Author Archives: admin target

ເກີດແຜ່ນດິນໄຫວ ຂະໜາດ 6 ລິກເຕີຢູ່ຈີນ ມີຜູ້ເສຍຊີວິດ 2 ຄົນ

ວັນ​ທີ 16 ​ກັນຍາ 2021, ສະຖານີ​ ໂທລະພາບ​ cctv ຂອງ​ຈີນລາຍ​ງານ​ວ່າ: ມີ​ເສຍ​ຊີວິດ​ ຢ່າງ​ໜ້ອຍ 2ຄົນ, ບາດ​ເຈັບ 60ຄົນ,​ໃນ​ນີ້ ເຈັບ​ໜັກ 3ຄົນ ​ແລະ ​ເຮືອນ​ປະ ຊາຊົນ​ 35ຫລັງ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຂະນະ​ນີ້ ໜ່ວຍ​ກູ້​ໄພຈີນ ພວມ​ໃຫ້ການ​ຊ່ວຍ​ເຫລືອ​ ຜູ້​ເຄາະ​ຮ້າຍ ຈາກ​ແຜນ​ດິນ​ໄຫວ ລະດັບ 6 ລິກ​ເຕີ ​ໃນ​ມົນທົນ ​ເສ​ສວນ ທາງ​ຕາ​ເວັນ​ຕົກ​ ສ່ຽງ​ໃຕ້​ ຂອງ​ຈີນ ​ແຜນ​ດິນ​ໄຫວ ມີ​ສູນ​ກາງ​ຢູ່​ທີ່ 20ກິ​ໂລ​ແມັດ ທາງ​ຕາ​ເວັນ​ອອກ​ ສ່ຽງ​ໃຕ້ ຂອງ​ນະຄອນ ​ເຊີງ​ຕູ. ທັງ​ນີ້ ການ​ເກີດ​ແຜນ​ດິນ​ໄຫວ ທາງ​ຕາ​ເວັນ​ຕົກ ​ຂອງ​ຈີນ​ເກີດ​ຂຶ້ນ​ ຫລາຍ​ຄັ້ງ ​ໃນ​ເດືອນ ​ພຶດສະພາ ປີ 2008 ​ເກີດ​ແຜ່ນ​ດິນ​ໄຫວ 7,9 ລິກ​ເຕີ ​ໃນ​ມົນທົນ​ ເສ​ສວນ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ​ ເກືອບ 90.000ຄົນ ສ້າງ​ຄວາມ​ເສຍ​ຫາຍ ​ເປັນ​ບໍລິ​ເວນ​ກວ້າງ

Read More »

ຈັດກອງປະຊຸມຜູ້ນໍາກາແດງ ແລະ ຊີກວົງເດືອນແດງອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 18

ກອງປະຊຸມຜູ້ນໍາກາແດງ ແລະ ຊີກວົງເດືອນແດງອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 18 ແບບທາງໄກ ຈັດຂຶ້ນຕອນບ່າຍວັນທີ 16 ກັນຍາ 2021ນີ້ ທີ່ນະຄອນຫຼວງບາງກອກປະເທດໄທ ໂດຍການເປັນປະທານຂອງ ທ່ານ ເຕດ ບຸນນາກ ເລຂາທິການສະພາກາຊາດໄທ, ບັນດາທ່ານການນໍາຈາກກາແດງ ແລະ ຊີກວົງເດືອນແດງ ປະເທດສະມາຊິກອາຊຽນ, ຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ກອງເລຂາອາຊຽນ ແລະ ສູນປະສານງານອາຊຽນ ສໍາລັບການຊ່ວຍເຫຼືອດ້ານມະນຸດສະທໍາຕໍ່ໄພພິບັດ (AHA) ເຂົ້າຮ່ວມ. ຄະນະຜູ້ແທນອົງການກາແດງລາວແມ່ນ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະເຂົ້າຮ່ວມ ກອງປະຊຸມໄດ້ຜັດປ່ຽນກັນເປັນເຈົ້າພາບຕາມລໍາດັບຕົວອັກສອນໃນແຕ່ລະປີ. ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດເປັນວົງກວ້າງຢູ່ ບັນດາປະເທດຕ່າງໆ, ສະນັ້ນ, ຈຶ່ງໄດ້ຈັດກອງປະຊຸມແບບທາງໄກ, ສໍາລັບປີນີ້ ກອງປະຊຸມມີຈຸດປະສົງສົນທະນານະໂຍບາຍ ແລະ ບັນຫາທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງກາແດງ ແລະ ຊີກວົງເດືອນແດງປະເທດສະມາຊິກອາຊຽນຮ່ວມກັບຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ຕົກລົງບາງບັນຫາທີ່ສໍາຄັນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ກາແດງແຫ່ງຊາດໃຫ້ມີຄວາມຍືນຍົງໃນການຕອບໂຕ້ໄພພິບັດ, ການສົ່ງເສີມສຸຂະພາບຊຸມຊົນ, ການຊອກຫາແຫຼ່ງທຶນ ແລະ ...

