ໃນວັນທີ 23 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳແພງ ໄຊສົມແພງ ລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີ ຣົບ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳ ສປປ ລາວ, ພ້ອມປຶກສາຫາລື ກ່ຽວກັບວຽກງານການຮ່ວມມືສອງຝ່າຍ.

ໂອກາດດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ນາງ ອີນາ ມາຊິວລີໂອນິແຕ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ລາວ ແລະ ເອີຣົບ, ພ້ອມທັງປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫລືອ ແລະ ສະໜັບສະໜູນດ້ານງົບປະມານ ຈາກສະຫະພາບເອີຣົບ ໂດຍຜ່ານອົງການຈັດຕັ້ງສາກົນຕ່າງໆ ລວມມູນຄ່າຫລາຍກວ່າ 21.3 ລ້ານໂດລາສະຫະລັດ, ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໂດຍສະເພາະແມ່ນວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກ, ການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງໄພພິບັດຕ່າງໆ.ທ່ານ ນາງ ອີນາ ມາຊິວລີໂອນິແຕ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ມີຄວາມມຸ່ງຫວັງທີ່ຈະສືບຕໍ່ເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ອອກແຮງຊຸກຍູ້ ໃຫ້ການພົວ ພັນຮ່ວມມື ລະຫວ່າງ ສອງຝ່າຍ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
ຂປລ.