ວິທີວາງແຜນການຕະຫຼາດດິຈິຕອນເບື້ອງຕົ້ນສຳລັບຜູ້ປະກອບການ

ສະບາຍດີ ທ່ານຜູ້ອ່ານທີ່ຕິດຕາມອ່ານຄໍລຳ Branding & Marketing ກັບວາລະສານທາເກັດເປັນປະຈຳ ບົດຄວາມໃນເດືອນນີ້ ຈະຕໍ່ເນື່ອງຈາກບົດຄວາມໃນເດືອນຜ່ານມາ ທີ່ຂ້າພະເຈົ້າ ໄດ້ນຳສະເໜີກ່ຽວກັບ ການສ້າງທີມການຕະຫຼາດດິຈິຕອນ ເພື່ອເປັນປະໂຫຍດແກ່ບັນດາຜູ້ປະກອບການທັງເກົ່າ ແລະ ໃໝ່ ທີ່ມີຄວາມຈຳເປັນຕ້ອງຫັນປ່ຽນເຮັດທຸລະກິດຢູ່ແພລັດຟອມດິຈິຕອນ (Digital platforms) ຫຼືບ້ານເຮົາມັກເອີ້ນວ່າ ອອນລາຍ ແບບກະທັນຫັນ ເນື່ອງຈາກການລະບາດຂອງ ພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ທີ່ແກ່ຍາວນັບຕັ້ງແຕ່ຕົ້ນປີ 2020 ທີ່ຜ່ານມາ. ສະນັ້ນ ໃນເດືອນນີ້ຂ້າພະເຈົ້າຈະຂໍນຳສະເໜີ ວິທີການວາງແຜນການຕະຫຼາດດິຈິຕອນເບື້ອງຕົ້ນ ເພື່ອໃຫ້ບັນດາທ່ານ ໄດ້ນຳພາທີມການຕະຫຼາດທີ່ສ້າງຂຶ້ນ ເລີ່ມວາງແຜນການຕະຫຼາດດິຈິຕອນ.

“ການບໍ່ວາງແຜນ ຄືການວາງແຜນທີ່ຈະຫຼົ້ມເຫຼວ” ຄຳເວົ້ານີ້ຍັງຖືກຕ້ອງໃນທຸກຍຸກສະໄໝ ໂດຍສະເພາະ ເມື່ອການຕະຫຼາດທີ່ຕ້ອງເຮັດໃນແພລັດຟອມດິຈິຕອນ ຊ່າງກວ້າງໃຫຍ່ໄພສານ ມີການແຂ່ງຂັນທີ່ສູງ ເພາະໃຜໆກໍສາມາດເຂົ້າຮ່ວມເປັນຜູ້ຫຼິ້ນໄດ້ ໂດຍບໍ່ຕ້ອງໃຊ້ຕົ້ນທຶນຫຼາຍ, ແພລັດຟອມທີ່ໃຊ້ກໍມີການປ່ຽນແປງເງື່ອນໄຂຢູ່ເລື້ອຍໆ ໂດຍປັນຍາປະດິດ ຫຼືເອໄອ, ການບໍລິໂພກຂໍ້ມູນຂ່າວສານປະຈຳວັນ ທີ່ມະຫາສານ ແລະວ່ອງໄວ ໃນຍຸກ 4.0 ກໍກະຕຸ້ນໃຫ້ພຶດຕິກຳຂອງລູກຄ້າເປົ້າໝາຍປ່ຽນແປງໄປໄວເຊັ່ນດຽວກັນ. ສະນັ້ນ ການໂດດເຂົ້າຮ່ວມໃນແພລັດຟອມດິຈິຕອນ ໂດຍບໍ່ມີການວາງແຜນການຕະຫຼາດ ຈຶ່ງເປັນຄວາມສ່ຽງທີ່ຈະນຳພາທຸລະກິດຂອງທ່ານໄປສູ່ຄວາມລົ້ມເຫຼວ.