Read More »

ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດອາຊຽນ-ບັນດາຄູ່ຮ່ວມມື

ຕາມ​ຂ່າວ​ຈາກ VOVWORLD ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ 2021ໄດ້ດຳເນີນບັນດາ ກອງປະຊຸມ ປຶກສາຫາລື ຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື: ສ.ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບ ເອີຣົບ ແລະ ຣັດເຊຍ. ສຳລັບ ການຮ່ວມມື ເສດຖະກິດ ອາຊຽນ-ສ.ອາເມລິກາ, ບັນດາລັດຖະມົນຕີ ໄດ້ຮັບຮູ້ຄວາມຄຶບໜ້າ ສຳຄັນ ໃນວິວັດການ ຜັນຂະຫຍາຍ ຂໍ້ຕົກລົງ ກ່ຽວກັບ ດ້ານການຄ້າ ແລະ ການລົງທຶນ ໄລຍະ 2019–2020 ລະຫວ່າງ ອາຊຽນ ແລະ ສ.ອາເມລິກາ (TIFA) ແລະ ແຜນການດຳເນີນງານ ປະຕິບັດ “ຂໍ້ລິເລີ່ມ ການຮ່ວມມື ດ້ານການຄ້າ ເປີດກວ້າງ” (E3) ໄລຍະ 2020- 2021 ພ້ອມທັງ ...

Read More »

ພາກລັດ-ເອກະຊົນ ຊ່ວຍໃຫ້ແຮງງານ ແລະ ຜູ້ຫວ່າງງານ ເຂົ້າເຖິງການມີວຽກເຮັດງານທໍາ

ໃນອາທິດຜ່ານມາ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ກຸ່ມບໍລິສັດມະຫານະຄອນໄອທີ ແລະ ບໍລິການ ຈຳກັດ ຜູ້ດຽວ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການເກັບກຳຂໍ້ມູນ ແລະ ຂຶ້ນທະບຽນຜູ້ຫວ່າງງານ ເພື່ອສະໜອງເຂົ້າໃສ່ຕຳແໜ່ງງານຫວ່າງ ຢູ່ພາຍໃນປະເທດ. ຕາງໜ້າເຊັນບົດບັນທຶກຄັ້ງນີ້, ໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດ ທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ຄໍາພັນ ສຸພາບ ຜູ້ບໍລິຫານສຸງສຸດ ບໍລິສັດ ມະຫານະ ຄອນ ໄອທີ ແລະ ບໍລິການຈໍາກັດ ຜູ້ດຽວ, ເຂົ້າຮວ່ມເປັນສັກຂີພີຍານຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພາກລັດ ແລະ ພາກທຸລະກິດ ເຂົ້າຮວມ.ການລົງນາມຄັ້ງນີ້, ເພື່ອກໍານົດຂອບເຂດການຮ່ວມມືຂອງຄູ່ພາຄີ ໃນການຊ່ວຍໃຫ້ຜູ້ອອກແຮງງານລາວ ທີ່ຫວ່າງງານ ພາຍໃນປະເທດ ແລະ ຜູ້ຫວ່າງງານທີ່ກັບຈາກຕ່າງປະເທດ ໄດ້ເຂົ້າເຖິງການມີວຽກເຮັດງານທໍາຕາມຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ...

