Author Archives: admin target

ລັດຖະມົນຕີ ຮສສ ຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ຄົນໃໝ່

ໃນວັນທີ 23 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳແພງ ໄຊສົມແພງ ລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີ ຣົບ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳ ສປປ ລາວ, ພ້ອມປຶກສາຫາລື ກ່ຽວກັບວຽກງານການຮ່ວມມືສອງຝ່າຍ. ໂອກາດດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ນາງ ອີນາ ມາຊິວລີໂອນິແຕ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ...

Read More »

ນາຊາ ສົ່ງຍານລົງຈອດເທິງດາວອັງຄານສຳເລັດ

ຕາມ​ຂ່າວ​ຈາກ ສ.ອາ​ເມ​ລິ​ກາ,ວັນ​ທີ 23​ ກຸມພາ​ ທີ່ຜ່ານມານີ້, ອົງການບໍລິຫານ​ການບິນ​ ​ແລະ ອາ​ວະ​ກາດ​ ແຫ່ງ​ຊາດ (ນາ​ຊາ)​ ເປີດ​ເຜີຍ ຄຣິບວີ​ດີ​ໂອ ​ໃກ້​ຊາວ​ໂລກ ​ໄດ້​ເຫັນ ກ່ຽວ ກັບ ຍານ​ສຳ​ຫລວດ ​ເພີ​ເຊີ​ເວ​ຍ​ແລນ​ສ “Perseverance” ລົງຈອດ​ ບໍລິ​​ເວນ​ ໃນ​ອ່າງ​ຫລຸມ ອຸກາບາດ ​ເຢ​ເຊ​ໂຣ”Jezero”​ເທິງ​ດາວ​ອັງຄານ ກ່ອນ​ຈະ​ເລີ່​ມ ປະຕິບັດ​ໜ້າ​ທີ່ພາລະກິດຄົ້ນຫາ​ສິ່ງ​ທີ່​ມີ​ຊີວິດ. ຍານ​ດັ່ງກ່າວ ຕິດ​ກ້ອງ 23​ໂຕ ທຸກ​ສ່ວນ ​ຕັ້ງ​ແຕ່​ຂັ້ນຕອນ​ ການ​ເຂົ້າສູ່ ​ຊັ້ນບັນຍາກາດລົງ​ຈອດ​ພື້ນ​ທີ່​ ກຳນົດ​ໄວ້ປະສົບ​ຜົນສຳ​ເລັດ ຫລັງ​ຈາກ​ ສົ່ງ​ຂໍ້​ມູນ ​ແລະ ພາບ​ກັບ​ຄືນ​ມາສູ່​ໂລກຜ່ານ​ຍານ​ ໂຄຈອນ​ສຳ​ຫລວດດາວ​ອັງຄານ ​ເປັນ​ພາບ​ສີ​ ທີ່​ຊັດ​ເຈນ. ຫລັງ​ຈາກ​ນີ້ ​ເປັນ​ເວລາ 2ປີ ຍານ​ສຳ​ຫລວດ ຂັບ​ເຄື່ອນ​ດ້ວຍ 6 ລໍ້ ຈະ​ເຮັດ​ໜ້າ​ທີ່​ ຂຸດ​ເຈ​າະຫີນ ​ແລະ ດິນ​ເທິງ​ດາວ​ ອັງຄານ ​ເພື່ອ​ຫາ​ຮ່ອງຮອຍ​ ຂອງ​ສິ່ງ​ທີ່​ມີ​ຊີວິດ ບໍລິ​ເວນ​ອ່າງ​ຫລຸມ​ ດັ່ງ​ກ່າວ ທີ່​ເຊື່ອ​ວ່າ ​ເຄີຍ​ເປັນ​ທະ​ເລ​ສາບ ຂະໜາດ​ໃຫຍ່ ...

