ບໍ່ແກ້ວ ຫາລືການແກ້ໄຂແຮງງານລາວ ແລະ ຕ່າງປະເທດຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະສະເພາະກິດແຂວງບໍ່ແກ້ວ ຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດ ພິເສດສາມຫລ່ຽມຄຳ ຈັດກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂແຮງງານລາວ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມໂດຍຜ່ານ Video Conference ໃນວັນທີ 17 ສິງຫາ 2021 ພາຍໃຕ້ເປັນປະທານຂອງ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ, ຜູ້ຊີ້ນໍາຂົງເຂດເສດຖະກິດ, ຄະນະຮັບຜິດຊອບແກ້ໄຂແຮງງານລາວ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ເພື່ອຮັບຟັງລາຍງານ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ໃນເຂດເສດຖະກິດພິເສດໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືວາງແຜນແກ້ໄຂ ການຈັດສົ່ງແຮງງານລາວ ແລະ ຕ່າງປະເທດ ອອກຈາກ ເຂດດັ່ງກ່າວ.

May be an image of 2 ຄົນ, people sitting ແລະ ຜູ້ຄົນກຳລັງຢືນຢູ່

ຜ່ານການປຶກສາຫາລື, ກອງປະຊຸມໄດ້ເຫັນດີເປັນເອກະພາບດັ່ງນີ້: ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ໃຊ້ມາດຕະການກວດຫາເຊື້ອຜູ້ສໍາພັດໃກ້ຊິດແຕ່ລະກໍລະນີ ແລະ ແຮງງານທັງໝົດທີ່ຈະຈັດສົ່ງ; ການກໍ່ສ້າງໃດທີ່ມີກວດພົບຜູ້ຕິດເຊື້ອ ຈະຕ້ອງໄດ້ປິດການດໍາເນີນກິດຈະການ ແລ້ວນຳເອົາແຮງງານໄປກວດຫາເຊື້ອໂຄວິດ-19 ເພື່ອປິ່ນປົວໂດຍໄວ; ມອບໃຫ້ຄະນະຄຸ້ມຄອງເຂດ ເສດຖະກິດພິດເສດແຂວງ, ສະພາບໍລິຫານເຂດເສະຖະກິດພິເສດສາມຫລ່ຽມຄໍາ ສົມທົບກັບ ຄະນະຮັບຜິດຊອບການແກ້ໄຂແຮງງານພາຍໃນ ແລະ ຕ່າງປະເທດ ທີ່ທາງຄະນະພັກຄະນະນາຂອງແຂວງແຕ່ງຕັ້ງ 3 ຄະນະ ເພື່ອແກ້ໄຂບັນຫາແຮງງານຄື: ຄະນະຮັບຜິດ ຊອບຈັດສົ່ງແຮງງານລາວ, ຄະນະຮັບຜິດຊອບຈັດສົ່ງແຮງງານມຽນມາ ແລະ ຄະນະຈັດສົ່ງແຮງງານຈີນ.ສໍາລັບແຮງງານລາວ ຈຳນວນ 283 ຄົນ ແມ່ນໃຫ້ເອົາອອກຈາກເຂດເສດຖະກິດພິເສດ ມາກັກກັນກວດຫາເຊື້ອຢູ່ເຂດເຊື່ອມຕໍ່ໃຫ້ໄດ້ຈັດສົ່ງກັບຄືນທ້ອງຖິ່ນຕົນ, ສ່ວນແຮງງານຕ່າງແຂວງ, ຕ່າງປະເທດ ທີ່ມີພັດສະປອດ ແລະ ບໍ່ມີພັດສະປອດ ແມ່ນມອບໃຫ້ຄະນະຄຸ້ມຄອງເຂດຂຶ້ນບັນຊີລະອຽດສົ່ງໃຫ້ແຂວງ ເພື່ອປະສານງານໃນການຈັດສົ່ງ ໃຫ້ຖືກຕ້ອງຕາມລະບຽບການ; ມອບໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄໍາຮັບຜິດຊອບທາງດ້ານສະຖານທີ່ ໃນການກະກຽມເອົາແຮງງານອອກມາຢູ່ສູນກັກກັນລໍຖ້າຜົນກວດ; ມອບໃຫ້ຫ້ອງວ່າການແຂວງ ປະສານງານຫາແຂວງປາຍທາງ ໃນການຮັບເອົາແຮງງານຂອງຕົນກັບຄືນ, ຈັດພາຫະນະໃນນການຈັດສົ່ງ; ດ້ານງົບປະມານ, ນະໂຍບາຍຂອງພະນັກງານທີ່ລົງແກ້ໄຂວຽກງານ ແມ່ນມອບໃຫ້ກອງເລຂາຄະນະສະເພາະກິດ ປ້ອງກັນໂຄວິດ-19 ສັງ ລວມ ແລ້ວສະເໜີຫາແຂວງ ແລະ ເຂດພິຈາລະນາແກ້ໄຂຊ່ວຍກັນ.

May be an image of ຢືນ, ນັ່ງ ແລະ ໃນຮົ່ມ

ສໍາລັບແຮງງານລາວ, ແຮງງານຕ່າງປະເທດ ແລະ ບຸກຄົນອື່ນໆ ທີ່ຢາກເຂົ້າມາເຂດເສດຖະກິດພິເສດສາມຫລ່ຽມຄຳແມນໂຈະຊົ່ວຄາວ ແລະ ພ້ອມກັນສືບຕໍ່ໂຄສະນາປະຊາສໍາພັນໃຫ້ສັງຄົມ ກໍຄື ແຮງງານທີ່ອາໄສຢູ່ໃນເຂດ ມີຄວາມຮັບຮູ້ເຂົ້າໃຈເຖິງບັນຫາຢູ່ໃນເຂດ ແລະ ແບບແຜນການແກ້ໄຂບັນຫາ ເພື່ອບໍ່ໃຫ້ເກີດມີບັນຫາຮຸນແຮງ ແລະ ໃຫ້ມີຄວາມສະຫງົບປອດໄພ.

Comments