ເຜີຍແຜ່ຜົນສໍາເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ…..

ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເປັນປະທານກອງປະຊຸມເຜີຍ ແຜ່ຜົນສໍາເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຈັດຂຶ້ນໃນວັນທີ 23 ທັນວາ 2020 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ.

Image may contain: 1 person, standing

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຫລາຍວຽກງານຈາກເຈົ້າໜ້າທີ່ກ່ຽວຂ້ອງ ເປັນຕົ້ນ: ພາບລວມຂອງປະຊາຄົມອາຊຽນ ແລະ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຂອບເຂດວຽກງານ ແລະ ເປົ້າໝາຍລວມຂອງປະຊາຄົມວັດທະນະທໍາ-ອາຊຽນ, ບັນດາຂະແໜງການທີ່ຂຶ້ນກັບປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ພາກສ່ວນທີ່ຮັບຜິດຊອບ-ປະສານງານ, ອົງປະກອບຂອງວິໄສທັດ ແລະ ເປົ້າໝາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ຜົນສໍາເລັດກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 23 ແລະ 24 ແລະ ຜົນສໍາເລັດກອງປະ ຊຸມລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 9.

Image may contain: 2 people, indoor

ນອກຈາກນີ້ ຜູ້ຕາງໜ້າແຕ່ລະຂະແໜງການພາຍໃຕ້ເສົ້າຄໍ້າວັດທະນະທໍາ-ອາຊຽນ ປະກອບຄໍາເຫັນ ແລະ ລາຍງານຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ທິດທາງຕໍ່ໜ້າໃນການເຄື່ອນໄຫວວຽກງານອາຊຽນໃນຂະແໜງການຂອງຕົນເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໃນປະຊາຄົມວັດທະນະທໍາ-ສັງຄົມອາຊຽນຂອງລາວນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.

Image may contain: 4 people, people sitting and indoor

ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ຄວາມເປັນມາຂອງອາຊຽນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ມາຮອດປັດຈຸບັນ ມີສະມາຊິກ 10 ປະ ເທດ ແລະ ພວມດໍາເນີນຂັ້ນຕອນການພິຈາລະນາຂໍ້ສະເໜີຂອງ ຕີມໍ ເລສເຕ ເຂົ້າເປັນສະມາຊິກອາຊຽນຕາມກົດບັດອາຊຽນ, ອາຊຽນ ມີ 3 ປະ ຊາຄົມ ຄື: ປະຊາຄົມການເມືອງຄວາມ-ຄວາມໝັ້ນຄົງ, ປະຊາຄົມເສດຖະ ກິດອາຊຽນ ແລະ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນຜົນສໍາເລດໂດຍລວມໃນການເຄື່ອນໄຫວວຽກງານປະຊາຄົມວັດທະນະທໍາ-ສັງຄົມອາຊຽນຂອງລາວໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໃນປະຊາຄົມວັດທະນະທໍາ-ສັງຄົມອາຊຽນຂອງລາວນັບມື້ດີຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: ວສລ

Comments