Read More »

ສຳຜັດທຳມະຊາດ ນ້ຳຕົກຕາດ 7 ຊັ້ນ ຕຳນານ ເສິກຊິງນາງ

ເດີນທາງສູ່ໃຈກາງພາກເໜືອ ເມືອງແຫ່ງທະເລໝອກ ຊົນເຜົ່າພູສູງ ແລະ ສຳຜັດທຳມະຊາດອາກາດບໍລິສຸດ… ໄລຍະ ເດືອນກັນຍາ ຕໍ່ໃສ່ ເດືອນພະຈິກນີ້ ຖືວ່າເປັນຊ່ວງລະດູການທີ່ລະດັບນໍ້າຝົນເລີ່ມຫຼຸດລົງ ແມ່ນ້ຳຫຼາຍສາຍ ກໍມີລະດັບນ້ຳທີ່ຫຼຸດລົງໄປຕາມໆກັນ. ແນ່ນອນການທ່ອງທ່ຽວ ເພື່ອການສຳຜັດບັນຍາກາດພູຜາປ່າໄມ້, ສາຍນໍ້າລໍາທານຫຼາຍແຫ່ງ ອາດຈະມີບໍ່ຫຼາຍຄືຊ່ວງລະດູຝົນ ໂດຍສະເພາະຊ່ວງທ້າຍປີ ເຊື່ອວ່າຫຼາຍໆທ່ານຢາກຫາໂອກາດພາຄອບຄົວໄປທ່ຽວພັກຜ່ອນ ພາຍຫຼັງທີ່ໄດ້ສຸມໃສ່ໃນການເຮັດວຽກຕະຫຼອດໜຶ່ງປີ. ແລ້ວການທ່ອງທ່ຽວແບບທຳມະຊາດ, ນ້ຳຕົກຕາດ ແລະ ປ່າໄມ້ ຊິຫາທ່ຽວໄດ້ຢູ່ໃສໃນລະດູການແບບນີ້…? ມື້ນີ້ທີມງານຂອງພວກເຮົາຊິພາທ່ານໄປຮູ້ຈັກກັບສະຖານທີ່ທ່ອງທ່ຽວແບບທຳມະຊາດ 100% ເດີນທາງສູ່ໃຈກາງພາກເໜືອ, ເມືອງແຫ່ງທະເລໝອກ, ໄປສຳຜັດກັບທຳມະຊາດ, ອາກາດບໍລິສຸດ ທ່າມກາງປ່າດົງອັນເຢັນສະບາຍ, ທ່ຽວນໍ້າຕົກຕາດແບບຫຼາກຫຼາຍ ພ້ອມສຽງນົກນ້ອຍ ອ້ອຍອິ່ນອອນຊອນ ກັບ  ນ້ຳຕົກຕາດຕະແລ ຕາດຕະແລ  ເປັນອີກໜຶ່ງນໍ້າຕົກຕາດຂອງພາກເໜືອ ທີ່ມີຄວາມສວຍງາມ ມີຫຼາຍຊັ້ນ-ຂັ້ນໄປຕາມສາຍນໍ້າຕະແລ ທີ່ເຕັມໄປດ້ວຍຄວາມງົດງາມແຕກຕ່າງກັນໄປ, ມີທັງຕາດນ້ອຍ-ຕາດໃຫ່ຍ, ຕາດສູງ-ຕາດຕໍ່າ ແລະ ມີປ່າໄມ້ປົກຫຸ້ມຂຽວສົດງົດງາມຕະຫຼອດລະດູການ, ມີສາຍນໍ້າໃສເຢັນໄຫຼຜ່ານ, ພ້ອມອາກາດບໍລິສຸດ. ອັນເປັນມົນສະເໜ່ຂອງຕາດແຫ່ງນີ້ ທີ່ຢາກໃຫ້ທ່ານໄດ້ລອງມາສຳຜັດ ກັບທຳມະຊາດທ່າມກາງປ່າດົງດິບ. ຕາດຕະແລ  ຕັ້ງຢູ່ ບ້ານຕະແລ, ເມືອງ ຮຸນ, ແຂວງ ອຸດົມໄຊ  ຫ່າງຈາກເທດສະບານເມືອງ ປະມານ 41 ...

