Author Archives: admin target

ຄະນະສະເພາະກິດແຂວງຫຼວງພະບາງ ປຶກສາຫາລືວຽກງານສຸກເສີນ ເພື່ອຕອບໂຕການແຜ່ລະບາດຂອງພະຍາດໂຄວິດ 19

ວັນທີ 11 ກັນຍາ 2021 ນີ້ ຄະນະສະ ເພາະກິດ ເພື່ອປ້ອງກັນ ຄວບຄຸມ ສະກັດກັ້ນ ແລະແກ້ໄຂ ການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານສຸກເສີນ ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ 19 ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ມີຄະນະສະເພາະກິດຂັ້ນແຂວງ ເຂົ້າຮ່ວມ. ວາລະກອງປະຊຸມ ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນເນັ້ນໃຫ້ຄະນະສະເພາະກິດຂັ້ນແຂວງ ສຸມໃສ່ຄົ້ນຄວ້າທີມແພດ ແລະເຈົ້າໜ້າທີ່ ເຂົ້າປ່ຽນປະຈຳການຢູ່ສູນກັດກັນ, ການວາງແຜນຂະຫຍາຍໂຮງໝໍພາກສະໜາມ ເພື່ອສະດວກໃນການປີ່ນປົວຜູ້ຕິດເຊື້ອ, ການຄົ້ນຄວ້າກ່ຽວກັບການເພີ່ມມາດຕະການເຂັ້ມງວດ ຕໍ່ການເດີນທາງເຂົ້າມາຫຼວງພະບາງ ແລະຫ້າມບຸກຄົນພາຍໃນແຂວງ ເດີນທາງໄປຕ່າງແຂວງ-ຕ່າງເມືອງ ຫາກບໍ່ມີຄວາມຈຳ ເປັນ, ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຄະນະນຳຂອງພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ຮີບຮ້ອນປືກສາຫາລືກັບຄະນະສະເພາະກິດບັນດາແຂວງ ກ່ຽວກັບການຮັບເອົາແຮງງານ ຈາກຕ່າງແຂວງ ແລະຕ່າງປະເທດເຂົ້າມາພາຍໃນແຂວງ ເນື່ອງຈາກປະຈຸບັນແຂວງຫຼວງພະບາງ ມີຄວາມຫຍຸ້ງຍາກຫຼາຍ ກ່ຽວກັບການນຳໃຊ້ສູນຈຳກັດບໍລິເວນ ເຊີ່ງອາດ ຈະມີຜູ້ຕິດເຊື້ອເພີ່ມຂື້ນເປັນຈຳນວນ ຫຼາຍ. ສຳລັບຂໍ້ມູນຫຼ້າສຸດ ໃນວັນທີ່ 11 ກັນຍາ ...

Read More »

ຮອງປະທານປະເທດ ຕ້ອນຮັບປະທານສະພາ ບໍລິຫານ ບໍລິສັດທາງລົດໄຟ ລາວ-ຈີນ

ວັນທີ 7 ກັນຍາ 2021 ທີ່ທຳນຽບປະທານປະເທດ ທ່ານ ບຸນທອງ ຈິດມະນີ ຮອງປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ລາຍງານຄວາມຄືບໜ້າ ຂອງໂຄງການລົດໄຟ ລາວ-ຈີນ ຂອງ ທ່ານ ຈູ໋ ກົ່ວຈ່ຽງ ປະທານສະພາບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ. ທ່ານ ຈູ໋ ກົ່ວຈ່ຽງ ໄດ້ລາຍງານໃຫ້ຊາບວ່າ: ພາຍໃຕ້ການນໍາພາອັນເຂັ້ມແຂງຂອງພັກ ແລະ ລັດຖະບານລາວ, ຜູ້ເຂົ້າຮ່ວມການກໍ່ສ້າງໂຄງການລົດໄຟ ລາວ-ຈີນ ໄດ້ຮ່ວມກັນຜ່ານຜ່າອຸປະສັກຕ່າງໆ ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານການກໍ່ສ້າງໂຄງການດັ່ງກ່າວ, ໄດ້ມີຄວາມຄືບໜ້າ ແລະ ມາຮອດປັດຈຸບັນ ການກໍ່ສ້າງແມ່ນສໍາເລັດເກືອບ 100%, ເຊິ່ງສະແດງໃຫ້ເຫັນວ່າ ໂຄງການລົດໄຟ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະຮັບຮອງໂຄງການ ແລະ ກະ ກຽມເປີດໃຫ້ບໍລິການຢ່າງຮອບດ້ານ, ສິ່ງສຳຄັນແມ່ນພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ມີຄວາມຈຳ ເປັນສືບຕໍ່ປຶກສາຫາລື ເພື່ອໃຫ້ການເປີດນຳໃຊ້ທາງລົດໄຟດັ່ງກ່າວ ມີປະສິດຕິຜົນ. ພ້ອມນີ້, ທ່ານ ຈູ໋ ກົ່ວຈ່ຽງ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ຮອງປະທານປະເທດ ບຸນທອງ ...