Read More »

ປະຊາຊົນບ້ານໂພນໃຜ່ 25 ຫລັງຄາເຮືອນທີ່ໄດ້ຮັບຜົນກະທົບໜັກຈາກພາຍຸໂກນເຊິນພັດຜ່ານຍັງຕ້ອງອາໃສຢູ່ວັດ

ປະຊາຊົນບ້ານໂພນໃຜ່, ເມືອງສາລະວັນ, ແຂວງສາລະວັນ ຈຳນວນ 25 ຫລັງຄາເຮືອນ ມີປະຊາຊົນລວມກັນ 139 ຄົນ ທີ່ໄດ້ຮັບຜົນກະທົບຈາກພາຍຸໂກນເຊິນພັກຜ່ານຜ່າໃນວັນທີ 11 ກັນຍາ 2021 ຍັງຕ້ອງອາໃສຢູ່ວັດຂອງບ້ານຊົ່ວຄາວ ເນື່ອງຈາກເຮືອນຖືກພາຍຸພັດເສຍຫາຍໝົດຫລັງ. ທ່ານ ພິດສະໄໝ ເຂັມວິໄລ, ປະທານກວດກາພັກ-ລັດເມືອງ ສາລະວັນ ໃຫ້ສໍາພາດວ່າ: ພາຍຸທີ່ເກີດຂຶ້ນຢູ່ເມືອງສາລະວັນໃນຄັ້ງນີ້ ຖືເປັນຄັ້ງຮ້າຍ ແຮງສຸດນັບແຕ່ເຄີຍເກີດຂຶ້ນໃນໄລຍະຜ່ານມາ. ສະເພາະ 25 ຫລັງຄາເຮືອນທີ່ເຮືອນເສຍຫາຍໝົດຫລັງນີ້ ຈຳເປັນຕ້ອງໄດ້ອາໃສຢູ່ວັດຊົ່ວຄາວ ໂດຍມີພາກສ່ວນກ່ຽວຂ້ອງຂອງເມືອງຮ່ວມກັບອົງການປົກຄອງບ້ານກ່ຽວຂ້ອງເບິ່ງແຍງດ້ານເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ໄປພ້ອມໆ ກັບການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ. ສໍາລັບການຊ່ວຍເຫລືອຈາກທັງພາກລັດ ແລະ ເອກະຊົນພາຍໃນບ້ານໂພນໃຜ່ ແລະ ອີກ 3 ບ້ານທີ່ປະສົບເຄາະຮ້າຍໃນຄັ້ງນີ້ ມາຮອດວັນທີ 12 ກັນຍາ ມີມູນຄ່າ 60 ລ້ານກວ່າກີບ. ທ່ານໃຫ້ຮູ້ຕື່ມວ່າ: ສຳລັບການຊ່ວຍເຫລືອປະຊາຊົນ 25 ຫລັງຄາເຮືອນທີ່ເສຍຫາຍໝົດຫລັງໃນຄັ້ງນີ້ ອົງການປົກຄອງເມືອງຈະສ້າງເປັນຕູບນ້ອຍໃຫ້ຢູ່ຊົ່ວຄາວໄປກ່ອນຈົນກວ່າເຂົາເຈົ້້າຈະຕັ້ງໂຕໄດ້ ໂດຍຄາດວ່າຈະສ້າງໃຫ້ສຳເລັດພາຍໃນ 1 ອາທິດ. ຢ່າງໃດກໍ່ຕາມ ປັດຈຸບັນ ຍັງຂາດແຄນອຸປະ ກອນກໍ່ສ້າງທີ່ຈຳເປັນ ເປັນຕົ້ນ: ສັງກະສີ, ໄມ້, ...

