ສຳຜັດທຳມະຊາດ ນ້ຳຕົກຕາດ 7 ຊັ້ນ ຕຳນານ ເສິກຊິງນາງ

ເດີນທາງສູ່ໃຈກາງພາກເໜືອ ເມືອງແຫ່ງທະເລໝອກ ຊົນເຜົ່າພູສູງ ແລະ ສຳຜັດທຳມະຊາດອາກາດບໍລິສຸດ…

ໄລຍະ ເດືອນກັນຍາ ຕໍ່ໃສ່ ເດືອນພະຈິກນີ້ ຖືວ່າເປັນຊ່ວງລະດູການທີ່ລະດັບນໍ້າຝົນເລີ່ມຫຼຸດລົງ ແມ່ນ້ຳຫຼາຍສາຍ ກໍມີລະດັບນ້ຳທີ່ຫຼຸດລົງໄປຕາມໆກັນ. ແນ່ນອນການທ່ອງທ່ຽວ ເພື່ອການສຳຜັດບັນຍາກາດພູຜາປ່າໄມ້, ສາຍນໍ້າລໍາທານຫຼາຍແຫ່ງ ອາດຈະມີບໍ່ຫຼາຍຄືຊ່ວງລະດູຝົນ ໂດຍສະເພາະຊ່ວງທ້າຍປີ ເຊື່ອວ່າຫຼາຍໆທ່ານຢາກຫາໂອກາດພາຄອບຄົວໄປທ່ຽວພັກຜ່ອນ ພາຍຫຼັງທີ່ໄດ້ສຸມໃສ່ໃນການເຮັດວຽກຕະຫຼອດໜຶ່ງປີ. ແລ້ວການທ່ອງທ່ຽວແບບທຳມະຊາດ, ນ້ຳຕົກຕາດ ແລະ ປ່າໄມ້ ຊິຫາທ່ຽວໄດ້ຢູ່ໃສໃນລະດູການແບບນີ້…?

ມື້ນີ້ທີມງານຂອງພວກເຮົາຊິພາທ່ານໄປຮູ້ຈັກກັບສະຖານທີ່ທ່ອງທ່ຽວແບບທຳມະຊາດ 100% ເດີນທາງສູ່ໃຈກາງພາກເໜືອ, ເມືອງແຫ່ງທະເລໝອກ, ໄປສຳຜັດກັບທຳມະຊາດ, ອາກາດບໍລິສຸດ ທ່າມກາງປ່າດົງອັນເຢັນສະບາຍ, ທ່ຽວນໍ້າຕົກຕາດແບບຫຼາກຫຼາຍ ພ້ອມສຽງນົກນ້ອຍ ອ້ອຍອິ່ນອອນຊອນ ກັບ  ນ້ຳຕົກຕາດຕະແລ

ຕາດຕະແລ  ເປັນອີກໜຶ່ງນໍ້າຕົກຕາດຂອງພາກເໜືອ ທີ່ມີຄວາມສວຍງາມ ມີຫຼາຍຊັ້ນ-ຂັ້ນໄປຕາມສາຍນໍ້າຕະແລ ທີ່ເຕັມໄປດ້ວຍຄວາມງົດງາມແຕກຕ່າງກັນໄປ, ມີທັງຕາດນ້ອຍ-ຕາດໃຫ່ຍ, ຕາດສູງ-ຕາດຕໍ່າ ແລະ ມີປ່າໄມ້ປົກຫຸ້ມຂຽວສົດງົດງາມຕະຫຼອດລະດູການ, ມີສາຍນໍ້າໃສເຢັນໄຫຼຜ່ານ, ພ້ອມອາກາດບໍລິສຸດ. ອັນເປັນມົນສະເໜ່ຂອງຕາດແຫ່ງນີ້ ທີ່ຢາກໃຫ້ທ່ານໄດ້ລອງມາສຳຜັດ ກັບທຳມະຊາດທ່າມກາງປ່າດົງດິບ.

ຕາດຕະແລ  ຕັ້ງຢູ່ ບ້ານຕະແລ, ເມືອງ ຮຸນ, ແຂວງ ອຸດົມໄຊ  ຫ່າງຈາກເທດສະບານເມືອງ ປະມານ 41 ກິໂລແມັດ. ການເຂົ້າເຖິງສະຖານທີ່ທ່ອງທ່ຽວແຫ່ງນີ້ ຈະມີ 2 ເສັ້ນທາງຄື:

1. ເສັ້ນທາງຈາກ ເມືອງຮຸນ ແຍກເຂົ້າຢູ່ ບ້ານຈັນໄຕ – ບ້ານຕະແລ ປະມານ 38 ກິໂລແມັດ ເປັນເສັ້ນທາງດິນແດງ ລົດໂຟວິນ ສາມາດເຂົ້າໄປໄດ້.