Read More »

ປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງ ພັກກອມມູນິດຈີນ ແລະ ພັກການເມືອງ ປະເທດອາຊີອາຄະເນ ແລະ ອາຊີໃຕ້

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກກອມມູນິດຈີນ, ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ນຳພາຄະ ນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງ ພັກກອມມູນິດຈີນ ແລະ ພັກການເມືອງປະເທດອາຊີອາຄະເນ ແລະ ອາຊີໃຕ້ ຜ່ານວີດີໂອທາງໄກ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 9 ກັນ ຍາ 2021 ຢູ່ໜານນິງ, ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ, ສປ ຈີນ ພາຍໃຕ້ຫົວຂໍ້: “ເພີ່ມທະວີການຮ່ວມມືພັກການເມືອງ ເພື່ອພ້ອມກັນສະແຫວງຫາການພັດທະນາເສດຖະກິດ”, ໂດຍການເປັນເຈົ້າ ພາບຮ່ວມ ຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ຄະນະບໍລິຫານງານພັກເຂດປົກຄອງຕົນເອງ ເຜົ່າຈວ້ງກວາງຊີ, ເຊິ່ງມີຜູ້ຕາງໜ້າ ຈາກ 40 ກວ່າພັກການເມືອງ ຈາກ 16 ປະເທດໃນອາຊີອາຄະເນ ແລະ ອາຊີໃຕ້ ແລະ ສປ ຈີນ ເຂົ້າຮ່ວມ.ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ປະກອບຄຳເຫັນໃນກອງປະຊຸມ ຜ່ານວີດີໂອທາງໄກ, ໂດຍໄດ້ສະແດງຄວາມຊົມເຊີຍ ວັນສ້າງຕັ້ງພັກກອມມູນິດຈີນ ຄົບ ຮອບ 100 ປີ ...

Read More »

ນາຍົກລັດຖະມົນຕີ ກ່າວຄໍາປາໄສ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18

ໃນວັນທີ 10 ກັນຍາ 2021, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວຄໍາປາໄສ (ແບບບັນທຶກວິດີໂອ) ຮ່ວມກັບ ທ່ານ ວາງ ກີຊານ (Wang Qishan) ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 18, ໃນຖານະ ສປປ ລາວ ເປັນປະເທດກິດຕິມະສັກ ຂອງລັດຖະບານແຫ່ງ ສປ ຈີນ ເປັນປີທີ 2 ຕິດຕໍ່ກັນ. ງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້​ຄຳ​ຂວັນ “ກາລະໂອກາດຮ່ວມກັນ ຈາກແລວການຮ່ວມມືທາງບົກ-ທາງທະເລ ແບບໃໝ່, ສ້າງຄູ່ຮ່ວມຊາຕາກໍາ ອາຊຽນ-ຈີນ” ແມ່ນໃນຮູບແບບທາງໄກ ແລະ ເຂົ້າຮ່ວມກັບທີ່ ຊຶ່ງໄດ້ຈັດຂຶ້ນທ່າມກາງບັນຍາກາດທີ່ ອາຊຽນ ແລະ ສປ ຈີນ ສະເຫຼີມສະຫຼອງການພົວພັນຮ່ວມມື ຄົບຮອບ 30 ປີ. ...