ແລ້ວການວາງແຜນການຕະຫຼາດດິຈິຕອນແມ່ນຫຍັງ? ການວາງແຜນການຕະຫຼາດດິຈິຕອນ ຫຼືການຕະຫຼາດອອນລາຍ ແມ່ນແຜນປະຕິບັດ ທີ່ອອກແບບມາຈາກຂໍ້ມູນຫຼັກຖານທີ່ກ່ຽວຂ້ອງຕ່າງໆ ເພື່ອໃຊ້ໃນການກຳນົດທິດທາງ ແລະວິທີການໄປສູ່ເປົ້າໝາຍຂອງທຸລະກິດທີ່ຖືກວາງໄວ້ແລ້ວ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້: 

  • ວາງເປົ້າໝາຍທຸລະກິດເປັນ 3 ໄລຍະ: ໄລຍະສັ້ນ (1-3 ປີ), ໄລຍະກາງ (3-5 ປີ) ແລະ ໄລຍະຍາວ (5-10 ປີ)
  • ກຳນົດຍຸດທະສາດ ເພື່ອໃຫ້ບັນລຸເປົ້າໝາຍການຕະຫຼາດອອນລາຍ
  • ກຳນົດຊ່ອງທາງການຕະຫຼາດທີ່ຈະນຳໃຊ້
  • ວາງແຜນການປະຕິບັດ ແລະ ແຜນການພັດທະນາ
  • ກຳນົດງົບປະມານ ແລະ ການລົງທຶນ
  • ກຳນົດໄລຍະເວລາ ແລະ ເສັ້ນທາງໄປສູ່ເປົ້າໝາຍ (Road Map)

ເຊິ່ງການວາງແຜນການຕະຫຼາດດິຈິຕອນ ມີຂັ້ນຕອນດັ່ງນີ້:

  1. ວິເຄາະສະຖານະການ:

ໂດຍໃຊ້ຫຼັກການວິເຄາະທີ່ທ່ານທັງຫຼາຍຄຸ້ນເຄີຍກັນດີ ກໍຄືການວິເຄາະສະວອດ (SWOT Analysis) ເພາະການວິເຄາະດ້ວຍວິທີນີ້ ຈະຊ່ວຍໃຫ້ທ່ານໄດ້ເຫັນວ່າ ທຸລະກິດຂອງທ່ານ ມີຈຸດອ່ອນ, ຈຸດແຂງ, ໂອກາດໃນຕະຫຼາດ ແລະ ອຸປະສັກ ຫຼືສິ່ງທ້າທາຍໃດແດ່ ຢ່າງລະອຽດ ເພື່ອໃຫ້ຮູ້ວ່າທ່ານຄວນວາງແນວທາງປັບປຸງແກ້ໄຂທີ່ສະເພາະເຈາະຈົງແນວໃດ ທັງພາຍໃນ ແລະ ພາຍນອກອົງກອນ ໂດຍສະເພາະການສຶກສາຄວາມຕ້ອງການຂອງລູກຄ້າ ເຊິ່ງເປັນບັນຫາສຳຄັນທີ່ສຸດ ທີ່ຫຼາຍໆຄັ້ງຜູ້ປະກອບການເອງ ກໍເບິ່ງຂ້າມ ຫຼືມັກເລືອກເຮັດຕາມໃຈຕົນເອງຫຼາຍກວ່າ ເອົາໃຈລູກຄ້າ. ສະນັ້ນ ການທົບທວນວ່າ ເວັບໄຊ້ ແລະ ຍີ່ຫໍ້ຂອງທ່ານທີ່ປະກົດຢູ່ໃນແພັດຟອມດິຈິຕອນ ໄດ້ສ້າງປະສົບການທີ່ດີໃຫ້ກັບລູກຄ້າແລ້ວ ຫຼືບໍ່? ມີການອັບເດດເນື້ອໃນ (Content) ຢ່າງຕໍ່ເນື່ອງ ແລະ ມີການສື່ສານບຸກຄະລິກຂອງຍີ່ຫໍ້ໄດ້ຊັດເຈນແລ້ວບໍ່? ພາບລວມຂອງການສື່ສານ ກົງກັນກັບຈຸດປະສົງທີ່ກຳນົດໄວ້ແລ້ວຫຼືບໍ່? ສະຖານະຂອງເວັບໄຊ້ ໃນກູເກິນ (Google) ປະຈຸບັນເປັນແນວໃດ?

