພາດໃນການຕົກລົງ ແລະ ຕັດສິນໃຈ, ...

Read More »

ສະຖານີລົດໄຟລາວ-ຈີນ 11 ແຫ່ງ ຄືບໜ້າຫຼາຍກວ່າ 73% ແລະຄາດວ່າສະຖານີໂດຍສານນະຄອນຫຼວງວຽງຈັນຈະສຳເລັດໃນເດືອນກັນຍາ

ຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ ລວມຄວາມຍາວ 426 ກິໂລແມັດ ສໍາເລັດ 92,80%. ໃນນີ້ວຽກການກໍ່ສ້າງສະຖານີ 11 ແຫ່ງມີຄວາມຄືບໜ້າ 73,96%. ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານຕໍ່ກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂຶ້ນທີ່ນະຄອນ ຫຼວງພະບາງ ເມື່ອບໍ່ດົນມານີ້ວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%. ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ, ສະເພາະຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນ ຫາ ສະຖານີໂດຍສານນະຄອນຫລວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ປະຕິບັດສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ. ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາ ...

Read More »

ນາຍົກລັດ​ຖະ​ມົນ​ຕີ ເນັ້ນ​ໃຫ້ຂະແໜງການທະນາຄານເອົາ​ໃຈ​ໃສ່​ຕື່ມ​ບາງ​ບັນ​ຫາ​ສຳ​ຄັນ

ກອງປະຊຸມຂະແໜງການທະນາຄານ​ ປະ​ຈຳ ປີ 2021 ໄດ້​ຈັດຂຶ້ນໃນວັນທີ 3 ສິງຫານີ້ ທີ່ຫໍປະຊຸດແຫ່ງຊາດ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໃຫ້​ກຽດ​ເຂົ້າ​ຮ່ວມໂອ້​ລົມ​ຂອງ​ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີ​ການ​ນຳ​ຂະແໜງການທະນາຄານທົ່ວລະບົບ ພ້ອມ​ດ້ວຍຜູ້​​ຕາງ​ໜ້າ​ຈາກສະຖາບັນການເງິນ ແລະ ກະຊວງກ່ຽວ​ຂ້ອງເຂົ້າ​ຮ່ວມ.​ທ່ານ ສອນໄຊ ສິດພະໄຊ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງນີ້​ໂດຍ​ສະ​ເພາະແຜນຍຸດທະສາດພັດທະນາລະບົບສະຖາບັນການເງິນ-ເງິນຕາຂອງ ສປປ ລາວ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030, ການຮັກສາສະຖຽນລະພາບດ້ານເງິນຕາ, ການຮັກສາສະຖຽນລະພາບສະຖາບັນການເງິນ, ການພັດທະນາລະບົບການຊຳລະ-ການຫັນເປັນທັນສະໄໝ ແລະ ນະໂຍບາຍສິນເຊື່ອຂອງທະນາຄານ. ທ່ານນາຍົກລັດຖະມົນຕີ ໄດ້ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ສະແດງຄວາມເຊື່ອໝັ້ນຕໍ່​ມູນ​ເຊື້ອ, ບົດ​ຮຽນທີ່ໄດ້​ປະ​ຕິ​ບັດມາ​​, ດ້ວຍກຳລັງແຮງຄວາມ​ສາ​ມັກ​ຄີ​ອັນ​ແໜ້ນ​ແຟ້ນ, ບວກກັບຄວາມບຸກໜ້າບືນຕົວ ແລະ ຄວາມຮັບຜິດຊອບໜ້າ​ທີ່ການເມືອງຂອງພະ​ນັກ​ງານລະບົບທະນາຄານ, ຂະ​ແໜງ​ທະ​ນາ​ຄານ​ຈະສືບ​ຕໍ່​​ເຮັດ​ໜ້າ​ທີ່​ສຳ​ຄັນ​ຂອງ​ຕົນ​ທີ່​ມີ​ກຽດ​ຕາມ​ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້ ເພື່ອ​ປະ​ກອບ​ສ່ວນ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ບັນ​ລຸ​ຕາມ​ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ...

Read More »

ສາທາລະນະສຸກແຂວງສາລະວັນ ຢັ້ງຢືນຂ່າວລືແຮງງານລັກອອກຈາກສູນ ບໍ່ແມ່ນຄວາມຈິງ.

ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ ຮອງຫົວໜ້າຄະນະສະເພາະກິດໂຄວິດ-19 ແຂວງສາລະວັນ ໄດ້ຊີ້ແຈງ ໃນຄັ້ງວັນທີ 2 ສິງຫານີ້ ໃຫ້ຮູ້ວ່າ: ກໍລະນີ ທີ່ມີຜູ້ໃຊ້ເຟສບຸກສ່ວນຕົວ ເຜີຍແຜ່ຂ່າວລົງໃນສື່ສັງຄົມອອນລາຍ ໃນຄັ້ງວັນທີ 30 ກໍລະກົດ 2021 ກ່ຽວກັບວ່າມີແຮງງານທີ່ຈຳກັດບໍລິເວນລັກອອກຈາກສູນ (ວິທະຍາໄລຄູສາລະວັນ), ແລ້ວໄປສ້າງສັນຢູ່ຮ້ານບັນເທິງແຫ່ງຫນຶ່ງ ພາຍໃນເທສະບານເມືອງສາລະວັນ. ພາຍຫຼັງທີ່ໄດ້ຮັບຂໍ້ມູນດັ່ງກ່າວ ກໍໄດ້ແຈ້ງເຈົ້າໜ້າທີ່ປະຈໍາສູນ ເຄື່ອນໄຫວລາດຕະເວນ, ຕິດຕາມກວດກາສະຖິຕິຈໍານວນພົນ ຈື່ງເຫັນໄດ້ສະພາບຍັງເປັນປົກກະຕິ ແລະ ບັນດາແຮງງານທີ່ກັບມາ ກໍ່ໃຫ້ການຮ່ວມມືເປັນຢ່າງດີ. ສຳລັບການຄຸ້ມຄອງສູນ ແມ່ນໄດ້ມີການແຕ່ງຕັ້ງຄະນະຊີ້ນໍາສູນ, ຫົວໜ້າສູນ, ກອງເລຂາປະຈໍາສູນ (ມີຫຼາຍຂະແໜງການປະກອບໃນສູນ) ແລະ ເຮັດວຽກຢ່າງເປັນລະບົບ, ທັງໄດ້ເຄື່ອນໄຫວເວນຍາມ, ກວດກາເຂົ້າ-ອອກ, ແຕ່ລະພາກສ່ວນ ເຮັດພາລະໜ້າທີ່ ດ້ວຍຄວາມຮັບຜິດຊອບ. ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ຢັ້ງຢືນວ່າ: ກໍລະນີຂ່າວລືດັ່ງກ່າວ ບໍ່ມີມູນຄວາມຈິງ ແລະ ເພື່ອບໍ່ໃຫ້ສັງຄົມແຕກຕື່ນ. #ທ່ານກໍ່ໄດ້ຮຽກຮ້ອງ ແລະ ຂໍການຮ່ວມມື ມາຍັງທຸກຄົນສັງຄົມ ບໍລິໂພກຂ່າວສານທີ່ຖືກຕ້ອງ ແລະ ຕິດຕາມຂ່າວສານຈາກສື່ທາງການຂອງສູນກາງ ແລະ ຂອງແຂວງ, ຄວນພິຈາລະນາ ຢ່າງຖີ່ຖ້ວນ ...

Read More »