ກະຊວງສາທາ ຖະແຫຼງຂ່າວ ແຈ້ງມາດຕະການຜ່ອນຜັນ 13 ຂໍ້ ນັບແຕ່ວັນທີ 23 ທັນວາ 2020 ຫາ 31 ມັງກອນ 2021………

ລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ແຈ້ງມາດຕະການຜ່ອນຜັນ 13 ຂໍ້ ນັບແຕ່ວັນທີ 23 ທັນວາ 2020 ຫາ 31 ມັງກອນ 2021 ໜຶ່ງໃນນັ້ນແມ່ນບໍ່ອະນຸຍາດໃຫ້ຈັດງານຄອນເສີດ ແລະ ງານລາຕີສະໂມສອນ. ສ່ວນງານສະຫຼອງປີໃໝ່ສາກົນທີ່ຈະມາເຖິງນີ້ ໃຫ້ສະຫຼອງຢູ່ກັບເຮືອນ ພາຍໃນຄອບຄົວຂອງໃຜລາວ ພ້ອມເຕືອນປະຊາຊົນໃຫ້ເຂັ້ມງວດປະຕິບັດມາດຕະການປ້ອງກັນໂຄວິດ-19 ຫຼັງໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດວ່າໄດ້ມີການກາຍພັນ ເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອ ຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ.

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 23 ທັນວາ 2020 ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 23 ທັນວາ 2020 ຫາ 31 ມັງກອນ 2021 ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ຊຶ່ງຍັງບໍ່ມີທ່າອ່ຽງຫຼຸດລົງ ແລະ ບາງປະເທດ ມີການລະບາດຮອບໃໝ່, ສິ່ງທີ່ເປັນອັນຕະລາຍຍິ່ງໄປກວ່ານັ້ນ ໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດ ໃນໂລກໃຫ້ຮູ້ວ່າພະຍາດດັ່ງກ່າວໄດ້ມີການກາຍພັນ ເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອ ຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ, ການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ ສ່ວນຫຼາຍ ບໍ່ມີອາການ ເຊິ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນ ຂຶ້ນຕື່ມ.

ທຸລະກິດບໍລິການ ແລະທ່ອງທ່ຽວລາວຖືກ ກະທົບ ຢ່າງໜັກຈາກ ການລະບາດຂອງ ໄວຣັສ ໂຄວິດ-19

ສະນັ້ນ ລັດຖະບານ ຈຶ່ງຮຽກຮ້ອງໃຫ້ພົນລະເມືອງລາວ ແລະ ຜູ້ທີ່ດຳລົງຊິວິດ ຢູ່ ສປປ ລາວ ຕ້ອງເພີ່ມສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ສູງກວ່າ ທີ່ເປັນຢູ່ໃນປັດຈຸບັນ, ຊຶ່ງມາດຕະການສຳລັບໄລຍະແຕ່ວັນທີ 23 ທັນວາ 2020 ຫາ ວັນທີ 31 ມັງກອນ 2021 ມີດັ່ງນີ້:

1 ໃຫ້ສືບຕໍ່ໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດ ຫຼື ຂົງເຂດ ທີ່ມີການລະບາດ ຂອງພະຍາດ COVID-19 ຢູ່ພາຍໃນ, ຍົກເວັ້ນ ຖ້ຽວບິນເພື່ອມະນຸດສະທໍາ ທີ່ມີຄວາມຈໍາເປັນ ແຕ່ຕ້ອງໄດ້ມີການຄົ້ນຄວ້າລະອຽດຮັດກຸມ ແລະ ກວດກາຢ່າງເຄັ່ງຄັດ ເປັນແຕ່ລະກໍລະນີ. ພ້ອມກັນນີ້, ກໍ່ໃຫ້ກວດກາຜູ້ໂດຍສານຖ້ຽວບິນ ເໝົາລຳຈາກປະເທດບໍ່ມີການລະບາດຂອງພະຍາດ COVID-19 ຢູ່ພາຍໃນ ທີ່ໄດ້ຮັບອະນຸຍາດ, ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານ ຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຢູ່ພາຍໃນ ມານໍາຖ້ຽວບິນເໝົາລໍາດັ່ງກ່າວ.