  • ກຳນົດເປົ້າໝາຍ:

ເມື່ອທ່ານຮູ້ແລ້ວວ່າ ສະຖານະການປະຈຸບັນຂອງທຸລະກິດທ່ານໃນຕະຫຼາດດິຈິຕອນເປັນແນວໃດ, ມີຈຸດແຂງຫຍັງແດ່ ສິ່ງຕໍ່ໄປທີ່ທ່ານຕ້ອງໄດ້ເຮັດກໍຄືການ ກຳນົດເປົ້າໝາຍ ເພື່ອໃຫ້ເກີດຄວາມຈະແຈ້ງວ່າ ທ່ານຕ້ອງການພາທຸລະກິດຂອງທ່ານໄປສູ່ຈຸດໝາຍປາຍທາງໃດ. ເຊິ່ງວິທີການກຳນົດເປົ້າໝາຍ ທ່ານສາມາດນຳໃຊ້ຫຼັກການ SMART ມາຊ່ວຍໄດ້ ດັ່ງນີ້:

  • S-Specific: ຕ້ອງກຳນົດເປົ້າໝາຍແບບ ສະເພາະເຈາະຈົງ ວ່າຕ້ອງການບັນລຸດ້ານໃດແດ່
  • M-Measurable: ເປົ້າໝາຍຕ້ອງວັດແທກໄດ້ ໂດຍຈຳນວນຕົວເລກ ຫຼື ສະຖິຕິ
  • A-Attainable: ເປົ້າໝາຍຕ້ອງອີງຕາມຄວາມເປັງຈິງ ບັນລຸໄດ້ ສົມເຫດສົມຜົນ
  • R-Relevant: ເປົ້າໝາຍຕ້ອງມີຄວາມກ່ຽວຂ້ອງທີ່ດີກັບອົງກອນ
  • T-Timely: ເປົ້າໝາຍຕ້ອງກຳນົດໄລຍະເວລາທີ່ແນ່ນອນ ແລະ ຊັດເຈນ
  • ກຳນົດຍຸດທະສາດ:

ຫຼັງຈາກການກຳນົດເປົ້າໝາຍທາງທຸລະກິດຂອງທ່ານແລ້ວ ທ່ານຈະເຮັດແນວໃດເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ? ການປັບປຸງແຜນຍຸດທະສາດໂດຍຍຶດເອົາຕົວບຸກຄົນເປັນຫຼັກ ມີຄວາມສຳຄັນຫຼາຍໃນການຕະຫຼາດດິຈິຕອນ ໂດຍທ່ານຕ້ອງຄຳນຶງເຖິງປັດໄຈເຫຼົ່ານີ້ກ່ອນການກຳນົດຍຸດທະສາດ ໄດ້ແກ່:

