ຕາມຂ່າວຈາກ ສ.ອາເມລິກາ,ວັນທີ 23 ກຸມພາ ທີ່ຜ່ານມານີ້, ອົງການບໍລິຫານການບິນ ແລະ ອາວະກາດ ແຫ່ງຊາດ (ນາຊາ) ເປີດເຜີຍ ຄຣິບວີດີໂອ ໃກ້ຊາວໂລກ ໄດ້ເຫັນ ກ່ຽວ ກັບ ຍານສຳຫລວດ ເພີເຊີເວຍແລນສ “Perseverance” ລົງຈອດ ບໍລິເວນ ໃນອ່າງຫລຸມ ອຸກາບາດ ເຢເຊໂຣ”Jezero”ເທິງດາວອັງຄານ ກ່ອນຈະເລີ່ມ ປະຕິບັດໜ້າທີ່ພາລະກິດຄົ້ນຫາສິ່ງທີ່ມີຊີວິດ. ຍານດັ່ງກ່າວ ຕິດກ້ອງ 23ໂຕ ທຸກສ່ວນ ຕັ້ງແຕ່ຂັ້ນຕອນ ການເຂົ້າສູ່ ຊັ້ນບັນຍາກາດລົງຈອດພື້ນທີ່ ກຳນົດໄວ້ປະສົບຜົນສຳເລັດ ຫລັງຈາກ ສົ່ງຂໍ້ມູນ ແລະ ພາບກັບຄືນມາສູ່ໂລກຜ່ານຍານ ໂຄຈອນສຳຫລວດດາວອັງຄານ ເປັນພາບສີ ທີ່ຊັດເຈນ. ຫລັງຈາກນີ້ ເປັນເວລາ 2ປີ ຍານສຳຫລວດ ຂັບເຄື່ອນດ້ວຍ 6 ລໍ້ ຈະເຮັດໜ້າທີ່ ຂຸດເຈາະຫີນ ແລະ ດິນເທິງດາວ ອັງຄານ ເພື່ອຫາຮ່ອງຮອຍ ຂອງສິ່ງທີ່ມີຊີວິດ ບໍລິເວນອ່າງຫລຸມ ດັ່ງກ່າວ ທີ່ເຊື່ອວ່າ ເຄີຍເປັນທະເລສາບ ຂະໜາດໃຫຍ່ ເມື່ອຫລາຍພັນລ້ານປີກ່ອນ ໂດຍຜູ້ຊ່ຽວຊານ ເຊື່ອວ່າ ເມື່ອມີນ້ຳມີຄວາມເປັນໄປໄດ້ທີ່ຈະມີສິ່ງທີ່ມີຊີວິດອາໄສຢູ່ໃນເຂດນີ້.

ຂປລ.