Read More »

ງານເທດສະການອາຫານລາວ ປະຈໍາປີ 2021 ເລີ່ມແລ້ວ (ຕັ້ງແຕ່ວັນທີ 23-27 ກຸມພານີ້)

ງານເທດສະການອາຫານລາວ ໝູນວຽນມາອີກປີແລ້ວ!!! ແລະ ຫຼ້າສຸດກໍເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ກຸມພາ 2021 ນີ້ ຢູ່ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ກິນ, ຢູ່, ຮຽນຮູ້ວິຖີລາວ”. ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ພ້ອມດ້ວຍບັນດາຫົວໜ່ວຍນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຜູ້ຈັດງານ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານການກິນ, ການດຳລົງຊີວິດ, ຮີດຄອງປະເພນີດັ້ງເດີມຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ. ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງສັດ, ຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ໃນນະຄອນຫຼວງວຽງຈັນ ໄດ້ນໍາສິນຄ້າຂອງຕົນເອງມາວາງສະແດງ ພ້ອມຄ້າຂາຍແລກປ່ຽນກັນ. ພ້ອມນີ້, ຍັງເປັນການໂຄສະນາເຜີຍແຜ່ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກຫັນມານິຍົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ. ພາຍໃນງານມີບັນດາຮ້ານອາຫານລາວ; ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນບັນດາປະເທດອາຊຽນ; ຮ້ານຂາຍເຄື່ອງຫັດຖະກຳ, ກະສິກຳຕ່າງໆ ລວມທັງໝົດ 120 ...

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນ 2)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ໃນເດືອນກ່ອນ, ຂ້າພະເຈົ້າ ໄດ້ສະເໜີກ່ຽວກັບການຟື້ນຟູວິສາຫະກິດເບື້ອງຕົ້ນໄປແລ້ວ, ມື້ນີ້ ຂ້າພະເຈົ້າຂໍສືບຕໍ່ແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດ ຕາມກົດໝາຍດັ່ງກ່າວ ຄື: 3.       ຜູ້ມີສິດຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍວິສາຫະກິດ ມີໃຜແດ່? ວິສາຫະກິດເອງ: ວິສາຫະກິດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ;ຂາຮຸ້ນ ຫຼື ຜູ້ຖືຮຸ້ນ: ຂອງວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍທີ່ຕາງໜ້າໃຫ້ຢ່າງໜ້ອຍ 20% ຂອງຮຸ້ນທີ່ມີສິດລົງຄະແນນສຽງທັງໝົດ ໃນກໍລະນີທີ່ວິສາຫະກິດນັ້ນບໍ່ຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍ;ສະມາຊິກສະຫະກອນ: ຕາງໜ້າໃຫ້ຢ່າງໜ້ອຍໜຶ່ງສ່ວນຫ້າຂອງສະມາຊິກທັງໝົດໃນກໍລະນີທີ່ສະຫະກອນມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດຊຳລະໜີ້ສິນ.           1. ວິສາຫະກິດແນວໃດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ? ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໝາຍເຖິງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຂາດສະພາບຄ່ອງທາງການເງິນຊຶ່ງຢູ່ໃນສະພາບທີ່ບໍ່ສາມາດຊຳລະໜີ້ສິນຂອງຕົນເມື່ອເຖິງກຳນົດເວລາ. ຕົວຢ່າງ: ໂຮງແຮມ A ປະສົບບັນຫາຈາກສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ບໍ່ມີລູກຄ້າຫຼາຍເດືອນ ເຮັດໃຫ້ວິສາຫະກິດປະສົບບັນຫາຂາດທຶນຮອນຢ່າງໜັກໜ່ວງໃນການດຳເນີນທຸລະກິດ ເຊັ່ນ ຕ້ອງໄດ້ຊຳລະໜີ້ສິນການກູ້ຢືມຈາກທະນາຄານແຕ່ວິສາຫະກິດບໍ່ມີຄວາມສາມາດຊໍາລະໄດ້ແລ້ວ ຫຼື ຕ້ອງຊຳລະຄ່າວັດຖຸເຄື່ອງຂອງທີ່ສັ່ງເຂົ້າມາປະກອບໃນໂຮງແຮມ, ຄ່າແຮງງານພະນັກງານ ແລະ ໜີ້ສິນອື່ນໆ ທີ່ໂຮງແຮມ A ...

