ລາວ-ຫວຽດນາມ ຮ່ວມມືກັນໃນຂົງເຂດ ໄອຊີທີ ແລະ ການຫັນເປັນທັນສະໄໝ ດ້ວຍລະບົບດີຈີຕອນ

ໃນວັນທີ 1 ກັນຍາ 2021, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ຄະນະອໍານວຍການບໍລິສັດ ລາວໂທລະຄົມມະນາຄົມ ຈໍາກັດ, ຄະນະອໍານວຍການບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບ ທ່ານ ຫງ໋ຽນ ແມ້ງ ຮຸ່ງ ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະ ຜ່ານລະບົບກອງປະຊຸມທາງໄກ.

May be an image of 5 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້, ຖືເປັນນິມິດໝາຍອັນດີ ແລະ ມີຄວາມໝາຍສໍາຄັນ ທີ່ພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ພວມຊື່ນຊົມຕໍ່ຜົນສຳເລັດຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະໃນລະຫວ່າງ ວັນທີ 9-10 ສິງຫາ ທີ່ຜ່ານມານີ້. ພ້ອມນີ້, ຍັງເປັນນິມິດໝາຍອັນດີ ໃຫ້ແກ່ການກະກຽມ ຈັດຕັ້ງການສະເຫລີມສະຫລອງປີສາມັກຄີມິດຕະພາບ ໃນປີ 2022 ກໍ່ຄື ວັນຄົບຮອບວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ. ໃນໂອກາດນີ້, ສອງຝ່າຍໄດ້ລາຍງານສະພາບການພັດທະນາໂດຍຫຍໍ້ ກ່ຽວກັບຂະແໜງການຂອງຕົນ ແລະ ຕີລາຄາຄືນຜົນສຳເລັດການຮ່ວມມືໃນໄລຍະຜ່ານມາ ເພື່ອເປັນທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ.

May be an image of 3 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ສອງຝ່າຍໄດ້ເນັ້ນ ບັນດາວຽກງານທີ່ພົ້ນເດັ່ນເປັນຕົ້ນ: ຂົງເຂດວຽກງານໄປສະນີ, ໂທລະຄົມ ມະນາຄົມ, ອິນເຕີເນັດ, ການຈັດສັນຄື້ນຄວາມຖີ່, ວົງຈອນດາວທຽມ, ການຫັນເປັນລັດຖະບານທັນສະ ໄໝ (ດິຈິຕອນ), ຄວາມປອດໄພທາງຂໍ້ມູນຂ່າວສານ, ການຫັນເປັນດິຈິຕອນ, ນະວັດຕະກຳເຕັກໂນໂລຊີດີຈີຕອນສະໄໝໃໝ່, ການພັດທະນາບຸກຄະລາກອນ ແລະ ຍົກສູງຄວາມອາດສາມາດ ໃນຂອບເຂດຂອງການພັດທະນາດີຈີຕອນ.

ພ້ອມນັ້ນ, ໃນໄລຍະຜ່ານມາ ສອງຝ່າຍກໍໄດ້ມີການແລກປ່ຽນຄະ ນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ຢ່າງເປັນປະຈໍາ ໂດຍມີໂຄງການຮ່ວມກັນຫລາຍໂຄງການ ເຊັ່ນ: ຊ່ວຍສ້າງບຸກຄະລາກອນ ດ້ານໄອຊີທີ ໂດຍຍົກລະດັບທັງ ປະລິນຍາຕີ ແລະ ປະລິນຍາໂທ, ຈັດຝຶກອົບຮົມຄູອາຈານ ແລະ ພະນັກງານດ້ານໄອຊີທີ ເປັນຕົ້ນ ວິຊາການບໍລິຫານຄື້ນຄວາມຖີ່, ວິຊາການບໍລິ ຫານລະຫັດຊື່ອິນເຕີເນັດ, ວິຊາການດ້ານຄວາມປອດໄພທາງອິນເຕີເນັດ. ນອກຈາກນີ້, ກອງປະຊຸມໄດ້ຮຽກຮ້ອງໃຫ້ມີການຍົກສູງຄວາມຮັບຜິດຊອບ ໃນການສືບຕໍ່ຊຸກຍູ້ຜັກດັນ ການຮ່ວມລະຫວ່າງສອງກະຊວງ ແລະ ສືບຕໍ່ອໍານວຍຄວາມສະດວກ, ສົ່ງເສີມການຮ່ວມມືລະຫວ່າງພາກເອກະຊົນຂອງສອງຊາດ ໂດຍສະເພາະ ບົດບາດໃນການສ້າງສັງຄົມຜູ້ປະກອບການດ້ານທຸລະກິດລິເລີ່ມ (Startup) ດ້ວຍເຕັກໂນໂລຊີ ເພື່ອເປັນທ່າແຮງໃນການຮ່ວມມືກັນໃນຂົງເຂດ ທີ່ໄດລົງນາມໃນບົດບັນທຶກຄວາມເຂົ້າໃຈ ບົນພື້ນຖານຫລັກການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ.ໃນໂອກາດດຽວກັນນີ້, ສອງຝ່າຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນຂົງເຂດໄອຊີທີ ແລະ ການຫັນເປັນທັນສະໄໝ ດ້ວຍລະບົບດີຈີຕອນ ເພື່ອສືບຕໍ່ຊຸກຍູ້ ແລະ ເສີມຂະ ຫຍາຍການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບໝາກຜົນ ພ້ອມທັງເປັນການສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ມີຄວາມເລິກເຊິ່ງ ແລະ ແໜ້ນແຟ້ນເພີ່ມຂຶ້ນເລື້ອຍໆ.ຂໍ້ມູນ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

Comments