ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດການນຳໃຊ້ ໂຄງການ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ

ໃນມະຕິກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2021 ຜ່ານມາ ລັດຖະບານໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ໂດສະເພາະ ການກະກຽມຄວາມພ້ອມຮອບດ້ານ ເພື່ອການເປີດນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ໂດຍ ເຫັນດີດ້ານຫລັກການ ຮັບຮອງເອົາບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອການເປີດນຳໃຊ້ໂຄງການທາງລົດໄຟລາວ-ຈີນ.

May be an image of ທ້ອງຟ້າ ແລະ railroad

ພ້ອມນີ້, ໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ເປັນໃຈກາງ ປະສານກັບກະ ຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ ແລະ ຂະແໜງການທີ່ກ່ຽວຂ້ອງ ກວດກາຄືນວຽກງານທີ່ຍັງບໍ່ທັນສໍາເລັດ ເຊັ່ນ: ການຊົດເຊີຍທີ່ດິນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ, ລວມທັງການຊົດເຊີຍທີ່ດິນຢູ່ສະຖານີລົດໄຟຂົນສົ່ງສິນຄ້າວຽງຈັນ, ການປັກຫລັກ ໝາຍຊາຍແດນໃນອຸບມົງ, ການກະກຽມວີຊາເຂົ້າ-ອອກເມືອງ, ການເຈລະຈາສັນຍາຂົນສົ່ງທາງລົດໄຟ ພ້ອມທັງມາດຕະການໃນການໃຫ້ບໍລິການ, ການກະກຽມບຸກຄະລາກອນໃນບາງວຽກງານ, ການກຳນົດຈຳນວນລົດໄຟ ທີ່ຈະໃຊ້ບໍລິການ, ການແບ່ງປັນຜົນປະໂຫຍດ ລະຫວ່າງຜູ້ລົງທຶນດ້ວຍກັນ ແລະ ລະ ຫວ່າງຜູ້ລົງທຶນກັບພາກລັດ ໃນການບໍລິການ ແລະ ນຳໃຊ້ລົດໄຟ ທັງທາງກົງ ແລະ ທາງອ້ອມ ເພື່ອຮັບປະກັນຜົນປະໂຫຍດຂອງແຕ່ລະຝ່າຍ.

ສໍາລັບພິທີເປີດນຳໃຊ້ລົດໄຟລາວ-ຈີນ ຢ່າງເປັນທາງການ ຢູ່ເບື້ອງ ສປປ ລາວ ແມ່ນໃຫ້ສືບຕໍ່ກຳນົດເອົາວັນທີ 2 ທັນວາ 2021 ໃນພາກປະຕິບັດຕົວຈິງ, ເຊິ່ງມອບໃຫ້ຄະນະຮັບຜິດຊອບຊີ້ນຳໂຄງ ການທາງລົດໄຟລາວ-ຈີນ ປະສານກັບກະຊວງການຕ່າງປະເທດ ເພື່ອແຈ້ງໃຫ້ຝ່າຍຈີນ ໄດ້ຮັບຊາບຢ່າງເປັນທາງການ ແລະ ຮ່ວມກັນສຸມໃສ່ກະກຽມວຽກງານທີ່ຈໍາເປັນ ໃຫ້ສໍາເລັດທັນຕາມກໍານົດເວລາ.

Comments