Read More »

ລັດຖະມົນຕີຕ່າງປະເທດ ຕ້ອນຮັບທູດອົດສະຕຣາລີ ຄົນໃໝ່

ໃນວັນທີ 22 ກຸມພາ 2021 ທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເນື່ອງໃນໂອກາດ ທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະ ຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ...

Read More »

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ ປະມານ 15,9 ຕື້ກວ່າກີບ

ທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນ ທຶນຊ່ວຍເຫລືອ 180 ລ້ານເຢັນ (ປະມານ 15,9 ຕື້ກວ່າກີບ) ເພື່ອບັນເທົາຜົນກະທົບຈາກເຫດການຝົນຕົກໜັກ ແລະ ນໍ້າຖ້ວມ ໃນເດືອນຕຸລາ ປີ 2020 ຜ່ານມາ ທີ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆ ຢູ່ພາກໃຕ້ ຂອງ ສປປ ລາວ ໂດຍຜ່ານອົງການອາຫານໂລກປະຈຳລາວ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ຫ້ອງການອົງການອາຫານໂລກປະຈຳ ລາວ, ມີທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໂອກາດນີ້, ທ່ານ ທາເກວະກະ ເຄໂຊ ໄດ້ກ່າວວ່າ: ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຂຶ້ນ ຍ້ອນໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ໂດຍຜ່ານໂຄງການນີ້, ລັດຖະບານ ...

Read More »

ບໍລິສັດ Manignom Auto Group Company Limited ໄດ້ລົງນາມຂໍ້ຕົກລົງກັບ Geely Auto Group ໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ

      ເມື່ອວັນທີ 18 ກຸມພາ 2021 ທີ່ຜ່ານມາ ປະທານບໍລິສັດ ມະນີຍົມ ໂອໂຕ ກຣຸບ ທານ ສຸກສະໜອນ ສີຫາເທບ ແລະ Mr. Jun Song ຜູ້ຈັດການທົ່ວໄປຂອງ Geely Automative International Corporation ໄດ້ຈັດພິທີເຊັນສັນຍາຮ່ວມກັນໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ, ໂດຍມີຄະນະກໍາມະການຈາກທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.       ຂໍ້ຕົກລົງນີ້ຈະຊ່ວຍໃຫ້ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ສາມາດຊຸກຍູ້ຄວາມເຂັ້ມແຂງໃຫ້ກັບທຸລະກິດລົດ ດ້ວຍຄວາມຮ່ວມມືກັບແບຣນລົດອັນດັບ 1 ຂອງ ສປ ຈີນ ເຊິ່ງຈະຊ່ວຍເພີ່ມຄວາມສາມາດໃນການແຂ່ງຂັນໃນຕະຫຼາດລົດ ຂອງ Manignom Group ໃນປີ 2021 ລວມທັງສະເໜີທາງເລືອກໃຫມ່ໃຫ້ກັບຜູ້ທີ່ສົນໃຈໃນນະວັດຕະກຳລົດໃຫມ່ ແລະ ປະສົບການດ້ານການເຄື່ອນໄຫວທີ່ເໜືອຄວາມຄາດໜາຍ. ການເຊັນສັນຍາໃນຄັ້ງນີ້ຈະເຮັດໃຫ້ Manignom Group ສາມາດຂະຫຍາຍທຸລະກິດຈຳໜ່າຍຂາຍລົດສ່ວນບຸກຄົນໃນ ສປປ ລາວ ນອກຈາກການເປັນຕົວແທນຈຳໜ່າຍ ແຕ່ພຽງຜູ້ດຽວໃນ ສປປ ລາວ ສຳລັບ ...

