3 ຍຸດທະວິທີ ໃນການເພີ່ມທະວີ ການປ້ອງກັນພະຍາດໂຄວິດ-19

ປັດຈຸບັນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງຄົງ ມີການລະບາດ ເຖິງວ່າໂຕເລກຜູ້ຕິດເຊື້ອໃນແຕ່ລະມື້ຈະມີທ່າອ່ຽງຫຼຸດລົງ ແຕ່ຄວາມສ່ຽງກໍຍັງສູງ ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສໍາພາດ ຜ່ານລາຍການຮອບເມືອງເລື່ອງໂຄວິດ-19 ໃນວັນທີ 10 ພຶດສະພານີ້, ທີ່ໂທລະພາບແຫ່ງຊາດລາວ.

อาจเป็นรูปภาพของ หนึ่งคนขึ้นไป

ທ່ານ ພູທອນ ເມືອງປາກ ໄດ້ໃຫ້ຮູ້ກ່ຽວ ກັບການການປະເມີນຄວາມສ່ຽງໃນໄລຍະນີ້ ໃນການ ປະຕິບັດງານແຕ່ລະຂະແໜງການໄດ້ປະເມີນຜົນການຈັດປະຕິບັດຄໍາສັ່ງເລກທີ 15/ນຍ ວ່າ: ແມ່ນຄໍາ ສັ່ງເພີ່ມທະວີ ຫຼື ວ່າການຍົກລະດັບມາດຕະການໂຕ້ຕອບກັບພະຍາດໂຄວິດ-19 ນີ້ ຊຶ່ງໄດ້ກໍານົດອອກໃນ ວັນທີ 22 ເມສາ 2021 ເຖິງວັນທີ 5 ພຶດສະພາ 2021 ສະນັ້ນກອງເລຂາຄະນະສະເພາະກິດໄດ້ກະ ກຽມ ສະຫຼຸບທອດຖອນບົດ ຮຽນ ເພື່ອປະເມີນຄືນເຖິງສະພາບການລະບາດ ແລະ ວາງມາດຕະການໃນ ຕໍ່ໜ້າ. ເພື່ອໃຫ້ສະດວກເຂົ້າໃຈງ່າຍໃນການປະຕິບັດ ກອງເລຂາກໍໄດ້ນໍາມາຜັນຂະ ຫຍາຍອອກ ແມ່ນໄດ້ ກໍານົດເປັນ 3 ຍຸດທະ ວິທີ ໃນການໂຕ້ຕອບໃນໄລຍະທີ່ມີການເພີ່ມການລະບາດພະຍາດດັ່ງກ່າວ ພຽງແຕ່ 10 ວັນ ຄື ກາງເດືອນເມສາ ແຕ່ວັນທີ 13 – 20 ເຫັນວ່າມີຜູ້ຕິດເຊື້ອ 10 ຄົນ ໃນໄລຍະດຽວກັນ, ເພື່ອໃຫ້ຂະແໜງການ ແລະ ທ້ອງຖິ່ນນຳໄປຜັນຂະຫຍາຍໃຫ້ເປັນອັນລະອຽດເປັນຕົ້ນ: ຍຸດທະວິທີປິດ ລ້ອມເມືອງ ບໍ່ໃຫ້ມີຜູ້ອອກ-ຜູ້ເຂົ້າ; ຄົ້ນຫາຜູ້ຕິດເຊື້ອແບບທຸກວິທີ ເພື່ອນຳມາແຍກປ່ຽວປິ່ນປົວ ແລະ ຈຳ ກັດບໍລິເວນຜູ້ສໍາຜັດໃກ້ຊິດເຝົ້າລະວັງຕິດຕາມອາການ; ແລະ ປະຕິບັດມາດຕະການປ້ອງກັນການຕິດ ເຊື້ອ-ແຜ່ເຊື້ອຢ່າງເຂັ້ມງວດ, ພົ່ນຢາຂ້າເຊື້ອ ແລະ ສັກວັກຊິນປ້ອງກັນ.

