ການປັບປຸງນິຕິກຳ ແລະ ຂັ້ນຕອນການຈົດທະບຽນຖິ່ນກຳເນີດ ໄລຍະ 2 ສາມາດຈົດທະບຽນໄດ້ 4 ສິນຄ້າ……

ໃນວັນທີ 22 ທັນວາ 2020 ນີ້, ໄດ້ມີພິທີສະຫລຸບ ແລະ ປິດໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2 (PSME-2) ໂດຍການມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັດຕະນະໄຕ ຫລວງລາດບັນດິດ ຜູ້ຮັກສາການທະນາ ຄານພັດທະນາອາຊີ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມີຄຳເຫັນວ່າ: ໂຄງການ ພັດທະນາພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນການຕໍ່ຍອດຈາກຜົນສຳເລັດດັ່ງກ່າວ ໃນການຜັນຂະ ຫຍາຍສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກ ເພື່ອເລັ່ງໃສ່ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ, ສ້າງເງື່ອນໄຂທາງດ້ານເຕັກໂນໂລຊີ ແລະ ສ້າງຄວາມອາດສາມາດໃຫ້ SME ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ເຂົ້າສູ່ຕະຫລາດສາກົນ.

Image may contain: 2 people

ຜ່ານການຈັດຕັ້ງປະຕິບັດເຫັນວ່າມີຜົນສຳເລັດຫລາຍດ້ານ ເປັນຕົ້ນ ການປັບປຸງລະບົບການຂຶ້ນທະບຽນວິສາຫະກິດ ທີ່ມີຄວາມທັນສະໄໝ ແລະ ວ່ອງໄວ, ມີລະບົບຖານຂໍ້ມູນວິສາຫະກິດ ທີ່ສາມາດເຊື່ອມຕໍ່ລະຫວ່າງສູນກາງ ແລະ ຫ້ອງການທະບຽນ ທຸກຈຸດໃນທົ່ວປະເທດ,ລະບົບດັ່ງກ່າວຍັງສາມາດເຊື່ອມຕໍ່ກັບຂະແໜງອາກອນ ແລະ ຂະແໜງການອື່ນໆ; ການກຳນົດເງື່ອນ ໄຂໃນກົດໝາຍ ວ່າດ້ວຍການສ້າງນິຕິກຳໃຫ້ມີການປະເມີນຜົນກະທົບ ກ່ອນການຮ່າງນິຕິກຳ ເພື່ອໃຫ້ຜູ້ທີ່ຈະໄດ້ຮັບຜົນກະທົບ ສາມາດເຫັນເຖິງຜົນທີ່ຈະຕາມມາຖ້ານິຕິກໍາດັ່ງກ່າວຖືກນໍາໃຊ້; ການປັບປຸງນິຕິກຳ ແລະ ຂັ້ນຕອນໃນການຈົດທະບຽນຖິ່ນກຳເນີດສິນຄ້າ ຫລື Geographical Indication-GI ພາຍໃຕ້ໂຄງການນີ້, ສາມາດຈົດທະບຽນ 4 ສິນຄ້າ ເຊັ່ນ: ຊາປາກຊ່ອງ, ຊາຜົ້ງສາລີ, ຜ້າໄໝ ຫົວພັນ ແລະ ຜ້າໄໝຫລວງພະບາງ ເຊິ່ງເກີນຄາດ ໝາຍທີ່ໂຄງການວາງໄວ້ໃນເບື້ອງຕົ້ນ; ການສ້າງພື້ນຖານ ແລະ ພັດທະນາການສ້າງລະບົບຊື້ຂາຍຜ່ານທາງເອເລັກໂຕຣນິກ ເພື່ອສົ່ງເສີມ SME ໃຫ້ສາມາດເຂົ້າເຖິງຕະຫລາດໃນປະເທດອາຊີ ເຊິ່ງໄດ້ມີເວັບໄຊຊື້-ຂາຍ Plaosme.com ທີ່ພັດທະນາໃຫ້ມີລະບົບການຊຳລະເງິນຄ່າສິນຄ້າ ຜ່ານທາງເອເລັກໂຕຣນິກ ໄດ້ສຳເລັດ.

Image may contain: 2 people, people standing, people on stage and indoor

ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນເງິນກູ້ ເພື່ອຊ່ວຍເຫລືອດ້ານວິຊາການດອກເບ້ຍຕ່ຳ ຈາກທະນາຄານພັດທະນາອາຊີ, ເຊິ່ງນັບແຕ່ ປີ 2006 ທະນາຄານພັດທະນາອາຊີ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນການພັດທະນາພາກເອກະຊົນ ແລະ ວິສະຫະກິດຂະໜາດນ້ອຍ ແລະ ກາງ ໂດຍເນັ້ນໃສ່ສົ່ງເສີມນະໂຍບາຍການພັດທະນາ ວິສະຫະກິດຂະໜາດນ້ອຍ ແລະ ກາງ, ການເຂົ້າເຖິງແຫລ່ງທຶນ, ການສ້າງບັນຍາກາດການລົງທຶນ ທີ່ເອື້ອອໍານວຍຄວາມສະດວກ, ປັບປຸງນະໂຍ ບາຍການຄ້າ ແລະ ການພັດທະນາຄວາມອາດສາມາດ ຂອ ວິສະຫະກິດຂະໜາດນ້ອຍ ແລະ ກາງ ຜ່ານບັນດາແຜນງານ ແລະ ໂຄງການຊ່ວຍເຫລືອທາງດ້ານວິຊາການຕ່າງໆ.

ແຫຼ່ງຂໍ້ມູນ: ຂປລ

Comments