ລັດຖະມົນຕີຕ່າງປະເທດ ຕ້ອນຮັບທູດອົດສະຕຣາລີ ຄົນໃໝ່

ໃນວັນທີ 22 ກຸມພາ 2021 ທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເນື່ອງໃນໂອກາດ ທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່.

อาจเป็นรูปภาพของ 1 คน

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະ ຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

อาจเป็นรูปภาพของ 2 คน, ผู้คนกำลังยืน และสถานที่ในร่ม

ພິເສດໃນປີ 2022 ທີ່ຈະມາເຖິງນີ້, ສປປ ລາວ ແລະ ອົດສະຕຣາລີ ຈະຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 70 ປີ ໃຫ້ມີຄວາມໝາຍຍິ່ງໆຂຶ້ນ.ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານ ທ່ານເອກອັກຄະລັດຖະທູດໄປຍັງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຫລາຍຂະແໜງການຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການຄ້າ-ການລົງທຶນ, ກະສິກໍາ, ການພັດທະນາຊົນນະບົດ ແລະ ອື່ນໆ, ເຊິ່ງຈັດຢູ່ໃນອັນດັບຕົ້ນໆຂອງປະເທດ ທີ່ໃຫ້ການຊ່ວຍເຫລືອເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ. ພ້ອມກັນນີ້, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະ ທົບຂອງການລະບາດຂອງພະຍາດໂຄວິດ-19, ເຊິ່ງມີມູນຄ່າຫລາຍກວ່າ 20 ລ້ານໂດລາອົດສະຕຣາລີ.ພ້ອມດຽວກັນ, ສອງຝ່າຍຍັງໄດ້ປືກສາຫາລື ກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈ ເປັນຕົ້ນແມ່ນ ການຮ່ວມມືໃນຂອບອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອື່ນໆ ໂດຍສະເພາະ ການເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ ຂອງ ສປປ ລາວ ແຕ່ປີ 2021 ຫາ 2024.ສປປ ລາວ ແລະ ອົດສະຕຣາລີ ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ມັງກອນ 1952.

ຂ່າວ: ຂປລ

Comments