Read More »

ກອງປະຊຸມ ລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13

ໃນຕອນບ່າຍຂອງວັນທີ 13 ກັນຍາ 2021, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ນະ ຄອນຫລວງວຽງຈັນ ໄດ້ມີກອງປະຊຸມລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13 ຜ່ານລະບົບທາງ ໄກ ໂດຍເປັນກອງປະຊຸມຄູ່ຂະໜານກັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະ ຊຸມທີ່ກ່ຽວຂ້ອງ. ໂດຍໃຫ້ກຽດເປັນປະທານຮ່ວມມີ ລາວ-ຍີ່ປຸ່ນ, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Kajiyama Hiroshi ລັດຖະມົນຕີ ກະຊວງເສດ ຖະກິດ, ການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ, ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມຈາກປະເທດແມ່ນ້ຳຂອງ (ກຳປູ ເຈຍ, ສປປ ລາວ, ໄທ, ມຽນມາ, ແລະ ຫວຽດນາມ) ແລະ ເລຂາທິການໃຫ່ຍອາຊຽນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຝ່າຍຍີ່ປຸ່ນ ໄດ້ເນັ້ນເນື້ອໃນສຳຄັນຂອງກອງປະຊຸມລັດຖະມົນຕີ ເສດຖະກິດແມ່ ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ແລະ ...

Read More »

ມອບຜະລິດຕະພັນ ຢາພື້ນເມືອງລາວ ໃຫ້ 3 ແຂວງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19

ແຫລ່ງຂ່າວຈາກ ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ໃນລະຫວ່າງວັນທີ 8-10 ກັນຍາ 2021 ຜ່ານມາ, ສະຖາບັນການແພດ ແລະ ການຢາພື້ນເມືອງ ກະ ຊວງສາທາລະນະສຸກ ໄດ້ລົງມອບຜະລິດຕະພັນຢາພື້ນເມືອງລາວ 3 ຊະນິດ: ລາຊາບີ, ຄາວທອງ ແລະ ກະຊາຍຂາວ ເຂົ້າໃນການປະກອບສ່ວນສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ. ຕາງໜ້າມອບໂດຍທ່ານ ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ຕາງໜ້າຮັບໂດຍ ຄະນະພະແນກສາທາລະນະສຸກແຂວງ ພ້ອມດ້ວຍທີມງານຂັ້ນແຂວງເຂົ້າຮ່ວມ. ໃນໂອກາດດຽວກັນນີ້, ຄະນະທີມງານຈາກສູນກາງ ຍັງໄດ້ແນະນຳຜະລິດຕະພັນຢາພື້ນເມືອງ, ການຢັ້ງຢືນຄຸນນະພາບ-ຄວາມປອດໄພ ແລະ ວິທີການນຳໃຊ້ຢາ ພ້ອມແນະນຳແບບຟອມການບັນທຶກ ຕິດຕາມຄົນເຈັບ ແລະ ການລາຍງານໃຫ້ຄະນະທີມງານຂັ້ນແຂວງ. ສະເພາະສັບພະຄຸນຂອງຜັກລາຊາບີ ແມ່ນນໍາໃຊ້ເຂົ້າໃນການແກ້ໄຂ້, ລົດໄຂ້, ເຈັບຄໍ, ອັກເສບປອດຕ່າງໆເຫັນວ່າໄດ້ຜົນດີ ໃຊ້ກັບຄົນເຈັບທີ່ຢູ່ໃນໄລຍະຕິດເຊື້ອບໍ່ຮຸນແຮງ; ສຳລັບສັບພະຄຸນຂອງຜັກຄາວທອງ ຊ່ວຍສ້າງພູມຄຸ້ມກັນ ຖ້າຄົນເຮົາມີພູມຄຸ້ມກັນແມ່ນສາມາດຕ້ານເຊື້ອໄວຣັດ ແລະ ປັບສົມດູນໃນຮ່າງກາຍບໍ່ໃຫ້ຕິດເຊື້ອ ແລະ ...

