ຄຄອຊ ຈະເລັ່ງແກ້ໄຂ ການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ………..

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໃຫ້ຮູ້ວ່າ: ທິດທາງໃນຕໍ່ໜ້າຈະປັບປຸງວຽກງານຂອງການຄຸ້ມຄອງອິນເຕີເນັດຫຼາຍດ້ານໂດຍສະເພາະປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມອອນໄລເຊັ່ນ: ການພະນັນອອນລາຍ, ການຂາຍຫວຍເຖື່ອນ ແລະ ອື່ນໆ.

ຄຄອຊ ໄດ້ຈັດກອງປະຊຸມປະຈຳປີ ເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021 ໃນວັນທີ 22 ທັນວາ 2020 ທີ່ຜ່ານມາ ຢູ່ກະຊວງແຜນການ ແລະການລົງທຶນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານ ຄຄອຊ.

MPT-ຄຄອຊ ສະຫຼຸບວຽກງານການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.

ສຳຫຼັບທິດທາງແຜນການໃນຕໍ່ໜ້າຂອງ ຄຄອຊ, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວທີ່ກອງປະຊຸມວ່າ: ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳກ່ຽວກັບວຽກງານການຄຸ້ມຄອງໄອຊີທີ ແລະ ດິຈີຕອລ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫຼາຍໃນສັງຄົມເປັນແຕ່ລະໄລຍະ. ສືບຕໍ່ວຽກງານການພັດທະນາເສດຖະກິດດິຈີຕອລຂອງ ສປປ ລາວ ໂດຍການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອລຂອງ ລັດຖະບານ, ຊຸກຍູ້ສົ່ງເສີມການຫັນເປັນດິຈິຕອລ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອລ ເຂົ້າໃນຂະແໜງອຸດສາຫະກຳ, ກະສິກຳ,ການບໍລິການ ແລະ ບັນດາຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ SME, ປັບປຸງໂຄງປະກອບສ້າງຂອງເສດຖະກິດ ແລະ ສ້າງໃຫ້ມີສະພາບແວດລ້ອມໃນການສ້າງບັນດາ startup, ສ້າງ ແລະ ສົ່ງເສີມໃຫ້ມີການຄ້າເອເລັກໂຕເນັກ ແລະ ການບໍລິການທີ່ປິ່ນອ້ອມ. ສືບຕໍ່ວຽກງານການຄຸ້ມຄອງ ແລະ ແກ້ໄຂການພະນັນອອນລາຍ, ການຂາຍຫວຍເຖື່ອນ, ກວດກາການນຳໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟທີ່ໃຫ້ບໍລິການບໍ່ຖືກຕ້ອງກັບລະບຽບກົດໝາຍ, ວຽກງານການຂຶ້ນທະບຽນຊິມກຄາດ. ສືບຕໍ່ສ້າງລັດຖະບານເອເລັກໂຕນິກ, ໂດຍສະເພາະກໍ່ແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ໃຫ້ແກ່ບັນດາກະຊວງ, ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນໄດ້ນຳໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດຮັກສາຄວາມປອດໄພ ແລະ ບໍ່ໃຫ້ຂໍ້ມູນຂອງລັດຖະບານທີ່ສຳຄັນຮົ່ວໄຫຼອອກນນອກປະເທດ.

MPT-ຄຄອຊ ສະຫຼຸບວຽກງານການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.

ທ່ານໄດ້ກ່າວຕື່ມວ່າ: ນອກນັ້ນຈະສືບຕໍ່ວຽກງານການພັດທະນາຄຸ້ມຄອງໂທລະຄົມມະນາຄົມ ແລະ ອິນເຕີເນັດ ແບບລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ຮັບຮອງການຫັນເປັນດິຈິຕອລ ແລະ ການກ້າວເຂົ້າສູ່ຍຸກອຸດສາຫະກຳ 4.0 ໃນອະນາຄົດ. ສືບຕໍ່ວຽກງານການເຄື່ອນໄຫວ ຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສູງຂຶ້ນ ໃນວຽກງານການເຄື່ອນໄຫວ, ຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນໃຫ້ມີຄວາມສາມາດສູງຂຶ້ນ ໃນວຽກງານການເຄື່ອນໄຫວຄຸ້ມຄອງອິນເຕີເນັດ; ສືບຕໍ່ຊຸກຍູ້ພັກດັນ ໃຫ້ວຽກງານເຕັກນິກທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ແຫຼ່ງຂໍ້ມູນ: ກະຊວງແຜນການ ແລະ ການລົງທຶນ.

Comments