ສະຖານະການໂຄວິດ-19 ຍີ່ປຸ່ນ ລະບາດໜັກ ແລະ ພົບຜູ້ຕິດເຊື້ອເພີ່ມພຸ່ງເຖິງ 6,000 ຄົນຕໍ່ມື້ ຕິດຕໍ່ກັນ 3 ວັນ ແລະ ມີອາການໜັກ 1,4 ພັນຄົນ

ຫຼ້າສຸດ ຍີ່ປຸ່ນ ພົບຜູ້ຕິດເຊື້່ອໂຄວິດ-19 ໃນຊ່ວງເວລາ 24 ຊົ່ວໂມງທີ່ຜ່ານມາ ເຖິງ 6,247 ຄົນ ເຊິ່ງກ່ອນໜ້ານີ້ 1 ມື້ ພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 7,766 ຄົນ ແລະ ວັນອາທິດທີ່ຜ່ານມາພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 5,563 ຄົນ ເຮັດໃຫ້ຕອນນີ້ຍີ່ປຸ່ນມີຍອດຜູ້ຕິດເຊື້ອສະສົມຢູ່ທີ່ 626,031 ຄົນແລະ ເສຍຊີວິດ 10,702 ຄົນ.

ປັດຈຸບັນນີ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການໜັກໃນຍີ່ປຸ່ນເພີ່ມຂຶ້ນສູງເຖິງ 1,144 ຄົນ ເຊິ່ງເປັນຈໍານວນຕົວເລກທີ່ຫຼາຍທີ່ສຸດນັບແຕ່ມີການລະບາດພາຍໃນປະເທດ ຫຼັງຈາກວັນທີ 7 ພຶດສະພາ 2021 ມີຈໍານວນຜູ້ຕິດເຊື້ອທີ່ມີອາການໜັກໃນຍີ່ປຸ່ນຢູ່ທີ່ຕົວເລກ 1,131 ຄົນ ຈິ່ງເຮັດໃຫ້ລັດຖະບານຍີ່ປຸ່ນຕັດສິນໃຈປະກາດສະຖານະການສຸກເສີນ.

Comments