ຕໍ່ສະພາບການລະບາດດັ່ງກ່າວ ໂຕເລກຜູ້ຕິດເຊື້ອເພີ່ມຂຶ້ນ, ສະນັ້ນຄະນະສະ ເພາະກິດໄດ້ມີການ ຮັບມື ແລະ ຈັດສັນບຸກຄະລາກອນ ແລະ ອຸປະກອນການແພດໃຫ້ສາມາດຮັບມືຢ່າງມີປະສິດທິຜົນ, ໄດ້ມີ ການວາງແຜນຢ່າງເປັນລະບົບ, ໄດ້ສ້າງຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານໂຕ້ຕອບກັບພະ ຍາດດັ່ງກ່າວສໍາເລັດ ຊຶ່ງປະກອບດ້ວຍ 10 ອົງປະກອບຫຼັກ ໃນນັ້ນແມ່ນເລັ່ງໃສ່ຝຶກອົບຮົມບໍາລຸງ ສ້າງພະນັກງານ, ການສ້າງຄວາມເຂັ້ມແຂງດ້ານການວິເຄາະບົ່ງມະຕິພະຍາດ, ປັບປຸງສະຖານທີ່ແຍກປ່ຽວ ປິ່ນປົວ, ປະກອບອຸປະກອນການແພດ ແລະ ລະບົບປ້ອງກັນຄວບຄຸມການຕິດເຊື້ອຕ່າງໆ. ຈັດສັນໂຮງໝໍ ພາກສະໜາມຂຶ້ນ 3 ແຫ່ງ ຢູ່ນະຄອນຫຼວງວຽງຈັນເພີ່ມໃສ່ກັບໂຮງໝໍທີ່ມີຢູ່ແລ້ວ 3 ແຫ່ງ.

ສໍາລັບການປະເມີນຄວາມສ່ຽງ ແລະ ທ່າອ່ຽງ ໃນການຄວບຄຸມສະກັດກັ້ນການລະບາດຂອງພະ ຍາດໂຄວິດ-19 ແຕ່ນີ້ຈົນຮອດ ວັນທີ 20 ພຶດສະພາ 2021 ແມ່ນໄດ້ມີການປະເມີນຄວາມສ່ຽງເປັນ ປະຈໍາ, ເຮັດເປັນແຕ່ລະວັນ ໂດຍອີງໃສ່ການຈັດຕັ້ງປະຕິບັດ 3 ຍຸດທະວິທີເປັນຕົ້ນ: ການປິດລ້ອມເຂດ ລະບາດ, ຄົ້ນຫາຜູ້ຕິດເຊື້ອມາແຍກປິ່ນປົວ, ປະຕິບັດມາດຕະການປ້ອງກັນ, ພົ່ນຢາຂ້າເຊື້ອ ແລະ ສັກ ວັກຊິນໃຫ້ໄດ້ຫຼາຍ. ພ້ອມນັ້ນສິ່ງທີ່ສໍາຄັນ ແລະ ເປັນສິ່ງທີ່ທ້າທາຍແມ່ນຄວາມຮູ້ຄວາມເຂົ້າໃຈຂອງ ປະຊາຊົນພົນລະເມືອງລາວ ແລະ ຊາວຕ່າງປະເທດທີ່ດໍາລົງຊີວິດໃນ ສປປ ລາວ ຕໍ່ຄວາມອັນຕະ ລາຍຮ້າຍແຮງຂອງພະຍາດໂຄວິດ-19 ຍັງບໍ່ທັນເລິກ ບໍ່ທັນກ້ວາງ ບາງຄົນກໍຢ້ານໂພດ ບໍ່ກ້າເຮັດທໍາຫຍັງ ບາງຄົນກໍຖືເບົາ ບໍ່ປະຕິບັດຕາມມາດຕະການ ຫຼື ລະເມີດມາດຕະການ, ຕິດເຊື້ອແລ້ວຍັງລີ້ຊ້ອນບໍ່ຢາກ ໄປແຍກປ່ຽວປິ່ນປົວ.

Comments