ເມືອງຫົງສາ ລົງໂຄສະນາເຄື່ອນທີ່ ເພີ່ມທະວີມາດຕະການປ້ອງກັນໂຄວິດ-19

ເພື່ອເປັນການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະ ກໍຄືເມືອງຫົງສາ ແຂວງໄຊຍະບູລີ. ໃນວັນທີ 6 ກັນຍາຜ່ານມານີ້, ກອງບັນຊາການ ປກສ-ປກຊ ຮ່ວມກັບ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງ ໄດ້ລົງໂຄສະນາເຄື່ອນທີ່ ເພີ່ມທະວີມາດຕະການປ້ອງກັນໂຄວິດ-19. ນໍາໂດຍທ່ານ ພັຕ ໄລ ແສນທອນ ຮອງພະແນກຕໍາຫຼວດ ຊີ້ນໍາວຽກງານຈະລາຈອນເມືອງ ພ້ອມດ້ວຍພະນັກງານວິຊາການ ຫ້ອງການ ຖວ​ທ ເມືອງເຂົ້າຮ່ວມ.

May be an image of 1 ຄົນ ແລະ outdoors

ຈຸດປະສົງ ເພື່ອສືບຕໍ່ເຄື່ອນໄຫວໂຄສະນາ ເຜີຍແຜ່ກ່ຽວກັບໄພອັນຕະລາຍ, ຜົນຮ້າຍຂອງພະຍາດໂຄວິດ-19 ແລະ ວິທີການປ້ອງກັນການຕິດເຊື້ອ. ເປັນຕົ້ນແມ່ນໃຫ້ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ບໍ່ຊຸມນຸມ-ບໍ່ຊຸມແຊວກັນເປັນກຸ່ມ, ຫ້າມບໍ່ໃຫ້ຕັ້ງວົງດື່ມເຫຼົ້າ-ເບຍ, ໃຫ້ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວທີ່ມີທາດເຫຼົ້າ 70, ຫຼີກລ່ຽງການໄປໃນບ່ອນທີ່ມີຊຸມຊົນແອອັດ ແລະ ອື່ນໆ. ລວມເຖິງການນຳໃຊ້ຍານພາຫະນະທຸກປະເພດໃນການສັນຈອນຕາມທ້ອງຖະໜົນໃຫ້ມີຄວາມປອດໄພ.

May be an image of 2 ຄົນ ແລະ outdoors

ການລົງໂຄສະນາຄັ້ງນີ້, ແມ່ນໄດ້ຕິດຕັ້ງໂທລະໂຄ່ງໃສ່ກັບພາຫະນະ ແລ້ວເຄື່ອນໄຫວພາຍໃນເທດສະບານເມືອງ.

ທັງນີ້, ກໍເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຮັບຮູ້ໄດ້ເຖິງຜົນຮ້າຍ, ໄພອັນຕະລາຍຂອງພະຍາດດັ່ງກ່າວ ແລະ ພ້ອມພາກັນເອົາໃຈໃສ່ໃຫ້ການຮ່ວມມື ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ຄະນະສະເພາະກິດວາງອອກ.

(ພາບ-ຂ່າວ: ກິດຕິສັກ ບົວໄລ)

Comments