ຈະເຊື່ອມຕໍ່ກະແສໄຟຟ້າເຂົ້າໃນໂຄງການທາງລົດໄຟລາວ-ຈີນ ໃນວັນທີ 18 ກັນຍາ 2021 ນີ້

ການກໍ່ສ້າງວິສະວະກໍາພະລັງງານໄຟຟ້າ ແລະ ວິສະວະກໍາສະໜອງໄຟຟ້າລາກແກ່ ຂອງລົດໄຟລາວ-ຈີນ ໄດ້ມີຄວາມຄືບໜ້າ, ເສັ້ນທາງພະລັງງານໄຟຟ້າຂະໜາດ 10 ກິໂລວັດ (kv) ທີ່ເຊື່ອມຈອດກັນ ແລະ ເຄື່ອງອຸປະກອນທີ່ກ່ຽວຂ້ອງ ຂອງເສັ້ນທາງລົດໄຟທັງໝົດຈະເລີ່ມສົ່ງກະແສໄຟຟ້າ ໃນວັນທີ 24 ສິງຫາ 2021.


ພ້ອມນີ້ຍັງຈະມີເຄື່ອງອຸປະກອນຕ່າງໆເຊັ່ນ: ສາຍເຄເບິ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ ແລະ ໝໍ້ແປງໄຟເປັນຕົ້ນ ຈະໄດ້ຊັກນໍາໄຟຟ້າໝົດ 10 kv. ນອກຈາກນັ້ນແລ້ວ, ວິສະວະກໍາສາຍສົ່ງກາງຫາວ ຂອບເຂດລະຫວ່າງອຸໂມງມິດຕະພາບ ບໍ່ເຕ່ນ ຫາ ສະຖານີລົດໄຟວຽງຈັນ ແລະ ສະຖານີລົດໄຟວຽງຈັນ ຫາ ສະຖານທີ່ຮັກສາສ້ອມແປງຫົວລົດໄຟ(Locomotive depot)ກໍຈະເລີ່ມສົ່ງກະແສໄຟຟ້າເຂົ້າເພື່ອເປີດໃຊ້ງານຢ່າງເປັນທາງການ ໃນເວລາ 9:00 ໂມງເຊົ້າ ຂອງວັນທີ 18 ກັນຍາ ປີ 2021 ນີ້.

 ຫຼັງຈາກນັ້ນ, ສາຍສົ່ງກາງຫາວ, ສາຍສະໜອງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຕາມແນວເສັ້ນທາງລົດໄຟທັງໝົດຈະໄດ້ຊັກນໍາໄຟຟ້າແຮງສູງ 27,5 kv. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟ ເພື່ອຮັບຊາບ ແລະ ຕ້ອງລະມັດລະວັງຕົວໃນການປ້ອງກັນດ້ານຄວາມປອດໄພ ແລະ ເອົາໃຈໃສ່ກັບຄວາມປອດໄຟດ້ານການຮັກສາທາງລົດໄຟ.


ຫຼັງຈາກເສັ້ນທາງພະລັງງານໄຟຟ້າ ທີ່ເຊື່ອມຈອດກັນຂອງເສັ້ນທາງລົດໄຟລາວ-ຈີນແລ້ວ, ຈະໄດ້ສົ່ງກະແສໄຟຟ້າເຂົ້າລະບົບເຊື້ອມຕໍ່ເຄື່ອງອຸປະກອນຕ່າງໆ ເຊັ່ນ: ສາຍເຄເບີ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ, ໝໍ້ແປງໄຟ ແລະ ອື່ນໆ ຈະໄດ້ຊັກນໍາໄຟຟ້າແຮງສູງຂະໜາດ 10 kv ແລະ ຫຼັງຈາກວິສະວະກໍາສາຍສົ່ງກາງຫາວໄດ້ສົ່ງກະແສໄຟຟ້າເຂົ້າແລ້ວ, ສາຍສົ່ງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຈະໄດ້ຊັກນໍາກະແສໄຟຟ້າແຮງສູງຂະໜາດ 27,5 kv ໃນຂອບເຂດ 20 ແມັດ ຢູ່ອ້ອມຂ້າງສາຍສົ່ງກາງຫາວລ້ວນແຕ່ເປັນເຂດໄຟຟ້າແຮງສູງທີ່ເປັນອັນຕະລາຍ. ເພື່ອປ້ອງກັນການເກີດອຸບັດເຫດທີ່ຈະເຮັດໃຫ້ຄົນໄດ້ບາດເຈັບ ຫຼື ຕາຍດ້ວຍກະແສໄຟຟ້າຊ໋ອດ, ຫ້າມບໍ່ໃຫ້ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟເຂົ້າໃກ້ ພາຍໃນຂອບເຂດ 2 ແມັດ ຂອງສາຍສົ່ງກາງຫາວທີ່ເປັນເຂດອັນຕະລາຍນັ້ນ, ຫ້າມຂ້າມຜ່ານສິ່ງຂອງຕ່າງໆໂດຍທາງກົງ ຫຼື ທາງອ້ອມ, ຫ້າມປີນຂຶ້ນເສົາໄຟເຫຼັກ ຂອງສາຍສົ່ງກາງຫາວ ແລະ ຫ້າມຫຼິ້ນຢູ່ໃກ້ກັບບໍລິເວນສາຍສົ່ງກາງຫາວຢ່າງເດັດຂາດ.[“]


ນອກຈາກນັ້ນແລ້ວ, ຖ້າຫາກວ່າປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟພົບເຫັນມີສິ່ງຂອງຕ່າງໆ ເຊັ່ນ: ສົ້ນສາຍໄຟ ຫຼື ເຄືື່ອງອາໄຫຼ່ ແລະ ອື່ນໆ ທີ່ແຂວນຫ້ອຍຢູ່ເທິງສາຍພະລັງງານໄຟຟ້າ ແລະ ສາຍສົ່ງກາງຫາວ, ແມ່ນຫ້າມບໍ່ໃຫ້ໄປສໍາຜັດ ຫຼື ເຂົ້າໃກ້. ຖ້າຫາກວ່າພົບເຫັນເຄື່ອງອຸປະກອນຕ່າງໆຂອງສາຍພະລັງງານໄຟຟ້າ ແລະ ສາຍສົ່ງກາງຫາວຖືກລັກ, ທໍາລາຍມ້າງ ຫຼື ພົບເຫັນວ່າເກີດອັກຄີໄພ, ຕ້ອງແຈ້ງໃຫ້ພາກສ່ວນກ່ຽວຂ້ອງທີ່ຢູ່ໃກ້ທີ່ສຸດ. ຖ້າຫາກວ່າພົບເຫັນສາຍພະລັງງານໄຟຟ້າ ແລະ ສາຍສົ່ງໄຟຟ້າຂາດ, ຕົກ, ຈະຕ້ອງຮັກສາໄລຍະຫ່າງຄວາມປອດໄພ 10 ແມັດຂຶ້ນໄປ ແລະ ຕ້ອງແຈ້ງໃຫ້ພາກສ່ວນກ່ຽວຂ້ອງກັບທາງລົດໄຟ ຫຼື ກົມຕໍາຫຼວດທີ່ຢູ່ໃກ້ທີ່ສຸດຢ່າງທັນທີ.

(ຂ່າວ-ພາບ: ຈາກລົດໄຟລາວ-ຈີນ)

ແຫຼ່ງຂ່າວ ເສດຖະກິດ-ການຄ້າ

Comments