ມອບຜະລິດຕະພັນ ຢາພື້ນເມືອງລາວ ໃຫ້ 3 ແຂວງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19

ແຫລ່ງຂ່າວຈາກ ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ໃນລະຫວ່າງວັນທີ 8-10 ກັນຍາ 2021 ຜ່ານມາ, ສະຖາບັນການແພດ ແລະ ການຢາພື້ນເມືອງ ກະ ຊວງສາທາລະນະສຸກ ໄດ້ລົງມອບຜະລິດຕະພັນຢາພື້ນເມືອງລາວ 3 ຊະນິດ: ລາຊາບີ, ຄາວທອງ ແລະ ກະຊາຍຂາວ ເຂົ້າໃນການປະກອບສ່ວນສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ. ຕາງໜ້າມອບໂດຍທ່ານ ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ຕາງໜ້າຮັບໂດຍ ຄະນະພະແນກສາທາລະນະສຸກແຂວງ ພ້ອມດ້ວຍທີມງານຂັ້ນແຂວງເຂົ້າຮ່ວມ.

May be an image of 11 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ໃນໂອກາດດຽວກັນນີ້, ຄະນະທີມງານຈາກສູນກາງ ຍັງໄດ້ແນະນຳຜະລິດຕະພັນຢາພື້ນເມືອງ, ການຢັ້ງຢືນຄຸນນະພາບ-ຄວາມປອດໄພ ແລະ ວິທີການນຳໃຊ້ຢາ ພ້ອມແນະນຳແບບຟອມການບັນທຶກ ຕິດຕາມຄົນເຈັບ ແລະ ການລາຍງານໃຫ້ຄະນະທີມງານຂັ້ນແຂວງ. ສະເພາະສັບພະຄຸນຂອງຜັກລາຊາບີ ແມ່ນນໍາໃຊ້ເຂົ້າໃນການແກ້ໄຂ້, ລົດໄຂ້, ເຈັບຄໍ, ອັກເສບປອດຕ່າງໆເຫັນວ່າໄດ້ຜົນດີ ໃຊ້ກັບຄົນເຈັບທີ່ຢູ່ໃນໄລຍະຕິດເຊື້ອບໍ່ຮຸນແຮງ; ສຳລັບສັບພະຄຸນຂອງຜັກຄາວທອງ ຊ່ວຍສ້າງພູມຄຸ້ມກັນ ຖ້າຄົນເຮົາມີພູມຄຸ້ມກັນແມ່ນສາມາດຕ້ານເຊື້ອໄວຣັດ ແລະ ປັບສົມດູນໃນຮ່າງກາຍບໍ່ໃຫ້ຕິດເຊື້ອ ແລະ ບໍ່ໃຫ້ເຊື້ອແຜ່ຂະ ຫຍາຍເພີ່ມຂຶ້ນ, ສັບພະຄຸນຂອງກະຊາຍຂາວ ສາມາດຢັບຢັ້ງການແຜ່ເຊື້ອບໍ່ໃຫ້ມີການຂະຫຍາຍຕົວ. ການມອບຜະລິດຕະພັນຢາພື້ນເມືອງລາວ 3 ຊະນິດໃນຄັ້ງນີ້ ເພື່ອ ໃຫ້ບັນດາແຂວງດັ່ງກ່າວນໍາໄປແຈກຢາຍ ໃຫ້ພາກສ່ວນກ່ຽວຂ້ອງ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະ ປີ່ນປົວພະຍາດໂຄວິດ-19 ໄປຄຽງຄູ່ກັບການປິ່ນປົວຜູ້ຕິດເຊື້ອຕາມອາການ ຂອງຄົນເຈັບທີ່ເຄີຍປະຕິບັດໄລຍະຜ່ານມາ.

May be an image of 9 ຄົນ ແລະ ໃນຮົ່ມ
May be an image of 5 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

Comments