ສະຫະລັດອາເມລິກາ ສະໜັບສະໜູນກະຊວງສາທາລະນະສຸກ 2ລ້ານໂດລາ ເພື່ອບໍລິການວັກຊິນ ກັນພະຍາດໂຄວິດ19 ຢູ່ລາວ

ຕອນເຊົ້າວັນທີ 13 ກັນຍາ 2021 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດໂຄງການທີ່ສະຫະລັດອາເມລິກາ ສະໜັບສະໜູນກະຊວງສາທາລະນະສຸກໃນການບໍລິການວັກຊິນກັນພະຍາດໂຄວິດ 19 ມູນຄ່າ 2ລ້ານໂດລາ ຈາກອົງການ USAID ໂດຍຜ່ານອົງການ ຢູນີເຊັບ ແລະອົງການອະນາໄມໂລກ , ເຂົ້າຮ່ວມໃນພິທີ ມີ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ , ທ່ານນາງ ເພຍ ຣີເບວໂລບຣິດໂທ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ, ທ່ານ ຈຸນກາວ ຮັກສາການອົງການອະນາໄມໂລກປະຈໍາລາວ ແລະພາກສ່ວນກ່ຽວຂ້ອງ.

May be an image of 3 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວໃນພິທີວ່າ :ໂຄງການນີ້ມີຄວາມໝາຍສໍາຄັນຕໍ່ການຊ່ວຍເຫຼືອຢ່າງທັນການຂອງລັດຖະບານສະຫະລັດອາເມຣິກາໃນການຊ່ວຍເຫຼືອຄັ້ງນີ້ກໍຄືໃນຫຼາຍຄັ້ງຜ່ານມາ ຊຶ່ງເປັນການ ສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງລັດຖະບານສະຫະລັດອາເມຣິກາຕໍ່ລັດຖະບານລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະທ້າທາຍ, ການຊ່ວຍເຫຼືອໃນຄັ້ງນີ້ມີງົບປະມານ 2 ລ້ານໂດລາ, ໃນນັ້ນໄດ້ມີແຜນເພື່ອໄປຈັດຕັ້ງປະຕິບັດກິດຈະກໍາຊ່ວຍເຫຼືອໃນການແຈກຢາຍວັກຊິນໂຄວິດ-19 ເພື່ອໃຫ້ເຖິງເປົ້າໝາຍບຸກຄົນທີ່ເປັນບຸລິມະສິດໃນການຮັບວັກຊິນ ແລະການຕິດຕາມຄວາມຄືບໜ້າໃນການດໍາເນີນງານແຜນກິດຈະກໍາການແຈກຢາຍວັກຊິນດັ່ງກ່າວ ເພື່ອຮັບປະກັນໃຫ້ປະຊາຊົນລາວໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ທັນເວລາ.

May be an image of 4 ຄົນ, people sitting ແລະ ຜູ້ຄົນກຳລັງຢືນຢູ່

ສະນັ້ນການວາງນະໂຍບາຍ, ແຜນການ ແລະ ຮ່ວມມືຂອງຫຼາຍພາກສ່ວນທັງພາກລັດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆແມ່ນມີຄວາມສໍາຄັນ, ນອກນັ້ນຍັງເຫັນວ່າການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານແພດ ແລະ ສ້າງຄວາມເຂັ້ມແຂງດ້ານພະລາທິການໃຫ້ຂະແໜງການສາທາລະນະສຸກ ກໍມີຄວາມສໍາຄັນຫຼາຍເຊັ່ນກັນ, ການຊ່ວຍເຫຼືອໃນຄັ້ງນີ້ເພື່ອບັນລຸເປົ້າໝາຍການສັກຢາວັກຊິນໃຫ້ໄດ້ຕາມຄາດໝາຍ 70% ຂອງປະຊາກອນລາວ.

May be an image of 1 ຄົນ ແລະ ຢືນ

ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາກ່າວວ່າ: ລັດຖະບານສະຫະລັດອາເມຣິກາໄດ້ຄຽງບ່າຄຽງໄຫຼ່ກັບລັດຖະບານ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ-19, ການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມຣິກາໂດຍຜ່ານອົງການພັດທະນາສາກົນ USAID ໄດ້ສະໜອງທຶນຊ່ວຍເຫຼືອເພີ່ມເຕີມມູນຄ່າ 2 ລ້ານໂດລາ ເພື່ອສະໜັບສະໜູນວຽກງານສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນລາວ, ໃນໄລຍະຜ່ານມາລັດຖະບານສະຫະລັດອາເມຣິກາໄດ້ປະກອບສ່ວນໃຫ້ການຊ່ວຍເຫຼືອວັກຊິນຈອນສັນແອນຈອນສັນ ແລະ ວັກຊິນໄຟເຊີ ໃຫ້ລັດຖະບານລາວ ການຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງໃນຄວາມພາກພູມໃຈຂອງລັດຖະບານສະຫະລັດອາເມຣິກາເພື່ອຢຸດການແຜ່ລະບາດຂອງພະຍາດໂຄວິດ-19, ການຊ່ວຍເຫຼືອຄັ້ງນີ້ໂດຍຜ່ານຄູ່ຮ່ວມພັດທະນາຈາກອົງການອຸຍນິເຊັບ ແລະ ອົງການອະນາໄມໂລກ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ສະຫະລັດອາເມຣິກາຍັງຄົງໃຫ້ການສະໜັບສະໜູນດ້ານລະບົບການສຶກສາ, ສາທາລະນະສຸກເພື່ອຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຂອງລາວ, ໃນປີນີ້ເປັນປີສະເຫຼີມສະຫຼອງຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ພວກຂ້າພະເຈົ້າຫວັງຢ່າງຍິ່ງທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືກັບລັດຖະບານ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍືນຍົງ.

May be an image of 5 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ text that says 'S USAID'

Comments