ອ້າງຕາມ ແຫລ່ງຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ: ທ່ານ ທາໂຣະ ໂຄເນະ ລັດຖະມົນຕີ ຜູ້ຮັບຜິດຊອບ ແຜນວັກຊິນ ປ້ອງກັນໂຄວິດ-19 ຂອງຍີ່ປຸ່ນ ກ່າວວ່າ: ລັດຖະບານ ຍີ່ປຸ່ນ ພວມກຽມພ້ອມ ສັກວັກຊິນ ປ້ອງກັນໂຄວິດ-19 ໂດສທີ 3 ໃຫ້ກັບ ບຸກຄະລາກອນ ທາງການແພດ, ຫາກກະຊວງ ສາທາລະນະສຸກ ເຫັນວ່າ ເປັນເລື່ອງຈຳເປັນ.

ໂດຍທ່ານ ທາໂຣະ ໂຄເນະ ກ່າວລະຫວ່າງ ກອງປະຊຸມ ຄະນະກຳມະການ ສະພາ ນິຕິບັນຍັດ ວ່າ ລັດຖະບານ ຕັດສິນໃຈ ສັກວັກຊິນ ປ້ອງກັນ ໂຄວິດ-19 ໂດສທີ 3 ໃຫ້ປະຊາຊົນ ທີ່ສັກວັກຊິນ ໂດສທີ 2 ມາແລ້ວ 8 ເດືອນ ໃນເດືອນຕຸລານີ້.
ຂະນະນີ້ ລັດຖະບານ ພວມກຽມພ້ອມ ແຜນສັກວັກຊິນ ປ້ອງກັນໂຄວິດ-19 ເພື່ອໃຫ້ສາມາດ ເລີ່ມດຳເນີນງານໄດ້ ໂດຍທັນທີ ຫາກກະຊວງ ແນະນໍາສັກວັກຊິນ ໂດສທີ 3. ການຕັດສິນໃຈ ດັ່ງກ່າວຂອງ ລັດຖະບານ ມີຂຶ້ນ ໂດຍອິງໃສ່ ຂໍ້ມູນ ຊີ້ແຈງຈຳເປັນ ຕ້ອງສັກວັກຊິນ ໂດສເພີ່ມເຕີມ ເພື່ອກະຕຸ້ນ ພູມຄຸ້ມກັນ ໃຫ້ສາມາດ ຕໍ່ສູ້ກັບ ເຊື້ອໄວຣັສໄດ້ ຢ່າງຕໍ່ເນື່ອງ