ເດືອນກໍລະກົດ 2021 ຜ່ານມາ, ສປປລາວຂາດດຸນການຄ້າ ປະມານ 99 ລ້ານໂດລາສະຫະລັດ

ອີງຕາມການລາຍງານຂອງກົມນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນເດືອນກໍລະກົດ 2021 ຜ່ານມາ, ລາວຂາດດຸນການຄ້າ ປະມານ 99 ລ້ານໂດລາສະຫາລັດ ຂະນະທີ່ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ປະມານ 847 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 374 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ສ່ວນມູນຄ່າການນໍາເຂົ້າ ມີປະມານ 473 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຫຼັກທີ່ມີມູນຄ່າສູງສຸດໄດ້ແກ່: ແຮ່ທອງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ໝາກກ້ວຍ 16 ລ້ານໂດລາສະ ຫະລັດ, ໂຄງຮ່າງ-ຊິ້ນສ່ວນກ້ອງບັນທຶກພາບ 11 ລ້ານໂດລາສະຫະລັດ, ຄໍາປະສົມ (ຄຳແທ່ງ) 56 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 22 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 6 ລ້ານໂດລາສະຫະລັດ, ນໍ້າຕານ 4 ລ້ານໂດລາສະຫະລັດ, ຢາງພາລາ 16 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) 4 ລ້ານໂດລາສະຫະລັດ ແລະ ຢາສູບ 4 ລ້ານໂດລາສະຫະລັດ.

ສຳລັບສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 11 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 37 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 30 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 18 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫລ່ລົດ 11 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ-ແອັດຊັງພິເສດ 13 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 12 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 8 ລ້ານໂດລາສະຫະລັດ ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ປະມານ 11 ລ້ານໂດລາສະຫະລັດ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກລວມມີ: ຈີນ 149 ລ້ານໂດລາສະຫະລັດ, ຫວຽດນາມ 71 ລ້ານໂດລາສະຫະລັດ, ໄທ 54 ລ້ານໂດລາສະຫະລັດ, ເຢຍລະມັນ 8 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 8 ລ້ານໂດລາສະຫະລັດ. ສຳລັບປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ໄດ້ແກ່: ໄທ 253 ລ້ານໂດລາສະຫະລັດ, ຈີນ 113 ລ້ານໂດລາສະຫະລັດ, ຫວຽດນາມ 59 ລ້ານໂດລາສະຫະລັດ, ຢີ່ປຸ່ນ 6 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 16 ລ້ານໂດລາສະຫະລັດ.

ຂໍ້ມູນຈາກ: ໜັງສືພິມປະເທດລາວ

Comments