  • ການແບ່ງກຸ່ມເປົ້າໝາຍ: ຄວນແບ່ງກຸ່ມຕາມ ອາຍຸ, ລາຍຮັບ, ພຶດຕິກຳ, ຄວາມມັກ-ຄວາມສົນໃຈ ແລະ ເປົ້າໝາຍຊີວິດ ເພື່ອຕອບສະໜອງຄວາມຄາດຫວັງທີ່ແທ້ຈິງຂອງພວກເຂົາ
  • ການວາງຕຳແໜ່ງຍີ່ຫໍ້ໃນຕະຫຼາດ: ຄວນວາງຕຳແໜ່ງຈາກ ຂໍ້ສະເໜີ ຄວາມຕ້ອງການ ຫຼື ຄຸນຄ່າ ບົນພື້ນຖານຄວາມຮັບຮູ້ຂອງລູກຄ້າ (ບໍ່ແມ່ນເຈົ້າຂອງທຸລະກິດ) ຕັ້ງຄຳຖາມສະເໝີວ່າ: ເປັນຫຍັງເຂົາຈຶ່ງຕ້ອງເລືອກສິນຄ້າ ຫຼື ບໍລິການຂອງທ່ານ? ຊອກຫາຊ່ອງຫວ່າງໃນຕະຫຼາດທີ່ລູກຄ້າກຳລັງຕ້ອງການ ແຕ່ຍັງບໍ່ມີໃຜສະເໜີ ຈາກນັ້ນໃຫ້ສື່ສານຂໍ້ສະເໜີ ຜ່ານຊ່ອງທາງທີ່ກຸ່ມລູກຄ້າເປົ້າໝາຍຢູ່ ເຊັ່ນ: ຫາກເປັນກຸ່ມໄວໜຸ່ມ ກໍມັກຈະໃຊ້ ອິນສະຕາແກຣມ ຫຼືໄອຈີ (IG) ແລະ ທະວິດເຕີ (Twitter) ສ່ວນກຸ່ມທີ່ແຕ່ງດອງແລ້ວ ຫຼື ກຸ່ມໄວກາງຄົນແມ່ນມັກໃຊ້ ເຟສບຸກ (Facebook) ຫຼື ເຟສບຸກ ເມສເຊນເຈີ (Facebook messenger)
  • ການວາງຍຸດທະສາດເນື້ອໃນ: ເນື້ອໃນ ເປັນເຄື່ອງມືຫຼັກໃນການສື່ສານແຜນການຕະຫຼາດທັງໝົດ ໃນແພລັດຟອມດິຈິຕອນ ເຊິ່ງຜູ້ປະກອບການຕ້ອງໄດ້ພິຈາລະນາຈາກ 3 ອົງປະກອບໄດ້ແກ່:
    • ສຶກສາຄຳສຳຄັນ (Keyword research): ຫາກທ່ານຕ້ອງການໃຫ້ຜູ້ໃຊ້ກູເກິນ (Google) ຊອກຍີ່ຫໍ້ຂອງທ່ານເຫັນ ທ່ານຕ້ອງກຳນົດຄຳສຳຄັນ (Keyword) ເພື່ອໃຊ້ໃນການຂຽນເນື້ອໃນ ຈາກຄຳທີ່ຄົນມັກຈະຄົ້ນຫາເລື້ອຍໆ ແລ້ວນຳມາຂຽນໃຫ້ສອດຄ່ອງກັບຍີ່ຫໍ້
    • ສ້າງປະຕິທິນເນື້ອໃນ (Content Calendar): ປະຕິທິນເນື້ອໃນເປັນສິ່ງສຳຄັນໃນການເຮັດໃຫ້ຍຸດທະສາດຂອງທ່ານສົມເຫດສົມຜົນ ມັນຊ່ວຍໃຫ້ທ່ານວາງແຜນໄດ້ໄລຍະຍາວ ໂດຍການກຳນົດມື້ທີ່ຈະເຜີຍແຜ່ເນື້ອໃນ, ຊື່ຜູ້ຂຽນ ແລະ ຫົວຂໍ້ໃນການໂພສຄຳສຳຄັນ (Keyword) ທີ່ເລືອກໃຊ້
    •  ການໂພສ: ແທນທີ່ຈະວາງແຜນວ່າ ທ່ານຢາກເຜີຍແຜ່ເນື້ອໃນແນວໃດ, ຢູ່ແພລັດຟອມໃດ? ໃຫ້ທ່ານພິຈາລະນາໃນມຸມກົງກັນຂ້າມວ່າ: ໃຜຄືກຸ່ມເປົ້າໝາຍຂອງທ່ານ? ເຂົາເຈົ້າໃຊ້ແພລັດຟອມໃດ? ເຂົາເຈົ້າຈະສົນໃຈຫົວຂໍ້ໃດ? ທ່ານຈະສື່ສານກັບເຂົາເຈົ້າດ້ວຍພາສາແນວໃດ? ແລະ ເວລາໃດທີ່ຈະເຂົ້າເຖິງກຸ່ມເປົ້າໝາຍນີ້?
  • ວິທີການນຳໃຊ້ຍຸດທະສາດ:

