ປະຊາຊົນບ້ານໂພນໃຜ່ 25 ຫລັງຄາເຮືອນທີ່ໄດ້ຮັບຜົນກະທົບໜັກຈາກພາຍຸໂກນເຊິນພັດຜ່ານຍັງຕ້ອງອາໃສຢູ່ວັດ

ປະຊາຊົນບ້ານໂພນໃຜ່, ເມືອງສາລະວັນ, ແຂວງສາລະວັນ ຈຳນວນ 25 ຫລັງຄາເຮືອນ ມີປະຊາຊົນລວມກັນ 139 ຄົນ ທີ່ໄດ້ຮັບຜົນກະທົບຈາກພາຍຸໂກນເຊິນພັກຜ່ານຜ່າໃນວັນທີ 11 ກັນຍາ 2021 ຍັງຕ້ອງອາໃສຢູ່ວັດຂອງບ້ານຊົ່ວຄາວ ເນື່ອງຈາກເຮືອນຖືກພາຍຸພັດເສຍຫາຍໝົດຫລັງ. ທ່ານ ພິດສະໄໝ ເຂັມວິໄລ, ປະທານກວດກາພັກ-ລັດເມືອງ ສາລະວັນ ໃຫ້ສໍາພາດວ່າ: ພາຍຸທີ່ເກີດຂຶ້ນຢູ່ເມືອງສາລະວັນໃນຄັ້ງນີ້ ຖືເປັນຄັ້ງຮ້າຍ ແຮງສຸດນັບແຕ່ເຄີຍເກີດຂຶ້ນໃນໄລຍະຜ່ານມາ.

May be an image of 1 ຄົນ ແລະ ໂທລະສັບ

ສະເພາະ 25 ຫລັງຄາເຮືອນທີ່ເຮືອນເສຍຫາຍໝົດຫລັງນີ້ ຈຳເປັນຕ້ອງໄດ້ອາໃສຢູ່ວັດຊົ່ວຄາວ ໂດຍມີພາກສ່ວນກ່ຽວຂ້ອງຂອງເມືອງຮ່ວມກັບອົງການປົກຄອງບ້ານກ່ຽວຂ້ອງເບິ່ງແຍງດ້ານເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ໄປພ້ອມໆ ກັບການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ. ສໍາລັບການຊ່ວຍເຫລືອຈາກທັງພາກລັດ ແລະ ເອກະຊົນພາຍໃນບ້ານໂພນໃຜ່ ແລະ ອີກ 3 ບ້ານທີ່ປະສົບເຄາະຮ້າຍໃນຄັ້ງນີ້ ມາຮອດວັນທີ 12 ກັນຍາ ມີມູນຄ່າ 60 ລ້ານກວ່າກີບ.

May be an image of 3 ຄົນ, ເດັກນ້ອຍ, people sitting, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ທ່ານໃຫ້ຮູ້ຕື່ມວ່າ: ສຳລັບການຊ່ວຍເຫລືອປະຊາຊົນ 25 ຫລັງຄາເຮືອນທີ່ເສຍຫາຍໝົດຫລັງໃນຄັ້ງນີ້ ອົງການປົກຄອງເມືອງຈະສ້າງເປັນຕູບນ້ອຍໃຫ້ຢູ່ຊົ່ວຄາວໄປກ່ອນຈົນກວ່າເຂົາເຈົ້້າຈະຕັ້ງໂຕໄດ້ ໂດຍຄາດວ່າຈະສ້າງໃຫ້ສຳເລັດພາຍໃນ 1 ອາທິດ. ຢ່າງໃດກໍ່ຕາມ ປັດຈຸບັນ ຍັງຂາດແຄນອຸປະ ກອນກໍ່ສ້າງທີ່ຈຳເປັນ ເປັນຕົ້ນ: ສັງກະສີ, ໄມ້, ຕະປູ ແລະ ອື່ນໆ ຈິ່ງຂໍຮຽກ ຮ້ອງມາຍັງສັງຄົມໃຫ້ການຊ່ວຍເຫລືອຜູ້ເຄາະຮ້າຍຄັ້ງນີ້ຕາມເງື່ອນໄຂຕົວຈິງ.

May be an image of outdoors
May be an image of outdoors ແລະ ຕົ້ນໄມ້

Cr: ມົດແດງນ້ອຍ

Comments