2. ເສັ້ນທາງແຕ່ ເມືອງຮຸນ ໄປຫາທາງ ເມືອງປາກແບງ ( ປະມານ 27 ກິໂລແມັດ ເປັນທາງປູຢາງ) ແຍກຂຶ້ນຢູ່ ບ້ານອຸດົມ ອີກ 14 ກິໂລແມັດ ທາງເສັ້ນນີ້ ເປັນທາງດິນແດງ ທຸລະກັນດານ ເໝາະສຳລັບຄົນມັກຍ່າງປ່າ (ສາຍລຸຍ), ເຖິງສະພາບເສັ້ນທາງການເຂົ້າເຖິງຈະລຳບາກ ແຕ່ເມື່ອທຽບກັບຄວາມງາມແລ້ວ ຖືວ່າຄຸ້ມຄ່າເມື່ອໄປຮອດຈຸດໝາຍປາຍທາງ ແລະ ເຫັນຄວາມງົດງາມຂອງນ້ຳຕົກຕາດ.

      ມົນສະເໜ່ຂອງຕາດແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດແບບ 100/100  ເພາະສະຖານທີ່ດັ່ງກ່າວນັ້ນ ປົກຫຸ້ມໄປດ້ວຍປ່າດົງດິບ ແລະ ເຄິ່ງປ່າດົງດິບ, ມີໃບໄມ້ນ້ອຍໃຫຍ່ປົກຫຸ້ມຢ່າງດົກໜາ, ມີນົກນາໆຊະນິດອາໄສຢູ່; ຖ້າທ່ານໄດ້ເດີນທາງໄປສະຖານທີ່ດັ່ງກ່າວ ແມ່ນຈະໄດ້ທ່ຽວຊົມ ບ້ານຕະແລ ເປັນໝູ່ບ້ານຂອງຊົນເຜົ່າກຶມມຸຣອກ ທີ່ອາໃສຢູ່ຕາມເປີນພູ, ປະກອບມີ 90 ກວ່າຄອບຄົວ, ທີ່ດຳລົງຊີວິດຕິດພັນກັບທຳມະຊາດ; ອາຊີບສ່ວນໃຫຍ່ແມ່ນເຮັດໄຮ່ເຂົ້່າ, ໄຮ່ສາລີ ແລະ ເກັບເຄື່ອງປ່າຂອງດົງ ເພື່ອຂາຍເປັນສິນຄ້າ. ໃຜທີ່ໄດ້ໄປກໍຢ່າລືມຫາຊື້ເປັນເຄື່ອງຝາກຂອງຕ້ອນຕິດໄມ້ຕິດມືກັບມານໍາແດ່ເດີ…. ຈາກນັ້ນ ເດີນທາງຕໍ່ມຸ່ງໜ້າສູ່ ຕາດຕະແລ  ເປັນນໍ້າຕົກຕາດທີ່ມີສາຍນໍ້າໃສເຢັນໄຫຼຜ່ານ ພ້ອມອາກາດທີ່ບໍລິສຸດທ່າມກາງປ່າດົງ. ຊຶ່ງນໍ້າຕົກຕາດຕະແລແຫ່ງນີ້ ມີຄວາມຍາວເຖິງ 600 ແມັດ ແລະ ປະກອບມີ 7 ຊັ້ນນຳກັນ ທີ່ຢັ່ງຢາຍໄປຕາມສາຍນ້ຳ, ໃນແຕ່ລະຊັ້ນຈະມີຄວາມກວ້າງ ແລະ ຄວາມສູງແຕກຕ່າງກັນອອກໄປດັ່ງນີ້:

