ທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນ ທຶນຊ່ວຍເຫລືອ 180 ລ້ານເຢັນ (ປະມານ 15,9 ຕື້ກວ່າກີບ) ເພື່ອບັນເທົາຜົນກະທົບຈາກເຫດການຝົນຕົກໜັກ ແລະ ນໍ້າຖ້ວມ ໃນເດືອນຕຸລາ ປີ 2020 ຜ່ານມາ ທີ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆ ຢູ່ພາກໃຕ້ ຂອງ ສປປ ລາວ ໂດຍຜ່ານອົງການອາຫານໂລກປະຈຳລາວ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ຫ້ອງການອົງການອາຫານໂລກປະຈຳ ລາວ, ມີທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດນີ້, ທ່ານ ທາເກວະກະ ເຄໂຊ ໄດ້ກ່າວວ່າ: ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຂຶ້ນ ຍ້ອນໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ໂດຍຜ່ານໂຄງການນີ້, ລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ໄດ້ຍື່ນມືເຂົ້າຊ່ວຍຊຸມຊົນ ແລະ ປະຊາຊົນ ຢູ່ໃນເຂດທີ່ໄດ້ຮັບຜົນກະທົບ ດ້ວຍການຮ່ວມມືກັບອົງການອາຫານໂລກ. ພວກເຮົາສະໜັບສະໜູນການເຕີບໃຫຍ່ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອຮັບປະກັນຄວາມຍືນຍົງຂອງຊັບພະຍາ ກອນທໍາມະຊາດ ແລະ ມີຄວາມສາມາດ ໃນການປະເຊີນໜ້າ ແລະ ຂ້າມຜ່ານສິ່ງຕ່າງໆດັ່ງກ່າວ ໂດຍສະເພາະ ໄພພິບັດທາງທໍາມະຊາດ.ທ່ານ ຢານ ເດລບາເຣີ ໄດ້ກ່າວວ່າ: ໄພນໍ້າຖ້ວມໄດ້ທຳລາຍຜົນຜະລິດເຂົ້າໃນນາ ຢ່າງຫລວງຫລາຍ ເຊິ່ງເປັນສິ່ງຊໍ້າເຕີມໃສ່ຄວາມທ້າທາຍເກົ່າທີ່ມີຢູ່ແລ້ວ ຂອງບັນດາຄອບຄົວທີ່ຢູ່ໃນພື້ນທີ່ ທີ່ພົບກັບບັນຫາການຂາດເຂົ້າກິນເປັນປະຈໍາ ໃນແຕ່ລະປີ. ດ້ວຍການປະກອບສ່ວນຂອງປະຊາຊົນຍີ່ປຸ່ນນີ້, ໃນໄລຍະ 2 ປີ ຂ້າງໜ້າ ອົງການອາຫານໂລກ ຈະໄດ້ຊື້ເຂົ້າສານຈໍານວນ 1.115 ໂຕນ ເຊິ່ງຈະມີຜູ້ໄດ້ຮັບຜົນປະໂຫຍດ ຈໍານວນ 35.000 ຄົນ ໃນ 65 ຊຸມຊົນ ທີ່ຢູ່ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ເພື່ອເປັນການຊ່ວຍເຫລືອ ໃນຄວາມພະຍາຍາມຟື້ນຟູ ແລະ ສ້າງຄວາມສາມາດ ໃນການປະເຊີນ ແລະ ຂ້າມຜ່ານສິ່ງທ້າທາຍຕ່າງໆ ດ້ວຍຕົວພວກເຂົາເອງ ໃນໄລຍະຍາວໃຫ້ແກ່ຊຸມຊົນເຫລົ່ານີ້.

ທ່ານ ກ່າວຕື່ມວ່າ: ອົງການອາຫານໂລກ ຍັງຈະໃຫ້ການສະໜັບສະໜູນ ໃນການຟື້ນຟູໂຄງສ້າງພື້ນຖານພາກກະສິກໍາ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ດ້ວຍການແລກປ່ຽນກັບແຮງງານຂອງພວກເຂົາ, ປະຊາຊົນຈະໄດ້ຮັບເຂົ້າ ແລະ ການຊ່ວຍເຫລືອ ເພື່ອກໍ່ສ້າງ ຫລື ສ້ອມແປງໂຄງສ້າງພື້ນຖານລວມຂອງຊຸມຊົນ ໄດ້ແກ່ພື້ນທີ່ການຜະລິດກະສິກໍາ, ຄອງຊົນລະປະທານ ແລະ ທາງລະ ບາຍນໍ້າ, ຖະໜົນຫົນທາງ ແລະ ໂຄງສ້າງພື້ນຖານອື່ນໆ ຂອງຊຸມຊົນ. ເຊິ່ງສິ່ງຕ່າງໆເຫລົ່ານີ້ ຈະຊ່ວຍໃຫ້ຊຸມຊົນມີໂອກາດ ທີ່ຈະໄດ້ຮັບຜົນຜະລິດທີ່ດີຂຶ້ນ, ສາມາດປັບຕົວ ແລະ ຂ້າມຜ່ານສິ່ງທ້າທາຍ ແລະ ອັນຕະລາຍຕ່າງໆທີ່ກ່ຽວຂ້ອງກັບ ການປ່ຽນແປງຂອງສະພາບດິນຟ້າອາກາດ. ພ້ອມກັນນີ້, ອົງການອາຫານໂລກ ຍັງຈະໄດ້ຊ່ວຍການຝຶກອົບຮົມ ເພື່ອຊ່ວຍຊຸມຊົນຮູ້ຈັກບໍລິຫານໂຄງສ້າງເຫລົ່ານີ້, ເພື່ອເພີ່ມລາຍຮັບ ແລະ ກຽມພ້ອມສໍາລັບເຫດການທີ່ບໍ່ຄາດຄິດໃນອານາຄົດ.
ແຫຼ່ງທີ່ມາ: ຂປລ