ພາກລັດ-ເອກະຊົນ ຊ່ວຍໃຫ້ແຮງງານ ແລະ ຜູ້ຫວ່າງງານ ເຂົ້າເຖິງການມີວຽກເຮັດງານທໍາ

ໃນອາທິດຜ່ານມາ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ກຸ່ມບໍລິສັດມະຫານະຄອນໄອທີ ແລະ ບໍລິການ ຈຳກັດ ຜູ້ດຽວ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການເກັບກຳຂໍ້ມູນ ແລະ ຂຶ້ນທະບຽນຜູ້ຫວ່າງງານ ເພື່ອສະໜອງເຂົ້າໃສ່ຕຳແໜ່ງງານຫວ່າງ ຢູ່ພາຍໃນປະເທດ. ຕາງໜ້າເຊັນບົດບັນທຶກຄັ້ງນີ້, ໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດ ທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ຄໍາພັນ ສຸພາບ ຜູ້ບໍລິຫານສຸງສຸດ ບໍລິສັດ ມະຫານະ ຄອນ ໄອທີ ແລະ ບໍລິການຈໍາກັດ ຜູ້ດຽວ, ເຂົ້າຮວ່ມເປັນສັກຂີພີຍານຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພາກລັດ ແລະ ພາກທຸລະກິດ ເຂົ້າຮວມ.ການລົງນາມຄັ້ງນີ້, ເພື່ອກໍານົດຂອບເຂດການຮ່ວມມືຂອງຄູ່ພາຄີ ໃນການຊ່ວຍໃຫ້ຜູ້ອອກແຮງງານລາວ ທີ່ຫວ່າງງານ ພາຍໃນປະເທດ ແລະ ຜູ້ຫວ່າງງານທີ່ກັບຈາກຕ່າງປະເທດ ໄດ້ເຂົ້າເຖິງການມີວຽກເຮັດງານທໍາຕາມຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ຢູ່ພາຍໃນປະເທດ, ໂດຍການມີສ່ວນຮ່ວມຂອງທັງພາກລັດ ແລະ ພາກເອກະຊົນ ແນ່ໃສ່ເຮັດໃຫ້ອັດຕາການຫວ່າງງານຫລຸດລົງເທື່ອລະ ກ້າວ, ຜູ້ອອກແຮງງານມີວຽກເຮັດ, ມີລາຍໄດ້ສົມເຫດສົມຜົນ ແລະ ການຈະເລີນເຕີບໂຕທາງດ້ານເສດ ຖະກິດກ້າວເຂົ້າສູ່ພາວະປົກກະຕິ ແລະ ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ. ພ້ອມນີ້, ກໍເພື່ອເປັນພື້ນຖານ ໃຫ້ແກ່ການຮ່ວມມືໃນຂົງເຂດວຽກງານອື່ນທີ່ກ່ຽວຂ້ອງ ໃນຮູບແບບການມີສ່ວນຮ່ວມຂອງພາກລັດ ແລະ ເອ ກະຊົນ.

May be an image of 5 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ບົດບັນທຶກດັ່ງກ່າວ, ຍັງໄດ້ກຳນົດບັນດາລະບຽບການ, ຂອບເຂດການຮ່ວມມືທັງສອງຝ່າຍຢ່າງເປັນເອກະພາບຮ່ວມມືກັນ ໃນຂົງເຂດວຽກງານ ເຊັ່ນ: ພັດທະນາລະບົບຖານຂໍ້ມູນ ເພືື່ອເກັບກໍາຂໍ້ມູນຂອງຜູ້ກໍາລັງຫວ່າງງານ, ຕໍາແໜ່ງງານຫວ່າງ ແລະ ເກັບກໍາຈໍານວນຜູ້ອອກແຮງງານທີ່ເຂົ້າສູ່ຕະຫລາດແຮງງານໃໝ່ພາຍໃນປະເທດ; ຂຶ້ນທະບຽນຜູ້ຫວ່າງງານ ແລະ ຕໍາແໜ່ງງານຫວ່າງໃນຂອບເຂດທົ່ວປະເທດ; ສະໜອງຜູ້ຕ້ອງການວຽກເຮັດ ເຂົ້າໃສ່ຕໍາແໜ່ງງານຫວ່າງ ຕາມຄວາມຕ້ອງການຕົວຈິງຂອງຂະແໜງ ເສດຖະກິດ; ຮ່ວມກັບຜູ້ໃຊ້ແຮງງານຝຶກເຂົ້າສູ່ຕໍາແໜ່ງງານຫວ່າງ, ຝຶກເພື່ອຍົກລະດັບ ແລະ ຝຶກເພື່ອປະ ກອບອາຊີບອິດສະຫລະ; ຮ່ວມກັນສຶກສາ ແລະ ພັດທະນາລະບົບໂປຣແກຣມການຈັດຫາງານ ທີ່ມີຢູ່ຂອງກົມທີ່ກ່ຽວຂ້ອງ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ຂໍ້ມູນ: ກະຊວງ ຮສສ

Comments