ຕາດທີ 1: ຈະມີຄວາມສູງປະມານ 7 ແມັດ ແລະ ຄວາມກວ້າງ 8 ແມັດ

ຕາດທີ 2: ຈະມີຄວາມສູງປະມານ 15 ແມັດ ແລະ ຄວາມກວ້າງ 7 ແມັດ

ຕາດທີ 3: ຈະມີຄວາມສູງປະມານ 15 ແມັດ ແລະ ຄວາມກວ້າງ 11 ແມັດ

ຕາດທີ 4: ຈະມີຄວາມສູງປະມານ 16 ແມັດ ແລະ ຄວາມກວ້າງ 27 ແມັດ

ຕາດທີ 5: ຈະມີຄວາມສູງປະມານ 40 ແມັດ ແລະ ຄວາມກວ້າງ 27 ແມັດ

ຕາດທີ 6: ຈະມີຄວາມສູງປະມານ 13 ແມັດ ແລະ ຄວາມກວ້າງ 28 ແມັດ

ຕາດທີ 7: ຈະມີຄວາມສູງປະມານ 55 ແມັດ ແລະ ຄວາມກວ້າງ 35 ແມັດ.

      ຕາດແຫ່ງນີ້ໄດ້ມີຕຳນານເລົ່າຂານປາກຕໍ່ປາກສືບກັນມາວ່າ: ແຕ່ປາງກ່ອນນັ້ນ ໄດ້ມີບ່າວເງືອກ ຊື່ວ່າ ທ້າວ ພັກໄດ້ລົງຫຼິ້ນບຸນຢູ່ຫຼວງພະບາງ ເລີຍພົບກັບເງືອກສາວງາມໂຕໜ່ຶ່ງ ຊື່ວ່າ ນາງ ຄຳຜີວ ທີ່ອາໄສຢູ່ນ້ຳຄານ ທ້າວໄດ້ເກີດຄວາມມັກຮັກ ແລະ ໄດ້ເອົາເງືອກສາວໂຕນັ້ນມາຢູ່ກິນນຳກັນທີ່ນ້ຳຕະແລ ຕໍ່ມາເມື່ອເງືອກບ່າວອີກໂຕໜຶ່ງ ທີ່ເປັນຄົນຮັກເກົ່າຂອງນາງ ຄຳຜີວ ໄດ້ຮູ້ຂ່າວຈຶ່ງໄດ້ນຳມາຫວັງເອົາ ນາງ ຄຳຜີວ ກັບຄືນໄປ, ແຕ່ທ້າວ ພັກ ບໍ່ຍອມ..!! ຈຶ່ງໄດ້ເກີດມີການຕໍ່ສູ້ກັນເກີດຂຶ້ນ ແລະ ທ້າວ ພັກ ໄດ້ສ້າງກຳແພງກັ້ນຕາມສາຍນ້ຳຕະແລ ເພື່ອປ້ອງກັນບໍ່ໃຫ້ສັດຕູເຂົ້າມາບຸກໂຈມຕີໄດ້.  ດັ່ງນັ້ນ, ຕາດແຫ່ງນີ້ຈຶ່ງປະກົດເປັນຊັ້ນ-ຂັ້ນນຳກັນເຖິງ 7 ຊັ້ນ ທີ່ປະກອບມີຕາດນ້ອຍ-ໃຫຍ່ນຳກັນ, ຢັ່ງຢາຍໄປຕາມສາຍນໍ້າຕະແລ ນັບແຕ່ນັ້ນມາຜູ້ຄົນຈຶ່ງເອີ້ນຂານກັນວ່າ: ຕາດຕະແລ  ນັ້ນເອງ.

ປັດຈຸບັນ ທາງຄະນະພັກແຂວງອຸດົມໄຊ ພວມເລັງໃສ່ກະກຽມແຜນພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດຂອງແຂວງ ເພາະຕາດແຫ່ງນີ້ ມີຄວາມສວຍງາມທີ່ທຳມະຊາດໄດ້ປັ້ນແຕ່ງໄວ້ ໃຜທີ່ບໍ່ເຄີຍໄດ້ໄປທ່ຽວຊົມ ກໍຫາໂອກາດເຂົ້າໄປສຳພັດກັບບັນຍາກາດດ້ວຍຕົວເອງ ນອກນັ້ນ, ມີການກ່າວອ້າງຈາກຫຼາຍໆທ່ານ ທີ່ເຄີຍໄດ້ເຂົ້າມາທ່ຽວຊົມແລ້ວ ກໍຢາກກັບມາອີກ ຈົນຫຼາຍໆຄົນຂະໜານນາມວ່າ: ຕາດຕະແລ ປຽບດັ່ງສະຫວັນຊັ້ນ 7 ແຫ່ງອຸດົມໄຊ.

ໂດຍ: ລາວທ່ຽວລາວ

www.facebook.com/laothiaolao

www.instagram.com/laothiaolao

Comments