ງານເທດສະການອາຫານລາວ ປະຈໍາປີ 2021 ເລີ່ມແລ້ວ (ຕັ້ງແຕ່ວັນທີ 23-27 ກຸມພານີ້)

ງານເທດສະການອາຫານລາວ ໝູນວຽນມາອີກປີແລ້ວ!!! ແລະ ຫຼ້າສຸດກໍເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ກຸມພາ 2021 ນີ້ ຢູ່ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ກິນ, ຢູ່, ຮຽນຮູ້ວິຖີລາວ”. ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ພ້ອມດ້ວຍບັນດາຫົວໜ່ວຍນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

This image has an empty alt attribute; its file name is 424A1696-1024x683.jpg

ໃນພິທີດັ່ງກ່າວທ່ານນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຜູ້ຈັດງານ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານການກິນ, ການດຳລົງຊີວິດ, ຮີດຄອງປະເພນີດັ້ງເດີມຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ. ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງສັດ, ຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ໃນນະຄອນຫຼວງວຽງຈັນ ໄດ້ນໍາສິນຄ້າຂອງຕົນເອງມາວາງສະແດງ ພ້ອມຄ້າຂາຍແລກປ່ຽນກັນ.

ພ້ອມນີ້, ຍັງເປັນການໂຄສະນາເຜີຍແຜ່ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກຫັນມານິຍົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ. ພາຍໃນງານມີບັນດາຮ້ານອາຫານລາວ; ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນບັນດາປະເທດອາຊຽນ; ຮ້ານຂາຍເຄື່ອງຫັດຖະກຳ, ກະສິກຳຕ່າງໆ ລວມທັງໝົດ 120 ຮ້ານເຂົ້າຮ່ວມ.


ງານນີ້ຈະດຳເນີນໄປເປັນເວລາ 5 ວັນ ເລີ່ມແຕ່ວັນທີ 23 ຫາ 27 ກຸມພາ 2021 ແລະ ທຸກວັນກໍຈະມີກິດຈະກໍາຕ່າງໆຫຼາກຫຼາຍເຊັ່ນ: ຈັດຕັ້ງໂຄສະນາ ປຸກລະດົມຜູ້ມາວາງຂາຍເຄື່ອງ ໃຫ້ນຸ່ງຖືແບບບູຮານ ( ວັດທະນະທຳຢ້ອນຍຸກສະໄໝປູ່ຍ່າຕາຍາຍ); ຈັດໃຫ້ມີມູມຂາຍອາຫານລາວເດີມ ເພື່ອແຂກທີ່ມາທ່ຽວງານສາມາດຖ່າຍຮູບໄວ້ເປັນທີ່ລະນຶກໄດ້, ຈັດໃຫ້ມີການສາທິດປຸງແຕ່ງອາຫານພື້ນເມືອງ, ມີການສຳມະນາ, ສາທິດການສານກະຕ່າໄມ້, ຈັດການປະກວດຕົກແຕ່ງຮ້ານແບບລາວໆ ໂດຍໃຫ້ໃຊ້ອຸປະກອນຈາກທໍາມະຊາດ ປອດສານເຄມີ ແລະ ຈັດຕັ້ງກວດສຸຂະພາບແບບບໍ່ເສຍຄ່ານໍາອີກ.

Comments