ຄະນະສະເພາະກິດ ນະຄອນໄກສອນ ພົມວິຫານ ເຮັດບົດ ບັນທຶກ-ກ່າວເຕືອນ ຜູ້ລະເມີດ ຄຳສັ່ງຂອງທ່ານເຈົ້າແຂວງ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 12 ກັນຍາ ນີ້, ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແຫ້ໄຂການລະບາດຂອງພະຍາດ ໂຄວິດ-19 ນໍາໂດຍ ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິຫານ, ທັງເປັນກອງເລຂາຄະນະສະເພາະກິດນະຄອນ ໄດ້ສົມທົບກັບກໍາລັງ ເຈົ້າໜ້າທີ່ຕໍາຫລວດ ປກສ ນະຄອນ, ປກສ ກຸ່ມບ້ານ ແລະ ນາຍບ້ານ ລົງເຮັດບົດທຶກ ກ່າວເຕືອນ ປະຊາຊົນຈຳນວນໜຶ່ງ ທີ່ຍັງຖືກເບົາ ຕັ້ງວົງຊຸມແຊວເຫລົ້າ-ເບຍ,ຮ້ານຂາຍເສື້ອ ແລະ ກິລາໃນຮົ່ມທຸກປະເພດ, ເຊິ່ງເປັນການລະເມີດ ຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ໄກ ສອນ ພົມວິຫານ.

May be an image of ຢືນ ແລະ outdoors

ການລົງເຄື່ອນໄຫວຄັ້ງນີ້, ຄະນະສະເພາະກິດ ແລະ ເຈົ້າໜ້າທີ່ ກໍໄດ້ໄດ້ກ່າວເຕືອນເຈົ້າຂອງຮ້ານຜູ້ປະກອບການ, ຕັ້ງວົງຊຸມແຊວເຫລົ້າເບຍ ແລະ ກິລາໃນຮົ່ມ ແລະ ຂໍການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການນໍາກັນ ໃນການປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງຮ້ານ ແນະນໍາໃຫ້ປິດຮ້ານຊົ່ວຄາວ ປະເພດຮ້ານຂາຍເສື້ອຜ້າຈໍານວນໜຶ່ງ ເພື່ອເປັນຫລັກຖານ, ຖ້າຫາກວ່າຜູ້ກ່ຽວຍັງມີການລະເມີດຝ່າຝືນ ບໍ່ປະຕິບັດມາດຕະການ ຫລື ແຈ້ງການ, ຄໍາແນະນໍາຕ່າງໆທີ່ຜິດຕໍ່ລະບຽບກົດໝາຍ ຈະບໍ່ມີຂໍ້ຍົກເວັ້ນໃດໆ ແລະ ສັ່ງຈະໂຈະບໍ່ໃຫ້ເປີດຮ້ານ, ພ້ອມທັງປັບໃໝ ຕາມລະບຽບການ. ທັງນີ້ ນີ້ກໍເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ, ການແຜ່ເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນນະຄອນ ໄກສອນ ພົມວິຫານກໍຄື ແຂວງສະຫວັນນະເຂດ ໃຫ້ນັບມື້ຫລຸດລົງ ປະຊາຊົນຈະໄດ້ທໍາມາຫາກິນ ສູ່ສະພາບປົກກະຕິ.

May be an image of 1 ຄົນ, ລົດຈັກ ແລະ outdoors
May be an image of 1 ຄົນMay be an image of 4 ຄົນ, ຜູ້ຄົນກຳລັງຢືນຢູ່, ຕົ້ນໄມ້ ແລະ outdoorsMay be an image of 3 ຄົນ

Comments