ນາຍົກລັດຖະມົນຕີ ຍົກ 6 ຂໍ້ຕ້ອງປະຕິບັດເພື່ອພັດທະນາການສຶກສາລາວໃນສົກຮຽນປີ 2021-2022

ເຖິງແມ່ນວ່າ ໃນສົກຮຽນ 2021-2022 ນີ້ ຈະມີອຸປະສັກ ນານາປະການເປັນຕົ້ນ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ19), ສະພາບການເງິນຂອງປະເທດຍັງສືບຕໍ່ຝືດເຄືອງກໍ່ຕາມ ແຕ່ເພື່ອໃຫ້ລູກຫຼານທີ່ເປັນອະນາຄົດຂອງຊາດສືບຕໍ່ໄດ້ສຶກສາຮ່ຳຮຽນຕາມຫຼັກສູດທັງຮັບປະກັນໃຫ້ການຮຽນ-ການສອນ ໃນສົກປີ 2021-2022 ດໍາເນີນໄປຢ່າງມີປະສິດທິຜົນສາມາດເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດຕໍ່ໄປ.


ດັ່ງນັ້ນ, ເພື່ອເປັນຊ່ອງທາງໃຫ້ແກ່ຂະແໜງການສຶກສາ ໃນມື້ໄຂສົກຮຽນໃໝ່ວັນທີ 6 ກັນຍາ 2021 ນີ້ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ມີທິດຊີ້ນໍາໃຫ້ທົ່ວປວງຊົນຮ່ວມປະຕິບັດ 6 ຂໍ້ນີ້ ແນໃສ່ສືບຕໍ່ພັດທະນາລະບົບການສຶກສາຂອງປະເທດເຮົາ:
1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ຫນ້າທີ່ວຽກງານ ຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດຫມາຍ-ລະບຽບການດ້ານການສຶກສາ, ພັດທະນາສະຖານການສຶກສາ ໃຫ້ມີ ຄຸນນະພາບ ແລະ ໄດ້ມາດຕະຖານໃນການພັດທະນາຊັບພະຍາກອນມະນຸດ ຕາມທິດ 3 ລັກສະນະ ແລະ 5 ຫຼັກມູນ ຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຕິດພັນກັບວາລະແຫ່ງຊາດ ຢ່າງເດັດຂາດ ແລະ ເຂັ້ມງວດ.


2. ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກອົບຮົມ ແລະ ຄົ້ນຄວ້າຫລັກສູດການ ຮຽນ-ການສອນໃຫມ່, ຮຽນຮູ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອສະຫນັບສະຫນູນການຮຽນ-ການສອນ, ໃຫ້ຈັດຕັ້ງທົບທວນ-ສໍາມະນາກັນຄືນຮູບແບບການຈັດການຮຽນ-ການສອນ, ວິທີການສອນ, ເຕັກນິກ ແລະ ການວັດຜົນ ແລະ ປະເມີນຜົນຜູ້ຮຽນ ໃຫ້ສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ປັດຈຸບັນ, ພ້ອມນີ້ກໍ່ໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ຫນ້າທີ່ວຽກງານຂອງຕົນ, ປະຕິບັດຫນ້າທີ່ ເປັນແມ່ພິມ ທີ່ດີຂອງຊາດ ດ້ວຍຄວາມສັດຊື່ ບໍລິສຸດ ແລະ ມີຈັນຍາບັນ, ເຝິກຝົນ ແລະ ພັດທະນາຕົນເອງດ້ານວິຊາ ສະເພາະ ແລະ ເຕັກນິກວິທີການສອນ ທີ່ສ້າງສັນ, ໃຫ້ທັນກັບສະພາບການປ່ຽນແປງ ແລະ ເຕັກໂນໂລຊີໃຫມ່ ເພື່ອສົ່ງຄວາມຮູ້ ໃຫ້ແກ່ນັກຮຽນ-ນັກສຶກສາ ໃຫ້ມີປະສິດທິຜົນສູງຂຶ້ນ.


3. ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸ ເຂົ້າຮຽນໄປເຂົ້າໂຮງຮຽນທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ຕໍ່ການແນະນໍາລູກຫຼານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າ ໃຫ້ ເຫັນຄວາມສໍາຄັນຂອງການສຶກສາ ທີ່ມີຕໍ່ອະນາຄົດຂອງຕົນເອງ, ຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດ.
4. ສໍາລັບ, ລູກຫຼານນັກຮຽນ-ນັກສຶກສາ ຈົ່ງມີຄວາມຕັ້ງໃຈຄົ້ນຄວ້າ ຮໍ່າຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸຫມັ່ນຂະຫຍັນພຽນ, ຕັ້ງຫນ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນ ທີ່ຮຽນ, ຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງດີຂອງປະເທດ ຊາດ ແລະ ເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ ເພື່ອພັດທະນາ ແລະ ສ້າງສາປະເທດຊາດ.[“]


5. ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກ ສາຂັ້ນບ້ານ, ຊມຊົນ, ການຈັດຕັ້ງສັງຄົມ, ຜູ້ປະກອບການ ໂດຍລວມຈົ່ງພ້ອມກັນປະກອບສ່ວນຕາມພາລະ ບົດບາດຂອງຕົນ ໃນການສຶກສາອົບຮົມ, ບົ່ມສອນ ແລະ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖື ເອົາວຽກງານການສຶກສາ ເປັນຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຫມົດທຸກຄົນໃນທົ່ວສັງຄົມ.
6. ຮຽກຮ້ອງມາຍັງທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມ ກັບຂະແຫນງການສຶກສາ ແລະ ກິລາ ແລະ ຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໂຄວິດ-19 ໃນແຕ່ລະຂັ້ນ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃຫມ່ 2021-2022 ດໍາ ເນີນໄປໄດ້ດ້ວຍດີ ແລະ ມີຜົນສໍາເລັດ.

Cr: ເສດຖະກິດ-ການຄ້າ

Comments