ເຈົ້າເມືອງທຸລະຄົມ ລົງຕິດຕາມຊຸກຍູ້ ການກໍ່ສ້າງຂົວນໍ້າພະນາຍ

ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 8 ກັນຍາ ນີ້, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ລົງຕິດຕາມການກໍ່ສ້າງຂົວນໍ້າພະນາຍ (ທາງເລກທີ 10 ກມ 63+400) ບ້ານເກິນກາງ ເມືອງທຸລະຄົມ ເພື່ອເຮັດໃຫ້ການກໍ່ສ້າງຂົວ ເປັນໄປຕາມແບບ, ຕາມເຕັກນິກ ແລະ ໃຫ້ການກໍ່ສ້າງສໍາເລັດໃນເວລາທີ່ກໍານົດໄວ້.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່, ຕົ້ນໄມ້ ແລະ outdoors

ທ່ານ ທອງປະເສີດ ເພັດລາສີ ຮອງຫົວໜ້າຄະນະຮັບຜິດຊອບ ໂຄງການສ້ອມແປງທາງຫລວງແຫ່ງ ຊາດເລກທີ 13, ທັງເປັນຄະນະຮັບຜິດຊອບການກໍ່ສ້າງຂົວນໍ້າພະນາຍ ໄດ້ໃຫ້ຮູ້ວ່າ: ພາຍຫລັງມີໜັງສືສັນຍາກໍ່ສ້າງຂົວນໍ້າພະນາຍ ວັນທີ 28 ມິຖຸນາ 2021, ຄະນະຮັບຜິດຊອບການກໍ່ສ້າງໄດ້ສົມທົບກັບ ບໍລິສັດຮັບເໝົາ ຄື: ບໍລິສັດມາລີນີ ຈໍາກັດ ແລະ ຂະແໜງການກ່ຽວຂ້ອງ ວາງແຜນຮີບຮ້ອນຈັດຕັ້ງປະຕິບັດການກໍ່ສ້າງ ໂດຍລຽງລໍາດັບແຕ່ລະໜ້າວຽກທີ່ຮີບດ່ວນ ແລະ ວຽກໃດທີ່ຕ້ອງເຮັດຕາມຫລັງ ຕາມແບບເຕັກນິກຂອງການອອກແບບທີ່ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງຮັບຮອງ, ແຕ່ເນື່ອງການລົງມືຈັດຕັ້ງປະຕິບັດຕົວຈິງນັ້ນ ຍັງມີບາງເງື່ອນໄຂ ແລະ ປັດໄຈບາງດ້ານທີ່ບໍ່ທັນເອື້ອອໍານວຍ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ແກ້ໄຂໄປນໍາ, ລວມທັງຄວາມຫຍຸ້ງຍາກໃນການຕອກເສົາເຂັມ, ຮາກຖານຂອງສົ້ນຂົວ ແລະ ອື່ນໆເຊື່ອມຕໍ່ລະດູຝົນ, ຄວາມຫຍຸ້ງຍາກການເພີ່ມຂຶ້ນລະດັບນໍ້າງື່ມຍູ້ໃສ່ນໍ້າພະນາຍ ແລະ ຜົນກະທົບຂອງພະຍາດໂຄວິດ-19 ຈຶ່ງແກ່ດຶງເວລາການກໍ່ສ້າງອອກໄປອີກ.

May be an image of ຕົ້ນໄມ້ ແລະ outdoors

ໂອກາດນີ້, ທ່ານເຈົ້າເມືອງທຸລະຄົມ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບໂຄງການກໍ່ສ້າງ ເອົາໃຈໃສ່ສົມທົບກັບບໍລິສັດຮັບເໝົາ, ກົມຂົວທາງ ແລະ ພາກສ່ວນກ່ຽວຂ້ອງຕື່ມ ເພື່ອໃຫ້ຮີບຮ້ອນເລັ່ງມືຈັດຕັ້ງປະຕິບັດທຸກໜ້າວຽກທີ່ວາງໄວ້ ໃຫ້ໄປຕາມລະບົບຢ່າງຖືກ ຕ້ອງ, ທັງໃຫ້ມີຄວາມຮັບປະກັນດ້ານຄຸນນະພາບ ຫລື ຖ້າຫາກມີບັນຫາໃດຫຍຸ້ງຍາກ ທີ່ຕິດພັນກ່ຽວຂ້ອງກັບເບື້ອງອົງການປົກຄອງເມືອງ ທາງເມືອງ ກໍຍິນດີໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ຢ່າງສຸດຄວາມສາມາດ.

May be an image of outdoors
May be an image of 5 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ outdoors

ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.

Comments