ພະແນກ ຮສສ ນະຄອນຫຼວງວຽງຈັນ ຈັດງານນັດພົບແຮງງານປະຈຳປີ 2020…..

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45ປີ ແລະ ສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ທັງເປັນການປະກອບສ່ວນບັນລຸແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງນະຄອນຫຼວງວຽງຈັນ ກໍຄືການບັນລຸແຜນພັດທະນາສືມືແຮງງານ ແລະ ຈັດຫາງານ ປີ 2020.

ໃນຕອນບ່າຍຂອງວັນທີ 18 ທັນວາ 2020 ນີ້ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ນະຄອນຫຼວງວຽງຈັນ ໄດ້ຈັດງານນັດພົບແຮງງານ ປະຈຳປີ 2020 ຂຶ້ນ ທີ່ພະແນກຂອງຕົນ ໂດຍການເປັນປະທານຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ທ່ານ ສີຫຸນ ສິທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ມີບັນດາທ່ານຫົວໜ້າກົມ, ຮອງກົມ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າສະຖາບັນການສຶກສາ, ຫົວໜ້າຫ້ອງການ ຮສສ, ຫົວໜ້າສູນຝຶກວິຊາຊີບ, ຜູ້ຕາງໜ້າຈາກບັນດາຫົວໜ່ວຍແຮງງານ, ຄູ-ອາຈານ ແລະ ນັກສຶກສາ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ຈຸດປະສົງ ເພື່ອສ້າງເງື່ອນໄຂ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ຕ້ອງການມີວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານໄດ້ມີເວທີພົບປະກັນໂດຍກົງ ນຳໄປສູ່ການຮັບສະໝັກ ແລະ ບັນຈຸເຂົ້າຕຳແໜ່ງທີ່ວ່າງງານຢ່າງເໝາະສົມກັບຄວາມຮູ້ຄວາມສາມາດ ທັງເປັນການຊ່ວຍເຫຼືອ ແລະ ສົ່ງເສີມໃຫ້ແຮງງານທີ່ຕ້ອງການພັດທະນາສີມືແຮງງານສາມາດເຂົ້າເຖິງສະຖາບັນການສຶກສາຕ່າງໆ ໄດ້ຮັບການຍົກລະດັບສີມືແຮງງານແທດເໝາະກັບຄວາມຕ້ອງການຕະຫຼາດແຮງງານ ພ້ອມນີ້ ຍັງເປັນການຫຼຸດຜ່ອນອັນຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ ແລະ ປຸກຈິດສຳນຶກໃຫ້ຜູ້ປະກອບການ (ນາຍຈ້າງ) ແລະ ຜູ້ຊອກວຽກເຮັດງານທຳມີຄວາມຮັບຮູ້ເຂົ້າໃຈຕໍ່ກັບແນວທາງນະໂຍບາຍປ່ຽນແປງໃໝ່, ລະບຽບກົດໝາຍທີ່ກ່ຽວຂ້ອງກັບວຽກງານແຮງງານໂດຍສະເພາະແມ່ນການຈັດຈ້າງແຮງງານ ພ້ອມທັງຮັບຮູ້ ແລະ ເຂົ້າໃຈພາລະບົດບາດຂອງວຽກງານແຮງງານຫຼາຍຂຶ້ນ.

ພາຍໃນງານມີບັນດາຫົວໜ່ວຍທີ່ຕ້ອງການແຮງງານຫຼາຍບູສ ທີ່ມີຕຳແໜ່ງວ່າງງານຫຼາຍກວ່າ 5.000 ຕຳແໜ່ງ, ມີຜູ້ຊອກວຽກເຮັດງານທຳ ແລະ ຢາກປ່ຽນວຽກໃໝ່ຫຼາຍກວ່າ 3.000 ຄົນ ແລະ ມວນຊົນທົ່ວໄປເຂົ້າຮ່ວມຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຜູ້ຊອກວຽກເຮັດງານທຳຈະຖືກຄັດເລືອກບັນຈຸເຂົ້າຕຳແໜ່ງວ່າງງານ ຂອງບັນດາຫົວໜ່ວຍແຮງງານ, ໂຄງການ ແລະ ເຂດເສດຖະກິດພິເສດ ຈຳນວນ 1.000 ຄົນ.

ພາຍໃນງານແມ່ນຈະມີກິດຈະກຳທີ່ຫຼາກຫຼາຍເຊັ່ນ: ການລົງທະບຽນຮັບສະໝັກພະນັກງານຜ່ານອິນເຕີເນັດ, ການສຳພາດເຂົ້າເຮັດວຽກ, ການໃຫ້ຂໍ້ມູນຂ່າວສານດ້ານແຮງງານ, ຂໍ້ມູນກ່ຽວກັບການຝຶກອົບຮົມວິຊາຊີບ, ການເຜີຍແຜ່ຜ່ານເວັບໄຊ, ກິດຈະກຳສະແດງຮູບພາບເຄື່ອນໄຫວຂອງວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານແຕ່ລະໄລຍະ, ກິດຈະກຳໃຫ້ຄຳປຶກສາກ່ຽວກັບການເຂົ້າປະກັນສັງຄົມ ແລະ ປິ່ນປົວສຸຂະພາບ, ກິດຈະກຳການແຂ່ງຂັນສີມືແຮງງານເປັນຕົ້ນແມ່ນການແກະສະລັກຜັກ ແລະ ໝາກໄມ້, ການແຂ່ງຂັນຕົບແຕ່ງໂຕະອາຫານພື້ນຖານ ແລະ ອື່ນໆ

ງານນັດພົບແຮງງານໃນຄັ້ງນີ້ ແມ່ນຈະໄດ້ຈັດຂຶ້ນເປັນເວລາ 4 ວັນ ນັບແຕ່ວັນທີ 18-21 ທັນວາ 2020 ນີ້.

Comments