Author Archives: admin target

ນະຄອນ ຫຼວງພະບາງ ອອກແຈ້ງການ Lockdown ຫຼັງພົບຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ

ຕະຫຼອດໄລຍະທີ່ຜ່ານມາອົງການປົກຄອງນະຄອນ ຫຼວງພະບາງ ກໍ່ໄດ້ພະຍາຍາມອອກບັນດານິຕິກໍາ ແລະ ມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ດ້ວຍຮູບແບບຕ່າງໆ ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໄດ້ຈັດຕັ້ງປະຕິບັດ ໃນການສະກັດກັ້ນການລະບາດຂອງພະຍາດຢູ່ນະຄອນ ແຕ່ເຫັນວ່າຫຼາຍພາກສ່ວນໃນສັງຄົມຍັງຖືເບົາ ຈຶ່ງເຮັດໃຫ້ມີຕົວເລກການຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນຢ່າງກະແຈກກະຈາຍ, ສາເຫດຕົ້ນຕໍຂອງການລະບາດແມ່ນການເດີນທາງໄປ-ມາ ຫາສູ່ກັນ ລະຫວ່າງນະຄອນ ຫາ ເມືອງ, ບ້ານ ຫາ ບ້ານ ທີ່ມີການຕິດເຊື້ອ, ການລະເມີດຄໍາສັ່ງ, ແຈ້ງການຄະນະສະເພາະກິດວາງອອກເຊັ່ນ: ການຊຸມແຊວ, ການພົບປະສ້າງສັນ, ການບໍ່ປ້ອງກັນຕົວເອງ ແລະ ຜູ້ຕິດເຊື້ອຍັງມີການປິດບັງຂໍ້ມູນ, ບໍ່ຈິງໃຈລາຍງານຜູ້ສໍາພັດໃກ້ຊິດໃຫ້ພາກສ່ວນກ່ຽວຂ້ອງ. ດັ່ງນັ້ນ ເຈົ້ານະຄອນ ຫຼວງພະບາງ ອອກຄໍາສັ່ງ ສະບັບເລກທີ 1083/ຈນ.ຫຼບ, ລົງວັນທີ 7 ຕຸລາ 2021 ວ່າດ້ວຍການເຂັ້ມງວດປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ຫຼວງພະບາງ ໂດຍໃຫ້ປະຕິບັດດັ່ງນີ້: ມາດຕະການຂໍ້ຫ້າມ: ຫ້າມປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ທີ່ດໍາລົງຊີວິດທົ່ວນະຄອນ ຫຼວງພະບາງ ອອກຈາກເຮືອນ ແລະ ທີ່ພັກອາໄສຂອງຕົນຢ່າງເດັດຂາດ (Lock ...

Read More »

ແຈ້ງ!!! ປັບຂຶ້ນລາຄານ້ຳມັນທຸກຊະນິດ​ ເລີ່ມ ວັນທີ​ 8​ ຕຸລາ​ 2021​ ເປັນຕົ້ນໄປ

ໃນວັນທີ​ 7​ ຕຸລາ​ 2021​ ນີ້​ ກະຊວງອຸດສາຫະກຳ​ ແລະ​ ການຄ້າ​ ອອກແຈ້ງເຖິງສະມາຄົມນ້ຳມັນເຊື້ອໄຟ​ ແລະ​ ອາຍແກ໊ສທຳມະຊາດ,​ ບັນດາບໍລິສັດນ້ຳເຊື້ອໄຟ​ ແລະ​ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ​ ເລື່ອງແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟ​ ໃນຂອບເຂດທົ່ວປະເທດ​ ໂດຍໄດ້ປັບຂຶ້ນລາຄານ້ໍາມັນເຊື້ອໄຟທຸກຊະນິດຄື: ນ້ໍາມັນແອັດຊັງພິເສດ ປັບຂຶ້ນ 500 ກີບ/ລິດ. ນ້ໍາມັນແອັດຊັງທໍາມະກາ ປັບຂຶ້ນ 530 ກີບ/ລິດ. ນ້ຳມັນກາຊວນ ປັບຂຶ້ນ 570 ກີບ/ລິດ. ເລີ່ມ​ປະຕິບັດ​ເຊົ້າວັນທີ​ 8​ ຕຸລາ​ 2021​ ເປັນຕົ້ນໄປ

Read More »

