ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ທົ່ວສັງຄົມຈົ່ງມີສະຕິລະວັງຕົວ ໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19……………

ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ໄດ້ຖະແຫຼງຂ່າວກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .”ເນື້ອໃນຂອງຖະແຫລງຂ່າວມີດັ່ງນີ້: ໂດຍຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດ ໂຄວິດ-19 ໃນທົ່ວໂລກກໍຄືປະເທດພວກເຮົາ, ຂ້າພະເຈົ້າ ມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວເຮົາອີກຄັ້ງໜຶ່ງ ດ້ວຍການຖະແຫຼງຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງຊາວລາວໃນທົ່ວປະເທດຊາບຢ່າງທົ່ວເຖິງກັນ. ໃນສິ່ງທີ່ມີຄວາມສໍາຄັນຍິ່ງເພື່ອຂໍໃຫ້ ທຸກໆຄົນໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນ ຮອບໃໝ່ໃນປະເທດຂອງພວກ ເຮົາ. ຂ້າພະເຈົ້າໄດ້ຮຽກປະຊຸມຄະນະສະເພາະກິດກ່ຽວກັບການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄ ວິດ-19 ໃນປະເທດເຮົາ, ເຊິ່ງພວກເຮົາໄດ້ໃຊ້ເວລາຫຼາຍຊົ່ວໂມງເພື່ອຄົ້ນຄວ້າ, ວິໄຈ ແລະ ປະເມີນສະຖານະການການແຜ່ ລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ, ໃນອາຊຽນ ແລະ ໃນປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນກໍໄດ້ຕີລາຄາ, ປະເມີນສະຖານະການການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນປະເທດເຮົາຢ່າງລະອຽດຖີ່ຖ້ວນ.

Image may contain: 1 person

ກອງປະຊຸມໄດ້ຕີລາຄາຢ່າງຊັດເຈນວ່າໃນໄລຍະທີ່ຜ່ານມາຢູ່ປະເທດພວກເຮົາ ສາມາດຄວບຄຸມ, ປ້ອງກັນ ແລະ ແກ້ໄຂບັນຫານີ້ໄດ້ດີ. ມີຜູ້ຕິດເຊື້ອສະສົມບໍ່ຫຼາຍ ແລະ ບໍ່ທັນມີຜູ້ເສຍຊີວິດ, ການປິ່ນປົວຜູ້ຕິດເຊື້ອ ກໍມີຜົນສໍາເລັດເປັນຢ່າງດີ. ປັດຈຸບັນຍັງມີຜູ້ຕິດເຊື້ອຢູ່ໂຮງໝໍພຽງ 04 ຄົນທີ່ກໍາລັງສືບຕໍ່ປິ່ນປົວໝາຍຄວາມວ່າຈໍານວນຜູ້ຕິດເຊື້ອສະສົມ 41 ຄົນ, ສາມາດປິ່ນປົວຫາຍດີແລ້ວ 37 ຄົນນັ້ນເປັນຜົນ ສໍາເລັດອັນໃຫຍ່ຫຼວງທີ່ໄດ້ມາຈາກການຮ່ວມແຮງຮ່ວມໃຈ ຂອງປວງຊົນລາວໃນທົ່ວປະເທດທີ່ເປັນກໍາລັງໃຈໃຫ້ແກ່ລັດຖະບານ, ຄະນະສະເພາະກິດ ລວມທັງພະນັກງານ, ທະຫານ, ຕຳຫຼວດທຸກລະດັບໂດຍສະເພາະ ພະນັກງານແພດໝໍຂອງພວກ ເຮົາທີ່ໄດ້ພ້ອມພາກັນເຮັດວຽກຢ່າງທຸ້ມເທ ແລະ ເສຍສະຫຼະ. ສິ່ງສໍາຄັນອີກອັນໜຶ່ງການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນກໍເປັນກໍາລັງແຮງອັນໃຫຍ່ຫຼວງໃຫ້ແກ່ຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ.

Image may contain: 6 people, people standing

ຂ້າພະເຈົ້າຖື ວ່າພວກເຮົາມີຜົນສໍາເລັດ ແລະ ໄຊຊະນະຮ່ວມກັນໃນບັ້ນຮົບທີ່ດຸເດືອດ, ຂ້ຽວຂາດຕ້ານກັບສັດ ຕູໂຕຮ້າຍກາດຄື ໂຄວິດ-19 ໃນ ທີ່ຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ ໃນນາມລັດຖະບານແຫ່ງ ສປປລາວ, ຂ້າພະເຈົ້າຂໍແຈ້ງໃຫ້ພໍ່ແມ່ ພີ່ນ້ອງຮ່ວມຊາດຊາບວ່າ: ຖ້າພວກເຮົາເບິ່ງອອກສູ່ໂລກຍັງ ເຫັນໄດ້ຢ່າງຈະແຈ້ງວ່າ “ໂຄວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົານັບມື້ນັບເພີ່ມຂຶ້ນ, ເຊິ່ງຍັງບໍ່ທັນມີກໍາລັງແຮງໃດໆມາສະກັດກັ້ນໄດ້ເທື່ອຄາດຄະເນວ່າອີກສອງສາມວັນຂ້າງ ໜ້າຈະມີຜູ້ຕິດເຊື້ອສະສົມເຖິງ 80 ລ້ານຄົນ, ຜູ້ເສຍຊີວິດກໍອາດຈະ ເພີ່ມຂຶ້ນເຖິງ 02 ລ້ານຄົນໃນທົ່ວໂລກ.”ສິ່ງທີ່ເປັນອັນຕະລາຍຍິ່ງໄປກວ່ານັ້ນໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດໃນໂລກໃຫ້ຮູ້ວ່າ: “ໂຄວິດ-19 ໄດ້ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະລັບສັບຊ້ອນກວ່າສາຍພັນເດີມການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ສ່ວນຫຼາຍບໍ່ມີອາການ ເຊິ່ງເຮັດໃຫ້ການປ້ອງກັນ, ຄວບຄຸມຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນຂຶ້ນຕື່ມ.

“ສິ່ງທີ່ເວົ້າມາຂ້າງເທິງນັ້ນ, ໄດ້ເກີດຂຶ້ນຢູ່ບາງປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບປະເທດເຮົາແລ້ວດັ່ງທີ່ເປັນຂ່າວໄປນັ້ນ. ດັ່ງນັ້ນ, ມັນຮຽກຮ້ອງໃຫ້ ພວກເຮົາຕ້ອງເພີ່ມສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ ເພື່ອ ພວກເຮົາຈະໄດ້ສ້າງກໍາລັງແຮງທຸກດ້ານໃນການຮັບມືກັບໄພອັນຕະລາຍນີ້ຢ່າງຈິງຈັງ. ບໍ່ດັ່ງນັ້ນ, ໂຄວິດ-19 ຈະສາມາດກັບມາປະເທດເຮົາຮອບໃໝ່ ເຊິ່ງຈະຮ້າຍແຮງກວ່າເກົ່າ ແລະ ເຮັດໃຫ້ການຄວບຄຸມຈະພົບກັບ ຄວາມສ່ຽງໃຫຍ່ສໍາລັບປະເທດ ແລະ ປະຊາຊົນເຮົາ.

ແຫຼ່ງຂໍ້ມູນ: ວສລ

Comments