ລາວຄາດວ່າຈະໄດ້ຮັບ ວັກຊິນ ຕ້ານ ໂຄວິດ-19 — ຂ່າວລາວ ວິທຍຸເອເຊັຍເສຣີ ພາສາລາວ

2 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນ ຢ່າງເຂັ້ມງວດ: ເປັນຕົ້ນ ຕ້ອງມີໃບຢັ້ງຢືນການກວດເຊື້ອ ໂຄວິດ-19 ດ້ວຍເຄື່ອງ PCR 72 ຊົ່ວໂມງກ່ອນເດີນທາງ ໂດຍມອບໃຫ້ສາຍການບິນເປັນຜູ້ກວດກາຕົວຈິງແລະ ເມື່ອມາຮອດ ສປປ ລາວ ແລ້ວ ຕ້ອງໄດ້ກວດເຊື້ອພະຍາດ ໂຄວິດ-19 ດ້ວຍເຄື່ອງ PCR ແລະ ກັກກັນຕົວ ຢູ່ສູນ ຫຼື ໂຮງແຮມ ທີ່ລັດຖະບານກຳນົດ ໃຫ້ຄົບ 14 ວັນ.

3 ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ. ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້, ແຕ່ຕ້ອງໄດ້ຮັບການສີດຢາຂ້າເຊື້ອພະຍາດ ຕາມເຕັກນິກຂອງຂະແໜງການກ່ຽວຂ້ອງກຳນົດ.

ແຮງງານລາວ ທີ່ໄປເຮັດວຽກຕ່າງປະເທດກັບບ້ານຊ່ວງເກີດCOVID-19 | ເວົ້າສູ່ກັນຟັງ

4 ສືບຕໍ່ປິດດ່ານສາກົນສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ ຄືດັ່ງໄດ້ປະຕິບັດຜ່ານມາໃນເງື່ອນໄຂປ້ອງກັນການແຜ່ເຊື້ອ.

5 ອະນຸຍາດໃຫ້ຈັດງານຄອນເສີດ ແລະ ງານລາຕີສະໂມສອນ. ສ່ວນງານສະຫຼອງປີໃໝ່ສາກົນທີ່ຈະມາເຖິງນີ້ ໃຫ້ສະຫຼອງຢູ່ກັບເຮືອນ ພາຍໃນຄອບຄົວຂອງໃຜລາວ.
ການສູດມົນຂ້າມປີ ຫາກຈະຈັດ ໃຫ້ຈັດແບບກະທັດຮັດ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສໍາລັບງານດອງ ກໍໃຫ້ຈັດແບບກະທັດຮັດ ແລະ ປະຢັດມັດທະຍັດ ຕາມຮີດຄອງປະເພນີອັນດີງາມຂອງລາວເຮົາ ແລະ ປະຕິບັດຕາມມາດຕະການປ້ອງກັນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ຄະນະສະເພາະກິດວາງອອກ.

6 ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃຫ້ສັງຄົມ ເຂົ້າໃຈວ່າ ເຖິງແມ່ນວ່າປະເທດເຮົາ ບໍ່ມີການລະບາດ ຂອງພະຍາດ ໂຄວິດ-19 ຢູ່ພາຍໃນ ກໍ່ຕາມ ແຕ່ຢູ່ບາງປະເທດໃກ້ຄຽງ ແລະ ຫຼາຍປະເທດ ໃນໂລກ ຍັງມີການລະບາດຮຸນແຮງ, ຍ້ອນແນວນັ້ນ ໃຫ້ພົນລະເມືອງລາວ ແລະ ທຸກຄົນ ທີ່ອາໄສຢູ່ ສປປ ລາວ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເປັນເຈົ້າການຮ່ວມກັນ.