Read More »

ເຈົ້າເມືອງທຸລະຄົມ ລົງຕິດຕາມຊຸກຍູ້ ການກໍ່ສ້າງຂົວນໍ້າພະນາຍ

ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 8 ກັນຍາ ນີ້, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ລົງຕິດຕາມການກໍ່ສ້າງຂົວນໍ້າພະນາຍ (ທາງເລກທີ 10 ກມ 63+400) ບ້ານເກິນກາງ ເມືອງທຸລະຄົມ ເພື່ອເຮັດໃຫ້ການກໍ່ສ້າງຂົວ ເປັນໄປຕາມແບບ, ຕາມເຕັກນິກ ແລະ ໃຫ້ການກໍ່ສ້າງສໍາເລັດໃນເວລາທີ່ກໍານົດໄວ້. ທ່ານ ທອງປະເສີດ ເພັດລາສີ ຮອງຫົວໜ້າຄະນະຮັບຜິດຊອບ ໂຄງການສ້ອມແປງທາງຫລວງແຫ່ງ ຊາດເລກທີ 13, ທັງເປັນຄະນະຮັບຜິດຊອບການກໍ່ສ້າງຂົວນໍ້າພະນາຍ ໄດ້ໃຫ້ຮູ້ວ່າ: ພາຍຫລັງມີໜັງສືສັນຍາກໍ່ສ້າງຂົວນໍ້າພະນາຍ ວັນທີ 28 ມິຖຸນາ 2021, ຄະນະຮັບຜິດຊອບການກໍ່ສ້າງໄດ້ສົມທົບກັບ ບໍລິສັດຮັບເໝົາ ຄື: ບໍລິສັດມາລີນີ ຈໍາກັດ ແລະ ຂະແໜງການກ່ຽວຂ້ອງ ວາງແຜນຮີບຮ້ອນຈັດຕັ້ງປະຕິບັດການກໍ່ສ້າງ ໂດຍລຽງລໍາດັບແຕ່ລະໜ້າວຽກທີ່ຮີບດ່ວນ ແລະ ວຽກໃດທີ່ຕ້ອງເຮັດຕາມຫລັງ ຕາມແບບເຕັກນິກຂອງການອອກແບບທີ່ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງຮັບຮອງ, ແຕ່ເນື່ອງການລົງມືຈັດຕັ້ງປະຕິບັດຕົວຈິງນັ້ນ ຍັງມີບາງເງື່ອນໄຂ ແລະ ປັດໄຈບາງດ້ານທີ່ບໍ່ທັນເອື້ອອໍານວຍ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ແກ້ໄຂໄປນໍາ, ລວມທັງຄວາມຫຍຸ້ງຍາກໃນການຕອກເສົາເຂັມ, ...

Read More »

ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ມອບເງິນຈໍານວນ 50.000 ໂດລາສະຫາລັດ ປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623

ທະນາຄານ ລາວ-ຝຣັັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623 ໂດຍມີເປົ້າໝາຍເພື່ອເປັນການ ຊ່ວຍເຫຼືອສັງຄົມລາວຂອງພວກເຮົາ. ໃນຊ່ວງໄລຍະວິກິດການນີີ້, ໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ. ສໍາລັບເງິນອຸປະທໍາດັັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ. ທ່ານ ສະເຕຟານ ອຽກແບັງ ໄດ້ກ່າວວ່າ: “ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີີ້,ພວກເຮົາໄດ້ເຫັນເຖິງຈໍານວນຂອງຄົນຕິດເຊື້ອທີື່ສູງຂຶ້ນບໍໍ່ວ່າຈະຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆທົ່ວປະເທດ. ສໍາລັບໜ່ວຍງານ ແລະ ...