ຈົ່ງພ້ອມໃຈກັນໄປຮັບວັກຊິນ ເພື່ອສ້າງພູມຄຸ້ມກັນໃນຊຸມຊົນ ແລະ ຫລຸດຜ່ອນອັດຕາການຕິດເຊື້ອໂຄວິດ-19

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານ ໃນວັນທີ 29 ກັນຍາ 2021 ນີ້ວ່າ: ໃນສະພາບມີການລະບາດຂອງພະຍາດ ໃນຊຸມຊົນບັນດາປະເທດໃນໂລກ ລວມທັງ ສປປ ລາວ ແມ່ນເອົາໃຈໃສ່ ແລະ ເຫັນສໍາຄັນໃນການເລັ່ງໃຫ້ວັກຊິນໃຫ້ແກ່ປະຊາຊົນໃຫ້ໄດ້ຫລາຍທີ່ສຸດ ເພື່ອສ້າງພູມຄຸ້ມກັນກຸ່ມໃນຊຸມຊົນ ເພື່ອຫລຸດຜ່ອນອັດຕາການຕິດເຊື້ອ, ການເຈັບເປັນຮຸນແຮງ, ການເຂົ້ານອນໂຮງໝໍ ແລະ ຫລຸດຜ່ອນການເສຍຊີວິດ ຍ້ອນພະຍາດໂຄວິດ-19. ດັ່ງນັ້ນ, ຂໍໃຫ້ບັນດາກຸ່ມເປົ້າໝາຍແຕ່ລະແຂວງ ຈົ່ງໄດ້ພ້ອມໃຈກັນໄປຮັບວັກຊິນ ເພື່ອໃຫ້ສາມາດບັນລຸຕາມຕົວເລກເປົ້າໝາຍ ການປົກຄຸມດ້ວຍວັກຊິນໃນແຕ່ລະແຂວງ, ເມືອປະຊາຊົນໃນທຸກແຂວງໄດ້ຮັບວັກຊິນຕາມຄາດໝາຍ ນັ້ນກໍໝາຍເຖິງ ສປປ ລາວ ຈະສາມາດບັນລຸຄາດໝາຍທີ່ວາງໄວ້ ຄືປົກຄຸມຢ່າງໜ້ອຍ 50% ຂອງພົນລະເມືອງທັງໝົດ ໃນປີ 2021. ທ່ານ ນາງ ດຣ. ພອນປະເສີດ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ, ທົ່ວປະເທດສາມາດສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັ້ມທີ 1 ໄດ້ 2.946.298 (ອັດຕາປົກຄຸມ 40,15%) ແລະ ທຸກເຂັ້ມທີ່ແນະນຳ 2.035.355 (27,74%) ເນື່ອງຈາກວ່າວັກຊິນທຸກຊະນິດທີ່ໃຊ້ ...

Read More »