7 ສະເໜີໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການຕິດຕາມກວດກາ ການເຂົ້າ-ອອກ ຢູ່ດ່ານ, ລາດຕາເວນ ຕາມຊາຍແດນ ເພື່ອຮັບປະກັນ ບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນ ບໍ່ໃຫ້ມີຄວາມສ່ຽງໃນການນໍາເຊື້ອພະຍາດເຂົ້າມາແຜ່ລະບາດໃນຊຸມຊົນ.

8 ສະເໜີໃຫ້ອົງການປົກຄອງແຕ່ລະຂັ້ນ ສືບຕໍ່ເພີ່ມທະວີບົດບາດການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຊາບ ຢ່າງເປັນປົກກະຕິ ແລະ ທັນເວລາ.

9 ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດ ເພື່ອໃຫ້ສາມາດຕິດຕາມການເຄືີ່ອນໄຫວຂອງບຸກຄົນດັ່ງກ່າວໄດ້ ໃນຂອບເຂດ 14 ວັນ. ຄະນະສະເພາະກິດ ຈະຄົ້ນຄວ້າລະບຽບການ ແລະ ຄິດໄລ່ຄ່າໃຊ້ຈ່າຍໃນການນຳໃຊ້ອຸປະກອນຕິດຕາມດັ່ງກ່າວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ.

10 ປັບປຸງ ແລະ ຟື້ນຟູຄືນບັນດາສະຖານທີ່ຈຳກັດບໍລິເວນ ຢູ່ສູນກາງ ແລະ ຢູ່ແຕ່ລະທ້ອງຖິ່ນ ທີ່ມີແລ້ວ, ພ້ອມກັນນັ້ນ ກໍໃຫ້ເພີ່ມສະຖານທີ່ໃໝ່ຕື່ມເພື່ອເປັນບ່ອນຈໍາກັດບໍລິເວນ ແລະ ປິ່ນປົວຜູ້ຕິດເຊື້ອ ໃນກໍລະນີທີ່ມີຜູ້ເດີນທາງເຂົ້າມາຈາກຕ່າງປະເທດເປັນຈໍານວນຫຼາຍ ໂດຍສະເພາະແຮງງານລາວ ທີ່ຕົກຄ້າງຢູ່ຕ່າງປະເທດ.

11 ໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນເພີ່ມທະວີການຕິດຕາມ ກວດກາສະຖານທີ່ຈຳກັດບໍລິເວນ ທີ່ຕິດພັນກັບການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ພ້ອມນີ້, ຕ້ອງກໍານົດມາດຕະການຕໍ່ຜູ້ທີ່ລະເມີດ ຂໍ້ຫ້າມຕ່າງໆ ຂອງຄະນະສະເພາະກິດແຕ່ລະຂັ້ນ ຢ່າງເຄັ່ງຄັດ.

12 ໃຫ້ຄົ້ນຄວ້າ ແລະ ກຳນົດໃຫ້ລະອຽດ ເງື່ອນໄຂໃນການຊື້ປະກັນໄພ COVID-19 ສຳລັບຄົນຕ່າງປະເທດທີ່ຈະເດີນທາງເຂົ້າມາ ສປປ ລາວ.

13 ໃຫ້ຄະນະສະເພາະກິດ ສືບຕໍ່ປະສານກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕິດຕາມການຄົ້ນຄວ້າວັກຊີນປ້ອງກັນພະຍາດດັ່ງກ່າວ ທີ່ປັດຈຸບັນ ຍັງຢູ່ໃນໄລຍະທົດລອງ ເພື່ອໃຫ້ໄດ້ມານຳໃຊ້ໃນປະເທດເຮົາ, ຄາດຄະເນໃຫ້ໄດ້ນໍາໃຊ້ໄວເທົ່າທີ່ຈະໄວໄດ້. ຄະນະສະເພາະກິດ ຕ້ອງໄດ້ສ້າງແຜນ ການຈັດຫາ ແລະ ນຳໃຊ້ຢາວັກຊິນດັ່ງກ່າວ ມາບໍລິການໃຫ້ປະຊາຊົນ ຢ່າງທົ່ວເຖິງ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments