ການປັບປຸງຫຼັກສູດການຮຽນ-ການສອນ ເພື່ອເນັ້ນໃຫ້ນັກຮຽນ ຮຽນໄດ້ຄຸນນະພາບ

ການປັບປຸງຫຼັກສູດການຮຽນ-ການສອນໃນຂັ້ນພື້ນຖານ ຊັ້ນປະຖົມສຶກສາມີຄວາມໝາຍ-ຄວາມສຳຄັນຫຼາຍ ເພາະແມ່ນການເລີ່ມຕົ້ນຂອງການສຶກສາຂັ້ນພື້ນຖານ ຖ້າວ່າການຮຽນຢູ່ໃນຊັ້ນປະຖົມແໜ້ນ ນັກຮຽນ ຮຽນເຂົ້າໃຈບົດຮຽນໄດ້ດີ ຈະເປັນພື້ນຖານໃຫ້ແກ່ການຮຽນໃນຊັ້ນມັດທະຍົມ ແລະ ວິຊາຊີບສືບຕໍ່ໄປ, ຈາກການປະເມີນຜົນຜ່ານມາເຫັນວ່າຜົນການຮຽນຂອງນັກຮຽນຍັງບໍ່ເປັນທີ່ໜ້າພໍໃຈ ສ່ວນໜຶ່ງກໍຍ້ອນຫຼັກສູດ ສະນັ້ນພວກເຮົາຈຶ່ງໄດ້ພະຍາຍາມປັບປຸງຫຼັກສູດນີ້ໃຫ້ສອດຄ່ອງກັບເປົ້າໝາຍໃນການພັດທະນາການສຶກສາໃນ 5 ປີຕໍ່ໜ້າ ໂດຍເນັ້ນຄຸນນະພາບເປັນຫຼັກ ເຊື່ອໝັ້ນວ່າການພັດທະນາຫຼັກສູດໃໝ່ນີ້ຈະປະກອບສ່ວນເຂົ້າໃນການບັນລຸຄາດໝາຍຂອງການສຶກສາ ໂດຍສະເພາະສົ່ງເສີມໃຫ້ນັກຮຽນ ຮຽນແລ້ວໃຫ້ໄດ້ຄຸນນະພາບ.

May be an image of 2 ຄົນ ແລະ people sitting

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເມື່ອສະພາບເສດຖະກິດ-ສັງຄົມ ມີການພັດທະນາປ່ຽນແປງ ພວກເຮົາຍິ່ງມີຄວາມຈຳເປັນຕ້ອງໄດ້ມີການພັດທະນາຫຼັກສູດການຮຽນ-ການສອນໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຈຸດສຸມສຳຄັນໃນການປັບປຸງຫຼັກສູດຕົ້ນຕໍເນັ້ນໃສ່ຄຸນນະພາບ ປະສິດທິພາບຂອງຫຼັກສູດເພື່ອເຮັດໃຫ້ນັກຮຽນໄດ້ບົດຮຽນຈາກຫຼັກສູດໃໝ່ນີ້ໃຫ້ສົມຄູ່ກັບການຮຽນຂອງເຂົາເຈົ້າ, ໃນຫຼັກສູດໃໝ່ໄດ້ມີການປັບປຸງເລື່ອງວິທີສິດສອນໃຫ້ສອດຄ່ອງກັບຫຼັກສູດໃໝ່ທີ່ໄດ້ຮ່າງຂຶ້ນມາ ຊຶ່ງມີຄູ່ມືແນະນໍາຄູ ວິທີການສິດສອນໃຫ້ມີຄຸນນະພາບດີຂຶ້ນ ພ້ອມດຽວກັນນັ້ນໄດ້ປັບປຸງດ້ານອຸປະກອນສື່ການສອນທີ່ຈະນໍາໃຊ້ເຂົ້າໃນຫຼັກສູດໃໝ່ນີ້ ເພາະມີຫຼັກສູດຕ້ອງມີຜູ້ສອນ ມີວິທີການ ແລະ ຕ້ອງມີເຄື່ອງມືໃນການຮັບໃຊ້ ສຳຄັນໄດ້ເນັ້ນໃສ່ວິທີການປະເມີນໃນການສິດສອນຢາກຮູ້ໝາກຜົນຕ້ອງໄດ້ຜ່ານການປະເມີນແນວໃໝ່ໃຫ້ສອດຄ່ອງກັບໄລຍະໃໝ່ ກໍຄືຫຼັກສູດໃໝ່ ຊຶ່ງທັງໝົດນີ້ເປັນຈຸດສຸມໃນການປັບປຸງຫຼັກສູດ, ສະນັ້ນການປັບປຸງຫຼັກສູດແມ່ນໄດ້ປັບປຸງໃຫ້ມີຄວາມສອດຄ່ອງໃນແຕ່ລະໄລຍະ ສຳລັບການປັບປຸງຫຼັກສູດຊັ້ນ ປ 3 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ການດຳເນີນຮ່າງຫຼັກສູດໃໝ່ຈຶ່ງມີຂໍ້ຫຍຸ້ງຍາກ ໂດຍສະເພາະການບຳລຸງຄູ ດຳເນີນແບບເຊິ່ງໜ້າບໍ່ໄດ້ ບາງຢ່າງໄດ້ຫັນປ່ຽນເຮັດແບບອອນລາຍ, ໃນອະນາຄົດຈະມີການປັບປຸງຫຼັກສູດຈາກຂັ້ນປະຖົມ ແລະ ມັດທະຍົມຕໍ່ໄປ, ຕາມຂໍ້ສັງເກດເຫັນວ່າການປັບປຸງຫຼັກສູດໃໝ່ນີ້ມີຄວາມສຳຄັນມີຫຼາຍອັນຕັ້ງໜ້າ ມີຄວາມຮູ້ໃໝ່ເຂົ້າມາຫຼາຍ ແລະ ມີສີສັນຕ່າງໆຫຼາຍຂຶ້ນຄິດວ່າຈະເປັນທີ່ປະທັບໃຈໃຫ້ກັບລູກຫຼານນັກຮຽນດີຂຶ້ນ.

May be an image of 1 ຄົນ ແລະ ຢືນ

ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ການຮ່ວມມືຂອງລັດຖະບານລາວ ແລະ ລັດຖະບານອົສຕຣາລີ ໃນການສ້າງຫຼັກສູດໃໝ່ນີ້ເຫັນວ່າສອດຄ່ອງກັບຈຸດພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າຂອງລັດຖະບານ ໜຶ່ງໃນຈຸດສຸມການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ສະນັ້ນ ການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານອົສຕຣາລີ ໂດຍສະເພາະກະຊວງ ສສກ ກັບສະຖານທູດອົສຕຣາລີປະຈຳລາວ ໃນການພັດທະນາຫຼັກສູດເປັນການປະກອບສ່ວນເຂົ້າໃນການປະຕິບັດຈຸດສຸມບຸລິມະສິດການພັດທະນາຊັບພະຍາກອນມະນຸດ ເພື່ອເຮັດໃຫ້ການສຶກສາໃນ 5 ປີຕໍ່ໜ້າມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແຕ່ໜ້າເສຍດາຍໃນໄລຍະທີ່ກຳລັງປັບປຸງຄຸນນະພາບການສຶກສາພັດມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ມາເປັນອຸປະສັກໃນການດຳເນີນວຽກງານດັ່ງກ່າວ ສະນັ້ນ ໃນນາມກະຊວງ ສສກ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງລັດຖະບານອົສຕຣາລີ ໂດຍສະເພາະສະຖານທູດອົສຕຣາລີປະຈຳລາວທີ່ໄດ້ໃຫ້ການສະໜັບສະໜູນວຽກງານໃນການພັດທະນາຊັບພະຍາກອນມະນຸດຂອງລາວໃຫ້ກ້າວສູ່ຄຸນນະພາບຕະຫຼອດໄລຍະຜ່ານມາ.ແບ່ງປັນ 1ຖືກໃຈຄຳເຫັນແບ່ງປັນ

Comments