ຄະນະຊ່ຽວຊານແພດຈີນສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ

ວັນທີ 6 ພຶດສະພາເປັນມືທີ່ 3 ຂອງຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍ ສປປ ລາວ ໄດ້ສືບຕໍ່ເຮັດວຽກຢ່າງຕັ້ງໃຈ ເຊິງເຂົາເຈົ້າໄດ້ແບ່ງເປັນຫຼາຍຈຸເພື່ອປະຕິບັດໜ້າທີ່ຂອງໃຜຂອງລາວ. ສໍາລັບຈຸຄຸ້ມຄອງການຕິດເຊື້ອໄດ້ໄປສໍາຫຼວດຢູ່ຫ້ອງວິເຄາະແຫ່ງໜຶ່ງ ໂດຍໄດ້ກວດເບິ່ງຕົວຢ່າງທີ່ເກັບມາ ພ້ອມແລກປ່ຽນຄໍາຄິດເຫັນກ່ຽວກັບການຂ້າເຊື້ອກັບຜູ້ຊ່ຽວຊານຝ່າຍລາວ. ຈາກນັ້ນ,ຈຸດັ່ງກ່າວໄດ້ອົບຮົມດ້ານການຂ້າເຊື້ອ ແລະປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານຂອງໂຮງແຮມແລນມາກ ເຊິ່ງເປັນໜຶ່ງໃນສະຖານທີ່ຈໍາກັດບໍລິເວນທີ່ກໍານົດໄວ້.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และผู้คนกำลังยืน

ສໍາລັບຈຸການຄຸ້ມຄອງການລະບາດໄດ້ໄປສໍາຫຼວດຢູ່ບັນດາໂຮງໝໍພາກສະໜາມຄື: ໂຮງໝໍຫຼັກ 27, ໂຮງໝໍລ້ານຊ້າງ ແລະໂຮງໝໍຫ້ວຍຫົງ ເພື່ອກໍາສະພາບ ແລະຈັດລຽງຂັ້ນຕອນວຽກງານຕ່າງໆ ກໍຄືເກັບກໍາຂໍ້ມູນຂອງຜູ້ຕິດເຊື້ອທີ່ກຳລັງປິ່ນປົວ ທັງໄດ້ໃຫ້ຄໍາເຫັນດ້ານວິຊາການເພື່ອປັບປຸງບັນຫາຕ່າງໆອີກດ້ວຍ. ເຖິງແມ່ນວ່າອາກາດຢູ່ລາວຄ່ອນຂ້າງຮ້ອນບວກກັບຄະນະຊ່ຽວຊານລ້ວນແຕ່ໄດ້ໃສ່ຊຸດປ້ອງກັນທາງການແພດທີ່ໜາ ແລະອົບເອົ້າ ເນື່ອງຈາກວ່າເຂົາເຈົ້າຍັງຕັ້ງໃຈສອບຖາມສະພາບຂອງຜູ້ຕິດເຊື້ອດ້ວຍຕົນເອງ, ສະນັ້ນ, ຫຼັງຈາກແລ້ວວຽກຢູ່ໂຮງໝໍໃດໜຶ່ງ ມັກຈະເຫັນຊ່ຽວຊານເຫື່ອໄຫຼອອກຈົນປຽກໝົດໂຕເລີຍ. ນອກນັ້ນ, ຄະນະຊ່ຽວຊານຍັງໄດ້ພາກັນຂຽນຄໍາວ່າ “ລາວສູ້ໆ” “ລາວຊະນະແນ່ນອນ” ຢູ່ເທິງຊຸດປ້ອງກັນ ເພື່ອໃຫ້ກໍາລັງໃຈກັບຜູ້ຕິດເຊື້ອກໍຄືໃຫ້ກໍາລັງໃຈແກ່ແພດໝໍລາວເຊິ່ງກັນແລະກັນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ຂ່າວໃຫ້ຮູ້ຕື່ມວ່າ: ຍັງມີຊ່ຽວຊານອີກຈຸໜຶ່ງໄດ້ໄປສໍາຫຼວກວຽກງານຕ່າງໆ ລວມທັງຮູ້ສະພາບການເຂົ້າ-ອອກເມືອງ, ການນໍາເຂົ້າ-ສົ່ງອອກສິນຄ້າ ກໍຄືມາດຕະການປ້ອງກັນໂຄວິດ-19 ຢູ່ດ່ານເຂົ້າ-ອອກເມືອງຢູ່ຂົວມິດຕະພາບ. ນອກນີ້ ຄະນະຊ່ຽວຊານຍັງໄດ້ສັບຊ້ອນເວລາໄປໃຫ້ຄໍາຊີ້ນໍາທາງດ້ານວິຊາການຢູ່ເຂດພັດທະນາກວມລວມໄຊເສດຖາອີກດ້ວຍ.

อาจเป็นรูปภาพของ 1 คน, กำลังยืน, โรงพยาบาล และสถานที่ในร่ม

ຫຼັງຈາກວຽກຂອງຄະນະຊ່ຽວຊານຄ່ອຍໆເຂົ້າທີ່ເຂົ້າທາງ ເຮັດໃຫ້ຜູ້ຕິດເຊື້ອ ບໍ່ວ່າລາວຫຼືຈີນມີຄວາມໄວ້ວາງໃຈຫຼາຍຂຶ້ນ, ຢູ່ໂຮງໝໍສະໜາມຫຼັກ 27 ມີຜູ້ຕິດເຊື້ອເວົ້າກັບຊ່ຽວຊານຈີນວ່າ: ເມື່ອໄດ້ເຫັນພວກທ່ານມາ, ຂ້າພະເຈົ້າກໍຮູ້ສຶກອຸ່ນໃຈ ແລະວາງໃຈເລີຍ.

อาจเป็นรูปภาพของ 1 คน, กำลังยืน, โรงพยาบาล และสถานที่ในร่ม
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่มอาจเป็นรูปภาพของ กำลังยืน และสถานที่ในร่ม

ແຫຼ່ງຂ່າວ: CRI

Comments