Read More »

ວິທີວາງແຜນການຕະຫຼາດດິຈິຕອນເບື້ອງຕົ້ນສຳລັບຜູ້ປະກອບການ

ສະບາຍດີ ທ່ານຜູ້ອ່ານທີ່ຕິດຕາມອ່ານຄໍລຳ Branding & Marketing ກັບວາລະສານທາເກັດເປັນປະຈຳ ບົດຄວາມໃນເດືອນນີ້ ຈະຕໍ່ເນື່ອງຈາກບົດຄວາມໃນເດືອນຜ່ານມາ ທີ່ຂ້າພະເຈົ້າ ໄດ້ນຳສະເໜີກ່ຽວກັບ ການສ້າງທີມການຕະຫຼາດດິຈິຕອນ ເພື່ອເປັນປະໂຫຍດແກ່ບັນດາຜູ້ປະກອບການທັງເກົ່າ ແລະ ໃໝ່ ທີ່ມີຄວາມຈຳເປັນຕ້ອງຫັນປ່ຽນເຮັດທຸລະກິດຢູ່ແພລັດຟອມດິຈິຕອນ (Digital platforms) ຫຼືບ້ານເຮົາມັກເອີ້ນວ່າ ອອນລາຍ ແບບກະທັນຫັນ ເນື່ອງຈາກການລະບາດຂອງ ພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ທີ່ແກ່ຍາວນັບຕັ້ງແຕ່ຕົ້ນປີ 2020 ທີ່ຜ່ານມາ. ສະນັ້ນ ໃນເດືອນນີ້ຂ້າພະເຈົ້າຈະຂໍນຳສະເໜີ ວິທີການວາງແຜນການຕະຫຼາດດິຈິຕອນເບື້ອງຕົ້ນ ເພື່ອໃຫ້ບັນດາທ່ານ ໄດ້ນຳພາທີມການຕະຫຼາດທີ່ສ້າງຂຶ້ນ ເລີ່ມວາງແຜນການຕະຫຼາດດິຈິຕອນ. “ການບໍ່ວາງແຜນ ຄືການວາງແຜນທີ່ຈະຫຼົ້ມເຫຼວ” ຄຳເວົ້ານີ້ຍັງຖືກຕ້ອງໃນທຸກຍຸກສະໄໝ ໂດຍສະເພາະ ເມື່ອການຕະຫຼາດທີ່ຕ້ອງເຮັດໃນແພລັດຟອມດິຈິຕອນ ຊ່າງກວ້າງໃຫຍ່ໄພສານ ມີການແຂ່ງຂັນທີ່ສູງ ເພາະໃຜໆກໍສາມາດເຂົ້າຮ່ວມເປັນຜູ້ຫຼິ້ນໄດ້ ໂດຍບໍ່ຕ້ອງໃຊ້ຕົ້ນທຶນຫຼາຍ, ແພລັດຟອມທີ່ໃຊ້ກໍມີການປ່ຽນແປງເງື່ອນໄຂຢູ່ເລື້ອຍໆ ໂດຍປັນຍາປະດິດ ຫຼືເອໄອ, ການບໍລິໂພກຂໍ້ມູນຂ່າວສານປະຈຳວັນ ທີ່ມະຫາສານ ແລະວ່ອງໄວ ໃນຍຸກ 4.0 ກໍກະຕຸ້ນໃຫ້ພຶດຕິກຳຂອງລູກຄ້າເປົ້າໝາຍປ່ຽນແປງໄປໄວເຊັ່ນດຽວກັນ. ສະນັ້ນ ການໂດດເຂົ້າຮ່ວມໃນແພລັດຟອມດິຈິຕອນ ໂດຍບໍ່ມີການວາງແຜນການຕະຫຼາດ ຈຶ່ງເປັນຄວາມສ່ຽງທີ່ຈະນຳພາທຸລະກິດຂອງທ່ານໄປສູ່ຄວາມລົ້ມເຫຼວ. ແລ້ວການວາງແຜນການຕະຫຼາດດິຈິຕອນແມ່ນຫຍັງ? ການວາງແຜນການຕະຫຼາດດິຈິຕອນ ຫຼືການຕະຫຼາດອອນລາຍ ແມ່ນແຜນປະຕິບັດ ທີ່ອອກແບບມາຈາກຂໍ້ມູນຫຼັກຖານທີ່ກ່ຽວຂ້ອງຕ່າງໆ ເພື່ອໃຊ້ໃນການກຳນົດທິດທາງ ...

