ເວທີການຄ້າຂາຍເຕັກໂນໂລຊີ ຈີນ-ອາຊຽນ ໄດ້ເປີດນຳໃຊ້ຢ່າງ ເປັນທາງການ

ວັນທີ 9 ກັນຍາ 2021 ນີ້, ເວທີການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງການຮ່ວມມື ລະຫວ່າງ ຈີນ-ອາຊຽນ ຄັ້ງທີ 9 ທີ່ມີຫົວຂໍ້ ວ່າ: “ການພັດທະນາທີ່ປະດິດສ້າງເພື່ອໂອກາດ ແລະ ການພັດທະນາທີ່ຍືນ ຍົງເພື່ອອະນາຄົດ” ໄດ້ຈັດຂຶ້ນທີ່ນະຄອນນານນິງ ແຂວງກວາງຊີ ຂອງຈີນ.

May be an image of 7 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ຂໍ້ຄວາມ

ຕາມຂ່າວໃຫ້ຮູ້ວ່າ: ໃນດ້ານການສ້າງຫ້ອງທົດລອງ ປີ 2021 ແມ່ນປີ ແຫ່ງການພົວພັນຂອງຄູ່ສົນທະນາ ຈີນ-ອາຊຽນ ທີ່ສ້າງຕັ້ງຂຶ້ນຄົບຮອບ 30 ປີ, ທັງແມ່ນປີຮ່ວມມືການພັດທະນາແບບຍືນຍົງ ຈີນ-ອາຊຽນ. ໃນດ້ານ ການຮ່ວມມືຖ່າຍທອດເຕັກໂນໂລຊີນັ້ນ, ຈີນ-ອາຊຽນ ໄດ້ສ້າງເຄືອຂ່າຍ ການຮ່ວມມືຖ່າຍທອດເຕັກໂນໂລຊີ ທີ່ກວມໄປອົງການ ແລະ ວິສາຫະກິດ ທີ່ກ່ຽວຂ້ອງຂອງ ຈີນ ແລະ ອາຊຽນ ຫລັງການສ້າງຕັ້ງສູນຖ່າຍທອດເຕັກ ໂນໂລຊີຈີນ-ອາຊຽນ 8 ປີມານີ້. ຕາມຂ່າວໃຫ້ຮູ້ອີກວ່າ: ໃນດ້ານການສ້າງຫ້ອງທົດລອງຮ່ວມກັນນັ້ນ, ຈີນ ແລະ ປະເທດທີ່ກ່ຽວຂ້ອງໄດ້ຮ່ວມກັນລິເລີ່ມການສ້າງຫ້ອງທົດລອງ ຮ່ວມ ລະດັບຊາດ 10 ແຫ່ງແລ້ວເຊັ່ນ: ຫ້ອງທົດລອງຮ່ວມ ຈີນ-ອິນໂດເນເຊຍ ດ້ານເຕັກນິກຊີວະຊາດ ແລະ ຫ້ອງທົດລອງຮ່ວມ ຈີນ-ລາວ ດ້ານພະລັງ ງານໃໝ່ ແລະ ພະລັງງານທີ່ສາມາດນຳໃຊ້ໃໝ່ໄດ້ ແລະ ອື່ນໆ, ແລະ ສະ ໜັບສະໜູນອົງການຄົ້ນຄວ້າສອງຝ່າຍ ສ້າງການພົວພັນຮ່ວມມືທີ່ ໝັ້ນຄົງຍາວນານ.