ປະທານສະມາຄົມຕັດຫຍິບ ຊີ້ແຈງກ່ຽວກັບການຕິດໂຄວິດ-19 ຢູ່ໂຮງງານອານປີລາວ

ເມື່ອບໍ່ດົນມານີ້, ທ່ານ ໄຊບັນດິດ ຣາຊພົນ ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບກໍລະນີທີ່ມີສື່ສັງຄົມອອນລາຍ ອອກຂ່າວເມື່ອບໍ່ດົນມານີ້ວ່າ ໂຮງງານອານປີລາວ ຢູ່ບ້ານໜອງທາເໜືອເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໄດ້ນໍາເອົາຊ່າງແປງຈັກຈາກຄົນໄທ ເພື່ອເຂົ້າມາສ້ອມແປງຈັກຂອງໂຮງງານ ແຕ່ບໍ່ໄດ້ຈໍາກັດບໍລິເວນຕົນເອງ 14 ວັນ ຈົນເປັນສາເຫດໃນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໂຮງງານດັ່ງກ່າວ. ທ່ານ ໄຊບັນດິດ ຣາຊພົນ ໄດ້ກ່າວວ່າ: ພະນັກງານ-ກຳມະກອນ ທີ່ເຮັດວຽກຢູ່ໂຮງງານອານປີລາວ ມີທັງໝົດ 1.300 ກວ່າຄົນ ແລະ ໄດ້ກວດພົບເຊື້ອໂຄວິດ-19 ຈໍານວນ 400 ກວ່າຄົນ ເນື່ອງຈາກສາເຫດຂອງການຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງງານອານປີລາວໃນຄັ້ງນີ້, ແມ່ນຍ້ອນນາຍຊ່າງຂອງໂຮງງານທີ່ເປັນຄົນລາວ ໃນເວລາກັບບ້ານໄດ້ໄປຊຸມແຊວກັບນາຍຊ່າງຄົນໄທ 2 ຄົນ ທີ່ເຮັດວຽກຢູ່ໂຮງ ງານອິນທິເມດ ເຊິ່ງຕໍ່ມາຖືກກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ນາຍຊ່າງຈາກໂຮງງານອານປີລາວຕິດເຊື້ອດັ່ງກ່າວນໍາ. ນອກຈາກນີ້, ກຳມະກອນສ່ວນໜຶ່ງ ແມ່ນໄດ້ກັບບ້ານກັບຊ່ອງ ອາດຈະບໍ່ໄດ້ປະຕິບັດມາດຕະການອະນາໄມທີ່ພຽງພໍ ແລະ ອາດຈະປ່ອຍໂຕ ຈິຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີການຕິດເຊື້ອໃນຄັ້ງນີ້. ຢ່າງໃດກໍ່ຕາມນາຍຊ່າງຄົນໄທ ຢູ່ໂຮງງານອິນທິເມດທັງສອງ, ຄົນໜຶ່ງເຮັດວຽກມາໄດ້ 8 ປີ ແລະ ອີກໜຶ່ງຄົນເຮັດວຽກໄດ້ 2 ປີ, ເຊິ່ງທັງສອງບໍ່ໄດ້ເດີນທາງກັບບ້ານເລີຍ ...

Read More »

ຄໍາມ່ວນ ຖືເອົາການປ້ອງກັນ ຄວບຄຸມ ໂຄວິດ-19 ເປັນບັ້ນຮົບ

ຕາມການໃຫ້ສຳພາດຂອງ ທ່ານ ພັທ ສົມພານ ເມືອງຈັນ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຄໍາມ່ວນ, ຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 (ຜູ້ຊີ້ນໍາກໍາລັງປ້ອງກັນ) ໃຫ້ຮູ້ວ່າ: ແຂວງຄຳມ່ວນ ກໍເປັນແຂວງໜຶ່ງທີ່ມີການລະບາດຂອງພະຍາດໂຄວິດ-19, ເຊິ່ງມີຈຳນວນຜູ້ຕິດເຊື້ອເພີ່ມໃນແຕ່ລະວັນ ແລະ ຂະຫຍາຍອອກເປັນວົງກວ້າງ. ສະນັ້ນ, ເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ຄະນະພັກ-ຄະນະນຳແຂວງ ໄດ້ຖືເອົາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເປັນບັ້ນຮົບໜຶ່ງຂອງແຂວງ. ປະຕິບັດຕາມຄໍາສັ່ງເລກທີ 08 ຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນັ້ນ, ກອງບັນຊາການທະຫານແຂວງໄດ້ ນໍາໃຊ້ກໍາລັງສົມທົບກັບອໍານາດການປົກຄອງ, ກອງຫລອນ, ປກສ ແຂວງ, ປກສ ເມືອງ, ປກຊ-ປກສ ບ້ານ ແລະ ກໍາລັງກອງຕີພິເສດຈໍານວນໜຶ່ງ ເຮັດວຽກກັບ 45 ບ້ານພາຍໃນເທສະບານເມືອງ ເພື່ອປ້ອງກັນເວນຍາມຈຸດປິ່ນປົວໃນຈໍານວນ 5 ຈຸດ ແລະ ເຮັດໜ້າທີ່ສົມທົບໃນກຸ່ມບ້ານແດງ 45 ບ້ານ ປຸລະດົມ, ກ່າວເຕືອນ, ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ແກ່ພໍ່ແມ່ປະຊາຊົນ ລວມທັງການເກັບກໍາສະພາບການ, ...

Read More »

ລັດຖະບານໄທ ມອບເຄື່ອງຊ່ວຍເຫລືອ ໃຫ້ກະຊວງ ສາທາລະນະສຸກ ນຳໃຊ້ເຂົ້າໃນວຽກປ້ອງກັນໂຄວິດ-19

ໃນວັນທີ 22 ກັນຍາ 2021 ນີ້, ຢູ່ກະຊວງສາທາລະນະສຸກ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫລືອ ປະກອບມີ: ເຄື່ອງນອນຄົບຊຸດ (ເສື່ອນອນ, ໝອນ, ມຸ້ງ, ຜ້າຫົ່ມ) ຈໍານວນ 600 ຊຸດ, ຊຸດ PPL ຈໍານວນ 10 ຊຸດ, ຜ້າອັດປາກ-ດັງ 50 ແກັດ, ແຈ້ວລ້າງມື (ຂະຫນາດ 500 ml) ຈໍານວນ 16 ຕຸກ ລວມມູນຄ່າ 500.000 ບາດ ໃຫ້ແກ່ ສປປ ລາວ, ເຊິ່ງຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີພາກ ສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ...

Read More »

ລັດເຊຍ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 30.000 ໂດສ

ໃນວັນທີ 22 ກັນຍາ 2021 ວັກຊິນສະປຸດນິກໄລ (Sputnik Light) ປ້ອງກັນພະຍາດໂຄວິດ-19 ຈຳນວນ 30 ພັນໂດສ ທີ່ໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານລັດເຊຍ ໃຫ້ແກ່ລັດຖະບານລາວ ໄດ້ມາເຖິງນະຄອນຫລວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ນາງ ຈັນທະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະໜອມ ມະນີທິບ ໄດ້ຕີລາຄາສູງ ແລະ ສະແດງຄວາມໃຈຕໍ່ລັດຖະບານລັດເຊຍ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາວັກຊີິນຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການເພີ່ມທະວີ ເຮັດໃຫ້ວຽກງານຕ້ານ ແລະ ສະກັນກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວໃຫ້ເບົາບາງລົງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງຢືນຢັນວ່າ ຈະນຳເອົາວັກຊີິນຈຳນວນດັ່ງກ່າວ, ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ນຳໄປສັກໃຫ້ບຸກຄົນ, ກຸ່ມເປົ້າໝາຍໃຫ້ທັນການ ແລະ ທົ່ວເຖິງ. ການຊ່ວຍເຫລືອໃນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ລັດເຊຍ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ, ທັງເປັນການປະກອບສ່ວນສຳຄັນ ເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ຢູ່ ...

Read More »

ລັດຖະມົນຕີ ກະຊວງ ຜທ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຜນການອາຊຽນ ແບບທາງໄກ

ໃນວັນທີ 20 ກັນຍາ 2021 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຜນ ການອາຊຽນ ກ່ຽວກັບການເລັ່ງຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແບບທາງໄກ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ປີ 2020 ເປັນປີສະຫລຸບການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ VIII (2016-2020) ເຊິ່ງເຫັນວ່າມີຄວາມຄືບໜ້າ ແລະ ຜົນສໍາເລັດຫລາຍສົມຄວນ ເປັນຕົ້ນ ອັດຕາຄວາມທຸກຍາກບັນລຸ 18%; ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເພີ່ມຂຶ້ນ ຈາກ 70,9% ໃນສົກຮຽນ 2015-2016 ມາເປັນ 82,7% ໃນປີ 2020 ແລະ ອັດຕາການເຂົ້າຮຽນສຸດທິຂອງຊັ້ນປະຖົມ ເພີ່ມຂຶ້ນ ຈາກ 98,8% ໃນສົກຮຽນ 2015-2016 ມາເປັນ 99% ໃນປີ 2020, ...

Read More »