ເຕັກໂນໂລຊີ ກາຍເປັນເຄື່ອງມືພື້ນຖານສຳລັບການນຳໃຊ້ຍຸດທະສາດດິຈິຕອນ ເຊັ່ນ: ການຕະຫຼາດຜ່ານອີເມວ, ສື່ສັງຄົມອອນລາຍ, ເວັບໄຊ້, ການບໍລິຫານສາຍສຳພັນທີ່ດີກັບລູກຄ້າ (CRM-Customer Relationship Managment), ການເຮັດໃຫ້ເວັບໄຊ້ຂອງທ່ານຢູ່ໃນອັນດັບຕົ້ນ ຂອງການຄົ້ນຫາຜ່ານກູເກິນ (SEO- Search Engine Optimization), ການວາງຕຳແໜ່ງເວັບໄຊ້ (Web positioning), ການຊື້ໂຄສະນາອອນລາຍ ແລະ ອື່ນໆ ທີ່ທ່ານຈຳເປັນຕ້ອງໄດ້ຮຽນຮູ້ທີ່ຈະໃຊ້ປະໂຫຍດສູງສຸດຈາກມັນ ໂດຍຢ່າລືມປັບປຸງຮູບແບບການໂຄສະນາໄປຕາມບຸກຄະລິກຂອງຜູ້ຊື້ ເພື່ອຊ່ວຍເພີ່ມໂອກາດໃນການປະສົບຜົນສຳເລັດ

  • ການປະເມີນຜົນໄດ້ຮັບ:

ທ່ານຄວນມີວິທີການເພື່ອປະເມີນຜົນໄດ້ຮັບ ຫຼັງຈາກໄດ້ຈັດຕັ້ງປະຕິບັດແຜນການຕະຫຼາດດິຈິຕອນໄປແລ້ວ ແຕ່ລະໄລຍະ ເພາະຈະຊ່ວຍໃຫ້ທ່ານຮູ້ວ່າ ທ່ານຫຍັບເຂົ້າໄປໃກ້ເປົ້າໝາຍຫຼາຍປານໃດແລ້ວ? ແຜນທີ່ວາງໄວ້ໄດ້ຜົນຫຼືບໍ່? ຕ້ອງປັບປຸງອັນໃດແດ່? ເພື່ອໃຫ້ທ່ານຄົ້ນພົບແຜນທີ່ດີທີ່ສຸດ ເໝາະສົມກັບກຸ່ມເປົ້າໝາຍຂອງທ່ານທີ່ສຸດ. ທ່ານສາມາດໃຊ້ຕົວຊີ້ວັດການດຳເນີນງານຫຼັກ (KPI-Key Performance Indicator) ເພື່ອວັດແທກຜົນຂອງການຈັດກິດຈະກຳທາງການຕະຫຼາດດິຈິຕອນ ປະກອບກັບການວິເຄາະບັນດາສະຖິຕິຕົວເລກຈາກບັນດາແພລັດຟອມຕ່າງໆ ທີ່ທ່ານໃຊ້ເປັນຊ່ອງທາງສື່ສານ.

ຫວັງວ່າບັນດາທ່ານຈະໄດ້ປະໂຫຍດຈາກເນື້ອໃນທີ່ນຳສະເໜີໄປບໍ່ຫຼາຍກໍໜ້ອຍ ແລ້ວບົດຕໍ່ໄປຂ້າພະເຈົ້າກໍຍັງຈະສືບຕໍ່ນຳສະເໜີ ກ່ຽວກັບການຕະຫຼາດດິຈິຕອນ ເພື່ອໃຫ້ບັນດາທ່ານນຳໄປໃຊ້ກອບກູ້ທຸລະກິດໃຫ້ຢູ່ລອດປອດໄພ ທ່າມກາງຍຸກແຫ່ງວິກິດການເສດຖະກິດ ແລະ ວິກິດການຂອງພະຍາດລະບາດຮ້າຍແຮງລະດັບໂລກ. ແລ້ວພົບກັນໃນສະບັບຕໍ່ໄປ

basic methods for planning digital marketing

Greeting dear readers of Target Magazine! In this month’s Branding & Marketing, we will carry on from the previous article about how to form a digital marketing team. The article was shared to help both new and old entrepreneurs to move their business into digital or online platforms due to the COVID-19 pandemic which has been spreading since the early 2020. Therefore, in this month’s issue, I would like to introduce you to basic methods for planning digital marketing for you to guide your team in planning your own digital marketing.

