ສປປ ລາວ ແລະ ອິນເດຍ ຫາລືຄວາມເປັນໄປໄດ້ ຂອງການຮ່ວມມື ລະຫວ່າງ ຜູ້ຊື້-ຜູ້ຂາຍດ້ານກະສິກຳ

ອົງການພັດທະນາການສົ່ງອອກ ຜະລິດຕະພັນອາຫານກະສິກໍາ ແລະ ປຸງແຕ່ງຂອງອິນເດຍ ຮ່ວມກັບສະຖານທູດອິນເດຍ ປະຈໍາ ສປປ ລາວ, ກະຊວງ ກະສິກໍາ ແລະ ປ່າໄມ້, ສະຖານ ທູດ ສປປ ລາວ ປະຈໍາ ອິນເດຍ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ກ່ຽວກັບ ຜູ້ຊື້-ຜູ້ຂາຍ ດ້ານກະສິກຳ ໃນ ສປປ ລາວ ຜ່ານລະບົບທາງໄກ ຂຶ້ນໃນອາທິດທີ່ຜ່ານມາ ເພື່ອຄົ້ນຫາໂອກາດທີ່ມີທ່າແຮງການຄ້າ ໃນດ້ານກະສິກໍາ ລະຫວ່າງ ສປປ ລາວ ແລະ ອິນເດຍ ພ້ອມກັນປຶກສາຫາລື ຄວາມເປັນໄປໄດ້ຂອງການຮ່ວມມື ລະຫວ່າງຜູ້ຊື້-ຜູ້ຂາຍ ດ້ານກະສິກຳເປັນຕົ້ນ ເຂົ້າ, ໝາກໄມ້ ແລະ ຜັກ, ຊີ້ນ, ສັດລ້ຽງ, ການປຸງແຕ່ງອາຫານ ແລະ ຜະລິດຕະພັນກະສິ ກຳອິນຊີ.ທ່ານ ດິນກາ ອາສທານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມຕ້ອງການ ການມີສ່ວນຮ່ວມດ້ານການຄ້າ ແລະ ການລົງທຶນ ທີ່ເປັນປະ ໂຫຍດເຊິ່ງກັນ ແລະ ກັນ ໃນຂະແໜງການກະສິກໍາ ລະຫວ່າງ ທຸລະກິດໃນອິນເດຍ ແລະ ສປປ ລາວ ດ້ວຍການເພີ່ມຈຸດສຸມໃສ່ຄຸນນະພາບ, ໄດ້ພິຈາລະນາ, ປຽບທຽບ, ຜົນດີ ແລະ ຄວາມຊໍານານຂອງອິນເດຍ ໃນຂົງເຂດຕ່າງໆ ເຊັ່ນ: ຊີ້ນຄວາຍ, ເຂົ້າ, ເຄື່ອງເທດ, ໝາກແໜ່ງຂຽວ, ໝາກມ່ວງຫິມມະພານ, ກະສິກໍາອິນຊີ ແລະ ອື່ນໆ, ເຊິ່ງການຮ່ວມມື ຈະນຳຜົນປະໂຫຍດມາໃຫ້ທັງສອງປະເທດ.

May be an image of 15 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍົກໃຫ້ເຫັນຄວາມສຳ ຄັນຂອງກະສິກຳ ຕໍ່ກັບເສດຖະກິດຂອງລາວ, ເນື່ອງຈາກວ່າ ມັນປະກອບສ່ວນປະມານ 16% ຂອງຜະລິດຕະພັນພາຍໃນ, 50% ຂອງລາຍຮັບຈາກການສົ່ງອອກ ແລະ 70% ຂອງກໍາລັງແຮງງານຂອງປະເທດທີ່ມີສ່ວນຮ່ວມໃນຂະແໜງກະສິກຳ, ໂດຍອ້າງອີງໃສ່ຍຸດທະສາດການພັດທະນາ ກະສິກໍາຮອດປີ 2025 ແລະ ວິໄສທັດຮອດ ປີ 2030, ສປປ ລາວ ມີເປົ້າໝາຍທີ່ຜັນປ່ຽນກະສິກຳກຸ້ມຕົນເອງ ໄປສູ່ການຜະລິດເປັນສິນຄ້າ, ຫັນປ່ຽນຂະແໜງການ ໄປເປັນເຄື່ອງຈັກຫລັກໃນການເຕີບໂຕ ແລະ ພັດ ທະນາປະເທດຊາດ.

ໂອກາດນີ້, ທ່ານ ບຸນແນມ ຈວງຫອມ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາອິນເດຍ ໄດ້ຢໍ້າເຖິງການຊ່ວຍເຫລືອ ແລະ ການສະໜັບສະໜູນຂອງອິນເດຍ ຕໍ່ກັບໂຄງການກະສິກໍາຈໍານວນໜຶ່ງ, ໂດຍສະເພາະ ການພັດທະນາລະບົບຊົນລະປະທານ. ທ່ານໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດຈາກທັງສອງຝ່າຍ ສືບຕໍ່ຕິດຕໍ່ ແລະ ປຶກສາຫາລື ເຊິ່ງກັນ ແລະ ກັນ ເພື່ອຊອກຫາວິທີການ ໃນການນຳໃຊ້ໂອກາດໃນຂະແໜງກະສິກຳ ເພື່ອຜົນປະໂຫຍດຂອງທັງສອງປະເທດ.

ທ່ານ ໄຊບັນດິດ ຣາຊພົນ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ໄດ້ເນັ້ນວ່າ: ປະເທດລາວ ມີທີ່ຕັ້ງຍຸດທະສາດ ເພື່ອເຊື່ອມຕໍ່ບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ ແລະ ບັນດາປະເທດອາຊຽນ ຫວັງວ່າການສືບຕໍ່ຮ່ວມມື ລະຫວ່າງທຸລະກິດລາວ ແລະ ອິນເດຍ ຈະສົ່ງເສີມການຄ້າ ໃນຂະແໜງກະສິກໍາໄດ້ຫລາຍຂຶ້ນ. ໃນກອງປະຊຸມຄັ້ງນີ້, ໄດ້ເປີດການນຳໃຊ້ປຶ້ມຄູ່ມື (e-Catalog) ທີ່ກະກຽມໂດຍອົງການພັດ ທະນາການສົ່ງອອກຜະລິດຕະພັນອາຫານກະສິກໍາ ແລະ ປຸງແຕ່ງຂອງອິນເດຍ, ເຊິ່ງປຶ້ມຄູ່ມືດັ່ງກ່າວ ຈະມີລາຍລະອຽດ ການຕິດຕໍ່ຂອງບໍລິສັດຈາກອິນເດຍ ແລະ ສປປ ລາວ ໃນດ້ານຂະແໜງກະສິກໍາ.

ແຫຼ່ງຂ່າວ: ຂປລ

Comments