ພາຍໃນປີນີ້ ສປປ ລາວ ຈະໄດ້ຮັບວັກຊີນຕື່ມອີກ 2.434.580 ໂດສ

ໂອກາດຖະແຫລງຂ່າວຕໍ່ສື່ມວນຊົນ ທີ່ກະຊວງສາທາລະນະສຸກ, ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ : ວັກຊີນທີ່ນຳເຂົ້າມາໃຊ້ ຢູ່ລາວປະຈຸບັນມີ 5 ຊະນິດ ປະກອບມີ ຊີໂນຟາມ, ອັດສະຕາຊີນີກາ, ສະປູກນິກ, ຟາຍເຊີ, ຈອນສັນ ແອນຈອນສັນ. ລວມທັງໝົດ 5,567,490ໂດສ. ຊຶ່ງວັກຊິນດັ່ງກ່າວ ໄດ້ແຈກຈ່າຍໄປໃຫ້ແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເພື່ອສັກໃຫ້ກຸ່ມປະຊາກອນທີ່ມີອາຍຸ ແຕ່ 18 ປີຂື້ນໄປ ມາຮອດປະຈຸບັນ ສັກເຂັມທີ 1 ໄດ້ 2,788,830 ໂດສ ກວມເອົາ 38,01% ຂອງປະຊາກອນ ແລະເຂັມທີ 2 ສັກໄດ້ 1,907,657 ໂດສ ກວມເອົາ 26% ຂອງປະຊາກອນ. ໃນນັ້ນແຂວງທີ່ກາຍ 50% ຂື້ນໄປແລ້ວມີ ນະຄອນຫຼວງວຽງຈັນ ແລະແຂວງບໍ່ແກ້ວ ສ່ວນແຂວງອື່ນໆກໍສະເລັຽຢູ່ໃນ 38% ຂອງເຂັມທີ1. ສະນັ້ນປະຈຸບັນຢູ່ໃນແຕ່ລະແຂວງກໍພວມເລັງໃສ່ການສັກເຂັມທີສອງ ຂອງຊີໂນຟາມ ແລະ ອັດສະຕາຊີນິກາ ຂໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງຮິບຮ້ອນເຂົ້າໄປບໍລິການເພື່ອສ້າງພູມຕ້ານທານໃຫ້ຕົນເອງ. ...

Read More »

ການນຳແຂວງຄຳມ່ວນ ເນັ້ນໃຫ້ສື່ມວນຊົນ ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃຫ້ສູງຂຶ້ນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແຂວງຄຳມ່ວນ ຕາງໜ້າໃຫ້ແກ່ການນຳຂອງແຂວງ ໄດ້ໂອ້ລົມຕໍ່ພະນັກງານການນຳ, ພະ ນັກງານ ວິຊາການໃນຂົງເຂດສື່ມວນຊົນຂອງແຂວງ ຢູ່ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ເນັ້ນໃຫ້ສື່ມວນຊົນພາຍໃນແຂວງຍົກສູງຄວາມຮັບຜິດຊອບໃນໜ້າທີ່ວຽກງານຂອງຕົນ ໃຫ້ສູງຂຶ້ນ. ພ້ອມນີ້, ທ່ານ ວົງເພັດ ຈິດປັນຍາ ຍັງໄດ້ເນັ້ນໃຫ້ສື່ມວນຊົນ ຈົ່ງໄດ້ເພີ່ມຄວາມເອົາໃຈໃສ່ຕາມພາລະບົດບາດ ແລະ ໜ້າທີ່ຄວາມ ຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ພັດທະນາຕົນເອງທາງດ້ານຄວາມຮູ້, ຄວາມສາມາດ ໃຫ້ມີການຫັນປ່ຽນໄປຕາມຍຸກສະໄໝ, ກຳໄດ້ເນື້ອໃນແນວທາງນະໂຍບາຍຂອງພັກ-ລັດ, ບັນດາມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຢ່າງເລິກເຊິ່ງ ເພື່ອນຳໄປເຜີຍແຜ່ຜັນຂະຫຍາຍໃຫ້ແກ່ສັງຄົມ, ປະຊາຊົນ ເຮັດໃຫ້ເຂົາເຈົ້າ ໄດ້ຮັບຮູ້, ເຂົ້າໃຈແຈ້ງເຖິງເນື້ອໃນຈິດໃຈດັ່ງກ່າວ, ປັບປຸງທາງດ້ານການຂີດ-ການຂຽນ ບົດ-ຂ່າວ ໃຫ້ມີຄວາມ ແຫຼມຄົມ ສາມາດສ່ອງແສງລົງເລິກເຖິງເນື້ອໃນ, ເຫດການທີ່ເກີດຂຶ້ນຢ່າງເລິກເຊິ່ງ ແລະ ເຂົ້າເຖິງກຸ່ມເປົ້າໝາຍໄດ້ເປັນຢ່າງດີ, ປັບປຸງວິທີການ, ຮູບການໃນການໂຄ ສະນາໃຫ້ມີເນື້ອໃນທີ່ເຂົ້າໃຈງ່າຍ, ສາມາດດຶງດູດຈິດໃຈຂອງພໍ່ແມ່ປະຊາຊົນ ແລະ ສັງຄົມຫັນມາບໍລິໂພກສື່ທາງການໃຫ້ຫລາຍຂຶ້ນ, ພ້ອມທັງ ຮັບປະກັນການໂຄສະ ນາຂໍ້ມູນຂ່າວສານທີ່ມີຄວາມຖືກຕ້ອງ, ...

Read More »