“If you fail to plan, you are planning to fail.” This saying still works in every era, particularly now when marketing is being done in the spacious and highly competitive cyber world. The low-cost feature offers by the digital world allows just almost everyone to join. With the consistently changing conditions of online platforms driven by artificial intelligence or AI in this 4.0 era, people have been able to quickly access to a large pool of information which shapes the way customers behave. As a result, to jump in digital platforms without a proper marketing plan is risky as this may lead your business to failure.

Then, what is digital marketing planning? Digital marketing planning or online marketing refers to an operation plan designed by utilizing relevant data in order to set directions and ways towards achieving business objective. Please have a look at the following details:

  • Lay business objective into 3 phases: short-term (1-3 years), medium-term (3-5 years) and long-term (5-10 years).
  • Set strategies for achieving online marketing goals.
  • Define marketing channels to be used.
  • Set implementation and development plans.
  • Define budget and investment fund.
  • Set timeframe and road map towards achieving goals.

Here are steps for planning digital marketing:

  • Analyze the situation:

You can do this by using the well-known tool so called SWOT Analysis because this method will reveal weaknesses, strengths, opportunities and challenges of your business. With this information, you will then know what needs to be improved specifically both from inside and outside your organization. To understand what customers really need is highly vital because many times, entrepreneurs tend to overlook this issue, while paying attention to themselves rather than customers. Thus, to constantly review if your website and brand, which has appeared on digital platforms, is necessary. Have you been able to create good experience for customers or not? Have you always tried to keep your contents up to date? Have you been able to communicate your brand identity clearly to your customers? Do the overall communication activities correspond with the set objectives? What is the current status of your business in Google?

  • Set objectives:

Once you are aware of your current business situation in the digital market in terms of strengths and weaknesses, your next step is to set objectives in order to see clearly where you are heading to. You can use SMART principles to help you set your goals:

  • S-Specific: your objectives have to be specific about what to achieve.
  • M-Measurable: your objectives can be measured using numbers or statistics.
  • A-Attainable: your objectives have to be practical, achievable and reasonable.
  • R-Relevant: your objectives have to be well relevant to your organization.
  • T-Timely: set a clear timeframe for achieving your objectives.
  • Set strategies:

After setting business objectives, we will now find out how to achieve such goals. To improve strategic plans by basing mainly on individuals is highly crucial in digital marketing. First, you must consider the following factors:

  • Target group division: they should be divided by age, income, behavior, preference, interest and life goal. This way you will be able to respond well to their expectations.
  • Brand positioning: your brand should be positioned based on proposals, demands or values that are commonly known by customers (not from the business owner’s perspective). You should always ask yourself why they have to choose your products or services. Try to find out a blind spot in customer demands where nobody have discovered. Then propose your solutions to them via, for example Instagram or IG and Twitter for young people, Facebook or Facebook Messenger for married or middle-aged group.
  • Content strategies: contents are keys in communicating marketing plans entirely in digital platforms. Entrepreneurs must consider the following elements:
    • Keyword research: if you want your brand to appear on Google, you have to include commonly searched keywords in your contents and brand.
    • Content calendar: content calendar is important in making your strategies reasonable. It also helps you set long-term plans by setting up when you will reveal your contents, name of writers and topics of your posts, including keywords you choose to use.
    • Post: instead of planning on how you will expose your contents and at which platform, you should take the opposite approach by asking who your target group is, which platform they use, what they are interested in, how you will communicate with them and when is the best time to approach this group.
  • Strategy implementation:

Technologies have become basic tools in implementing strategies, namely marketing via email, social media, website, customer relationship management (CRM), search engine optimization (SEO), web positioning, online advertisement and so on. It is a must for you to learn to make maximum use of these tools, while adjusting your advertisement based on characters of buyers in order to boost your chance of success.

  1. Result evaluation:

You should have ways to evaluate an outcome of the implementation of digital marketing plan. This will help informing you of how close you are right now to your goals, will your plan be effective and what needs to be improved, while assisting you in discovering the best plan that fits well with your target group. You can make use of the key performance indicator (KPI) to measure results of digital marketing activities. Furthermore, you can analyze statistical data of each platform you use to communicate with customers in order to find out which one is the most effective.

Hope that you, more or less, will benefit from this article. Next time, I will still continue to discuss about digital marketing in terms of how to survive amid global economic crisis driven by a number of factors, particularly pandemic. See you all in the next issue.

Comments