ກອງປະຊຸມ ລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13

ໃນຕອນບ່າຍຂອງວັນທີ 13 ກັນຍາ 2021, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ນະ ຄອນຫລວງວຽງຈັນ ໄດ້ມີກອງປະຊຸມລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13 ຜ່ານລະບົບທາງ ໄກ ໂດຍເປັນກອງປະຊຸມຄູ່ຂະໜານກັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະ ຊຸມທີ່ກ່ຽວຂ້ອງ. ໂດຍໃຫ້ກຽດເປັນປະທານຮ່ວມມີ ລາວ-ຍີ່ປຸ່ນ, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Kajiyama Hiroshi ລັດຖະມົນຕີ ກະຊວງເສດ ຖະກິດ, ການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ, ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມຈາກປະເທດແມ່ນ້ຳຂອງ (ກຳປູ ເຈຍ, ສປປ ລາວ, ໄທ, ມຽນມາ, ແລະ ຫວຽດນາມ) ແລະ ເລຂາທິການໃຫ່ຍອາຊຽນ ເຂົ້າຮ່ວມ.

May be an image of 1 ຄົນ ແລະ ຢືນ

ກອງປະຊຸມຄັ້ງນີ້ ຝ່າຍຍີ່ປຸ່ນ ໄດ້ເນັ້ນເນື້ອໃນສຳຄັນຂອງກອງປະຊຸມລັດຖະມົນຕີ ເສດຖະກິດແມ່ ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ແລະ ກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12; ໄດ້ອະທິບາຍເຖິງຄວາມສໍາຄັນຂອງວິໄສທັດການພັດທະນາອຸດສາຫະກໍາແມ່ນໍ້າຂອງ ໄລຍະ 2 (MIDV 2.0) ຕໍ່ກັບການເຕີບໂຕແບບຍືນຍົງ ແລະ ການເຕີບໂຕສີຂຽວ; ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນງານ ແລະ ນໍາສະເໜີໂຄງການໃໝ່ 5 ໂຄງການ ໂດຍຕິດພັນກັບ 3 ເສົາຄ້ຳ ຄື: ເສົາຄ້ຳທີ 1. ການເຊື່ອມໂຍງມີ 1 ໂຄງການ: ໂຄງການ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP); ເສົາຄ້ຳທີ 2 ນະວັດຕະກໍາດີຈີຕອນ 1 ໂຄງການ: ໂຄງການການຝຶກອົບຮົມກ່ຽວກັບການຄ້າອີເລັກໂຕຣນິກ ສໍາລັບເຈົ້າໜ້າທີ່ພະ ນັກງານ ແລະ ເສົາຄ້ຳທີ 3 ມີ 3 ໂຄງການໂດຍເນັ້ນເປົ້າໝາຍການພັດທະນາແບບຍືນຍົງ: ໂຄງການສະໜັບສະໜູນສ້າງແຜນຫັນປ່ຽນດ້ານພະລັງງານ, ໂຄງການພັດທະນາດ້ານຊັບພະຍາກອນມະນຸດ ດ້ານການສ້າງຄວາມຮັບຮູ້ ກ່ຽວກັບຄວາມເປັນກາງຂອງກາກບອນ ແລະ ໂຄງການ ສົ່ງເສີມການສົນທະນາ ເພື່ອກ້າວສູ່ການເຕີບໂຕແບບຍືນຍົງ. ພ້ອມນີ້ ຝ່າຍລາວ ກໍໄດ້ສະເໜີໃນທີ່ປະຊຸມ ໂດຍສະເພາະໃຫ້ທາງຍີ່ປຸ່ນ ພິຈາລະນາໃຫ້ຄວາມສໍາຄັນຂົງເຂດອື່ນໆ ເປັນຕົ້ນ: ການສ້າງຂີດຄວາມສາມາດສໍາລັບຜູ້ຜະລິດຢູ່ທ້ອງຖິ່ນ ໃນດ້ານການພັດທະນາຜະລິດຕະພັນໃຫ້ມີຄວາມຫລາກຫລາຍ, ສ້າງສະຕິຕື່ນຕົວ ແລະ ຫັນປ່ຽນແນວຄວາມຄິດຂອງຫົວໜ່ວຍຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ(MSMEs) ກໍຄືສ້າງຂີດຄວາມສາ ມາດ ເພື່ອຊຸກຍູ້ສົ່ງເສີມລະບົບນິເວດດີຈີຕອນສໍາລັບຫົວໜ່ວຍຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ ຜ່ານການປ່ຽນຖ່າຍສູ່ດີຈີຕອນ ຢ່າງສົມບູນແບບ ເພື່ອກ້າວໄປສູ່ເຕັກໂນໂລຊີເສດຖະກິດດີຈີຕອນ ແລະ ເພື່ອເຂົ້າເຖິງຕະຫລາດທີ່ໃຫຍ່.

ພ້ອມນັ້ນ ກໍຍັງສະໜັບສະໜູນໂຄງການກ່ຽວກັບການສົ່ງເສີມນະວັດຕະກໍາດີຈີຕອນ ແລະ ເພີ່ມກາ ລະໂອກາດທຸລະກິດ ຜ່ານການຝຶກອົບຮົມກ່ຽວກັບການຄ້າອີເລັກໂຕຣນິກ ສໍາລັບເຈົ້າໜ້າທີ່ພະນັກງານ ເພື່ອຮອງຮັບການປ່ຽນໄປສູ່ການດຳລົງວິຖີຊີວິດແບບໃໝ່ ແລະ ທ່າອ່ຽງປັດຈຸບັນຂອງການເປັນດີຈີຕອນ ແລະ ສັງຄົມອອນລາຍ. ທັງໝົດເຫລົ່ານີ້ ເພື່ອຊ່ວຍບັນດາປະເທດແມ່ນໍ້າຂອງ ຍົກລະດັບຂີດຄວາມສາ ມາດ, ກຳລັງແຮງງານ ແລະ ຜະລິດຕະພາບ.

Comments