ປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງ ພັກກອມມູນິດຈີນ ແລະ ພັກການເມືອງ ປະເທດອາຊີອາຄະເນ ແລະ ອາຊີໃຕ້

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກກອມມູນິດຈີນ, ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ນຳພາຄະ ນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງ ພັກກອມມູນິດຈີນ ແລະ ພັກການເມືອງປະເທດອາຊີອາຄະເນ ແລະ ອາຊີໃຕ້ ຜ່ານວີດີໂອທາງໄກ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 9 ກັນ ຍາ 2021 ຢູ່ໜານນິງ, ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ, ສປ ຈີນ ພາຍໃຕ້ຫົວຂໍ້: “ເພີ່ມທະວີການຮ່ວມມືພັກການເມືອງ ເພື່ອພ້ອມກັນສະແຫວງຫາການພັດທະນາເສດຖະກິດ”, ໂດຍການເປັນເຈົ້າ ພາບຮ່ວມ ຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ຄະນະບໍລິຫານງານພັກເຂດປົກຄອງຕົນເອງ ເຜົ່າຈວ້ງກວາງຊີ, ເຊິ່ງມີຜູ້ຕາງໜ້າ ຈາກ 40 ກວ່າພັກການເມືອງ ຈາກ 16 ປະເທດໃນອາຊີອາຄະເນ ແລະ ອາຊີໃຕ້ ແລະ ສປ ຈີນ ເຂົ້າຮ່ວມ.ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ປະກອບຄຳເຫັນໃນກອງປະຊຸມ ຜ່ານວີດີໂອທາງໄກ, ໂດຍໄດ້ສະແດງຄວາມຊົມເຊີຍ ວັນສ້າງຕັ້ງພັກກອມມູນິດຈີນ ຄົບ ຮອບ 100 ປີ ໃນປີ 2021, ໄດ້ຍົກໃຫ້ເຫັນແນວທາງນະໂຍບາຍຂອງພັກ ປປ ລາວ ທີ່ຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງຕິດພັນກັບການພັດທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ໄປຕາມທິດການພັດທະນາສີຂຽວ ແລະ ຍືນຍົງ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ກໍ່ຄື ຍຸດທະສາດການພັດທະນາຮອດ ປີ 2025 ແລະ ວິໄສທັດ 2030 ຂອງພັກ ໂດຍສະເພາະ ແມ່ນການນໍາເອົາປະເທດຊາດ ອອກຈາກສະຖານະດ້ອຍພັດທະ ນາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການປະຕິບັດຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ 2030 ໃຫ້ມີປະສິດທິຜົນສູງ, ທັງຮັບປະກັນ ການສະກັດກັ້ນຕ້ານເຊື້ອພະຍາດໂຄວິດ-19, ຢຶດໝັ້ນການເສີມຂະຫຍາຍການພົວພັນຮ່ວມມືຫລາຍຝ່າຍດ້ານພັກ ລວມທັງການຮ່ວມມືໃນກອບພັກກອມມູນິດຈີນ ກັບ ພັກການເມືອງປະເທດອາຊີອາຄະເນ ແລະ ອາຊີໃຕ້, ການປະສານສົມທົບແໜ້ນ ລະຫວ່າງ ຍຸດທະສາດການເຊື່ອມຈອດ ແລະ ເຊື່ອມໂຍງຂອງ ສປປ ລາວ ກັບ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ເພື່ອຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່ໃນອະນຸພາກພື້ນ ອັນພົ້ນເດັ່ນແມ່ນການປະຕິບັດໂຄງການເຊື່ອມຈອດທາງລົດໄຟອາຊຽນ ສິງກະໂປ-ຄຸນມິງ.

May be an image of 1 ຄົນ, ນັ່ງ ແລະ text that says 'S Revolutionary P LAO PRP Com. Ph.D. SINLAVONG KHOUTPHAYTHOUNE OONAL'

ໃນນີ້, ເສັ້ນທາງລົດໄຟ ລາວ-ຈີນ ແມ່ນໃກ້ຈະສໍາເລັດການກໍ່ສ້າງ ແລະ ມີແຜນເປີດນໍາໃຊ້ໃນຕົ້ນເດືອນທັນວາ 2021 ນີ້; ຢືນຢັນຄວາມໝາຍໝັ້ນຂອງພັກ ປປ ລາວ ໃນການສືບຕໍ່ຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ລວມທັງການຮັບມືກັບພະຍາດໂຄວິດ-19 ແລະ ຄັດຄ້ານການຫັນເອົາບັນຫາການຊອກຄົ້ນແຫລ່ງກໍາ ເນີດຂອງພະຍາດດັ່ງກ່າວ ມາເປັນບັນຫາການເມືອງ.

No photo description available.

ບັນດາຜູ້ແທນກອງປະຊຸມ ໄດ້ເປັນເອກະພາບກັນຮັບຮອງເອົາຖະແຫລງການຮ່ວມ ກ່ຽວກັບ ບັນດາຂໍ້ສະເໜີຂອງກອງປະຊຸມດັ່ງກ່າວ, ເຊິ່ງມີເນື້ອໃນສໍາຄັນໃນການເພີ່ມທະວີ ການຮ່ວມມືພາກພື້ນ ແລະ ສາກົນ ໃນຂົງເຂດຕ່າງໆ ລວມທັງການຮັບມືກັບພະຍາດໂຄວິດ-19; ການແກ້ໄຂຄວາມທຸກຍາກ; ການຟື້ນຟູເສດຖະກິດ ແລະ ສະຖຽນລະພາບທາງດ້ານສັງຄົມ; ການປະສານສົມທົບແນວຄິດລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ກັບແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ແລວທາງເສດຖະ ກິດປະເທດອາຊີອາຄະເນ ແລະ ອາຊີໃຕ້; ການຮັກສາສັນຕິພາບ ແລະ ສະຖຽນລະພາບໃນທະເລຈີນໃຕ້; ເພີ່ມທະວີການແລກປ່ຽນດ້ານທິດສະດີ ແລະ ພຶດຕິກຳ ກ່ຽວກັບການປົກຄອງ; ຖືສຳຄັນການພົວພັນ ແລະ ແລກປ່ຽນ ລະຫວ່າງປະຊາຊົນກັບປະຊາຊົນໃນຂົງເຂດຕ່າງໆ; ສະເໜີ ລິເລີ່ມເວທີປຶກ ສາຫາລື ການນໍາຮຸ່ນຄົນແຊັດ (Generation Z) ສປ ຈີນ-ບັນດາປະເທດອາຊີອາຄະເນ ແລະ ອາຊີໃຕ້; ສົ່ງເສີມການຮ່ວມມືລະດັບອະນຸປະເທດ (ລະຫວ່າງທ້ອງຖິ່ນ) ລະຫວ່າງ ສປ ຈີນ ແລະ ບັນດາປະເທດອາຊີອາຄະເນ ແລະ ອາຊີໃຕ້.

May be an image of 2 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

Comments