ກຸ່ມບໍລິສັດ AIF ມອບອຸປະກອນການເພດ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າ 300 ລ້ານກີບ

ກຸ່ມບໍລິສັດ AIF ມອບອຸປະກອນການເພດ ສຳລັບ ພະແນກສຸກເສີນເດັກນ້ອຍ ແລະອຸປະກອນການແພດອື່ນໆ ອີກຈຳນວນໜຶ່ງ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າຫຼາຍກວ່າ 300 ລ້ານກີບ ຢູ່ທີ່ໂຮງໝໍມະໂຫສົດ ໂດຍການເປັນປະທານຂອງ ທ່ານ  ບຸນກອງ ສີຫາວົງ, ລັດຖະມົນຕີວ່າການ ກະຊວງ ສາທາລະນະສຸກ , ມີ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF , ທ່ານ ດຣ. ພິສິດ ພຸດສະຫວັດ  ຜູ້ອຳນວຍການ ໂຮງໝໍ ມະໂຫສົດ ບັນດາ ທ່ານຫົວໜ້າກົມ, ຮອງກົມ, ແພດໝໍ, ບຸກຄະລາກອນການແພດທີ່ກ່ຽວຂ້ອງ, ທ່ານຄະນະຜູ້ບໍລິຫານ ແລະ ພະນັກງານ ຂອງກຸ່ມ ບໍລີສັດ AIF ເຂົ້າຮ່ວມ.

ໃນພິທີດັ່ງກ່າວທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF ໄດ້ກ່າວວ່າ: ຈຸດປະສົງໃນການມອບອຸປະກອນການແພດໃນຄັ້ງນີ້ແມ່ນ ຍ້ອນຢາກຊ່ວຍເຫລືອເດັກນ້ອຍ ໂດຍສະເພາະແມ່ນຕົນເອງໄດ້ມີໂອກາດໄປຢ້ຽມຢາມພ້ອມທັງຊ່ວຍເຫລືອທາງພະແນກຟື້ນຟູເດັກອ່ອນ ຈຶ່ງໄດ້ມາເຫັນວ່າມີເດັກນ້ອຍໄດ້ເຂົ້າມາປິ່ນປົວຢ່າງຫລວງຫລາຍຈາກທົ່ວປະເທດ ແລະ ສ່ວນຫລາຍແມ່ນມາຈາກ ຄອບຄົວທຸກຍາກ, ແມ້ແຕ່ເງິນ ທີ່ໃຊ້ຈ່າຍຄ່າເດີນທາງ ມາໂຮງໝໍ ກໍມີຄວາມຫຍຸ້ງຍາກຫຼາຍ. ຕົນເອງເຫັນວ່າທາງພະແນກເອງກໍມີທີມແພດທີ່ມີໝໍທີ່ມີຝີມື ແລະ ສັກກາຍະພາບຢູ່ແລ້ວແຕ່ຍັງມີຄວາມຂາດເຂີນ, ຄວາມຫຍຸ້ງຍາກທາງດ້ານອຸປະກອນຫລາຍຢ່າງທີ່ສຳຄັນແມ່ນການຊ່ວຍຊີວິດເດັກນ້ອຍ.

        ສະນັ້ນ, ທາງ ຜູ້ບໍລິຫານ ແລະ ພະນັກງານ ຂອງກຸ່ມ ບໍລີສັດ AIF, ຈິ່ງປະກອບສ່ວນ ໃນການຈັດຊື້ອຸປະກອນການແພດໃຫ້ພະແນກສຸກເສີນເດັກ ໂຮງໝໍ ມະໂຫສົດ ໃນຄັ້ງນີ້, ໂດຍມີການຈັດລະດົມທຶນ ເພື່ອຈັດຊື້ ອຸປະກອນໃຫ້ ໂຮງໝໍ ມະໂຫສົດ ໃນທຸກໆປີ ນັບແຕ່ປີ 2018 ເປັນຕົ້ນມາ,  ພ້ອມທັງໄດ້ຈັດຕັ້ງກອງທຶນ ຊ່ວຍເຫລືອເດັກນ້ອຍເຈັບ ຈາກຄອບຄົວທີ່ທຸກຍາກ ນັບແຕ່ປີ 2017 ເປັນຕົ້ນມາ. ກິດຈະກຳເຫລົ່ານີ້, ຖືໄດ້ວ່າເປັນກິດຈະກຳສຳຄັນ ອັນໜຶ່ງ ຂອງກຸ່ມ ບໍລີສັດ AIF ໃນການປະກອບສ່ວນຊ່ວຍເຫລືອສັງຄົມ ແລະ ການປະກອບສ່ວນໃນຄັ້ງມີແມ່ນປະກອບມີ:

1. ເຄື່ອງອົກຊີເຈນສຳຫລັບເດັກນ້ອຍ ຈຳນວນ 5 ເຄື່ອງ

2. ເຄື່ອງຢອດນ້ຳຢາໃນເສັ້ນເລືອດເດັກ ຈຳນວນ 10 ເຄື່ອງ

3. ຕູ້ອົບເດັກ ຈຳນວນ 3 ເຄື່ອງ

4. ຊຸດເຄື່ອງນຸ່ງເຂົ້າຫ້ອງຜ່າຕັດ ຈຳນວນ 60 ຊຸດ

ລວມມູນຄ່າທັງຫມົດ : 300,000,000 ກີບ

Comments