Read More »

ສະຫະລັດອາເມລິກາ ສະໜັບສະໜູນກະຊວງສາທາລະນະສຸກ 2ລ້ານໂດລາ ເພື່ອບໍລິການວັກຊິນ ກັນພະຍາດໂຄວິດ19 ຢູ່ລາວ

ຕອນເຊົ້າວັນທີ 13 ກັນຍາ 2021 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດໂຄງການທີ່ສະຫະລັດອາເມລິກາ ສະໜັບສະໜູນກະຊວງສາທາລະນະສຸກໃນການບໍລິການວັກຊິນກັນພະຍາດໂຄວິດ 19 ມູນຄ່າ 2ລ້ານໂດລາ ຈາກອົງການ USAID ໂດຍຜ່ານອົງການ ຢູນີເຊັບ ແລະອົງການອະນາໄມໂລກ , ເຂົ້າຮ່ວມໃນພິທີ ມີ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ , ທ່ານນາງ ເພຍ ຣີເບວໂລບຣິດໂທ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ, ທ່ານ ຈຸນກາວ ຮັກສາການອົງການອະນາໄມໂລກປະຈໍາລາວ ແລະພາກສ່ວນກ່ຽວຂ້ອງ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວໃນພິທີວ່າ :ໂຄງການນີ້ມີຄວາມໝາຍສໍາຄັນຕໍ່ການຊ່ວຍເຫຼືອຢ່າງທັນການຂອງລັດຖະບານສະຫະລັດອາເມຣິກາໃນການຊ່ວຍເຫຼືອຄັ້ງນີ້ກໍຄືໃນຫຼາຍຄັ້ງຜ່ານມາ ຊຶ່ງເປັນການ ສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງລັດຖະບານສະຫະລັດອາເມຣິກາຕໍ່ລັດຖະບານລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະທ້າທາຍ, ການຊ່ວຍເຫຼືອໃນຄັ້ງນີ້ມີງົບປະມານ 2 ລ້ານໂດລາ, ໃນນັ້ນໄດ້ມີແຜນເພື່ອໄປຈັດຕັ້ງປະຕິບັດກິດຈະກໍາຊ່ວຍເຫຼືອໃນການແຈກຢາຍວັກຊິນໂຄວິດ-19 ເພື່ອໃຫ້ເຖິງເປົ້າໝາຍບຸກຄົນທີ່ເປັນບຸລິມະສິດໃນການຮັບວັກຊິນ ແລະການຕິດຕາມຄວາມຄືບໜ້າໃນການດໍາເນີນງານແຜນກິດຈະກໍາການແຈກຢາຍວັກຊິນດັ່ງກ່າວ ເພື່ອຮັບປະກັນໃຫ້ປະຊາຊົນລາວໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ທັນເວລາ. ສະນັ້ນການວາງນະໂຍບາຍ, ແຜນການ ແລະ ...

Read More »

