ວັນທີ 16 ກັນຍາ 2021, ສະຖານີ ໂທລະພາບ cctv ຂອງຈີນລາຍງານວ່າ: ມີເສຍຊີວິດ ຢ່າງໜ້ອຍ 2ຄົນ, ບາດເຈັບ 60ຄົນ,ໃນນີ້ ເຈັບໜັກ 3ຄົນ ແລະ ເຮືອນປະ ຊາຊົນ 35ຫລັງ ໄດ້ຮັບຄວາມເສຍຫາຍ ຂະນະນີ້ ໜ່ວຍກູ້ໄພຈີນ ພວມໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກແຜນດິນໄຫວ ລະດັບ 6 ລິກເຕີ ໃນມົນທົນ ເສສວນ ທາງຕາເວັນຕົກ ສ່ຽງໃຕ້ ຂອງຈີນ ແຜນດິນໄຫວ ມີສູນກາງຢູ່ທີ່ 20ກິໂລແມັດ ທາງຕາເວັນອອກ ສ່ຽງໃຕ້ ຂອງນະຄອນ ເຊີງຕູ.
ທັງນີ້ ການເກີດແຜນດິນໄຫວ ທາງຕາເວັນຕົກ ຂອງຈີນເກີດຂຶ້ນ ຫລາຍຄັ້ງ ໃນເດືອນ ພຶດສະພາ ປີ 2008 ເກີດແຜ່ນດິນໄຫວ 7,9 ລິກເຕີ ໃນມົນທົນ ເສສວນ ເຮັດໃຫ້ມີ ຜູ້ເສຍຊີວິດ ເກືອບ 90.000ຄົນ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ
