ຮອງປະທານປະເທດ ຕ້ອນຮັບປະທານສະພາ ບໍລິຫານ ບໍລິສັດທາງລົດໄຟ ລາວ-ຈີນ

ວັນທີ 7 ກັນຍາ 2021 ທີ່ທຳນຽບປະທານປະເທດ ທ່ານ ບຸນທອງ ຈິດມະນີ ຮອງປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ລາຍງານຄວາມຄືບໜ້າ ຂອງໂຄງການລົດໄຟ ລາວ-ຈີນ ຂອງ ທ່ານ ຈູ໋ ກົ່ວຈ່ຽງ ປະທານສະພາບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ທ່ານ ຈູ໋ ກົ່ວຈ່ຽງ ໄດ້ລາຍງານໃຫ້ຊາບວ່າ: ພາຍໃຕ້ການນໍາພາອັນເຂັ້ມແຂງຂອງພັກ ແລະ ລັດຖະບານລາວ, ຜູ້ເຂົ້າຮ່ວມການກໍ່ສ້າງໂຄງການລົດໄຟ ລາວ-ຈີນ ໄດ້ຮ່ວມກັນຜ່ານຜ່າອຸປະສັກຕ່າງໆ ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານການກໍ່ສ້າງໂຄງການດັ່ງກ່າວ, ໄດ້ມີຄວາມຄືບໜ້າ ແລະ ມາຮອດປັດຈຸບັນ ການກໍ່ສ້າງແມ່ນສໍາເລັດເກືອບ 100%, ເຊິ່ງສະແດງໃຫ້ເຫັນວ່າ ໂຄງການລົດໄຟ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະຮັບຮອງໂຄງການ ແລະ ກະ ກຽມເປີດໃຫ້ບໍລິການຢ່າງຮອບດ້ານ, ສິ່ງສຳຄັນແມ່ນພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ມີຄວາມຈຳ ເປັນສືບຕໍ່ປຶກສາຫາລື ເພື່ອໃຫ້ການເປີດນຳໃຊ້ທາງລົດໄຟດັ່ງກ່າວ ມີປະສິດຕິຜົນ.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ພ້ອມນີ້, ທ່ານ ຈູ໋ ກົ່ວຈ່ຽງ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ຮອງປະທານປະເທດ ບຸນທອງ ຈິດມະນີ ທີ່ໄດ້ເອົາ ໃຈໃສ່, ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ໃຫ້ການຊີ້ນຳໂຄງການທາງລົດໄຟ ລາວ-ຈີນ ດ້ວຍດີຕະຫລອດມາ.ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ກໍສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຈູ໋ ກົ່ວຈ່ຽງ ທີ່ໄດ້ສືບຕໍ່ນຳພາການພັດທະນາໂຄງການທາງລົດໄຟ ລາວ-ຈີນ ແລະ ພ້ອມກັນຈັດຕັ້ງປະຕິ ບັດໃນແຕ່ລະຂະແໜງວຽກ ເປັນຕົ້ນ ວຽກງານການວາງລາງລົດໄຟ, ການກໍ່ສ້າງສະຖານີ ແລະ ວຽກງານອື່ນໆ.

ພ້ອມນີ້, ທ່ານຍັງໄດ້ຕີລາຄາວ່າ ໂຄງການລົດໄຟ ລາວ-ຈີນ ເປັນໂຄງການໃຫຍ່ມີມູນຄ່າສູງ, ເປັນການລົງທຶນຮ່ວມ ລະຫວ່າງ ສອງປະເທດ, ທັງເປັນໜຶ່ງໃນໂຄງການພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ ຂອງລາວ ກັບພາກພື້ນ ແລະ ສາກົນ.ທ່ານ ບຸນທອງ ຈິດມະນີ ຍັງໄດ້ສະເເດງຄວາມເຊື່ອໝັ້ນວ່າ: ປະທານສະພາບໍລິຫານທາງລົດ ໄຟ ລາວ-ຈີນ ຈະສືບຕໍ່ນຳພາ ແລະ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ, ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ພັດທະນາເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສຳເລັດຕາມຄາດໝາຍ ແລະ ຮັບປະກັນດ້ານຄຸນນະພາບ ກໍຄື ຕາມແຜນການ ທີ່ສອງພັກ ແລະ ລັດຖະບານ ລາວ-ຈີນ ໄດ້ວາງໄວ້ ເພື່ອໃຫ້ໄດ້ເປີດການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນທ້າຍປີ 2021 ທີ່ຈະມາເຖິງນີ້.

Comments