ໃນດ້ານການຮ່ວມມືເຂດສວນວິທະຍາສາດເຕັກນິກ ແລະ ການສ້າງພາລະກິດດ້ານການປະດິດສ້າງໃໝ່ນັ້ນ, ກະຊວງວິທະຍາ ສາດເຕັກໂນໂລຊີຈີນ ແລະ ຫລາຍປະເທດອາຊຽນ ເຊັ່ນ: ໄທ, ຟີລິບປິນ ແລະ ອິນໂດເນເຊຍ ເປັນຕົ້ນໄດ້ເລີ່ມຕົ້ນການປຶກສາຫາລືການຮ່ວມມືສ້າງເຂດ ສວນວິທະຍາສາດເຕັກໂນໂລຊີ, ໄດ້ດຳເນີນການແລກປ່ຽນນະໂຍບາຍ, ການເຊື່ອມຕໍ່ວິສາຫະກິດ ແລະ ການຢ້ຽມຢາມເຊິ່ງກັນແລະກັນ ດ້ານຜູ້ ຄຸ້ມຄອງບໍລິຫານເຂດສວນດັ່ງກ່າວ, ເພື່ອຮ່ວມກັນສະໜັບສະໜູນ ວິສາ ຫະກິດແບບໄຮເຕັກ ແລະ ສ້າງພາລະກິດແບບການປະດິດສ້າງໃໝ່. ເວທີການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ແຫ່ງການຮ່ວມມື ລະຫວ່າງ ຈີນ-ອາຊຽນ ຄັ້ງທີ 9 ໄດ້ຊຸກຍູ້ໃຫ້ມີໝາກຜົນການຮ່ວມມືນະວັດ ຕະກຳສຳຄັນອີກຄັ້ງໃໝ່. ໃນງານດັ່ງກ່າວ ໄດ້ເລີ່ມຕົ້ນເວທີການຄ້າເຕັກ ໂນໂລຊີ ຈີນ-ອາຊຽນ ແລະ ສະຖານທີ່ການປະດິດສ້າງ ສຳລັບຜູ້ທີ່ມີພອນສະ ຫວັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈີນ -ອາຊຽນ. ເຊິ່ງເວທີ ການຄ້າເຕັກໂນໂລຊີ ຈີນ-ອາຊຽນ ສາມາດເຮັດໃຫ້ຂໍ້ມູນຂ່າວສານດ້ານ ເຕັກໂນໂລຊີຂອງຈີນ ແລະ ປະເທດອາຊຽນ ແລກປ່ຽນໄດ້ຢ່າງຖືກເປົ້າ ໝາຍ, ສະແດງໃຫ້ເຫັນວ່າ ທ່າກຳປັ່ນຂໍ້ມູນຂ່າວສານ ທີ່ບໍລິການທາງດ້ານ ຊັບພະຍາກອນ ແລະ ການປະດິດສ້າງເຕັກໂນໂລຊີ ລະຫວ່າງ ຈີນກັບອາ ຊຽນ ໄດ້ເລີ່ມຕົ້ນຢ່າງເປັນທາງການ.

ສ່ວນສະຖານທີ່ການປະດິດສ້າງ ສຳລັບຜູ້ທີ່ມີພອນສະຫວັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈີນ -ອາຊຽນ ຕົ້ນຕໍແມ່ນສະໜອງການບໍລິການໃຫ້ແກ່ຜູ້ມີພອນສະຫວັນດ້ານ ການປະດິດສ້າງເຕັກໂນໂລຊີຂອງອາຊຽນ ໃນດ້ານການໃຫ້ຄຳປຶກສາດ້ານ ເຕັກໂນໂລຊີວິທະຍາສາດ, ການເຊື່ອມຕໍ່ໂຄງການ, ການຝຶກອົບຮົມດ້ານ ການສ້າງພາລະກິດ ແລະ ໃຫ້ໝາກຜົນການຄົ້ນຄວ້າວິທະຍາສາດ ສາມາດ ຫັນມາເປັນຜະລິດຕະພັນຕົວຈິງເຫລົ່ານີ້ເປັນຕົ້ນ, ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າ ເວທີການບໍລິການດ້ານຜູ້ມີພອນສະຫວັນດ້ານການ ປະດິດສ້າງເຕັກໂນໂລຊີໃໝ່ ແລະ ການແລກປ່ຽນບຸກຄະລາກອນ ລະຫວ່າງ ຈີນກັບອາຊຽນ ໄດ້ເລີ່ມຕົ້ນຢ່າງເປັນທາງການ.

ໂດຍ: CRI

33

Comments