ຄະນະສະເພາະກິດ ນະຄອນໄກສອນ ພົມວິຫານ ເຮັດບົດ ບັນທຶກ-ກ່າວເຕືອນ ຜູ້ລະເມີດ ຄຳສັ່ງຂອງທ່ານເຈົ້າແຂວງ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 12 ກັນຍາ ນີ້, ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແຫ້ໄຂການລະບາດຂອງພະຍາດ ໂຄວິດ-19 ນໍາໂດຍ ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິຫານ, ທັງເປັນກອງເລຂາຄະນະສະເພາະກິດນະຄອນ ໄດ້ສົມທົບກັບກໍາລັງ ເຈົ້າໜ້າທີ່ຕໍາຫລວດ ປກສ ນະຄອນ, ປກສ ກຸ່ມບ້ານ ແລະ ນາຍບ້ານ ລົງເຮັດບົດທຶກ ກ່າວເຕືອນ ປະຊາຊົນຈຳນວນໜຶ່ງ ທີ່ຍັງຖືກເບົາ ຕັ້ງວົງຊຸມແຊວເຫລົ້າ-ເບຍ,ຮ້ານຂາຍເສື້ອ ແລະ ກິລາໃນຮົ່ມທຸກປະເພດ, ເຊິ່ງເປັນການລະເມີດ ຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ໄກ ສອນ ພົມວິຫານ. ການລົງເຄື່ອນໄຫວຄັ້ງນີ້, ຄະນະສະເພາະກິດ ແລະ ເຈົ້າໜ້າທີ່ ກໍໄດ້ໄດ້ກ່າວເຕືອນເຈົ້າຂອງຮ້ານຜູ້ປະກອບການ, ຕັ້ງວົງຊຸມແຊວເຫລົ້າເບຍ ແລະ ກິລາໃນຮົ່ມ ແລະ ຂໍການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການນໍາກັນ ໃນການປະຕິບັດມາດຕະການ ...

Read More »

ເວທີການຄ້າຂາຍເຕັກໂນໂລຊີ ຈີນ-ອາຊຽນ ໄດ້ເປີດນຳໃຊ້ຢ່າງ ເປັນທາງການ

ວັນທີ 9 ກັນຍາ 2021 ນີ້, ເວທີການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງການຮ່ວມມື ລະຫວ່າງ ຈີນ-ອາຊຽນ ຄັ້ງທີ 9 ທີ່ມີຫົວຂໍ້ ວ່າ: “ການພັດທະນາທີ່ປະດິດສ້າງເພື່ອໂອກາດ ແລະ ການພັດທະນາທີ່ຍືນ ຍົງເພື່ອອະນາຄົດ” ໄດ້ຈັດຂຶ້ນທີ່ນະຄອນນານນິງ ແຂວງກວາງຊີ ຂອງຈີນ. ຕາມຂ່າວໃຫ້ຮູ້ວ່າ: ໃນດ້ານການສ້າງຫ້ອງທົດລອງ ປີ 2021 ແມ່ນປີ ແຫ່ງການພົວພັນຂອງຄູ່ສົນທະນາ ຈີນ-ອາຊຽນ ທີ່ສ້າງຕັ້ງຂຶ້ນຄົບຮອບ 30 ປີ, ທັງແມ່ນປີຮ່ວມມືການພັດທະນາແບບຍືນຍົງ ຈີນ-ອາຊຽນ. ໃນດ້ານ ການຮ່ວມມືຖ່າຍທອດເຕັກໂນໂລຊີນັ້ນ, ຈີນ-ອາຊຽນ ໄດ້ສ້າງເຄືອຂ່າຍ ການຮ່ວມມືຖ່າຍທອດເຕັກໂນໂລຊີ ທີ່ກວມໄປອົງການ ແລະ ວິສາຫະກິດ ທີ່ກ່ຽວຂ້ອງຂອງ ຈີນ ແລະ ອາຊຽນ ຫລັງການສ້າງຕັ້ງສູນຖ່າຍທອດເຕັກ ໂນໂລຊີຈີນ-ອາຊຽນ 8 ປີມານີ້. ຕາມຂ່າວໃຫ້ຮູ້ອີກວ່າ: ໃນດ້ານການສ້າງຫ້ອງທົດລອງຮ່ວມກັນນັ້ນ, ຈີນ ແລະ ປະເທດທີ່ກ່ຽວຂ້ອງໄດ້ຮ່ວມກັນລິເລີ່ມການສ້າງຫ້ອງທົດລອງ ຮ່ວມ ລະດັບຊາດ 10 ແຫ່ງແລ້ວເຊັ່ນ: ຫ້ອງທົດລອງຮ່ວມ ...

Read More »