Read More »

ແນວຄິດ “ເອົາໃຈເຂົາມາໃສ່ໃຈເຮົາ” Outward Mindset ທັກສະທີ່ຕ້ອງມີໃນຍຸກນີ້

ທ່ານເຄີຍຕົກຢູ່ໃນສະຖານະການທີ່ທ່ານບໍ່ສາມາດສື່ສານກັບບາງຄົນໄດ້ຫຼືບໍ່ ຄົນທີ່ທ່ານຮູ້ສຶກອຶດອັດເມື່ອຕ້ອງໄດ້ ເວົ້ານໍາ ເຮັດໃຫ້ທ່ານໃຈຮ້າຍ ເກີດຄວາມຕຶງຄຽດ ເມື່ອຕ້ອງຜິດຖຽງ ຫຼື ຜິດໃຈກັນ, ຊຶ່ງເຮົາສາມາດພົບສະຖາ ນະການນີ້ໄດ້ເກືອບທຸກມື້ ບໍ່ວ່າຈະຢູ່ບ້ານ ຫຼື ບ່ອນເຮັດວຽກ. ທ່ານກໍາລັງຍ້າຍວຽກຍ້ອນມີບັນຫາເລື່ອງຄົນ ຫຼື ກໍາລັງມີບັນຫາກັບຄົນໃນຄອບຄົວຍ້ອນການສື່ສານທີ່ບໍ່ລົງຕົວ ຫຼື ບໍ່ເຂົ້າໃຈເຊິ່ງກັນແລະກັນຫຼືບໍ່?. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກນໍາເອົາແນວຄວາມຄິດທີ່ໜ້າສົນໃຈຈາກປຶ້ມ The Outward Mindset ມາແບ່ງປັນເພື່ອໃຫ້ທ່ານຜູ້ອ່ານສາມາດນໍາມາປັບໃຊ້ໃຫ້ຮັບມືກັບສະຖານະການເຫຼົ່ານີ້ໄດ້ດີຂຶ້ນ ດ້ວຍການໃຊ້ມຸມມອງໃໝ່ໃນການເບິ່ງບັນຫາທີ່ຮູ້ກັນດີໃນນາມ Outward Mindset ຫຼື ການແນມເຫັນ ແລະ ໃຫ້ຄວາມສໍາຄັນກັບຄົນອື່ນ. ສະຖາບັນ Arbinger ໄດ້ໃຫ້ນິຍາມ Mindset ໄວ້ວ່າ ແມ່ນແນວຄວາມຄິດທີ່ເປັນຕົວຂັບເຄື່ອນໃຫ້ເກີດພຶດຕິກໍາ (Behavior) ແລະ ພຶດຕິກໍາກໍນໍາມາສູ່ໝາກຜົນ (Result). Mindset ຖືກແບ່ງອອກເປັນ Inward Mindset ແລະ Outward Mindset, ຊຶ່ງ Inward Mindset ໝາຍເຖິງແນວຄິດມຸມມອງການເບິ່ງໂລກທີ່ເນັ້ນໃສ່ເປົ້າໝາຍ ແລະ ໝາກຜົນຂອງຕົນເອງເປັນສໍາຄັນ ເຮັດໃຫ້ບໍ່ເຫັນຄຸນຄ່າ ແລະ ຄວາມສາມາດຂອງຄົນອື່ນ ເຮັດໃຫ້ເຮົາປະຕິບັດຕໍ່ຄົນອື່ນ ຄືດັ່ງພວກເຂົາເປັນ “ວັດຖຸສິ່ງຂອງ” ...

Read More »