Read More »

ເມືອງຫົງສາ ລົງໂຄສະນາເຄື່ອນທີ່ ເພີ່ມທະວີມາດຕະການປ້ອງກັນໂຄວິດ-19

ເພື່ອເປັນການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະ ກໍຄືເມືອງຫົງສາ ແຂວງໄຊຍະບູລີ. ໃນວັນທີ 6 ກັນຍາຜ່ານມານີ້, ກອງບັນຊາການ ປກສ-ປກຊ ຮ່ວມກັບ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງ ໄດ້ລົງໂຄສະນາເຄື່ອນທີ່ ເພີ່ມທະວີມາດຕະການປ້ອງກັນໂຄວິດ-19. ນໍາໂດຍທ່ານ ພັຕ ໄລ ແສນທອນ ຮອງພະແນກຕໍາຫຼວດ ຊີ້ນໍາວຽກງານຈະລາຈອນເມືອງ ພ້ອມດ້ວຍພະນັກງານວິຊາການ ຫ້ອງການ ຖວ​ທ ເມືອງເຂົ້າຮ່ວມ. ຈຸດປະສົງ ເພື່ອສືບຕໍ່ເຄື່ອນໄຫວໂຄສະນາ ເຜີຍແຜ່ກ່ຽວກັບໄພອັນຕະລາຍ, ຜົນຮ້າຍຂອງພະຍາດໂຄວິດ-19 ແລະ ວິທີການປ້ອງກັນການຕິດເຊື້ອ. ເປັນຕົ້ນແມ່ນໃຫ້ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ບໍ່ຊຸມນຸມ-ບໍ່ຊຸມແຊວກັນເປັນກຸ່ມ, ຫ້າມບໍ່ໃຫ້ຕັ້ງວົງດື່ມເຫຼົ້າ-ເບຍ, ໃຫ້ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວທີ່ມີທາດເຫຼົ້າ 70, ຫຼີກລ່ຽງການໄປໃນບ່ອນທີ່ມີຊຸມຊົນແອອັດ ແລະ ອື່ນໆ. ລວມເຖິງການນຳໃຊ້ຍານພາຫະນະທຸກປະເພດໃນການສັນຈອນຕາມທ້ອງຖະໜົນໃຫ້ມີຄວາມປອດໄພ. ການລົງໂຄສະນາຄັ້ງນີ້, ແມ່ນໄດ້ຕິດຕັ້ງໂທລະໂຄ່ງໃສ່ກັບພາຫະນະ ແລ້ວເຄື່ອນໄຫວພາຍໃນເທດສະບານເມືອງ. ທັງນີ້, ກໍເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຮັບຮູ້ໄດ້ເຖິງຜົນຮ້າຍ, ໄພອັນຕະລາຍຂອງພະຍາດດັ່ງກ່າວ ...

Read More »

ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດການນຳໃຊ້ ໂຄງການ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ

ໃນມະຕິກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2021 ຜ່ານມາ ລັດຖະບານໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ໂດສະເພາະ ການກະກຽມຄວາມພ້ອມຮອບດ້ານ ເພື່ອການເປີດນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ໂດຍ ເຫັນດີດ້ານຫລັກການ ຮັບຮອງເອົາບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອການເປີດນຳໃຊ້ໂຄງການທາງລົດໄຟລາວ-ຈີນ. ພ້ອມນີ້, ໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ເປັນໃຈກາງ ປະສານກັບກະ ຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ ແລະ ຂະແໜງການທີ່ກ່ຽວຂ້ອງ ກວດກາຄືນວຽກງານທີ່ຍັງບໍ່ທັນສໍາເລັດ ເຊັ່ນ: ການຊົດເຊີຍທີ່ດິນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ, ລວມທັງການຊົດເຊີຍທີ່ດິນຢູ່ສະຖານີລົດໄຟຂົນສົ່ງສິນຄ້າວຽງຈັນ, ການປັກຫລັກ ໝາຍຊາຍແດນໃນອຸບມົງ, ການກະກຽມວີຊາເຂົ້າ-ອອກເມືອງ, ການເຈລະຈາສັນຍາຂົນສົ່ງທາງລົດໄຟ ພ້ອມທັງມາດຕະການໃນການໃຫ້ບໍລິການ, ການກະກຽມບຸກຄະລາກອນໃນບາງວຽກງານ, ການກຳນົດຈຳນວນລົດໄຟ ທີ່ຈະໃຊ້ບໍລິການ, ການແບ່ງປັນຜົນປະໂຫຍດ ລະຫວ່າງຜູ້ລົງທຶນດ້ວຍກັນ ແລະ ລະ ຫວ່າງຜູ້ລົງທຶນກັບພາກລັດ ໃນການບໍລິການ ແລະ ນຳໃຊ້ລົດໄຟ ທັງທາງກົງ ແລະ ທາງອ້ອມ ເພື່ອຮັບປະກັນຜົນປະໂຫຍດຂອງແຕ່ລະຝ່າຍ. ສໍາລັບພິທີເປີດນຳໃຊ້ລົດໄຟລາວ-ຈີນ ຢ່າງເປັນທາງການ ຢູ່ເບື້ອງ ...

Read More »

ນາຍົກລັດຖະມົນຕີ ຍົກ 6 ຂໍ້ຕ້ອງປະຕິບັດເພື່ອພັດທະນາການສຶກສາລາວໃນສົກຮຽນປີ 2021-2022

ເຖິງແມ່ນວ່າ ໃນສົກຮຽນ 2021-2022 ນີ້ ຈະມີອຸປະສັກ ນານາປະການເປັນຕົ້ນ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ19), ສະພາບການເງິນຂອງປະເທດຍັງສືບຕໍ່ຝືດເຄືອງກໍ່ຕາມ ແຕ່ເພື່ອໃຫ້ລູກຫຼານທີ່ເປັນອະນາຄົດຂອງຊາດສືບຕໍ່ໄດ້ສຶກສາຮ່ຳຮຽນຕາມຫຼັກສູດທັງຮັບປະກັນໃຫ້ການຮຽນ-ການສອນ ໃນສົກປີ 2021-2022 ດໍາເນີນໄປຢ່າງມີປະສິດທິຜົນສາມາດເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດຕໍ່ໄປ. ດັ່ງນັ້ນ, ເພື່ອເປັນຊ່ອງທາງໃຫ້ແກ່ຂະແໜງການສຶກສາ ໃນມື້ໄຂສົກຮຽນໃໝ່ວັນທີ 6 ກັນຍາ 2021 ນີ້ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ມີທິດຊີ້ນໍາໃຫ້ທົ່ວປວງຊົນຮ່ວມປະຕິບັດ 6 ຂໍ້ນີ້ ແນໃສ່ສືບຕໍ່ພັດທະນາລະບົບການສຶກສາຂອງປະເທດເຮົາ:1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ຫນ້າທີ່ວຽກງານ ຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດຫມາຍ-ລະບຽບການດ້ານການສຶກສາ, ພັດທະນາສະຖານການສຶກສາ ໃຫ້ມີ ຄຸນນະພາບ ແລະ ໄດ້ມາດຕະຖານໃນການພັດທະນາຊັບພະຍາກອນມະນຸດ ຕາມທິດ 3 ລັກສະນະ ແລະ 5 ຫຼັກມູນ ຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຕິດພັນກັບວາລະແຫ່ງຊາດ ຢ່າງເດັດຂາດ ແລະ ເຂັ້ມງວດ. 2. ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກອົບຮົມ ແລະ ຄົ້ນຄວ້າຫລັກສູດການ ...

Read More »

ລາວ-ຫວຽດນາມ ຮ່ວມມືກັນໃນຂົງເຂດ ໄອຊີທີ ແລະ ການຫັນເປັນທັນສະໄໝ ດ້ວຍລະບົບດີຈີຕອນ

ໃນວັນທີ 1 ກັນຍາ 2021, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ຄະນະອໍານວຍການບໍລິສັດ ລາວໂທລະຄົມມະນາຄົມ ຈໍາກັດ, ຄະນະອໍານວຍການບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບ ທ່ານ ຫງ໋ຽນ ແມ້ງ ຮຸ່ງ ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະ ຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້, ຖືເປັນນິມິດໝາຍອັນດີ ແລະ ມີຄວາມໝາຍສໍາຄັນ ທີ່ພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ພວມຊື່ນຊົມຕໍ່ຜົນສຳເລັດຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະໃນລະຫວ່າງ ວັນທີ 9-10 ...

Read More »